ໃນວັນທີ 26 ສິງຫາ 2025 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ຈັດພິທີ ປາຖະກະຖາມູນເຊື້ອ 2 ວັນປະຫວັດສາດຄື: ວັນຍຶດອຳນາດ ຄົບຮອບ 50 ປີ (23 ສິງຫາ 1975-23 ສິງຫາ 2025) ແລະ ສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025), ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາຄະນະພັກ-ຄະນະບັນຊາ ກົມ, ຫ້ອງການ, ກອງ ແລະ ພະນັກງານ-ນັກຮົບອ້ອມຂ້າງກົມໃຫຍ່ການເມືອງກອງທັບເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ໄດ້ຍົກໃຫ້ເຫັນເຖິງມູນເຊື້ອວັນຍຶດອໍານາດ 23 ສິງຫາ 1945 ເຊິ່ງເປັນວັນທີ່ປະຊາຊົນບັນດາເຜົ່າ ໄດ້ລຸກຮືຂຶ້ນເດີນຂະບວນຕໍ່ສູ້ເພື່ອຄວາມເປັນເອກະລາດ, ສິດເສລີພາບ ແລະ ດ້ວຍນໍ້າໃຈອັນຮັກຊາດ, ດ້ວຍຄວາມຄຽດແຄ້ນຕໍ່ການຮຸກຮານ ແລະ ການກົດຂີ່ຂູດຮີດຂອງພວກລ່າເມືອງຂຶ້ນ, ຕໍ່ສູ້ຈົນໄດ້ຮັບໄຊຊະນະ ແລະ ໄດ້ເປັນໄຊຊະນະຄັ້ງປະຫວັດສາດ ຂອງຊາດລາວ ເຊິ່ງໄດ້ມີຄວາມໝາຍຄວາມສໍາຄັນທີ່ສຸດຕໍ່ປະຊາຊົນລາວ ເພາະວ່າໄດ້ເປັນຂີດໝາຍອັນສໍາຄັນໃນການຕໍ່ສູ້ຍາດເອົາເອກະລາດ ແລະ ອິດສະຫຼະພາບ ຂອງປະຊາຊົນລາວຄັ້ງທຳອິດ ທີ່ສາມາດທັບມ້າງແອກປົກຄອງຂອງລັດທິລ່າເມືອງຂຶ້ນຝຣັ່ງ ແລະ ເປັນການເປີດສາກໃຫ້ແກ່ການເຄື່ອນໄຫວປະຕິວັດລາວກ້າວໄປສູ່ໄລຍະໃໝ່. ພາຍຫຼັງພວກລ່າເມືອງຂຶ້ນຝຣັ່ງຖືກປະລາໄຊ ຈັກກະພັດອາເມຣິກາ ໄດ້ກະໂດດເຂົ້າມາແທນ, ຕໍ່ມາຮອດ ວັນທີ 23 ສິງຫາ 1975 ຊາວນະຄອນຫຼວງວຽງຈັນ ກໍຄືປະຊາຊົນລາວບັນດາເຜົ່າ ໄດ້ໂຮມຊຸມນຸມມິດຕິງ ເພື່ອຕ້ອນຮັບການປະກາດສ້າງຕັ້ງອໍານາດການປົກຄອງປະຕິວັດ ເຊິ່ງເປັນອັນວ່າ ລະບົບອໍານາດການປົກຄອງປະຕິວັດທັງໝົດແຕ່ຂັ້ນແຂວງ, ນະຄອນຫຼວງ ລົງຮອດຂັ້ນຮາກຖານ ໄດ້ຮັບການສ້າງຕັ້ງຂຶ້ນ ໃນທົ່ວເຂດປົກຄອງ ຂອງສັດຕູ. ວັນທີ 2 ທັນວາ 1975 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ຢູ່ນະຄອນຫຼວງວຽງຈັນ, ກອງປະຊຸມໄດ້ເປັນເອກະສັນຜ່ານບັນດາມະຕິອັນເປັນປະຫວັດສາດ, ການຕົກລົງລົບລ້າງລະບອບລາຊາທິປະໄຕທີ່ຫຼ້າສະໄໝ ແລະ ສະຖາປະນາ ລະບອບສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ສ້າງຕັ້ງສະພາປະຊາຊົນສູງສຸດ, ແຕ່ງຕັ້ງ ປະທານປະເທດ ແລະ ສ້າງຕັ້ງລັດຖະບານ ສປປ ລາວ, ກຳນົດທຸງຊາດ, ເພງຊາດ ແລະ ພາສາທາງການ. ວັນທີ 23 ສິງຫາ ຈຶ່ງມີຄວາມໝາຍຄວາມສໍາຄັນຫຼາຍ ສໍາລັບປະຊາຊົນລາວທັງຊາດ ເພາະວ່າ: ໄຊຊະນະດັ່ງກ່າວ ແມ່ນໝາກຜົນແຫ່ງການຕໍ່ສູ້ປະຕິວັດອັນຍືດເຍື້ອຍາວນານ ຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນໍາພາ ຂອງພັກປະຊາຊົນປະຕິວັດລາວ, ແມ່ນຜົນທີ່ເກີດຈາກຄວາມກ້າຫານປະດິດສ້າງແຫ່ງການນໍາໃຊ້ 3 ບາດຄ້ອນຍຸດທະສາດ ເພື່ອຍຶດອໍານາດການປົກຄອງ ໃນທົ່ວປະເທດແບບ “ບົວບໍ່ຊໍ້ານໍ້າບໍ່ຂຸນ” ແມ່ນໄຊຊະນະ ຂອງແນວທາງປະຕິວັດອັນຖືກຕ້ອງ ແລະ ການນໍາພາອັນສະຫຼາດສ່ອງໃສ ຂອງພັກ ທີ່ຮູ້ໝູນໃຊ້ລັດທິມາກ-ເລນິນ ເຂົ້າໃນພຶດຕິກຳຕົວຈິງ ຂອງການປະຕິວັດລາວ ຢ່າງປະດິດສ້າງ, ແມ່ນໄຊຊະນະ ຂອງກໍາລັງແຮງແຫ່ງຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ ຂອງປວງຊົນທັງຊາດ, ຄວາມເປັນອັນໜຶ່ງອັນດຽວກັນ ຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ, ແມ່ນໄຊຊະນະຂອງຄວາມສາມັກຄີຮ່ວມສໍາພັນສູ້ຮົບ ລະຫວ່າງ ປະຊາຊົນ ລາວ-ຫວຽດນາມ-ກຳປູເຈຍ ທີ່ໄດ້ຄຽງບ່າຄຽງໄຫຼກັນຕ້ານສັດຕູໂຕດຽວກັນ.
ຈາກນັ້ນ, ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນ ຂອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 75 ປີ, ເຊິ່ງຊາດລາວ ເປັນຊາດໜຶ່ງ ທີ່ມີປະຫວັດສາດອັນຍາວນານ, ມີມູນເຊື້ອການຕໍ່ສູ້ ຂອງ ປະຊາຊົນລາວບັນດາເຜົ່າ ເພື່ອຄວາມເປັນເອກະລາດ, ເສລີພາບ ແລະ ຄວາມຢູ່ດີກິນດີຂອງຕົນ, ແນວລາວສ້າງຊາດໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 13 ສິງຫາ 1950 ເຊິ່ງເປັນໄລຍະທີ່ພວກຈັກກະພັດລ່າເມືອງຂຶ້ນແບບເກົ່າໄດ້ເຂົ້າມາຮຸກຮານ ແລະ ຄອບຄອງປະເທດລາວ, ປະຊາຊົນລາວ ບັນດາເຜົ່າຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ ຈຶ່ງເກີດມີຂະບວນການຕ່າງໆ ລຸກຮືຂຶ້ນຕໍ່ສູ້ຢ່າງອົງອາດກ້າຫານ ເພື່ອຍາດເອົາຄວາມເປັນເອກະລາດ ແລະ ອິດສະຫຼະພາບແຫ່ງຊາດ ໃນນີ້, ແນວລາວສ້າງຊາດເປັນສ່ວນປະກອບສຳຄັນທີ່ຕັດແຍກບໍ່ໄດ້ໃນລະບົບການເມືອງ ປະຊາທິປະໄຕ ປະຊາຊົນ ທີ່ມີພັກປະຊາຊົນປະຕິວັດລາວເປັນແກ່ນນໍາ, ວຽກງານແນວໂຮມໃນໄລຍະໃໝ່ ແມ່ນການເສີມສ້າງຄວາມສາມັກຄີປວງຊົນລາວ, ແມ່ນການເຕົ້າໂຮມກຳລັງແຮງທົ່ວສັງຄົມ ແລະ ວຽກງານແນວໂຮມ ແມ່ນຄວາມຮັບຜິດຊອບໂດຍກົງ ຂອງພັກ ແລະ ລັດ ກໍຄືແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນແຕ່ລະຂັ້ນ ເຊິ່ງພັກເປັນຄັນທຸງ, ເປັນແກນກາງ ຂອງວຽກງານແນວໂຮມ ແລະ ແນວລາວສ້າງຊາດ ເປັນອົງການສໍາຄັນທາງການເມືອງ-ສັງຄົມ, ເປັນອົງການຫຼັກແຫຼ່ງ, ເປັນເຈົ້າການເຕົ້າໂຮມຄວາມສາມັກຄີປະຊາຊົນທຸກຊັ້ນຄົນ, ຊົນເຜົ່າ, ເພດໄວ, ສາສະໜາ, ພີ່ນ້ອງລາວຢູ່ຕ່າງປະເທດ ຊ່ວຍພັກ ແລະ ລັດ ໃນແຕ່ລະຂັ້ນ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ