ພິທີປິດຊຸດອົບຮົມໄລຍະສັ້ນໃຫ້ກອງພັນເຄື່ອນທີ່ໄວ ແລະ ໂຮງຮຽນ 303 ໄດ້ຈັດຂຶ້ນໃນວັນທີ 8 ມັງກອນ 2025 ນີ້, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ບຸນຕຽນ ໄຊຍໍາວົງທັນ ຫົວໜ້າກົມ 49, ມີບັນດາຄະນະກົມອ້ອມຂ້າງກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ ກົມກອງຂຶ້ນກັບ, ຄະນະຊ່ຽວຊານຫວຽດນາມ ພ້ອມດ້ວຍແຂກຖືກເຊີນ ເເລະ ນັກເຝິກອົບຮົມເຂົ້າຮ່ວມ. ສະຫາຍ ພັນໂທ ສຸລິພົນ ເລື່ອນສົມຫວັງ ຮອງຫົວໜ້າພະເເນກອົບຮົບ ກົມ 49 ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານບົດສະຫຼຸບການເຝິກອົບຮົມ-ຫັດແອບໄລຍະສັ້ນ 3 ເດືອນທີ່ທາງກອງບັນຊາການຕີພິເສດຫວຽດນາມ ມາຊວ່ຍເຝິກອົບຮົມໂດຍລົງເລິກ 4 ວິຊາຫຼັກ ຢູ່ກອງພັນ 428, ກອງພັນໃຫຍ່ 497 ແລະ ຊວ່ຍສ້າງໂຄງການຫຼັກສູດການຮຽນການສອນຢູ່ໂຮງຮຽນ 303 ປະຈໍາປີ 2025, ເຊິ່ງເລີ່ມອົບຮົມ-ຫັດແອບ ນັບແຕ່ວັນທີ 21 ຕຸລາ 2024 …
ອ່ານເພີ່ມ >>ຫ້ອງວ່າການກະຊວງປ້ອງກັນປະເທດ ສະຫຼຸບວຽກງານຮອບດ້ານ ປະຈໍາປີ 2024
ວັນທີ 8 ມັງກອນ 2025 ນີ້, ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຮອດດ້ານ ປະຈໍາປີ 2024, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄຳປະທຸມ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີຄະນະຫ້ອງວ່າການກະຊວງ, ກົມກອງອ້ອມຂ້າງ , ຫ້ອງການ, ຄະນະອຳນວຍການບໍລິສັດ, ລັດວິສາຫະກິດ ແລະ ພະນັກງານຫຼັກແຫຼ່ງ ຫ້ອງວ່າການກະຊວງປ້ອງກັນປະເທດ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ຂາວມະນີ ສີພອນ ຫົວໜ້າກົມຄົ້ນຄວ້າສັງລວມ ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານ ປະຈໍາປີ 2024 ເຊິ່ງຕະຫຼອດໄລຍະຜ່ານມາ ຄະນະພັກ-ຄະນະບັນຊາ ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບ ມີຄວາມໜັກແໜ້ນທາງດ້ານການເມືອງ ຕິດພັນກັບການໂຄສະນາປາຖະກະຖາເຊື່ອມຊຶມ ບັນດາມະຕິ-ຄໍາສັ່ງຕ່າງໆ ກໍ່ຄື ແນວທາງນະໂຍບາຍຂອງພັກ-ລັດ, ມູນເຊື້ອວັນສຳຄັນຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ແລະ ສ້າງຂະບວນການຂໍ່ານັບຮັບຕ້ອນວັນປະຫວັດສາດສໍາຄັນຕ່າງໆ. ດ້ານວຽກງານວິຊາສະເພາະ …
ອ່ານເພີ່ມ >>ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ພົບປະໂອ້ລົມປະຊາຊົນ ກຸ່ມບ້ານມາລີເທົາ
ວັນທີ 5 ມັງກອນ 2025 ນີ້, ສະຫາຍ ພົນໂທ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມຄະນະ ໄດ້ລົງພົບປະໂອ້ລົມພໍ່ແມ່ປະຊາຊົນກຸ່ມບ້ານມາລີເທົາ ຂຶ້ນກັບເມືອງຍອດອູ ແຂວງຜົ້ງສາລີ. ໂດຍມີອໍານາດການປົກຄອງ, ກຸ່ມບ້ານ, ປະຊາຊົນ ແລະ ນ້ອງນ້ອຍນັກຮຽນໃຫ້ການຕ້ອນຮັບຢ່າງອົບອຸ່ນ. ໂອກາດນີ້, ຕາງໜ້າໃຫ້ກຸ່ມບ້ານມາລີເທົາ ໄດ້ລາຍງານສະພາບໂດຍຫຍໍ້ໃຫ້ຄະນະຮັບຊາບ ເປັນຕົ້ນແມ່ນກຸ່ມບ້ານມາລີເທົາ ແມ່ນກຸ່ມບ້ານໜຶ່ງທີ່ຂຶ້ນກັບເມືອງຍອດອູ ແຂວງຜົ້ງສາລີ ເຊິ່ງປະກອບມີ 5 ບ້ານ ຂຶ້ນກັບ. ປະ ຊາຊົນຍຶດຖື ອາຊີບ ປູກຝັງ-ລ້ຽງສັດ ເປັນຕົ້ນຕໍ ເຊິ່ງໄລຍະຜ່ານມາກຸ່ມບ້ານກໍ່ໄດ້ເປັນເຈົ້າການ ໃນການປະກອບສ່ວນເຂົ້າໃນໜ້າວຽກທີ່ສໍາຄັນ ໂດຍສະເພາະແມ່ນການປຸກລະດົມຂົນຂວາຍພໍ່ແມ່ປະຊາຊົນ ເຮັດແນວຄິດການເມືອງໃຫ້ໜັກແໜ້ນເຂັ້ມແຂງ ເຊື່ອໜັ້ນຕໍ່ການນໍາພາຂອງ ພັກ-ລັດ ປະກອບສ່ວນເຂົ້າໃນວຽກງານ ປກຊ-ປກສ ຂັ້ນບ້ານ ເຮັດໃຫ້ຮາກຖານບ້ານມີຄວາມສະຫງົບປອດໄພ. ສະຫາຍ ພົນໂທ ວົງຄໍາ ພົມມະກອນ ໄດ້ຍ້ອງຍໍຊົມເຊີຍຕໍ່ຄະນະກຸ່ມບ້ານ ຕະຫຼອດຮອດປະຊາຊົນ …
ອ່ານເພີ່ມ >>ຫົວໜ້າກົມສູ້ຮົບ ເຄື່ອນໄຫວຢ້ຽມຢາມ ພະນັກງານ-ນັກຮົບ ທີ່ເຮັດໜ້າທີ່ຢູ່ເຂດຫ່າງໄກ
ລະຫວ່າງ ວັນທີ 2-3 ມັງກອນ 2025 ນີ້, ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ ຫົວໜ້າກົມສູ້ຮົບ ກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວພົບປະໂອ້ລົມ ພະນັກງານ-ນັກຮົບ ທີ່ກໍາລັງເຮັດໜ້າທີ່ຢູ່ເຂດທຸລະກັນດ້ານຫ່າງໄກຊອກຫຼີກ. ໂດຍການເຄື່ອນໄຫວຢ້ຽມຢາມພົບປະໂອ້ລົມໃນຄັ້ງນີ້, ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຢ້ຽມຢາມຖາມຂ່າວ ບັນດາສະຫາຍ ນາຍ ແລະ ພົນທະຫານ ທີ່ກໍາລັງປະຕິບັດໜ້າທີ່ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ເຂດທຸລະກັນດ້ານຫາງໄກຊອກຫຼີກ ມີຜົນສໍາເລັດສູງໃນຕະຫຼອດໄລຍະຜ່ານມາ ດ້ວຍຄວາມຫ້າວຫັນ ເຊິ່ງບັນດາສະຫາຍໄດ້ສຸມເຫື່ອແຮງສະຕິປັນຍາ ກໍາລັງແຮງກາຍໃຈ ເຮັດໜ້າທີ່ປັກປັກຮັກສາ ອະທິປະໄຕ ເຂດນໍ້າແດນດິນດ້ວຍຄວາມອົງອາດກ້າຫານ. ໃນໂອກາດລົງເຄື່ອນໄຫວຂອງຄະນະຄັ້ງນີ້, ໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ ວັດຖຸອຸປະກອນ ສິງຂອງຈໍາເປັນຈໍານວນໜຶ່ງ ມອບໃຫ້ພະນັກງານ-ນັກຮົບ ທີ່ເຮັດໜ້າທີ່ີປະຈໍາການຢູ່ເຂດຕ່າງໆອີກດ້ວຍ. ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພິມກອງທັບ
ອ່ານເພີ່ມ >>ສານອວຍພອນປີໃໝ່ສາກົນ ຄສ 2025 ຂອງປະທານ ປະເທດ ແຫ່ງ ສປປລ ລາວ
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ອ່ານສານອວຍພອນ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຄສ 2024 ແລະ ຕ້ອນຮັບປີໃໝ່ສາກົນ ຄສ 2025 ເຊິ່ງມີເນື້ອໃນດັ່ງນີ້: ພີ່ນ້ອງຮ່ວມຊາດ, ເພື່ອນມິດສະຫາຍ ທີ່ຢູ່ໃກ້ ແລະ ໄກ ທີ່ນັບຖື ຮັກແພງ ທັງຫຼາຍ. ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຄສ 2024 ແລະ ຕ້ອນຮັບປີໃໝ່ ຄສ 2025 ນີ້, ຂ້າພະເຈົ້າ ຂໍຕາງໜ້າໃຫ້ການນໍາ ຂອງພັກ ແລະ ລັດ ແລະ ໃນນາມສ່ວນຕົວ ຂໍສົ່ງຄຳອວຍພອນອັນປະເສີດມາຍັງ ພະນັກງານ, ລັດຖະກອນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ …
ອ່ານເພີ່ມ >>ການນຳກະຊວງປ້ອງກັນປະເທດອວຍພອນຫ້ອງການທີ່ປຶກສາທູດປ້ອງກັນຊາດ ສສ ຫວຽດນາມ ປະຈຳ ສປປ ລາວ
ໃນວັນທີ 26 ທັນວາ 2024 ນີ້, ການນຳກະຊວງປ້ອງກັນ ປະເທດ, ນຳໂດຍ ສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະໄດ້ນຳເອົາກະຕ່າຂອງຂວັນ ແລະ ກະຕ່າດອກໄມ້ເຂົ້າອວຍພອນ ສະຫາຍ ພັນເອກ ຫວໍວັນ ຖົງ ຫົວໜ້າ ຫ້ອງການທີ່ປຶກສາທູດປ້ອງກັນຊາດ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 80 ປີ ( 22 ທັນວາ 1944-22 ທັນວາ 2024 ) ແລະ ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ສາກົນ ປີ 2025. ສະຫາຍ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ່າງໜ້າໃຫ້ການນຳກະຊວງປ້ອງກັນປະເທດ ກໍຄືນາຍ ແລະ …
ອ່ານເພີ່ມ >>ສຳເລັດກອງປະຊຸມ ສະຫຼຸບວຽກງານຮອບດ້ານຂອງກະຊວງປ້ອງກັນປະເທດ ປະຈຳປິ 2024
ພາຍຫຼັງທີ່ໄດ້ດຳເນີນມາເປັນເວລາ 2 ວັນ, ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງກະຊວງປ້ອງກັນປະເທດປະຈຳປີ 2024 ແລະ ທິດທາງແຜນການປີ 2025, ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ໃນວັນທີ 26 ທັນວາ 2024 ນີ້, ໂດຍການເປັນປະທານຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາສະຫາຍຄະນະນຳກະຊວງ, ຄະນະນຳບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ຫ້ອງການຄະນະກຳມະການປກຊ-ປກສ ສູນກາງ, ວິທະຍາຄານ, ກອງພົນ, ກອງພັນໃຫຍ່, ກອງບັນຊາການທະຫານແຂວງ ແລະ ນະຄອນຫຼວງວຽງຈັນ, ໂຮງຮຽນ, ໂຮງໝໍ, ລັດວິສາຫະກິດໃນກອງທັບ ພ້ອມດ້ວຍພະນັກງານຫຼັກແຫຼ່ງກົມກອງອ້ອມຂ້າງກະຊວງປ້ອງກັນປະເທດ ເຂົ້າຮ່ວມ. ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ກ່າວປິດກອງ ປະຊຸມວ່າ: ກອງປະຊຸມໄດ້ດຳເນີນໄປດ້ວຍ ບັນຍາກາດຟົດຟື້ນ ແລະ ມີຄວາມຮັບຜິດຊອບສູງຂອງບັນດາສະຫາຍ, ໃນວາລະດຳເນີນກອງປະຊຸມ, ແຕ່ລະສະຫາຍ ໄດ້ພ້ອມກັນຄົ້ນຄວ້າຕີລາຄາສະພາບການທີ່ສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດໃນປີ …
ອ່ານເພີ່ມ >>ມອບ-ຮັບ ໜ້າທີ່ລະຫວ່າງຫົວໜ້າກົມໃຫຍ່ການເມືອງກອງທັບ ຜູ້ເກົ່າ ແລະ ຜູ້ໃໝ
ພິທີມອບ-ຮັບ ໜ້າທີ່ລະຫວ່າງ ສະຫາຍ ພົນໂທ ສຈ ປອ ທອງລອຍ ສິລິວົງ ຫົວໜ້າກົມໃຫຍ່ການເມືອງກອງທັບ ( ຜູ້ເກົ່າ) ແລະ ສະຫາຍ ພົນຕີ ວົງສອນ ອິນປານພິມ ຫົວໜ້າກົມ ໃຫຍ່ການເມືອງກອງທັບ ( ຜູ້ໃໝ່ ), ໄດ້ຈັດຂຶ້ນໃນວັນທີ 24 ທັນວາ 2024 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະພັກກະຊວງປ້ອງກັນປະເທດ, ຄະນະນຳ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດພ້ອມດ້ວຍບັນດາກົມກອງ ເຂົ້າຮ່ວມ. ສະຫາຍ ພົນໂທ ສຈ ປອ ທອງລອຍ ສິລິວົງ ຫົວໜ້າກົມໃຫຍ່ການເມືອງກອງທັບ ( ຜູ້ເກົ່າ ) ໄດ້ກ່າວມອບໝາຍໜ້າທີ່ …
ອ່ານເພີ່ມ >>ກອງປະຊຸມຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ເປີດກວ້າງ ຄັ້ງທີ 8 ສະໄໝທີ V
ກອງປະຊຸມຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ເປີດກວ້າງຄັ້ງທີ 8 ສະໄໝທີ V ໄດ້ຈັດຂຶ້ນໃນວັນທີ 24 ທັນວາ 2024 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະປະຈຳພັກ ແລະ ກຳມະການຄະນະພັກກະຊວງປ້ອງກັນປະເທດ ເຂົ້າ ຮ່ວມ. ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ກ່າວເປີດກອງປະຊຸມວ່າ: ກອງປະຊຸມຄົບຄະນະ ບໍລິຫານງານພັກກະຊວງປ້ອງກັນປະເທດ ເປີດກວ້າງຄັ້ງທີ 8 ສະໄໝທີ V ໄດ້ຮັບຟັງການຕີລາຄາຜົນສຳເລັດການນຳພາ ຂອງຄະນະບໍລິຫານງານພັກກະຊວງປ້ອງກັນປະເທດປະຈຳ ປີ 2024 ແລະ ວາງທິດທາງແຜນການປະຈຳປີ 2025 ພ້ອມນັ້ນ ກໍໄດພ້້ອມກັນສຸມໃສຄົ້ນຄວ້າປະກອບຄຳເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການເພື່ອເຮັດ ໃຫ້ກອງປະຊຸມຄັ້ງນີ້ມີປະສິດທິຜົນສູງ. ຈາກນັ້ນ ສະຫາຍ ພົນຕີ ວົງສອນ …
ອ່ານເພີ່ມ >>ຫົວໜ້າກົມໂຄສະນາອົບຮົມ ຕ້ອນຮັບຮອງຜູ້ບັນຊາການທະຫານພາກພິເສດ ແຫ່ງ ຣາຊະອານາຈັກກໍາປູເຈຍ
ວັນທີ 23 ທັນວາ 2024 ນີ້, ທ່ານ ພັນເອກ ແກ້ວສຸວັນ ຜາງພິລາວົງ ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ພົນຕີ ເມັດ ຈັນນາ ຮອງຜູ້ບັນຊາການທະຫານພາກພິເສດ ແຫ່ງ ຣາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະ ໃນໂອກາດທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ພັກຜ່ອນ ຢູ່ ສປປ ລາວ ໃນລະຫວ່າງ ວັນທີ 22-31 ທັນວາ 2024. ໂອກາດນີ້, ທ່ານ ພັນເອກ ແກ້ວສຸວັນ ຜາງພິລາວົງ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ພົນຕີ ເມັດ ຈັນນາ ພ້ອມຄະນະ ດ້ວຍໄມຕີຈິດມິດຕະພາບອັນອົບອຸ່ນ ທັງຕີລາຄາສູງຕໍ່ສາຍພົວພັນການຮ່ວມມືອັນດີງາມລະຫວ່າງສອງພັກ, ສອງລັດ, ສອງກອງທັບ ຂອງ ສປປ ລາວ-ຣາຊະອານາຈັກກຳປູເຈຍ …
ອ່ານເພີ່ມ >>