Home / ທິດສະດີຊີ້ນຳ / ກົມໃຫຍ່ການເມືອງກອງທັບ ປາຖະກະຖາຫວນຄືນມູນເຊື້ອ 2 ວັນປະຫວັດສາດ

ກົມໃຫຍ່ການເມືອງກອງທັບ ປາຖະກະຖາຫວນຄືນມູນເຊື້ອ 2 ວັນປະຫວັດສາດ



ໃນວັນທີ 28 ກໍລະກົດ 2025 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອ 2 ວັນປະຫວັດສາດ ຄື: ວັນຄ້າຍວັນເກີດ ປະທານ ສຸພານຸວົງ ຄົບຮອບ 116 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 48 ປີ, ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 63 ປີ, ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາຄະນະພັກ-ຄະນະບັນຊາ ກົມ, ຫ້ອງການ, ກອງ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ໄດ້ຫວນຄືນມູນເຊື້ອ ວັນຄ້າຍວັນເກີດ ປະທານ ສຸພານຸວົງ ຄົບຮອບ 116 ປີ ໃຫ້ຮູ້ວ່າ: ປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ ແລະ ໄດ້ເປັນແບບຢ່າງໃນການຊອກຮູ້ຮໍ່າຮຽນຫຼາຍດ້ານ, ມີຄວາມດຸໝັ່ນໃນການລົງເຝິກຫັດ-ປະຕິບັດຕົວຈິງ ຊອກຮູ້ປະສົບການໃນດ້ານຕ່າງໆ, ເພິ່ນມີຄວາມບາກບັນໃນການຄົ້ນຄວ້າ ຮໍ່າຮຽນ ທັງມີຄວາມເປັນເຈົ້າການປະດິດສ້າງຮຽນຮູ້ດ້ວຍຕົວເອງ ເພິ່ນໄດ້ດຳລົງຊີວິດແບບງ່າຍ, ບໍ່ຟູມເຟືອຍ, ເພິ່ນຍັງມີພອນສະຫວັນໃນການຮຽນພາສາຊາດຕ່າງໆ, ປະທານ ສຸພານຸວົງ ແມ່ນປັນຍາຊົນຜູ້ຍິງໃຫຍ່ທີ່ມີນໍ້າໃຈຮັກຊາດອັນດູດດື່ມ, ມີຈິດໃຈຕໍ່ສູ້ທີ່ອາດຫານກ້າແກ່ນ, ມີທັດສະນະຫຼັກໝັ້ນໜັກແໜ້ນ ແລະ ມີນໍ້າໃຈເສຍສະຫຼະອັນສູງສົ່ງ ເພື່ອຊາດເພື່ອປະຊາຊົນ ໄດ້ເລີ່ມຈາກນັກຮັກຊາດທີ່ແທ້ຈິງ ຈົນກາຍເປັນນັກປະຕິວັດທີ່ກ້າແກ່ນ, ເປັນໜຶ່ງໃນບັນດາຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ ເຊິ່ງເພິ່ນໄດ້ເປັນແບບຢ່າງໃຫ້ຄົນຮຸ່ນຫຼັງໃນການຮຽນຮູ້ເອົາທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ ກໍຄືແນວທາງການປຽນແປງໃໝ່, ເອົາໃຈໃສ່ເຝິກຝົນຕົນເອງ ໃຫ້ກາຍເປັນພະນັກງານຮຸ່ນສືບທອດ ທີ່ຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ.
ພ້ອມນີ້, ສະຫາຍ ຍັງໄດ້ຫວນຄືນມູນເຊື້ອ ວັນເຊັນສົນທິສັນຍາມິດຕະພາບ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 48 ປີ, ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 63 ປີ ວ່າ: ໂດຍປະຫວັດຄວາມເປັນມາ ຂອງສອງຊາດ ລາວ-ຫວຽດນາມ ທີ່ມີມູນເຊື້ອໄປມາຫາສູ່ ແລະ ແລກປ່ຽນວັດທະນະທຳ ເຊິ່ງກັນ ແລະ ກັນ, ປະຊາຊົນສອງຊາດ ມີມູນເຊື້ອສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ມາເປັນເວລາດົນນານ ພິເສດແມ່ນໄລຍະການດໍາເນີນການຕໍ່ສູ້ປະຕິວັດ ເປັນເວລາເຄິ່ງສະຕະວັດ ພາຍໃຕ້ການນຳພາ ຂອງພັກກອມມູນິດອິນດູຈີນ ຕໍ່ມາແມ່ນພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ມີຄວາມຜູກພັນ, ສາມັກຄີ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເປັນມູນເຊື້ອອັນດີງາມມາແຕ່ດົນນານນັ້ນ ໄດ້ເພີ່ມຄວາມແໜ້ນແຟ້ນ ແລະ ເຕີບໃຫຍ່ກາຍເປັນຄວາມສາມັກຄີພິເສດ, ການພົວພັນຮ່ວມມືຮອບດ້ານ ຂອງສອງຊາດ ລາວ-ຫວຽດນາມ ໂດຍແມ່ນ ປະທານ ໂຮ່ຈີມິນ ແລະ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ເປັນຜູ້ລິເລີ່ມ ຈາກນັ້ນມາ, ການນຳແຕ່ລະຮຸ່ນຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຕ່າງກໍໄດ້ເອົາໃຈໃສ່ປັບປຸງເສີມຂະຫຍາຍໃຫ້ກາຍເປັນການພົວພົນສາມັກຄີອັນບໍລິສຸດຜຸດຜ່ອງ ທີ່ຫາຍາກໃນການພົວພັນສາກົນ ແລະ ກາຍເປັນມໍລະດົກອັນລໍ້າຄ່າ ຂອງສອງຊາດ ລາວ-ຫວຽດນາມ.
ໂດຍ: ໄຊຍະເສນ ແກ້ວມະນີວົງ

ກ່ຽວກັບ mps