Home / ທິດສະດີຊີ້ນຳ (page 15)

ທິດສະດີຊີ້ນຳ

ລັດຖະມົນຕີກະຊວງປ້ອງກັນປະເທດ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ວັນທີ 18 ທັນວາ ນີ້, ຢູ່ສໍານັກງານກະຊວງປ້ອງກັນປະເທດ ສສ ຫວຽດນາມ, ສະຫາຍ ພົນເອກ ຟານວັນຢາງ ກໍາມະການກົມການເມືອງສູນກາງພັກ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເປັນປະທານ ໃນພິທີຕ້ອນຮັບ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ທີ່ເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມງານວາງສະແດງສາກົນ ດ້ານປ້ອງກັນຊາດຫວຽດນາມ ປະຈໍາປີ 2024. ເຂົ້າຮ່ວມພິທີຕ້ອນຮັບມີ: ສະຫາຍ ພົນໂທ ຟຸງສີເຕີ໋ນ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ; ສະຫາຍ ພົນໂທ ເລກວາງມິງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ. ນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໃນໂອກາດທີ່ສະຫາຍໄດ້ຮັບໜ້າທີ່ເປັນ ລັດຖະມົນຕີກະຊວງປ້ອງກັນປະເທດລາວ ເປັນການສືບຕໍ່ປະກອບສ່ວນອັນສຳຄັນຂອງການພັດທະນາ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, …

ອ່ານເພີ່ມ >>

ປະກາດການແຕ່ງຕັ້ງຂັ້ນບັນຊາ ຂອງບັນດາກົມຂຶ້ນກັບກົມໃຫຍ່ການເມືອງກອງທັບ

ພິທີປະກາດການແຕ່ງຕັ້ງຂັ້ນບັນຊາ ຂອງບັນດາກົມຂຶ້ນກັບກົມໃຫຍ່ການເມືອງກອງທັບ ໄດ້ຈັດຂຶ້ນໃນວັນທີ 18 ທັນວາ 2024 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ສອນທອງ ພົມລາວົງ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ ບັນດາອົງການ, ກົມ, ກອງ ທີ່ຂຶ້ນກັບກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍບັນດາສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ເຂົ້າຮ່ວມ. ສະຫາຍ ພັນເອກ ວົງເພັດ ວົງສາຫວັນ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຫົວໜ້າກົມພະນັກງານ, ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຫົວໜ້າກົມປະກັນສັງຄົມ, ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຫົວໜ້າກົມກວດກາ ກະຊວງປ້ອງກັນປະເທດ, ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໃນນີ້, ກະຊວງປ້ອງກັນປະເທດ ຕົກລົງ ແຕ່ງຕັ້ງ ສະຫາຍ ພັນເອກ ສອນໄຊ ຈັນຍາລາດ ເປັນຫົວໜ້າກົມພະນັກງານ, ແຕ່ງຕັ້ງ ສະຫາຍ ພັນເອກ ແພງສີ …

ອ່ານເພີ່ມ >>

ກົມໃຫຍ່ການເມືອງກອງທັບ ປິດບັ້ນອົບຮົມ-ຫັດແອບ ປະຈຳປີ 2024

ວັນທີ 18 ທັນວາ 2024 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ປິດບັ້ນອົບຮົມ-ຫັດແອບ ວຽກງານການທະຫານ, ປັບປຸງລະບຽບແບບແຜນ, ເຝິກຝົນກຳລັງແຮງກາຍ ແລະ ພາກປະຕິບັດຍິງເປົ້າໝາຍດ້ວຍລູກປືນແທ້ ປະຈຳປີ 2024 ໂດຍການເປັນປະທານ ຂອງສະຫາຍ ພັນເອກ ໄມທອນ ແກ້ວລໍວັນເຮືອງ ຫົວໜ້າຫ້ອງການບໍລິຫານ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາບັນດາກົມ, ຫ້ອງການ, ກອງ, ສູນເສຍອົງຄະ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັັນໂທ ສຸກສົມບັດ ລັດຖະຈັກ ຮອງຫົວໜ້າຫ້ອງການບໍລິຫານ ກົມໃຫຍ່ການເມືອງກອງທັບ ໄດ້ສະຫຼຸບຜົນການຈັດຕັ້ງອົບຮົມ-ຫັດແອບ ວຽກງານການທະຫານ ປະຈຳປີ 2024 ຕະຫຼອດໄລຍະການອົບຮົມ-ຫັດແອບ ຄະນະຮັບຜິດຊອບ ໄດ້ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບໃນດ້ານຕ່າງໆ ແລະ ຄູ-ອາຈານ ໄດ້ເອົາໃຈໃສ່ໃນການສິດສອນ ເຮັດໃຫ້ບັ້ນອົບຮົມຄັ້ງນີ້ ດຳເນີນໄປຕາມແຜນການທີ່ໄດ້ກຳນົດໄວ້. ຜ່ານການອົບຮົມ-ຫັດແອບ ທັງພາກທິດສະດີຫຼັກການ ແລະ ພາກປະຕິບັດຕົວຈິງ …

ອ່ານເພີ່ມ >>

ເປີດຊຸດເຝິກອົບຮົມວຽກງານກວດກູ້-ທໍາລາຍລະເບີດ ໃຫ້ນາຍ ແລະ ພົນທະຫານ ກອງທັບປະຊາຊົນລາວ

ວັນທີ 18 ທັນວາ 2024 ນີ້, ຢູ່ທີ່ສະໂມສອນ ກອງບັນຊາການທະຫານເມືອງວຽງໄຊ ແຂວງຫົວພັນ ໄດ້ເປີດຊຸດເຝິກອົບຮົມວຽກງານກວດກູ້-ທໍາລາຍລະເບີດ ໃຫ້ນາຍ ແລະ ພົນທະຫານ ກອງທັບປະຊາຊົນລາວ ໂດຍການເປັນປະທານຮ່ວມ ຂອງສະຫາຍ ພົນຕີ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ຮອງຄະນະຊີ້ນໍາລວມ ການຮ່ວມມືແກ້ໄຂ ລະເບີດບໍ່ທັນແຕກ ລາວ-ຣັດເຊຍ ແລະ ສະຫາຍ ພັນເອກ ລີຄາເຊັບ ອັນເດຣ ເປຣໂຕ ວິດ ທູດປ້ອງກັນຊາດ ສ ຣັດເຊຍ ປະຈຳ ສປປ ລາວ, ມີຄະນະຮັບຜິດຊອບວຽກງານເຝິກອົບຮົມ, ຄູ-ອາຈານ ແລະ ນັກເຝິກອົບຮົມ ເຂົ້າຮ່ວມ. ສະຫາຍ ພັນເອກ ບຸນສົດ ອິນສີນາ ຮອງຫົວໜ້າກົມຊ່າງແສງ ກົມໃຫຍ່ເສນາທິການການທັບ, ຫົວໜ້າຮັບຜິດຊອບຊຸດເຝິກອົບຮົມ ໄດ້ຜ່ານແຜນການເຝິກອົບຮົມວຽກງານກວດກູ້-ທໍາລາຍລະເບີດ, ຈຸດປະສົງເພື່ອສືບຕໍ່ຜັນຂະຫຍາຍແຜນການພົວພັນຮ່ວມມື …

ອ່ານເພີ່ມ >>

ຊາວໜຸ່ມ ກົມໃຫຍ່ການເມືອງກອງທັບ ຢ້ຽມຊົມ ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ

ວັນທີ 17 ທັນວາ 2024 ນີ້, ສະຫາຍ ຮ້ອຍເອກ ເກີນ ສຸກຕະພັນ ຊ່ວຍວຽກພະແນກຊາວໜຸ່ມ ກົມໃຫຍ່ການເມືອງກອງທັບ ໄດ້ນໍາພາສະມາຊິກຊາວໜຸ່ມ ທົ່ວກົມໃຫຍ່ການເມືອງກອງທັບ ເຂົ້າຢ້ຽມຊົມ ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ. ໂອກາດນີ້, ໄດ້ຮັບຟັງການບັນຍາຍເຖິງເຫດການ, ເລື່ອງລາວຕ່າງໆ ຂອງປະທານ ໄກສອນ ພົມວິຫານ ແຕ່ລະພາກ, ແຕ່ລະຂັ້ນຕອນ ທີ່ມີເນື້ອໃນເລິກເຊິ່ງ, ຄົບຖ້ວນ, ຊີ້ໃຫ້ເຫັນເຖິງນໍ້າໃຈຮັກຊາດ ອັນສູງສົ່ງ, ຄຸນສົມບັດສິນທຳປະຕິວັດຫຼາຍດ້ານ ຂອງປະທານ ໄກສອນ ພົມວິຫານ. ທັງນີ້, ເພື່ອເຮັດໃຫ້ສະມາຊິກຊາວໜຸ່ມ ທົ່ວກົມໃຫຍ່ການເມືອງກອງທັບ …

ອ່ານເພີ່ມ >>

ຄະນະສິລະປະກອນ ກອງທັບປະຊາຊົນລາວ ເຄື່ອນໄຫວສະແດງສິລະປະ ຢູ່ ສສ ຫວຽດນາມ

ໃນລະຫວ່າງວັນທີ 10-15 ທັນວາ 2024, ຄະນະສິລະປະກອນ ກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພັນໂທ ໄຊຊະນະ ສະເຫຼີມສັກ ຮອງຫົວໜ້າກົມໂຄສະນາອົບຮົບ ກົມໃຫຍ່ການເມືອງກອງທັບ ໄດ້ນຳພາຄະນະເຄື່ອນໄຫວສະເເດງສີລະປະຢູ່ ສສ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 80 ປີ (22 ທັນວາ 1944 – 22 ທັນວາ 2024) ແລະ 35 ປີ ວັນບຸນປ້ອງກັນຊາດທົ່ວປວງຊົນ (22 ທັນວາ 1989 – 22 ທັນວາ 2024) ຢູ່ ກອງບັນຊາການ ແມ່ທັບ 12 ແລະ ກອງພັນໃຫຍ່ 762, 764 ກອງທັບປະຊາຊົນ ຫວຽດນາມ, ໂດຍການຕ້ອນຮັບຢ່າງອົບອຸ່ນ …

ອ່ານເພີ່ມ >>

ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ເຂົ້າອວຍພອນລັດຖະມົນຕີກະຊວງປ້ອງກັນປະເທດ

ວັນທີ 04 ທັນວາ 2024 ນີ້, ທີ່ກະຊວງປ້ອງກັນປະເທດ ສປປ ລາວ ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ. ໄດ້ນຳເອົາກະຕ່າດອກໄມ້ເຂົ້າອວຍພອນ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ເນື່ອງໃນໂອກາດວັນຊາດ ແຫ່ງ ສປປ ລາວ ຄົບຮອບ 49 ປີ ແລະ ໃນໂອກາດທີ່ຮັບໜ້າທີ່ໃໝ່ ປະຈໍາຢູ່ສໍານັກງານນາຍົກລັດຖະມົນຕີ ໃນຖານະເປັນຮອງນາຍົກລັດຖະມົນຕີ ເພື່ອຮັບຜິດຊອບວຽກງານຂອງລັດຖະບານ. ສະຫາຍ ຫງວຽນ ມິງ ເຕິມ ໄດ້ອວຍພອນໄຊອັນອົບອຸ່ນ ທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ ມາຍັງລັດຖະມົນຕີກະຊວງປ້ອງກັນປະເທດ ກໍຄືພະນັກງານ-ນັກຮົບ ທົ່ວກອງທັບປະຊາຊົນລາວ …

ອ່ານເພີ່ມ >>

ໜ່ວຍພັກກົມຈັດຕັ້ງພັກ ດໍາເນີນກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ VII

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ VII ຂອງໜ່ວຍພັກກົມຈັດຕັ້ງພັກ ໃນວັນທີ 28 ພະຈິກ 2024 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ສຈ ປອ ທອງລອຍ ສິລິວົງ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີ ບັນດາກົມ, ຫ້ອງການ, ແຂກຖືກເຊີນ, ເລຂາໜ່ວຍພັກ, ຄະນະພັກ ພ້ອມດ້ວຍສະມາຊິກພັກໃນໜ່ວຍເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ຈັນທາ ບຸນນະວົງ ເລຂາໜ່ວຍພັກ ຫົວໜ້າກົມຈັດຕັ້ງພັກ ໄດ້ສະຫຼຸບຕີລາຄາຄືນການເຄື່ອນໄຫວຊີ້ນຳ-ນຳພາ ຂອງຄະນະໜ່ວຍພັກຕະຫຼອດໄລຍະ 5 ປີຜ່ານມາ, ເຊິ່ງຄະນະໜ່ວຍພັກ ໄດ້ຖືເອົາການສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານພາຍໃນກົມ ດ້ວຍຫຼາຍຮູບການ, ເຮັດໃຫ້ພະນັກງານ-ສະມາຊິກພັກ ມີແນວຄິດອຸ່ນອຽນ, ເຊື້ອໝັ້ນຕໍ່ອຸດົມການຂອງ ພັກ, ມີຄວາມເປັນເອກະພາບຕໍ່ແນວທາງນະໂຍບາຍຂອງພັກ, ລັດ ແລະ ຂອງກອງທັບ, ມີຄວາມຫ້າວຫັນໃນການປະຕິບັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ, ມີຄວາມເຊື່ອໝັ້ນ …

ອ່ານເພີ່ມ >>

ກອງປະຊຸມປະຈໍາປີ ລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ-ລາວ-ຫວຽດນາມ

ກອງປະຊຸມປະຈໍາປີ ລະຫວ່າງ ລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ-ລາວ-ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 25 ພະຈິກ 2024 ນີ້. ຢູ່ທີ່ໂຮງແຮມ ກາເດັນ ນະຄອນຫຼວງພະນົມເປັນ ຣາຊະອານາຈັກກຳປູເຈຍ. ໂດຍການເປັນປະທານຮ່ວມຝ່າຍກຳປູເຈຍນຳໂດຍ ທ່ານ ພົນເອກ ເຕຍ ໄສຫາ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ຣາຊະອານາຈັກກຳປູເຈຍ, ຝ່າຍລາວນໍາໂດຍ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ຝ່າຍຫວຽດນາມ ນໍາໂດຍທ່ານ ພົນເອກ ຟານ ວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ມີຄະນະຜູ້ແທນຂັ້ນສູງຂອງກະຊວງປ້ອງກັນປະເທດ ທັງສາມຝ່າຍເຂົ້າຮ່ວມ. ທ່ານ ພົນເອກ ເຕຍ ໄສຫາ ໄດ້ກ່າວເປີດກອງປະຊຸມພົບປະສາມຝ່າຍຢ່າງເປັນທາງການ ພ້ອມທັງລາຍງານຜົນສຳເລັດການຈັດຕັ້ງປະບັດແຜນການຮ່ວມມືໃນໄລຍະຜ່ານມາ ເຊິ່ງສະແດງໃຫ້ເຫັນຄວາມສໍາຄັນ ການຮັດແໜ້ນຄວາມສາມັກຄີ …

ອ່ານເພີ່ມ >>

ການເຝິກກຊ້ອມກອບກູ້ໄພພິບັດ ກອງທັບ ກໍາປູເຈຍ-ລາວ-ຫວຽດນາມ ສຳເລັດດ້ວຍໝາກຜົນອັນຈົບງາມ

ການເຝິກຊ້ອມກອບກູ້ໄພພິບັດ 3 ກອງທັບ ( ກໍາປູເຈຍ-ລາວ-ຫວຽດນາມ ) ໄດ້ສໍາເລັດລົງດ້ວຍໝາກຜົນອັນຈົບງາມ ໃນວັນທີ 25 ພະຈິກ 2024 ນີ້, ຢູ່ທີ່ສູນເຝິກ ສາລະວັດທະຫານ ພະນົມໂຈມ ແສນຣິກເຮຍ ແຂວງ ກຳປົງສະນັງ ຣາຊະອານາຈັກກຳປູເຈຍ, ໂດຍການເຂົ້າຮ່ວມຂອງ ທ່ານ ພົນເອກ ເຕຍ ໄຊຮາ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ຣາຊະອານາຈັກກຳປູເຈຍ, ທ່ານ ພົນເອກ ຈັນສະໜອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ທ່ານ ພົນເອກ ຟານ ວັນ ຢາງ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ, ມີ ການນໍາພັກ-ລັດ, ກະຊວງ-ອົງການ, ອໍານາດການປົກຄອງທ້ອງຖິ່ນ, …

ອ່ານເພີ່ມ >>