ໃນວັນທີ 15 ກັນຍາ 2025 ນີ້, ທີ່ວິທະຍາຄານ ນາຍທະຫານບົກ ກົມມະດໍາ ໄດ້ມີພິທີ ເປີດການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025” ຂຶ້ນຢ່າງເປັນທາງການ, ພາຍໃຕ້ຄໍາຂວັນ: “ຄຽງບ່າຄຽງໄຫຼ່ຕໍ່ສູ້ເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ” ໂດຍການເປັນປະທານຮ່ວມ ຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ຫົວໜ້າຄະນະຊີ້ນໍາຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025”, ສະຫາຍ ພັນເອກ ອີວານ ຕາຣາເຢັບ ຮັກສາການຮອງຜູ້ບັນຊາການທະຫານເຂດຕາເວັນອອກ ສ ຣັດເຊຍ, ຫົວໜ້າຄະນະຊີ້ນໍາຊ້ອມຮົບຮ່ວມ ຣັດເຊຍ-ລາວ “ລາໂຣສ-2025”, ມີຄະນະຮັບຜິດຊອບຊີ້ນຳຝ່າຍ ລາວ-ຣັດເຊຍ ພ້ອມດ້ວຍນາຍ ແລະ ພົນທະຫານກອງທັບປະຊາຊົນລາວ ແລະ ກອງທັບ ສ ຣັດເຊຍເຂົ້າຮ່ວມ. ໂອກາດນີ້, ສະຫາຍ ພັນເອກ …
ອ່ານເພີ່ມ >>ຮອງຫົວໜ້າກອງວາລະສານ ປ້ອງກັນຊາດ ເຄື່ອນໄຫວວງກງານ ຢູ່ກອງພັນໃຫຍ່ 11
ວັນທີ 14 ສິງຫາ 2025 ນີ້, ສະຫາຍ ພັນໂທ ພູທອນ ພົງວິໄລ ຮອງຫົວໜ້າກອງວາລະສານປ້ອງກັນຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ວຽກງານໂຄສະນາ ຂ່າວສານ, ການຂຽນບົດລົງວາລະສານປ້ອງກັນຊາດ ຢູ່ກອງພັນໃຫຍ່ທີ 11, ໂດຍການຕ້ອນຮັບ ຂອງສະຫາຍ ພັນໂທ ເມກດາລາ ໄຊຍະພູມ ຫົວໜ້າຂະແໜງໂຄສະນາອົບຮົມ ພະແນກການເມືອງ ກອງພັນໃຫຍ່ 11 ພ້ອມດ້ວຍຄະນະ. ຈຸດປະສົງ ໃນການເຄື່ອນໄຫວຄັ້ງນີ້, ເພື່ອຊຸກຍູ້ຂະບວນການສ້າງຜົນງານຂໍ່ານັບຮັບຕ້ອນ 3 ວັນ ປະຫວັດສາດຂອງພັກ, ຂອງຊາດ ເວົ້າສະເພາະແມ່ນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ໃຫ້ເປັນຂະບວນການຟົດຟື້ນ ແລະ ມີເນື້ອໃນເລິກເຊິ່ງ ໂດຍຕິດພັນກັບການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເພື່ອນໍາເອົາຜົນງານ, ຂະບວນການອັນພົ້ນເດັ່ນດ້ານຕ່າງໆ ຂອງກອງພັນໃຫຍ່ທີ 11 …
ອ່ານເພີ່ມ >>