ວັນທີ 2 ຕຸລາ 2025 ນີ້, ສະຫາຍ ພົນຕີ ສອນທອງ ພົມລາວົງ ອະດີດກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ອະດີດຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ພົບປະໂອ້ລົມ ຄະນະພັກ-ຄະນະບັນຊາ ກົມໂຄສະນາອົບຮົມ ແລະ ບັນດາກົມກອງສື່ມວນຊົນກອງທັບ, ມີ ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ມີ ຄະນະພັກ-ຄະນະບັນຊາ ບັນດາກົມກອງສື່ມວນຊົນ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ໃນການພົບປະໂອ້ລົມໃນຄັ້ງນີ້, ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ຍົກໃຫ້ເຫັນຄວາມສໍາຄັນ ຂອງວຽກງານໂຄສະນາແນວຄິດ-ວັດທະນະທໍາໃນກອງທັບ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດການເຄື່ອນໄຫວວຽກງານໂຄສະນາ ໃນໄລຍະຜ່ານມາ, ບັນຫາສໍາຄັນພື້ນຖານການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກົມໃຫຍ່ການເມືອງກອງທັບ ເຂົ້າສູ່ວຽກງານຕົວຈິງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນສໍາເລັດລວມຂອງກອງທັບ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດມະຕິຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນການປະຈໍາປີຂອງກະຊວງປ້ອງກັນປະເທດ, ນໍາເອົາແນວທາງ, ແນວຄິດທິດສະດີຂອງພັກ ແລະ ຜົນສໍາເລັດຂອງກອງທັບ ລົງສູ່ພະນັກງານ-ນັກຮົບໃນທົ່ວກອງທັບ ໂດຍໃຊ້ພາຫະນະສື່ມວນຊົນກອງທັບ ໃຫ້ກວ້າງຂວາງ, ຮູ້ໝູນໃຊ້ຄວາມກ້າວໜ້າທາງດ້ານເຕັກນິກວິທະຍາສາດ ເຂົ້າສູ່ວຽກງານຕົວຈິງ ໂດຍການຫັນຈາກການສະເໜີຂ່າວດ້ານດຽວມາກະຈາຍຂ່າວດ້ວຍຫຼາຍຊ່ອງທາງ ໃຫ້ທັນກັບສະພາບການ ແລະ ທັນສະໄໝຂຶ້ນກວ່າເກົ່າ.
ພ້ອມກັນນັ້ນ, ສະຫາຍ ຍັງໄດ້ຍົກໃຫ້ເຫັນບັນຫາຄົງຄ້າງທີ່ແຕ່ລະກົມກອງ ຕ້ອງໄດ້ປັບປຸງແກ້ໄຂໃນຕໍ່ໜ້າ, ລວມທັງບັນຫາທີ່ສົ່ງຜົນກະທົບ ຕໍ່ວຽກງານແນວຄິດ-ວັດທະນາທໍາພາຍໃນກອງທັບ ແລະ ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ແຕ່ລະກົມກອງ ຕ້ອງເພີ່ມທະວີຄວາມຮັບຜິດຊອບການເມືອງຂອງຕົນ ໃນການນໍາພາ-ຊີ້ນໍາ ວຽກງານວິຊາສະເພາະ, ຍົກລະດັບຄວາມຮູ້ ຄວາມສາມາດ ຂອງພະນັກງານວິຊາການແຕ່ລະດ້ານໃຫ້ມີຄຸນນະພາບ, ກົມໂຄສະນາອົບຮົມ ຕ້ອງເປັນເສນາທິການໃຫ້ແກ່ກົມໃຫຍ່ການເມືອງກອງທັບ ໃນການປະຕິບັດວຽກງານໂຄສະນາແນວຄິດ-ວັດທະນະທໍາ, ແບ່ງວຽກງານຮັບຜິດຊອບຢ່າງລະອຽດຈະແຈ້ງ, ເອົາໃຈໃສ່ບໍາລຸງສ້າງພະນັກງານ ໃຫ້ສາມາດເຮັດລ້ອນໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ
Home / ທິດສະດີຊີ້ນຳ / ການເຄື່ອນໄຫວຊີ້ນຳ / ອະດີດຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ພົບປະໂອ້ລົມ ຄະນະພັກ-ຄະນະບັນຊາ ກົມໂຄສະນາອົບຮົມ ແລະ ບັນດາກົມກອງສື່ມວນຊົນກອງທັບ