Home / ທິດສະດີຊີ້ນຳ (page 2)

ທິດສະດີຊີ້ນຳ

ສານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ 5 ມິຖຸນາ 2025

ພີ່ນ້ອງຮ່ວມຊາດ ທີ່ຮັກແພງ ທັງຫຼາຍ ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ໝູນວຽນມາຄົບຮອບອີກວາລະໜຶ່ງ ເຊິ່ງປີນີ້ ວັນສິ່ງແວດລ້ອມໂລກ ແມ່ນຄົບຮອບ 52 ປີ ແລະ ວັນສິ່ງແວດລ້ອມແຫ່ງຊາດ ແມ່ນຄົບຮອບ 26 ປີ. ຈຸດປະສົງຂອງການສະເຫຼີມສະຫຼອງວັນດັ່ງກ່າວ ເພື່ອເປັນການປູກຈິດສຳນຶກໃຫ້ທົ່ວໂລກ ແລະ ຄົນລາວທຸກຄົນ ເຫັນຄວາມສຳຄັນ ຂອງສິ່ງແວດລ້ອມ ແລະ ຮ່ວມກັນແກ້ໄຂບັນຫາໂລກຮ້ອນຂຶ້ນ ອັນເນື່ອງມາຈາກການປ່ຽນແປງດິນຟ້າອາກາດ ແລະ ຮ່ວມແຮງຮ່ວມໃຈກັນ ຫຼຸດຜ່ອນການນຳໃຊ້ປລາສຕິກ ແລະ ແກ້ໄຂບັນຫາຕ່າງໆ ທີ່ຕິດພັນກັບສິ່ງແວດລ້ອມ ທີ່ເປັນໄພຂົ່ມຂູ່ຕໍ່ການດຳລົງຊິວິດຂອງມະນຸດ, ຊີວະນານາພັນ. ສໍາລັບປີນີ້ ສາທາລະນະລັດ ເກົາຫຼີ ຈະເປັນເຈົ້າພາບຈັດງານສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ພາຍໃຕ້ຄຳຂວັນທີ່ວ່າ “ການຫຼຸດຜ່ອນມົນລະພິດປລາຕິກໃນທົ່ວໂລກ”. ສໍາລັບ ສປປ ລາວ ພວກເຮົາ ກໍໄດ້ຮ່ວມກັບປະເທດຕ່າງໆ ໃນທົ່ວໂລກ ສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ …

ອ່ານເພີ່ມ >>

ໜ່ວຍງານກໍ່ສ້າງຮາກຖານການເມືອງ ກົມໃຫຍ່ການເມືອງກອງທັບ ເຄື່ອນໄຫວຕິດຕາມຢ້ຽມຢາມ ແລະ ຊຸກຍູ້ໃຫ້ກຳລັງໃຈພະນັກງານ-ນັກຮົບ

ວັນທີ 6 ມິຖຸນາ 2025 ນີ້, ໜ່ວຍງານກໍ່ສ້າງຮາກຖານການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ເຄື່ອນໄຫວຕິດຕາມຢ້ຽມຢາມ ແລະ ຊຸກຍູ້ໃຫ້ກຳລັງໃຈພະນັກງານ-ນັກຮົບ ຢູ່ບັນດາປ້ອມທະຫານຊາຍແດນ ເມືອງຄອບ ແຂວງໄຊຍະບູລີ ເຊິ່ງນຳພາໂດຍ ສະຫາຍ ພັນເອກ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະ. ການເຄື່ອນໄຫວໃນຄັ້ງນີ້ ເພື່ອຕິດຕາມ, ຢ້ຽມຢາມ ແລະ ຊຸກຍູ້ໃຫ້ກຳລັງໃຈພະນັກງານ-ນັກຮົບ ໃຫ້ມີແນວຄິດອຸ່ນອຽນທຸ່ນທ່ຽງ, ຫ້າວຫັນ ແລະ ມີຄວາມອົດທົນຜ່ານຜ່າທຸກຄວາມຫຍຸ້ງຍາກ, ປະຕິບັດໜ້າທີ່ວຽກງານໃຫ້ມີຜົນສໍາເລັດຕາມການມອບໝາຍ. ໂອກາດນີ້, ສະຫາຍ ພັນເອກ ແສງອາລຸນ ແກ້ວສະຫວ່າງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພະນັກງານ-ນັກຮົບທຸກສະຫາຍ ທີ່ໄດ້ເອົາໃຈໃສ່ເຄື່ອນໄຫວເຮັດໜ້າທີ່ຂອງຕົນ ຕາມການມອບໝາຍ ເຮັດໃຫ້ສະພາບຂອບເຂດທີ່ຕົນຮັບຜິດຊອບມີຄວາມສະຫງົບ, ເຖິງແມ່ນວ່າຈະມີອຸປະສັກຫຍຸ້ງຍາກປານໃດກໍຕາມ ແຕ່ທຸກສະຫາຍ ຍັງມີແນວຄິດອຸ່ນອຽນທຸ່ນທ່ຽງ ຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ໂດຍສະເພາະແມ່ນ ການປ້ອງກັນສາລະເວຕາມຊາຍແດນທີ່ຕົນຮັບຜຜິດຊອບ. ເພື່ອເປັນການສືບຕໍ່ເຮັດໃຫ້ສະພາບມີຄວາມສະຫງົບ ສະຫາຍ ໄດ້ເນັ້ນໜັກໃຫ້ຜູ້ບັນຊາຢູ່ແຕ່ລະປ້ອມ ຕ້ອງໄດ້ເອົາໃຈໃສ່ຕິດຕາມເກັບກຳສະພາບການເຄື່ອນໄຫວ …

ອ່ານເພີ່ມ >>

ກະຊວງປ້ອງກັນປະເທດ ຈັດພິທີປູກຕົ້ນໄມ້

ໃນວັນທີ 1 ມິຖຸນາ 2025 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດພິທີປູກຕົ້ນໄມ້ປະຈຳປີ 2025 ຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ ຄົບຮອບ 101 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ, ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ , ມີບັນດາການນໍາຂັ້ນສູງ, ລັດຖະມົນຕີ, ຮອງລັດຖະມົນຕີ, ມີຄະນະອຳນວຍການວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ຄະນະຊ່ຽວຊານຕ່າງປະເທດ, ແຂກຖືກເຊີນ,ພະນັກງານ-ນັກຮົບ, ນັກສຶກສາ ແລະ ນ້ອງນ້ອຍເຍົາວະຊົນເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ ໄດ້ກ່າວເປີດພິທີປູກຕົ້ນໄມ້ ປະຈຳປີ …

ອ່ານເພີ່ມ >>

ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດພິທີປູກຕົ້ນໄມ້

ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ (ວັນທີ 1 ມິຖຸນາ 1980-1 ມິຖຸນາ 2025) ໃນວັນທີ 30 ພຶດສະພາ 2025 ນີ້, ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ຈັດພິທີປູກຕົ້ນໄມ້ ໂດຍມີ ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະອຳນວຍການ ໂຮງຮຽນວັດທະນາທຳຊົນເຜົ່າກອງທັບ, ແຂກຖືກເຊີນ ພ້ອມດ້ວຍພະນັກງານ-ນັກຮົບ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ. ໃນພິທີ ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ມີຄຳເຫັນ ເຊິ່ງຍົກໃຫ້ເຫັນຄວາມໝາຍ ຄວາມສຳຄັນ ຂອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ຄຸນປະໂຫຍດຢ່າງຫຼວງຫຼາຍຂອງປ່າໄມ້ ທີ່ຕິດພັນກັບຊີວິດການເປັນຢູ່ ຂອງປະຊາຊົນລາວບັນດາເຜົ່າ, ພັກ ແລະ ລັດຖະບານ ຈຶ່ງໄດ້ກຳນົດເອົາວັນທີ 1 ມິຖຸນາ …

ອ່ານເພີ່ມ >>

ອົງການຈັດຕັ້ງມະຫາຊົນກອງທັບ ຢ້ຽມຢາມ ແລະ ມອບວັດຖຸປັດໄຈໃຫ້ພະນັກງານ-ນັກຮົບທີ່ປະຕິບັດໜ້າທີ່ຢູ່ແຂວງໄຊຍະບູລີ ແລະ ແຂວງບໍ່ແກ້ວ

ໃນວັນທີ 29 ພຶດສະພາ 2025 ນີ້, 3 ອົງການຈັດຕັ້ງມະຫາຊົນກອງທັບ ໂດຍການນຳພາ ຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະພັກ-ຄະນະຫ້ອງການ 3 ອົງການຈັດຕັ້ງມະຫາຊົນກອງທັບ (ຊາວໜຸ່ມ, ກໍາມະບານ ແລະ ສະຫະພັນແມ່ຍິງ) ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ໄດ້ເຄື່ອນໄຫວຢ້ຽມຍາມ ມອບວັດຖຸປັດໄຈ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ຢາປົວພະຍາດ ໃຫ້ພະນັກງານ-ນັກຮົບ ທີ່ປະຕິບັດໜ້າທີ່ຮັກສາຄວາມສະຫງົບ ຢູ່ເມືອງຄອບ ແຂວງໄຊຍະບູລີ ແລະ ເມືອງປາກທາ ແຂວງບໍ່ແກ້ວ. ການເຄື່ອນໄຫວຢ້ຽມຢາມ ແລະ ມອບເຄື່ອງໃນຄັ້ງນີ້ ໄດ້ມອບຢູ່ 2 ຈຸດຄື: ຈຸດທີ 1 ຈຸດບັນຊາເມືອງຄອບ ແຂວງໄຊຍະບູລີ ຕາງໜ້າກ່າວຮັບໂດຍ ສະຫາຍ ສົມນຶກ ສິງຄຳ ເລຂາຄະນະບໍລິຫານງານພັກເມືອງຄອບ …

ອ່ານເພີ່ມ >>

ມອບ-ຮັບ ໂຄງການສ້ອມແປງ ແລະ ປັບປຸງສະໝາມບິນ ທົ່ງໄຫຫີນ-ຊຽງຂວາງ ໄລຍະທີ 1

ພິທີ ມອບ-ຮັບ ໂຄງການສ້ອມແປງ ແລະ ປັບປຸງສະໝາມບິນ ທົ່ງໄຫຫີນ-ຊຽງຂວາງ ໄລຍະທີ 1 ໄດ້ຈັດຂຶ້ນໃນວັນທີ 2 ມິຖຸນາ 2025 ນີ້, ຢູ່ທີ່ເມືອງແປກ ແຂວງຊຽງຂວາງ, ກ່າວມອບໂດຍທ່ານ ຊົງ ເຕົາ ຮອງປະທານ ບໍລິສັດ AVIC INTL ສປ ຈີນ ແລະ ກ່າວຮັບໂດຍ ສະຫາຍ ພົນຕີ ຄໍາເຫຼັກ ແສງພະຈັນ ຜູ້ບັນຊາການທະຫານອາກາດ, ໂດຍການເປັນປະທານຂອງສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຜູ້ຕາງໜ້າຈາກ 4 ກົມໃຫຍ່ ແລະ ຫ້ອງວ່າການ ກະຊວງປ້ອງກັນປະເທດ, ກອງບັນຊາການທະຫານແຂວງຊຽງຂວາງ, ແຂວງຫົວພັນ, ບັນດາບໍລິສັດ ສາຍການບິນ ແລະ ກຸ່ມບໍລິສັດ ຜູ້ຮັບເໝົາ ພ້ອມດ້ວຍພະນັກງານ-ນັກຮົບ …

ອ່ານເພີ່ມ >>

ສານຂອງພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວເນື່ອງໃນໂອກາດ ວັນເດັກສາກົນ 1 ມິຖຸນາ 2025

ບັນດາທ່ານ ທີ່ນັບຖື, ຫຼານນ້ອຍເຍົາວະຊົນ ແລະ ອະນຸຊົນລາວບັນດາເຜົ່າ ທີ່ຮັກແພງທັງຫຼາຍ, ເນື່ອງໃນໂອກາດວັນເດັກສາກົນ ວັນທີ 1 ມິຖຸນາ 2025 ໄດ້ໝູນວຽນມາ ຄົບຮອບອີກວາລະໜຶ່ງ ຊຶ່ງປຽບດັ່ງປາງບຸນໃຫຍ່ຂອງເດັກໃນທົ່ວໂລກ ທີ່ບັນດາປະເທດໄດ້ພ້ອມກັນສະເຫຼີມສະຫຼອງວັນດັ່ງກ່າວ ໃຫ້ກັບເດັກໃນປະເທດຂອງຕົນຢ່າງເປັນຂະບວນຟົດຟື້ນດ້ວຍຫຼາຍຮູບການ. ການສະເຫຼີມສະຫຼອງວັນເດັກ ກໍເພື່ອສົ່ງເສີມສິດ ແລະ ສະພາບແວດລ້ອມທີ່ດີໃຫ້ແກ່ເດັກ. ສຳລັບ ສປປ ລາວ, ພວກເຮົາ ຍັງໄດ້ກຳນົດວັນທີ 1 ມິຖຸນາ ເປັນວັນປູກຕົ້ນໄມ້ແຫ່ງຊາດ ນັບແຕ່ປີ 1980 ເປັນຕົ້ນມາ ເພື່ອສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນ ແລະ ຄວາມເອົາໃຈໃສ່ຂອງພັກ-ລັດ ໃນການສົ່ງເສີມການພັດທະນາແບບຍືນຍົງ ຜ່ານການປົກປ້ອງສິ່ງແວດລ້ອມ ແລະ ການລົງທຶນໃນອະນາຄົດຂອງຊາດ ຄືເດັກທຸກຄົນ; ພ້ອມທັງເປັນການສອນໃຫ້ເດັກເຂົ້າໃຈຄວາມສຳຄັນຂອງສິ່ງແວດລ້ອມ ແລະ ຄວາມຮັບຜິດຊອບຕໍ່ສັງຄົມ. ໃນນາມຕາງໜ້າການນໍາພັກ-ລັດ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງພອນໄຊອັນປະເສີດ, ຄວາມຮັກແພງ, ຄວາມເປັນຫ່ວງເປັນໃຍ ແລະ …

ອ່ານເພີ່ມ >>

ປິດຊຸດອົບຮົມ ທິດສະດີການເມືອງ ໄລຍະສັ້ນ ຄັ້ງທີ I ໃຫ້ພະນັກງານ-ນັກຮົບ ບັນດາກອງສື່ມວນຊົນກອງທັບ

ພິທີປິດຊຸດອົບຮົມ ທິດສະດີການເມືອງ ໄລຍະສັ້ນ ຄັ້ງທີ I ໃຫ້ພະນັກງານ-ນັກຮົບ ບັນດາກອງສື່ມວນຊົນກອງທັບ ໄດ້ຈັດຂຶ້ນໃນວັນທີ 27 ພຶດສະພາ 2025 ນີ້, ຢູ່ທີ່ໂຮງລະຄອນ ກອງສິລະປະກອນກອງທັບ ໂດຍການເປັນປະທານ ຂອງສະຫາຍ ພັນເອກ ແກ້ວສຸວັນ ຜາງພິລາວົງ ກໍາມະການຄະນະພັກ ກົມໃຫຍ່ການເມືອງກອງທັບ, ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ກອງ, ຄະນະຮັບຜິດຊອບ, ຄູ-ອາຈານ ພ້ອມດ້ວຍພະນັກງານ-ນັກຮົບ ບັນດາກອງສື່ມວນຊົນກອງທັບເຂົ້າຮ່ວມ. ສະຫາຍ ພັນໂທ ພູວົງ ພົມມະລາດ ຫົວໜ້າພະແນກສື່ມວນຊົນ ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບຜົນສໍາເລັດການເຝິກອົບຮົມ ແລະ ຜ່ານຂໍ້ຕົກລົງ ຂອງກົມໂຄສະນາອົບຮົມ ວ່າດ້ວຍການມອບໃບຢັ້ງຢືນການເຝິກອົບຮົມທິດສະດີການເມືອງ ໄລຍະສັ້ນ. ຄະນະນໍາກົມໃຫຍ່ການເມືອງກອງທັບ, ກົມໂຄສະນາອົບຮົມ ກໍຄືຄະນະຮັບຜິດຊອບລວມທາງດ້ານເນື້ອໃນແຜນການ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາຢ່າງໃກ້ຊິດ ຕໍ່ການຈັດຕັ້ງປະຕິບັດແຜນການເຝິກອົບຮົມ ວຽກງານດັ່ງກ່າວ ພ້ອມນັ້ນ, …

ອ່ານເພີ່ມ >>

ການນໍາພັກ-ລັດ ເຂົ້າຮ່ວມພິທີໄວ້ອາໄລເຖິງດວງວິນຍານຂອງ ສະຫາຍ ເຈິນ ດຶກ ເລືອງ

ໃນຕອນບ່າຍຂອງວັນທີ 24 ພຶດສະພາ ນີ້ ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະ ໂດຍຕາງໜ້າໃຫ້ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແລະ ສູນກາງແນວລາວ ສ້າງຊາດ ແຫ່ງ ສປປ ລາວ ເຂົ້າຮ່ວມພິທີໄວ້ອາໄລເຖິງດວງວິນຍານຂອງ ສະຫາຍ ເຈິນ ດຶກ ເລືອງ ອະດີດກໍາມະການກົມການເມືອງສູນກາງພັກ ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 20 ພຶດສະພາ 2025 ທີ່ຜ່ານມາ, …

ອ່ານເພີ່ມ >>

ສະຫາຍ ນາງ ປານີ ຢາທໍ່ຕູ້ ສືບຕໍ່ ເຂົ້າຮ່ວມພິທີໄວ້ອາໄລລະດັບຊາດ ເຖິງດວງວິນຍານ ຂອງ ສະຫາຍ ເຈີນ ດຶກ ເລືອງ

ໃນຕອນເຊົ້າຂອງວັນທີ 25 ພຶດສະພາ 2025 ທີ່ ຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຕາງໜ້າຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ສູນກາງແນວລາວສ້າງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສືບຕໍ່ເຂົ້າຮ່ວມພິທີໄວ້ອາໄລລະດັບຊາດ ສະຫາຍ ເຈີນ ດຶກ ເລືອງ ອະດີດກໍາມະການກໍາການເມືອງສູນກາງພັກ ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ. ພາຍຫຼັງສໍາເລັດການເຂົ້າຮ່ວມພິທີໄວ້ອາໄລແລ້ວ, ສະຫາຍ ນາງ ປານີ ຢ່າທໍ່ຕູ້ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ເລືອງ ເກືອງ ກຳມະການກົມການເມືອງສູນກາງພັກ ປະທານປະເທດ ແຫ່ງ …

ອ່ານເພີ່ມ >>