Home / ທິດສະດີຊີ້ນຳ / ກົງຈັກການຈັດຕັ້ງ / ກະຊວງປ້ອງກັນປະເທດ ສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ

ກະຊວງປ້ອງກັນປະເທດ ສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ







ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຈັດພິທີ ສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2 ກັນຍາ 1945-2 ກັນຍາ 2025) ໃນວັນທີ 28 ສິງຫາ 2025 ນີ້, ໂດຍມີສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ມີບັນດາສະຫາຍການນໍາກະຊວງປ້ອງກັນປະເທດ, ຄະນະນໍາບັນດາກົມໃຫຍ່, ຫ້ອງວ່າການ ກະຊວງປ້ອງກັນປະເທດ, ຫ້ອງການທີ່ປຶກສາທູດການທະຫານ ສສ ຫວຽດນາມ ປະຈໍາ ສປປ ລາວ, ສະມາຄົມມິດຕະພາບລາວ-ຫວຽດນາມ, ສະມາຄົມນັກທຸລະກິດ, ຄະນະພັກ-ຄະນະບັນຊາ ອົງການ, ກອງບັນຊາການ, ວິທະຍາຄານ, ກົມກອງ, ໂຮງໝໍ, ໂຮງຮຽນ ພ້ອມດ້ວຍນາຍ ແລະ ພົນທະຫານ ອ້ອມຂ້າງສໍານັກງານກະຊວງປ້ອງກັນປະເທດເຂົ້າຮ່ວມ.
ກ່ອນຈະເຂົ້າສູ່ພິທີທາງການ ໄດ້ຮັບຊົມການສະແດງສິລະປະ ຈາກກອງສິລະປະກອນ ກອງທັບປະຊາຊົນລາວ. ຈາກນັ້ນ, ສະຫາຍ ຫງວຽນ ມິງ ເຕີມ ໄດ້ກ່າວໃນພິທີວ່າ: ວັນທີ 2 ກັນຍາ 1945, ຢູ່ສະໜາມຫຼວງບາດິ່ງ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ປະທານ ໂຮ່ຈີມິນ ໄດ້ອ່ານບົດຖະແຫຼງການປະກາດເອກະລາດ ເຊິ່ງໄດ້ປະກາດໃຫ້ທົ່ວປວງຊົນທັງຊາດ ແລະ ທົ່ວໂລກຮັບຊາບ ກ່ຽວກັບຄວາມເປັນເອກະລາດ, ອິດສະຫຼະພາບ, ຄວາມສະເໝີພາບ ຂອງຊາດຫວຽດນາມ, ການສະຖາປະນາ ລັດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ (ປັດຈຸບັນ ແມ່ນປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ) ນັບແຕ່ນັ້ນເປັນຕົ້ນມາ, ປະຊາຊົນຫວຽດນາມ ໄດ້ຖືເອົາວັນທີ 2 ກັນຍາ ຂອງທຸກໆ ປີ ເປັນ “ວັນບຸນເອກະລາດ” ຈາກດິນແດນແຫ່ງໜຶ່ງ ທີ່ບໍ່ມີຊື່ໃນແຜນທີ່ໂລກ, ຖືກສົງຄາມທຳລາຍຢ່າງໜັກໜ່ວງ. ໃນໄລຍະ 80 ປີທີ່ຜ່ານມາ, ພາຍໃຕ້ການນຳພາ ຂອງພັກກອມມູນິດຫວຽດນາມ, ຄຳສາບານແຫ່ງຄວາມເປັນເອກະລາດ ດ້ວຍແນວຄິດອັນເປັນອະມະຕະທີ່ວ່າ: “ບໍ່ມີສິ່ງໃດທີ່ປະເສີດເລີດລໍ້າເໜືອກວ່າເອກະລາດ ແລະ ອິດສະຫຼະພາບ”, ທົ່ວປວງຊົນທັງຊາດຫວຽດນາມ ໄດ້ສາມັກຄີເປັນຈິດໜຶ່ງໃຈດຽວ, ຮ່ວມກັບນໍ້າໃຈສາມັກຄີສາກົນອັນບໍລິສຸດຜຸດຜ່ອງ ນໍາເອົາການປະຕິວັດ ຂອງຫວຽດນາມ ຈາກໄຊຊະນະນີິ້ ໄປສູ່ໄຊຊະນະໃໝ່, ປະຕິບັດສຳເລັດພາລະກິດປົດປ່ອຍຊາດ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ, ໄດ້ປະຕິບັດພາລະກິດປ່ຽນແປງໃໝ່ສຳເລັດຜົນ, ກ້າວໄປສູ່ສັງຄົມນິຍົມ ຢ່າງໜັກແໜ້ນ.
ຈາກພື້ນຖານເສດຖະກິດທີ່ຫຼ້າຫຼັງ, ສສ ຫວຽດນາມ ໄດ້ບືນຕົວຂຶ້ນມາຢູ່ອັນດັບທີ 32 ຂອງໂລກ ດ້ານຂອບຂະໜາດພື້ນຖານເສດຖະກິດ, ຢູ່ໃນກຸ່ມ 20 ພື້ນຖານເສດຖະກິດແຖວໜ້າດ້ານການຄ້າ ແລະ ການດຶງດູດການລົງທຶນຈາກຕ່າງປະເທດ, ເປັນຕ່ອງໂສ້ອັນສໍາຄັນຂອງ 17 ສັນຍາການຄ້າເສລີ (FTA) ເຊື່ອມຈອດກັບ 60 ພື້ນຖານເສດຖະກິດຫຼັກໆ ໃນພາກພື້ນ ແລະ ທົ່ວໂລກ. ຈາກປະເທດໜຶ່ງທີ່ຖືກປິດລ້ອມ ແລະ ຂວໍ້າບາດ, ສສ ຫວຽດນາມ ໄດ້ສ້າງຕັ້ງສາຍພົວພັນທາງການທູດກັບ 194 ປະເທດໃນໂລກ ໃນນັ້ນ, ມີບັນດາສະມາຊິກຖາວອນ ຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ, ບັນດາປະເທດໃຫຍ່ທັງໝົດ ແລະ ແມ່ນສະມາຊິກທີ່ຕັ້ງໜ້າ ຂອງ 70 ກວ່າອົງການຈັດຕັ້ງໃນພາກພື້ນ ແລະ ສາກົນ. ໂດຍຖືເອົາຄວາມອີ່ມໜຳສຳລານ ຂອງປະຊາຊົນ ເປັນເປົ້າໝາຍສູ້ຊົນ, ຫວຽດນາມ ຖືວ່າເປັນປະເທດທີ່ປະສົບຜົນສຳເລັດ ຈາກສະຫະປະຊາຊາດ ແລະ ເພື່ອນມິດສາກົນ, ເປັນສັນຍະລັກແຫ່ງສັນຕິພາບ, ສະຖຽນລະພາບ, ເປັນປະເທດທີ່ຮັກແຂກແພງຄົນ, ເປັນຈຸດໝາຍປາຍທາງຂອງບັນດານັກລົງທຶນ ແລະ ນັກທ່ອງທ່ຽວສາກົນ.
ພ້ອມນີ້, ສະຫາຍ ຍັງໄດ້ກ່າວເຖິງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ນັບມື້ພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ, ແທດຈິງ ແລະ ມີປະສິດທິຜົນ, ນໍາເອົາຜົນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ທັງສອງປະເທດ. ພ້ອມທັງໃຫ້ຮູ້ວ່າ: “ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍມີຄວາມຮັບຮູ້ຢ່າງເລິກເຊິ່ງ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງຕົນ ເພື່ອໃຫ້ຫວຽດນາມ ມີພາລະກິດອັນໜັກແໜ້ນ, ມີກໍາລັງບົ່ມຊ້ອນ, ມີຖານະບົດບາດ ແລະ ອິດທິພົນຊື່ສຽງໃນວົງຄະນະຍາດສາກົນຄືທຸກວັນນີ້, ໄປຄຽງຄູ່ກັບຄວາມພະຍາຍາມບຸກໜ້າບືນຕົວຂອງຕົນແລ້ວ, ພວກຂ້າພະເຈົ້າ ຍາມໃດກໍໄດ້ຮັບການສະໜັບສະໜູນ, ການຊ່ວຍເຫຼືອອັນລ້ຳຄ່າ ຈາກເພື່ອນມິດສາກົນ ໂດຍສະເພາະ ແມ່ນການຊ່ວຍເຫຼືອທີ່ໃຫຍ່ຫຼວງ, ໝົດຈິດໝົດໃຈ, ມີປະສິດທິຜົນ ຂອງພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ”.
ໂອກາດດັ່ງກ່າວ, ສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ໄດ້ສະແດງຄວາມຮູ້ສຶກພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ພັກ-ລັດຖະບານ, ຄະນະນໍາກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍບັນດາສະຫາຍ ນາຍ ແລະ ພົນທະຫານ ໃນທົ່ວກອງທັບປະຊາຊົນລາວ ເຂົ້າຮ່ວມພິທີ ສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ ເຊິ່ງເປັນວັນທີ່ມີຄວາມໝາຍສໍາຄັນຍິ່ງທາງດ້ານປະຫວັດສາດໃນຄັ້ງນີ້, ວັນທີ 2 ກັນຍາ 1945 ເປັນວັນທີ່ສໍາຄັນຍິ່ງ ເຊິ່ງຕະຫຼອດໄລຍະ 80 ປີທີ່ຜ່ານມາ, ພາຍໃຕ້ການນໍາພາ-ຊີ້ນໍາອັນປີຊາສາມາດ ແລະ ສະຫຼາດສ່ອງໃສຈາກການນໍາສູງສຸດ ຂອງພັກຄອມມູນິດຫວຽດນາມໃນແຕ່ລະຮຸ່ນ ນັບແຕ່ອະດີດຈົນເຖິງປັດຈຸບັນ ສາມາດຍາດໄດ້ຜົນງານ ແລະ ໄຊຊະນະອັນໃຫຍ່ຫຼວງໃນພາລະກິດປົດປ່ອຍຊາດ ກໍຄືພາລະກິດແຫ່ງການປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດເຕີບໃຫຍ່ເຂັ້ມແຂງໃນທຸກດ້ານ, ອັນໄດ້ເຮັດໃຫ້ ສສ ຫວຽດນາມ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄວາມເຂັ້ມແຂງທາງດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຊີວິດການເປັນຢູ່ ຂອງປະຊາຊົນຫວຽດນາມດີຂຶ້ນເລື້ອຍໆ ແລະ ຖານະບົດບາດ ຂອງ ສສ ຫຽດນາມ ໃນເວທີພາກພື້ນ ແລະ ສາກົນ ໄດ້ຮັບການເຊີດຊູຂຶ້ນຢ່າງບໍ່ຢຸດຢັ້ງ.
ດັ່ງທີ່ຮັບຮູ້ນໍາກັນແລ້ວວ່າ: ລາວ-ຫວຽດນາມ ແມ່ນສອງປະເທດອ້າຍນ້ອງ ທີ່ມີຊາຍແດນຕິດຈອດກັນ, ເປັນສອງປະເທດທີ່ເຄີຍຕົກຢູ່ໃນຊະຕາກຳອັນດຽວກັນ ແລະ ໄດ້ສາມັກຄີຊ່ວຍເຫຼືອກັນ ແບບ “ຮ່ວມເປັນຮ່ວມຕາຍ, ຮ່ວມທຸກຮ່ວມສຸກ ເຂົ້າເມັດຫັກ ຜັກເສັ້ນດຽວ ກໍບິແບ່ງກັນກິນ” ຮ່ວມສູ້ຮົບຢູ່ໃນຊຸມຄອງອັນດຽວກັນ, ເວົ້າໄດ້ວ່າ: ບໍ່ມີແບບຢ່າງໃດໆ ໃນໂລກທີ່ຈະແໜ້ນແຟ້ນເທົ່າກັບນໍ້າໃຈສາມັກຄີພິເສດ ລາວ-ຫວຽນນາມ, ຫວຽດນາມ-ລາວ ເຊິ່ງປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ໄດ້ສ້າງຂຶ້ນ. ຕະຫຼອດໄລຍະຜ່ານມາ, ພັກ-ລັດ, ກອງທັບ ແລະ ປະຊາຊົນລາວ ຈົດຈໍາລໍ້າລຶກຢູ່ສະເໝີ ແລະ ຮັບຮູ້ຢ່າງເລິກເຊິ່ງວ່າ: ທຸກໄຊຊະນະໃນພາລະກິດປະຕິວັດເພື່ອປົດປ່ອຍຊາດລາວ ໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປັດຈຸບັນ ລ້ວນແຕ່ຕິດພັນກັບຄວາມສາມັກຄີ ແລະ ການຊ່ວຍເຫຼືອລໍ້າຄ່າ ຂອງພັກ-ລັດ, ຂອງກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງ.
ໃນພິທີ ທີ່ມີຄວາມໝາຍສໍາຄັນນີ້, ພວກເຮົາຍິ່ງຈົດຈໍາລໍ້າລຶກ, ຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຈາລຶກບັນດາຄໍາສັ່ງສອນ ຂອງປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ທີ່ແສນເຄົາລົບຮັກ ຜູ້ທີ່ໄດ້ກໍ່ສ້າງຮາກຖານ ແລະ ເປັນແວ່ນແຍງໃສແຈ້ງ ເຊິ່ງໄດ້ຮັບການເພີ່ມພູນຄູນສ້າງ ຈາກຮຸ່ນການນໍາປະຕິວັດ ຂອງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ໄດ້ກາຍເປັນມໍຣະດົກອັນລໍ້າຄ່າ ໃຫ້ແກ່ສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຕະຫຼອດມາ, ສາຍພົວພັນ ແລະ ການຮ່ວມມືລະຫວ່າງ ລາວ-ຫວຽດນາມ ຢູ່ໃນທ່ວງທ່າພັດທະນາອັນຈົບງາມ, ນັບມື້ນັບເລິກເຊິ່ງ ແລະ ກວ້າງຂວາງ, ມີປະສິດທິຜົນໃນທຸກຂົງເຂດ ພິເສດແມ່ນໃນຂົງເຂດດ້ານການເມືອງ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການສຶກສາ, ການກໍ່ສ້າງຊັບພະຍາກອນມະນຸດ, ການຮ່ວມມືດ້ານເສດຖະກິດ-ສັງຄົມ, ວັດທະນະທໍາ ໄດ້ເພີ່ມທະວີດ້ານຄຸນນະພາບ. ພັກ-ລັດ, ກອງທັບ ແລະ ປະຊາຊົນລາວ ຍາມໃດກໍຖືສໍາຄັນ, ໃຫ້ບູລິມະສິດສູງສຸດ ແລະ ຈະເຮັດສຸດຄວາມສາມາດພ້ອມກັບພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ລະຫວ່າງ ສອງປະເທດ ນັບມື້ນັບເກີດດອກອອກຜົນ. ພວກເຮົາຖືສະເໝີວ່າ: ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ, ຫວຽດນາມ-ລາວ ເປັນມູນເຊື້ອອັນດີງາມ ແລະ ຫາຍາກ ທັງເປັນປັດໄຈສໍາຄັນໃນການຕັດສິນໄຊຊະນະໃນພາລະກິດປະຕິວັດ ຂອງສອງປະເທດພວກເຮົາ, ທັງເປັນມໍຣະດົກອັນລໍ້າຄ່າທີ່ສຸດ ຂອງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ດັ່ງນັ້ນ, ພວກເຮົາຈະເດັດດ່ຽວປົກປັກຮັກສາມໍຣະດົກດັ່ງກ່າວ ຄືກັບແກ້ວຕາຂອງຕົນ, ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານອັນເປັນມູນເຊື້ອ ລະຫວ່າງ ສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ອ້າຍນ້ອງ ຈົ່ງໝັ້ນຄົງທະນົງແກ່ນ ແລະ ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ.
ຂໍອວຍພອນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງໝັ້ນຄົງທະນົງແກ່ນ ແລະ ແຕກດອກອອກຜົນຍິ່ງໆ ຂຶ້ນ ແລະ ອວຍພອນບັນດາສະຫາຍຜູ້ນໍາພັກ-ລັດ ຫວຽດນາມ ແລະ ລາວ ຈົ່ງມີສຸຂະພາບເຂັ້ມແຂງ, ຂໍຊົມເຊີຍ ສະຫາຍ ຫງວຽນ ມິງ ເຕີມ ເອກອັກຄະລະຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ທີ່ໄດ້ສະຫຼະເວລາອັນມີຄຸນຄ່າມາຮ່ວມພິທີໃນຄັ້ງນີ້, ພ້ອມທັງ ອວຍພອນໃຫ້ສະຫາຍ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ພ້ອມຄະນະ ຈົ່ງມີສຸຂະພາບ ເຂັ້ມແຂງ, ມີຄວາມຜາສຸກ ໃນຊີວິດສ່ວນຕົວ ແລະ ຄອບຄົວ, ອວຍພອນບັນດາ ສະຫາຍ ຫວຽດນາມ ແລະ ລາວ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກເລື້ອຍໆ ໄປ.
ຈາກນັ້ນ, ສະຫາຍ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ແລະ ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຕັດແຖບຜ້າ ເປີດງານວາງສະແດງຮູບພາບ ຢູ່ຫໍພິພິທະພັນປະຫວັດສາດກອງທັບ ຕື່ມອີກ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ

ກ່ຽວກັບ mps