Home / ມູນເຊື້ອປົກປັກຮັກສາປະເທດຊາດ

ມູນເຊື້ອປົກປັກຮັກສາປະເທດຊາດ

ກະຊວງປ້ອງກັນປະເທດ ປາຖະກະຖາ ວັນປະກາດເອກະລາດ ຄົບຮອບ 80.​

ໃນວັນທີ 22 ຕຸລາ 2025 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດພິທີ ປາຖະກະຖາ ວັນປະກາດເອກະລາດ 12 ຕຸລາ ຄົບຮອບ 80 ປີ (12 ຕຸລາ 1945-12 ຕຸລາ 2025) ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະນຳ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ວິທະຍາຄານ, ໂຮງຮຽນ, ໂຮງໝໍສູນກາງ 103 ກອງທັບ, ກົມ, ຫ້ອງການ, ກອງ ຕະຫຼອດຮອດພະນັກງານ-ນັກຮົບເຂົ້າຮ່ວມ. ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ຍົກໃຫ້ເຫັນສະພາບການນຳພາຕໍ່ສູ້ກູ້ຊາດຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່ ຂອງພັກແຄວ້ນລາວ, ພັກປະຊາຊົນປະຕິວັດລາວ …

ອ່ານເພີ່ມ >>

ກົມໃຫຍ່ການເມືອງກອງທັບ ປາຖະກະຖາມູນເຊື້ອ 2 ວັນປະຫວັດສາດ

ໃນວັນທີ 26 ສິງຫາ 2025 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ຈັດພິທີ ປາຖະກະຖາມູນເຊື້ອ 2 ວັນປະຫວັດສາດຄື: ວັນຍຶດອຳນາດ ຄົບຮອບ 50 ປີ (23 ສິງຫາ 1975-23 ສິງຫາ 2025) ແລະ ສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025), ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາຄະນະພັກ-ຄະນະບັນຊາ ກົມ, ຫ້ອງການ, ກອງ ແລະ ພະນັກງານ-ນັກຮົບອ້ອມຂ້າງກົມໃຫຍ່ການເມືອງກອງທັບເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ໄດ້ຍົກໃຫ້ເຫັນເຖິງມູນເຊື້ອວັນຍຶດອໍານາດ 23 ສິງຫາ …

ອ່ານເພີ່ມ >>

ປະກາດການຮັບຮອງເອົາສະຖານທີ່ຮ່ອງຮອຍປະຫວັດສາດ ເສັ້ນທາງສາຍພູຫຼວງ-ເສັ້ນທາງໂຮ່ຈີມິນ ເບື້ອງດິນລາວ ເປັນມໍຣະດົກແຫ່ງຊາດ ລະດັບຊາດ ທາງດ້ານປະຫວັດສາດ ຂອງ ສປປ ລາວ

ໃນວັນທີ 22 ສິງຫາ 2025 ນີ້, ທີ່ກະຊວງປ້ອງກັນປະເທດ ໄດ້ມີພິທີ ປະກາດການຮັບຮອງເອົາສະຖານທີ່ຮ່ອງຮອຍປະຫວັດສາດ ເສັ້ນທາງສາຍພູຫຼວງ-ເສັ້ນທາງໂຮ່ຈີມິນ ເບື້ອງດິນລາວ ເປັນມໍຣະດົກແຫ່ງຊາດ ລະດັບຊາດ ທາງດ້ານປະຫວັດສາດ ຂອງ ສປປ ລາວ ໂດຍມີ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ນາງ ຫວໍ ທິແອັງ ຊວນ ກໍາມະການສູນກາງພັກ ກອມມູນິດຫວຽດນາມ, ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ, ມີ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ເຂົ້າຂ້ອງທັງສອງຝ່າຍເຂົ້າຮ່ວມ. ສະຫາຍ ພົນຕີ …

ອ່ານເພີ່ມ >>

ກະຊວງປ້ອງກັນປະເທດ ປາຖະກະຖາມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ໃນວັນທີ 12 ສິງຫາ 2025 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງພິທີ ປາຖະກະຖາມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ ບັນດາອົງການ, ກອງບັນຊາການ, ວິທະຍາຄານ, ກົມກອງ, ໂຮງຮຽນ, ໂຮງໝໍ ພ້ອມດ້ວຍນາຍ ແລະ ພົນທະຫານ ອ້ອມຂ້າງສໍານັກງານກະຊວງປ້ອງກັນປະເທດເຂົ້າຮ່ວມ. ໃນພິທີ ສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ໄດ້ຍົກໃຫ້ເຫັນມູນເຊື້ອການກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງແນວລາວສ້າງຊາດ ແຕ່ໄລຍະແຫ່ງການເຕີບໃຫຍ່ຂະຫຍາຍຕົວ …

ອ່ານເພີ່ມ >>

ກົມໃຫຍ່ການເມືອງກອງທັບ ປາຖະກະຖາຫວນຄືນມູນເຊື້ອ 2 ວັນປະຫວັດສາດ

ໃນວັນທີ 28 ກໍລະກົດ 2025 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອ 2 ວັນປະຫວັດສາດ ຄື: ວັນຄ້າຍວັນເກີດ ປະທານ ສຸພານຸວົງ ຄົບຮອບ 116 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 48 ປີ, ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 63 ປີ, ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາຄະນະພັກ-ຄະນະບັນຊາ ກົມ, ຫ້ອງການ, ກອງ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ໄດ້ຫວນຄືນມູນເຊື້ອ ວັນຄ້າຍວັນເກີດ ປະທານ ສຸພານຸວົງ …

ອ່ານເພີ່ມ >>

ລະບຽບວິໄນຂອງກອງທັບປະຊາຊົນລາວ

I. ລະບຽບວິໄນ 8 ຂໍ້ຂອງກອງທັບປະຊາຊົນລາວ 1. ປະຕິບັດຄຳສັ່ງຂອງຂັ້ນສູງຢ່າງເດັດຂາດໃນຍາມທຳມະດາກໍຄືຍາມສູ້ຮົບ. 2. ບໍ່ເອົາຂອງສ່ວນລວມມາເປັນຂອງສ່ວນຕົວ ໂດຍບໍ່ໄດ້ຮັບອະນຸຍາດ ຈາກຂັ້ນເທິງຢ່າງເປັນທາງການ, ຕ້ອງປົກປັກຮັກສາອາວຸດ ແລະ ເຄື່ອງໃຊ້ບໍ່ໃຫ້ເປ່ເພເສຍຫາຍ. 3. ຕ້ອງຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ອະນາໄມດີ, ບໍ່ເຮັດເປິເປື້ອນໃສ່ນຳ້ສ້າງ, ຫ້ວຍນ້ຳ ແລະ ບ່ອນຊຸມນຸມຊົນຕ່າງໆ ເວລາປະຈຳຢູ່ຫລືຍ້າຍຫນີ ຕ້ອງປັດກວາດມ້ຽນມັດໃຫ້ສະອາດຮຽບຮ້ອຍ. 4. ຄວນປະພຶດຕົວໃຫ້ຖືກຕ້ອງ, ເວົ້າຈາອ່ອນຫວານຕໍ່ທຸກຄົນ, ນັບຖືຜູ້ເຖົ້າ, ຮັກແພງເດັກນ້ອຍ, ຄ່ຽມຄົມຕໍ່ຜູ້ຍິງ. 5. ຕັ້ງແຕ່ໄຫມຫຍິບ ຫລືເຂັມດວງຂື້ນໄປບໍ່ໃຫ້ເອົາຂອງປະຊາຊົນໂດຍບໍ່ໄດ້ຮັບອະນຸຍາດ, ຊື້ຂາຍຕ້ອງທ່ຽງທຳ, ຢືມຕ້ອງສົ່ງ, ເປ່ເພເສຍຫາຍຕ້ອງໃຊ້ແທນ. 6. ຕ້ອງໂຄສະນາອົບຮົມປະຊາຊົນ, ສາມັກຄີຊ່ວຍເຫລືອປະຊາຊົນ ໃນທຸກວຽກງານ. 7. ຕ້ອງນັບຖືຮີດຄອງປະເພນີຂອງປະຊາຊົນ, ເຄົາລົບຄວາມເຊື່ອຖືຂອງປະຊາຊົນ, ປົກປັກຮັກສາວັດວາອາຮາມກໍຄືວັດຖຸບູຮານ ທີ່ເປັນປະຫວັດສາດ, ບໍ່ໄດ້ມ້າງເພຫລືເຮັດເປິເປື້ອນ ໃສ່ສະຖານທີ່ສາທາລະນະສ່ວນລວມ. 8. ຕ້ອງຮັກສາຄວາມລັບຂອງກອງທັບ ແລະ ຂອງລັດຢ່າງເດັດຂາດ. …

ອ່ານເພີ່ມ >>

ມູນເຊື້ອກອງທັບ

I. ທາດແທ້ ແລະ ມູນເຊື້ອອັນສະຫງ່າງາມຂອງກອງທັບປະຊາຊົນລາວ II. ທາດແທ້ຂອງກອງທັບປະຊາຊົນລາວ ກອງທັບປະຊາຊົນລາວໂດຍແມ່ນພັກເປັນຜູ້ສ້າງຕັ້ງ ແລະ ສຶກສາອົບຮົມ, ເຝິກຝົນຫລໍ່ຫລອມ, ແມ່ນກອງທັບຂອງປະຊາຊົນ, ເກີດມາຈາກປະຊາຊົນ, ສູ້ຮົບເພື່ອສິດຜົນປະໂຫຍດຂອງປະຊາຊົນຜູ້ອອກແຮງ ງານບັນດາເຜົ່າ, ແມ່ນພາຫະນະອັນແຫລມຄົມ ຂອງພັກ, ຂອງຊົນຊັ້ນກຳມະກອນລາວໃນ ການຕໍ່ສູ້ປະຕິວັດ, ຍ້ອນແນວນັ້ນທາດແທ້ທາງການເມືອງຂອງກອງທັບປະຊາຊົນລາວແມ່ນທາດແທ້ຊົນຊັ້ນກຳມະກອນເຊິ່ງເປັນທາດແທ້ທີ່ປະຕິວັດກວ່າເພີ່ນຫມົດ. III. ມູນເຊື້ອອັນສະຫງ່າງາມຂອງກອງທັບປະຊາຊົນລາວ ມູນເຊື້ອອັນສະຫງ່າງາມຂອງກອງທັບເຮົາ ແມ່ນຄວາມສະຫລຽວສະ ຫລາດ, ສາມາດປະດິດສ້າງໃນການສູ້ຮົບ ແລະ ເຮັດວຽກທີ່ໄດ້ຮັບການ ທົດສອບຈາກພຶດຕິກຳແຫ່ງການຕໍ່ສູ້ປະຕິວັດອັນຍາວນານ, ມູນເຊື້ອດັ່ງ ກ່າວໄດ້ສະແດງອອກຄື: 1. ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກ ແລະ ຕໍ່ປະຊາຊົນຜູ້ ອອກແຮງງານບັນດາເຜົ່າຢ່າງຫນັກແຫນ້ນໃນທຸກກໍລະນີ. 2. ມີນ້ຳໃຈຕໍ່ສູ້ພິລະອາດຫານກ້າແກ່ນແຫນ້ນຫນຽວ ແລະ ພິກໄຫວ ປະດິດສ້າງດີຕະຫລອດມາ. 3. ມີນ້ຳໃຈດຸຫມັ່ນຂະຫຍັນພຽນໃນວຽກງານ ແລະ ການເພີ່ມພູນຜະ ລິດຜົນ, ຫາລ້ຽງກຸ້ມຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ. …

ອ່ານເພີ່ມ >>