ວັນທີ 22 ພະຈິກ 2024 , ຄະນະຊີ້ນໍາການເຝີກຊ້ອມກອບກູ້ໄພພິບັດ 3 ກອງທັບ ກຳປູເຈຍ-ລາວ-ຫວຽດນາມ ໄດ້ຕິດຕາມຮັບຊົມການສະແດງເຝີກຊ້ອມປະສານທົດລອງ ຄັ້ງທີ 1, ໂດຍມີ ທ່ານ ພົນຕີ ແປນ ສຸເກຣິດວິດເຢຍ ຫົວໜ້າສຳນັກງານສູນເຝີກອົບຮົມ, ປະທານ ອະນຸກຳມະການເຝີກຊ້ອມ ກຳປູເຈຍ-ລາວ-ຫວຽດນາມ ພ້ອມຄະນະ, ທ່ານ ພັນໂທ ຄຳຜາຍ ອ້ວນວິໄລ ຮອງຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ, ຫົວໜ້າຄະນະເຝີກຊ້ອມກອບກູ້ໄພພິບັດ 3 ກອງທັບ ພ້ອມຄະນະ ແລະ ທ່ານ ພັນເອກພິເສດ ວໍ້ ວັນ ບ໋າ ຮອງຫົວໜ້າການທະຫານ ກອງບັນຊາການທະຫານເຂດ 5 ພ້ອມຄະນະ. ການຕິດຕາມຮັບຊົມການສະແດງເຝີກຊ້ອມປະສານທົດລອງ ໃນຄັ້ງນີ້ ກໍເພື່ອເປັນການສັງລວມຄືນບັນດາເນື້ອໃນ, ບາດກ້າວດຳເນີນການເຝີກຊ້ອມຮ່ວມ ຂອງ 3 ກອງທັບ ເພື່ອກະກຽມຄວາມພ້ອມໃຫ້ການເຝີກຊ້ອມສະແດງຕົວຈິງ …
ອ່ານເພີ່ມ >>ກອງທັບ ລາວ-ຈີນ ເສີມຂະຫຍາຍການພົວພັນຮ່ວມມື
ວັນທີ 22 ພະຈິກ 2024, ທີ່ ກະຊວງປ້ອງກັນປະເທດ ສະຫາຍ ພົນເອກ ຈັນສະໜອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ສະຫາຍ ພົນເຮືອເອກ ຕົ້ງຈຸນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ ພ້ອມດ້ວຍ ຄະນະຜູ້ແທນການທະຫານຂັ້ນສູງ. ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມ ລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 18 ແລະ ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ຄັ້ງທີ 11 ແລະ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນລະຫວ່າງ ວັນທີ 22-24 ພະຈິກ 2024 ນີ້ . ພິທີຕ້ອນຮັບທາງການໄດ້ຈັດຂຶ້ນຢ່າງສົມກຽດທີ່ກະຊວງປ້ອງກັນປະເທດ. ຈາກນັ້ນ, ໄດ້ມີການພົບປະສອງຝ່າຍ ເຊິ່ງທັງສອງ ກອງທັບ …
ອ່ານເພີ່ມ >>ພົບປະສອງຝ່າຍ ລະຫວ່າງ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ກັບ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສ ຣັດເຊຍ
ເນື່ອງໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດອາຊຽນ-ບວກ ຄັ້ງທີ 11 ທີ່ນະຄອນຫຼວງວຽງຈັນ ສປປ ລາວ, ໃນວັນທີ 20 ພະຈິກ 2024 ນີ້ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ກັບ ສະຫາຍ ພົນໂທ ອາເລັກຊັນເດີ ໂຟມິນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສະຫະພັນຣັດເຊຍ. ການພົບປະໃນຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ, ການຮ່ວມມືອັນເປັນມູນເຊື້ອມາແຕ່ດົນນານ ແລະ ໄດ້ຮັບການສືບຕໍ່ເພີ່ມທະວີຮັດແໜ້ນ ແລະ ເສີມຂະຫຍາຍໃຫ້ນັບມື້ຈະເລີນງອກງາມ ແລະ ເລິກເຊິ່ງ ລະຫວ່າງ ສອງກອງທັບລາວ-ຣັດເຊຍ, ຣັດເຊຍ-ລາວ. ພ້ອມດຽວກັນນີ້, ສອງຝ່າຍຍັງໄດ້ຕີລາຄາຄືນເຖິງຜົນສຳເລັດຂອງການຮ່ວມມືທາງດ້ານທະຫານໃນໄລຍະຜ່ານມາ ແລະ ປຶກສາຫາລືແຜນການຮ່ວມມືໃນຕໍ່ໜ້າ. ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ …
ອ່ານເພີ່ມ >>ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 18 ຈັດຂຶ້ນຢ່າງເປັນທາງການ.
ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 18 (ADMM-18) ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 20 ພະຈິກ 2024, ທີ່ ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ, ໂດຍການເປັນປະທານ ຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ມີ ລັດຖະມົນຕີ, ຮອງລັດຖະມົນຕີປ້ອງກັນປະເທດ ບັນດາປະເທດສະມາຊິກອາຊຽນ, ປະເທດ ຕີມໍແລັດສະເຕ ແລະ ຜູ້ຕາງໜ້າເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ. ໃນກອງປະຊຸມ ບັນດາລັດຖະມົນຕີປ້ອງກັນປະເທດອາຊຽນ ໄດ້ແລກປ່ຽນທັດສະນະກ່ຽວກັບແນວທາງແຜນຍຸດທະສາດ ຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ພາຍຫຼັງປີ 2025 ໃນການແກ້ໄຂສິ່ງທ້າທາຍຕ່າງໆ ຕໍ່ຄວາມໝັ້ນຄົງໃນປັດຈຸບັນ ແລະ ອະນາຄົດ ໂດຍສະເພາະການຮັບມືກັບຜົນກະທົບຈາກການແຂ່ງຂັນຂອງມະຫາອໍານາດ, ການຂະຫຍາຍສະມາຊິກຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ, ການຮັກສາຄວາມເປັນແກນກາງ ແລະ ຄວາມເປັນເອກະພາບຂອງອາຊຽນ ລວມທັງການປັບປຸງບັນດາກົນໄກ ແລະ …
ອ່ານເພີ່ມ >>ປະດັບຫຼຽນໄຊແຮງງານຊັ້ນ I ແລະ ຊັ້ນ II ໃຫ້ບໍລິສັດສະຕາໂທລະຄົມ ( Unitel )
ພິທີປະດັບຫຼຽນໄຊແຮງງານຊັ້ນ I ຂອງ ສປປ ລາວ ແລະ ຫຼຽນໄຊແຮງງານຊັ້ນ II ຂອງ ສສ ຫວຽດນາມ ໃຫ້ບໍລິສັດສະຕາໂທລະຄົມ ( Unitel ) ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງບໍລິ ສັດຄົບຮອບ 15 ປີ (16 ຕຸລາ 2009–16 ຕຸລາ 2024) ໄດ້ຈັດຂຶ້ນໃນວັນທີ 19 ພະຈິກ 2024, ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ສປປ ລາວ, ມີ ສະຫາຍ ພົນເອກ ຟານ ວັນ ຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມ, ມີ …
ອ່ານເພີ່ມ >>ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ລົງຢ້ຽມຢາມໂອ້ລົມກຳລັງເຫຼົ່າຮົບເສນາຮັກ ແລະ ພາກສ່ວນຮັບປະກັນພະລາທິການຢູ່ພາກສະໜາມຫັດແອບ ຂະບວນລົດໄຟສັນຕິພາບ-2024
ວັນທີ 17 ພະຈິກ 2024 ນີ້,ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຜູ້ຊີ້ນໍາວຽກງານການເມືອງ ໄດ້ລົງຢ້ຽມຢາມ,ໂອ້ລົມກຳລັງເຫຼົ່າຮົບເສນາຮັກ ແລະ ພາກສ່ວນຮັບປະກັນພະລາທິການຢູ່ພາກສະໜາມຫັດແອບເຝິກຊ້ອມ ຂະບວນລົດໄຟສັນຕິພາບ-2024 ເພື່ອຊ່ວຍເຫຼືອມະນຸດສະທຳ ແລະ ບໍລິການດ້ານການແພດຮ່ວມສອງກອງທັບລາວ-ຈີນ. ໂອກາດນີ້, ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທຸກພາກສ່ວນທີ່ໄດ້ພ້ອມກັນສຸມໃສ່ຫ້າງຫາກະກຽມມາປະຕິບັດໜ້າທີ່ຂອງຕົນຢ່າງຕັ້ງໜ້າຢູ່ພາກສະໜາມດ້ວຍຄວາມຮັບຜິດຊອບສູງ ພ້ອມທັງເນັ້ນໜັກໃຫ້ບັນດານັກເຝິກຊ້ອມເຫຼົ່າຮົບເສນາຮັກທຸກສະຫາຍ ຕັ້ງໃຈໃສ່ເຂົ້າໃນການເຝິກຊ້ອມ ເພື່ອນໍາເອົາບັນດາບົດຮຽນຈາກເພື່ອນຈີນ, ໂດຍສະເພາະທາງດ້ານເຕັກນິກ ແລະ ວິຊາການຕ່າງໆ ໃນການກອບກູ້ຊ່ວຍເຫຼືອຜູ້ທີ່ຖືກບາດເຈັບ, ຜູ້ຖືກເຄາະຮ້າຍຈາກໄພທໍາມະຊາດ, ສະນັ້ນ ການຮ່ວມຫັດແອບເຝິກຊ້ອມເພື່ອຊ່ວຍເຫຼືອຜູ້ປະສົບໄພພິບັດຈາກທຳມະຊາດດ້ານການແພດແມ່ນມີຄວາມສໍາຄັນຫຼາຍ ໃນການກຽມຄວາມພ້ອມຮັບມືກັບເຫດການຕ່າງໆທີ່ອາດຈະເກີດຂື້ນໃນຕໍ່ໜ້າໃຫ້ສາມາດຊ່ອຍເຫຼືອຜູ້ປະສົບໄພໄດ້ທັນເຫດການ, ພ້ອມນັ້ນ ກໍໄດ້ຮຽກຮ້ອງໃຫ້ບັນດາສະຫາຍນັກເຝິກຊ້ອມພ້ອມກັນປະຕິບັດລະບຽບ 7 ລະບອບ 18 ວຽກຂອງກອງທັບໃຫ້ໜັກແໜ້ນເຂັ້ມແຂງ,ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນໃນການເຝິກຊ້ອມ, ມີຄວາມສາມັກຄີກັບເພື່ອນຈີນ,ຮັກສາໄດ້ຄວາມປອດໄພໃນການເຝິກແອບ,ມີຄວາມອົດທົນສູ້ຊົນຜ່ານຜ່າທຸກຂໍ້ຫຍຸ້ງຍາກໃນການຫັດແອບເພື່ອພ້ອມກັນເຮັດສຳເລັດໜ້າທີ່ການຈັດຕັ້ງໄດ້ມອບໝາຍ. ຈາກນັ້ນ, ສະຫາຍ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ກໍໄດ້ຢ້ຽມຢາມ ແລະ ໂອ້ລົມພາກສ່ວນວຽກງານພະລາທິການຢູ່ພາກສະໜາມໃຫ້ເອົາໃຈໃສ່ຢ່າງຮອບດ້ານເປັນຕົ້ນແມ່ນການປຸງແຕ່ງອາຫານໃຫ້ອ້າຍນ້ອງໄດ້ກິນເຂົ້າຄົບສາມຄາບ, ອາຫານແຊບນົວ,ສະອາດ ແລະ ຖືກຫຼັກອະນາໄມ …
ອ່ານເພີ່ມ >>ລາຍງານຄວາມພ້ອມການດຳເນີນກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນຄັ້ງທີ 18 ແລະ ອາຊຽນ-ບວກ ຄັ້ງທີ 11
ວັນທີ 16 ພະຈິກ 2024 ນີ້, ຢູ່ທີ່ຫໍປະຊຸມແຫ່ງຊາດ, ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມລາຍງານຄວາມພ້ອມ ແລະ ກວດກາສະຖານທີ່ຈັດກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນຄັ້ງທີ 18 ແລະ ອາຊຽນ-ບວກ ຄັ້ງທີ 11 ທີ່ຈະຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 19-22 ພະຈິກ 2024 ນີ້, ໂດຍການເປັນປະທານຂອງສະຫາຍ ພົນໂທ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພົນຕີ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບຫົວໜ້າເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນຂອງ ສປປ ລາວ, ພ້ອມຄະນະຮັບຜິດຊອບ, ອະນຸກຳມະການຈາກພາກສ່ວນຕ່າງໆ ແລະ ພະນັກງານວິຊາການເຂົ້າຮ່ວມ. ສະຫາຍ ພັນເອກ ເຟືອງໄຊ ມີລາກົງ ຮອງຫົວໜ້າກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ, ຫົວໜ້າຫນ່ວຍງານວິຊາ ເຈົ້າຫນ້າທີ່ອາວຸໂສ ທັງເປັນຫົວໜ້າກອງເລຂາກອງປະຊຸມປ້ອງກັນປະເທດອາຊຽນ ໄດ້ລາຍງານຄວາມພ້ອມດ້ານຕ່າງາໆ ເປັນຕົ້ນແມ່ນ ເນື້ອໃນ, ພິທີການ, …
ອ່ານເພີ່ມ >>ກົມໃຫຍ່ການເມືອງກອງທັບ ປາຖະກະຖາ ວັນກຳລັງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ
ວັນທີ 8 ພະຈິກ 2024 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ປາຖະກະຖາມູນເຊື້ອວັນກໍາລັງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຄົບຮອບ 75 ປີ (30 ຕຸລາ 1949-30 ຕຸລາ 2024) ໂດຍການເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ພົນຕີ ວົງສອນ ອິນປານພີມ ກໍາມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ, ກົມ, ກອງ, ຫ້ອງການ, ສູນເສຍອົງຄະ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພົນຕີ ວົງສອນ ອິນປານພີມ ໄດ້ກ່າວຫວນຄືນມູນເຊື່ອອັນພິລະອາດຫານ ຂອງກໍາລັງອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ໄດ້ປະຕິບັດໜ້າທີ່ຢູ່ ສປປ ລາວ ທີ່ໄດ້ສູ້ຮົບຄຽງບາຄຽງໄຫຼ່ກັບກອງທັບປະຊາຊົນລາວ ໃນບັ້ນຮົບຢູ່ພາກໃຕ້ ແລະ ພາກກາງຂອງລາວ, ເຊິ່ງໄດ້ພ້ອມກັນປະຕິບັດບັ້ນຮົບໃຫຍ່ຢູ່ເສັ້ນທາງເລກ …
ອ່ານເພີ່ມ >>ທາບທາມບຸກຄະລາກອນສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກອງພົນທີ 1 ສະໄໝທີ VI ຮອບທີ3
ໃນວັນທີ 5 ພະຈິກ 2024 ນີ້, ກອງພົນທີ1 ໄດ້ທາບທາມບຸກຄະລາກອນສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກ ກອງພົນທີ 1ສະໄໝທີ VII ຮອບທີ3. ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຈັນທາ ບຸນນະວົງ ຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ, ມີ ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ຫົວໜ້າການເມືອງ ກອງພົນທີ 1, ສະຫາຍ ພົນຈັດຕະວາ ອຸ່ນຈັນ ແດງວັນສົມ ຫົວໜ້າການທະຫານ ກອງພົນທີ 1, ມີວິຊາການຈາກກົມຈັດຕັ້ງພັກ, ຄະນະພັກກອງພົນ, ອົງການ, ກົມກອງຮາກຖານ ແລະ ຜູ້ແທນກອງປະຊຸມເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ໄດ້ຜ່ານບົດລາຍງານການເມືອງທັງ 2 ພາກ ເຊິ່ງຍົກໃຫ້ເຫັນຜົນງານການຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ …
ອ່ານເພີ່ມ >>ໂທລະເລກສະແດງຄວາມເສົ້າສະຫຼົດໃຈ
ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະພາແຫ່ງຊາດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສູນກາງແນວລາວສ້າງຊາດ ໄດ້ສົ່ງໂທລະເລກ ສະແດງຄວາມເສົ້າສະຫຼົດໃຈ ຕໍ່ການມໍລະນະກໍາຂອງ ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໃນວັນທີ 19 ກໍລະກົດ 2024, ໂດຍໂທລະເລກມີເນື້ອໃນດັ່ງນີ້: ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະພາແຫ່ງຊາດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສູນກາງແນວລາວສ້າງຊາດ, ປະຊາຊົນລາວບັນດາເຜົ່າທຸກຖ້ວນໜ້າ ຂໍສະແດງຄວາມເສົ້າສະຫຼົດໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງ ເມື່ອໄດ້ຮັບຂ່າວວ່າ ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ …
ອ່ານເພີ່ມ >>