I. ລະບຽບວິໄນ 8 ຂໍ້ຂອງກອງທັບປະຊາຊົນລາວ 1. ປະຕິບັດຄຳສັ່ງຂອງຂັ້ນສູງຢ່າງເດັດຂາດໃນຍາມທຳມະດາກໍຄືຍາມສູ້ຮົບ. 2. ບໍ່ເອົາຂອງສ່ວນລວມມາເປັນຂອງສ່ວນຕົວ ໂດຍບໍ່ໄດ້ຮັບອະນຸຍາດ ຈາກຂັ້ນເທິງຢ່າງເປັນທາງການ, ຕ້ອງປົກປັກຮັກສາອາວຸດ ແລະ ເຄື່ອງໃຊ້ບໍ່ໃຫ້ເປ່ເພເສຍຫາຍ. 3. ຕ້ອງຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ອະນາໄມດີ, ບໍ່ເຮັດເປິເປື້ອນໃສ່ນຳ້ສ້າງ, ຫ້ວຍນ້ຳ ແລະ ບ່ອນຊຸມນຸມຊົນຕ່າງໆ ເວລາປະຈຳຢູ່ຫລືຍ້າຍຫນີ ຕ້ອງປັດກວາດມ້ຽນມັດໃຫ້ສະອາດຮຽບຮ້ອຍ. 4. ຄວນປະພຶດຕົວໃຫ້ຖືກຕ້ອງ, ເວົ້າຈາອ່ອນຫວານຕໍ່ທຸກຄົນ, ນັບຖືຜູ້ເຖົ້າ, ຮັກແພງເດັກນ້ອຍ, ຄ່ຽມຄົມຕໍ່ຜູ້ຍິງ. 5. ຕັ້ງແຕ່ໄຫມຫຍິບ ຫລືເຂັມດວງຂື້ນໄປບໍ່ໃຫ້ເອົາຂອງປະຊາຊົນໂດຍບໍ່ໄດ້ຮັບອະນຸຍາດ, ຊື້ຂາຍຕ້ອງທ່ຽງທຳ, ຢືມຕ້ອງສົ່ງ, ເປ່ເພເສຍຫາຍຕ້ອງໃຊ້ແທນ. 6. ຕ້ອງໂຄສະນາອົບຮົມປະຊາຊົນ, ສາມັກຄີຊ່ວຍເຫລືອປະຊາຊົນ ໃນທຸກວຽກງານ. 7. ຕ້ອງນັບຖືຮີດຄອງປະເພນີຂອງປະຊາຊົນ, ເຄົາລົບຄວາມເຊື່ອຖືຂອງປະຊາຊົນ, ປົກປັກຮັກສາວັດວາອາຮາມກໍຄືວັດຖຸບູຮານ ທີ່ເປັນປະຫວັດສາດ, ບໍ່ໄດ້ມ້າງເພຫລືເຮັດເປິເປື້ອນ ໃສ່ສະຖານທີ່ສາທາລະນະສ່ວນລວມ. 8. ຕ້ອງຮັກສາຄວາມລັບຂອງກອງທັບ ແລະ ຂອງລັດຢ່າງເດັດຂາດ. …
ອ່ານເພີ່ມ >>