ວັນທີ 23 ທັນວາ 2024 ນີ້, ທ່ານ ພັນເອກ ແກ້ວສຸວັນ ຜາງພິລາວົງ ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ພົນຕີ ເມັດ ຈັນນາ ຮອງຜູ້ບັນຊາການທະຫານພາກພິເສດ ແຫ່ງ ຣາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະ ໃນໂອກາດທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ພັກຜ່ອນ ຢູ່ ສປປ ລາວ ໃນລະຫວ່າງ ວັນທີ 22-31 ທັນວາ 2024. ໂອກາດນີ້, ທ່ານ ພັນເອກ ແກ້ວສຸວັນ ຜາງພິລາວົງ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ພົນຕີ ເມັດ ຈັນນາ ພ້ອມຄະນະ ດ້ວຍໄມຕີຈິດມິດຕະພາບອັນອົບອຸ່ນ ທັງຕີລາຄາສູງຕໍ່ສາຍພົວພັນການຮ່ວມມືອັນດີງາມລະຫວ່າງສອງພັກ, ສອງລັດ, ສອງກອງທັບ ຂອງ ສປປ ລາວ-ຣາຊະອານາຈັກກຳປູເຈຍ …
ອ່ານເພີ່ມ >>ພິທີເປີດຊຸດເຝິກອົບຮົມວຽກງານຫໍພິພິທະພັນ ແລະ ຫໍມູນເຊື້ອກອງທັບ ຄັ້ງທີ I
ພິທີຊຸດເປີດເຝິກອົບຮົມວຽກງານຫໍພິພິທະພັນ ແລະ ຫໍມູນເຊື້ອກອງທັບ ຄັ້ງທີ I ໃຫ້ພະນັກງານຫໍພິພິທະພັນ-ຫໍມູນເຊື້ອກອງທັບ ເຂດພາກກາງ ທີ່ຫໍພິພິທະພັນມູນເຊື້ອໄຊຊະນະຮ່ວມສໍາພັນສູ້ຮົບລາວ-ຫວຽດນາມ ບໍລິເວນທາງເລກ 9 ໃນວັນທີ 18-27 ທັນວາ 2024 ນີ້, ໂດຍເປັນປະທານຂອງສະຫາຍ ພັນເອກ ແກ້ວສຸວັນ ຜາງພິລາວົງ ກໍາມະການຄະນະພັກກົມໃຫຍ່, ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ, ປກສ ແຂວງ, ກອງບັນຊາການທະຫານເມືອງ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ ພ້ອມດ້ວຍຄູ-ອາຈານ ແລະ ນັກເຝິກອົບຮົມເຂົ້າຮ່ວມ. ສະຫາຍ ພັນໂທ ສີສຸມັງ ມີໄຊຜົນ ຫົວໜ້າອໍານວຍການຫໍພິພິພທະພັນປະຫວັດສາດກອງທັບ ໃຫ້ຮູ້ວ່າ: ການເປີດຊຸດເຝິກອົບຮົມໄລຍະສັ້ນ ວຽກງານຫໍພິພິທະພັນ, ຫໍມູນເຊື້ອກອງທັບຄັ້ງ I ໃນຄັ້ງນີ້ ເພື່ອແນໃສ່ສ້າງພະນັກງານວິຊາການທາງດ້ານຫໍພິພິທະພັນປະຫວັດສາດກອງທັບໃຫ້ກໍາແໜ້ນມູນເຊື້ອຂອງປະຫວັດສາດການຕໍ່ສູ້ພິລະອາດຫານຂອງກອງທັບ ແລະ ປະຊາຊົນລາວ ເຊິ່ງເອກະສານທີ່ນໍາມາເຝິກອົບຮົມໃນຄັ້ງນີ້ປະກອບມີ 6 ບົດຄື: ຄວາມຮູ້ຟື້ນຖານກ່ຽວກັບວຽກງານພິພິທະພັນຫໍມູນເຊື້ອ, ວຽກງານການຊອກຄົ້ນວັດຖຸພັນ, …
ອ່ານເພີ່ມ >>ລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບຫົວໜ້າກົມໃຫຍ່ຮ່ວມມືສາກົນດ້ານການທະຫານ ກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ
ວັນທີ 21 ທັນວາ 2024 ນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງສະຫາຍ ພົນຕີ ອາເລັກຊານເດີ ເຄີຊິມມົບສະກີ ຫົວໜ້າກົມໃຫຍ່ຮ່ວມມືສາກົນດ້ານການທະຫານ ກະຊວງປ້ອງກັນປະເທດ ເເຫ່ງ ສ ຣັດເຊຍ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປລ ລາວ ໃນລະຫວ່າງວັນທີ 19-21 ທັນວາ 2024. ໂອກາດນີ້, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ເຕັມໄປດ້ວຍໄມ້ຕີຈິດມິດຕະພາບ ແລະ ຕີລາຄາສູງ ຕໍ່ ສະຫາຍ ພົນຕີ ອາເລັກຊານເດີ ເຄີຊິມມົບສະກີ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມ ຢາມ …
ອ່ານເພີ່ມ >>ຫົວໜ້າກົມໃຫຍ່ການເມືອງກອງທັບ ອວຍພອນ ຫ້ອງການທີ່ປຶກສາທູດປ້ອງກັນຊາດ ສສ ຫວຽດນາມ ປະຈຳ ສປປ ລາວ
ວັນທີ 20 ທັນວາ 2024 ນີ້, ສະຫາຍ ພົນຕີ ວົງສອນ ອິນປານພິມ ຫົວໜ້າກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ສະຫາຍ ພັນເອກ ຫງວຽນ ແມ້ງເກືອງ ຮອງຫົວໜ້າຫ້ອງການ ທີ່ປຶກສາທູດປ້ອງກັນຊາດ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 80 ປີ (22 ທັນວາ 1944-22 ທັນວາ 2024) ແລະ ວັນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ສາກົນ ທີ່ຈະມາເຖິງນີ້. ໂອກາດນີ້, ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ຕາງໜ້າໃຫ້ຄະນະນໍາກົມໃຫຍ່ການເມືອງກອງທັບ ກໍຄືນາຍ ແລະ ພົນທະຫານ ໃນທົ່ວກົມໃຫຍ່ການເມືອງກອງທັບ ກ່າວຄໍາອວຍພອນໄຊອັນປະເສີດ ທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ ມາຍັງ ຮອງຫົວໜ້າຫ້ອງການທີ່ປຶກສາທູດປ້ອງກັນຊາດ …
ອ່ານເພີ່ມ >>ລັດຖະມົນຕີກະຊວງປ້ອງກັນປະເທດ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ
ວັນທີ 18 ທັນວາ ນີ້, ຢູ່ສໍານັກງານກະຊວງປ້ອງກັນປະເທດ ສສ ຫວຽດນາມ, ສະຫາຍ ພົນເອກ ຟານວັນຢາງ ກໍາມະການກົມການເມືອງສູນກາງພັກ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເປັນປະທານ ໃນພິທີຕ້ອນຮັບ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ທີ່ເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມງານວາງສະແດງສາກົນ ດ້ານປ້ອງກັນຊາດຫວຽດນາມ ປະຈໍາປີ 2024. ເຂົ້າຮ່ວມພິທີຕ້ອນຮັບມີ: ສະຫາຍ ພົນໂທ ຟຸງສີເຕີ໋ນ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ; ສະຫາຍ ພົນໂທ ເລກວາງມິງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ. ນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໃນໂອກາດທີ່ສະຫາຍໄດ້ຮັບໜ້າທີ່ເປັນ ລັດຖະມົນຕີກະຊວງປ້ອງກັນປະເທດລາວ ເປັນການສືບຕໍ່ປະກອບສ່ວນອັນສຳຄັນຂອງການພັດທະນາ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, …
ອ່ານເພີ່ມ >>ປະກາດການແຕ່ງຕັ້ງຂັ້ນບັນຊາ ຂອງບັນດາກົມຂຶ້ນກັບກົມໃຫຍ່ການເມືອງກອງທັບ
ພິທີປະກາດການແຕ່ງຕັ້ງຂັ້ນບັນຊາ ຂອງບັນດາກົມຂຶ້ນກັບກົມໃຫຍ່ການເມືອງກອງທັບ ໄດ້ຈັດຂຶ້ນໃນວັນທີ 18 ທັນວາ 2024 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ສອນທອງ ພົມລາວົງ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ ບັນດາອົງການ, ກົມ, ກອງ ທີ່ຂຶ້ນກັບກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍບັນດາສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ເຂົ້າຮ່ວມ. ສະຫາຍ ພັນເອກ ວົງເພັດ ວົງສາຫວັນ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຫົວໜ້າກົມພະນັກງານ, ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຫົວໜ້າກົມປະກັນສັງຄົມ, ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຫົວໜ້າກົມກວດກາ ກະຊວງປ້ອງກັນປະເທດ, ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໃນນີ້, ກະຊວງປ້ອງກັນປະເທດ ຕົກລົງ ແຕ່ງຕັ້ງ ສະຫາຍ ພັນເອກ ສອນໄຊ ຈັນຍາລາດ ເປັນຫົວໜ້າກົມພະນັກງານ, ແຕ່ງຕັ້ງ ສະຫາຍ ພັນເອກ ແພງສີ …
ອ່ານເພີ່ມ >>ກົມໃຫຍ່ການເມືອງກອງທັບ ປິດບັ້ນອົບຮົມ-ຫັດແອບ ປະຈຳປີ 2024
ວັນທີ 18 ທັນວາ 2024 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ປິດບັ້ນອົບຮົມ-ຫັດແອບ ວຽກງານການທະຫານ, ປັບປຸງລະບຽບແບບແຜນ, ເຝິກຝົນກຳລັງແຮງກາຍ ແລະ ພາກປະຕິບັດຍິງເປົ້າໝາຍດ້ວຍລູກປືນແທ້ ປະຈຳປີ 2024 ໂດຍການເປັນປະທານ ຂອງສະຫາຍ ພັນເອກ ໄມທອນ ແກ້ວລໍວັນເຮືອງ ຫົວໜ້າຫ້ອງການບໍລິຫານ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາບັນດາກົມ, ຫ້ອງການ, ກອງ, ສູນເສຍອົງຄະ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັັນໂທ ສຸກສົມບັດ ລັດຖະຈັກ ຮອງຫົວໜ້າຫ້ອງການບໍລິຫານ ກົມໃຫຍ່ການເມືອງກອງທັບ ໄດ້ສະຫຼຸບຜົນການຈັດຕັ້ງອົບຮົມ-ຫັດແອບ ວຽກງານການທະຫານ ປະຈຳປີ 2024 ຕະຫຼອດໄລຍະການອົບຮົມ-ຫັດແອບ ຄະນະຮັບຜິດຊອບ ໄດ້ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບໃນດ້ານຕ່າງໆ ແລະ ຄູ-ອາຈານ ໄດ້ເອົາໃຈໃສ່ໃນການສິດສອນ ເຮັດໃຫ້ບັ້ນອົບຮົມຄັ້ງນີ້ ດຳເນີນໄປຕາມແຜນການທີ່ໄດ້ກຳນົດໄວ້. ຜ່ານການອົບຮົມ-ຫັດແອບ ທັງພາກທິດສະດີຫຼັກການ ແລະ ພາກປະຕິບັດຕົວຈິງ …
ອ່ານເພີ່ມ >>ເປີດຊຸດເຝິກອົບຮົມວຽກງານກວດກູ້-ທໍາລາຍລະເບີດ ໃຫ້ນາຍ ແລະ ພົນທະຫານ ກອງທັບປະຊາຊົນລາວ
ວັນທີ 18 ທັນວາ 2024 ນີ້, ຢູ່ທີ່ສະໂມສອນ ກອງບັນຊາການທະຫານເມືອງວຽງໄຊ ແຂວງຫົວພັນ ໄດ້ເປີດຊຸດເຝິກອົບຮົມວຽກງານກວດກູ້-ທໍາລາຍລະເບີດ ໃຫ້ນາຍ ແລະ ພົນທະຫານ ກອງທັບປະຊາຊົນລາວ ໂດຍການເປັນປະທານຮ່ວມ ຂອງສະຫາຍ ພົນຕີ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ຮອງຄະນະຊີ້ນໍາລວມ ການຮ່ວມມືແກ້ໄຂ ລະເບີດບໍ່ທັນແຕກ ລາວ-ຣັດເຊຍ ແລະ ສະຫາຍ ພັນເອກ ລີຄາເຊັບ ອັນເດຣ ເປຣໂຕ ວິດ ທູດປ້ອງກັນຊາດ ສ ຣັດເຊຍ ປະຈຳ ສປປ ລາວ, ມີຄະນະຮັບຜິດຊອບວຽກງານເຝິກອົບຮົມ, ຄູ-ອາຈານ ແລະ ນັກເຝິກອົບຮົມ ເຂົ້າຮ່ວມ. ສະຫາຍ ພັນເອກ ບຸນສົດ ອິນສີນາ ຮອງຫົວໜ້າກົມຊ່າງແສງ ກົມໃຫຍ່ເສນາທິການການທັບ, ຫົວໜ້າຮັບຜິດຊອບຊຸດເຝິກອົບຮົມ ໄດ້ຜ່ານແຜນການເຝິກອົບຮົມວຽກງານກວດກູ້-ທໍາລາຍລະເບີດ, ຈຸດປະສົງເພື່ອສືບຕໍ່ຜັນຂະຫຍາຍແຜນການພົວພັນຮ່ວມມື …
ອ່ານເພີ່ມ >>ຊາວໜຸ່ມ ກົມໃຫຍ່ການເມືອງກອງທັບ ຢ້ຽມຊົມ ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ
ວັນທີ 17 ທັນວາ 2024 ນີ້, ສະຫາຍ ຮ້ອຍເອກ ເກີນ ສຸກຕະພັນ ຊ່ວຍວຽກພະແນກຊາວໜຸ່ມ ກົມໃຫຍ່ການເມືອງກອງທັບ ໄດ້ນໍາພາສະມາຊິກຊາວໜຸ່ມ ທົ່ວກົມໃຫຍ່ການເມືອງກອງທັບ ເຂົ້າຢ້ຽມຊົມ ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ. ໂອກາດນີ້, ໄດ້ຮັບຟັງການບັນຍາຍເຖິງເຫດການ, ເລື່ອງລາວຕ່າງໆ ຂອງປະທານ ໄກສອນ ພົມວິຫານ ແຕ່ລະພາກ, ແຕ່ລະຂັ້ນຕອນ ທີ່ມີເນື້ອໃນເລິກເຊິ່ງ, ຄົບຖ້ວນ, ຊີ້ໃຫ້ເຫັນເຖິງນໍ້າໃຈຮັກຊາດ ອັນສູງສົ່ງ, ຄຸນສົມບັດສິນທຳປະຕິວັດຫຼາຍດ້ານ ຂອງປະທານ ໄກສອນ ພົມວິຫານ. ທັງນີ້, ເພື່ອເຮັດໃຫ້ສະມາຊິກຊາວໜຸ່ມ ທົ່ວກົມໃຫຍ່ການເມືອງກອງທັບ …
ອ່ານເພີ່ມ >>ປະກາດການແຕ່ງຕັ້ງ ຮັກສາການຫົວໜ້າການທະຫານ ກອງບັນຊາການທະຫານແຂວງຫຼວງນໍ້າທາ
ວັນທີ 13 ທັນວາ 2024 ນີ້, ຢູ່ທີ່ກອງບັນຊາການທະຫານແຂວງຫຼວງນໍ້າທາ ໄດ້ຈັດພິທີປະກາດການແຕ່ງຕັ້ງ ຮັກສາການຫົວໜ້າການທະຫານ ກອງບັນຊາການທະຫານແຂວງຫຼວງນໍ້າທາ, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ກຳມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຕີ ຈັນສະແຫວງ ທິບຄູນທອງ ຮອງເລຂາພັກແຂວງ, ປະທານກວດກາພັກ, ຫົວໜ້າອົງການກວດກາລັດແຂວງ, ມີຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ມີຄະນະພັກ-ຄະນະບັນຊາກອງບັນຊາການ, ອົງການ 5 ຫ້ອງ, ພະແນກການທີ່ກ່ຽວຂ້ອງ, ຄະນະພັກ-ຄະນະບັນຊາກົມກອງທີ່ຂຶ້ນກັບ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ສະຫາຍ ພັນເອກ ຄຳເອ້ຍ ສຸກແສງເໜືອ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ຮັກສາການຫົວໜ້າການທະຫານ ກອງບັນຊາການທະຫານແຂວງຫຼວງນໍ້າທາ, ໂດຍອີງຕາມກົດໝາຍນາຍທະຫານ ກອງທັບປະຊາຊົນລາວ ໃນພາກທີ II ໝວດທີ 4 ມາດຕາ …
ອ່ານເພີ່ມ >>