Home / ທິດສະດີຊີ້ນຳ / ການເຄື່ອນໄຫວຊີ້ນຳ / ຮອງນາຍົກລັດຖະມົນຕີ ຊີ້ນຳກອງປະຊຸມປຶກສາຫາລືວຽກງານຄຸ້ມຄອງໄພພິບັດ

ຮອງນາຍົກລັດຖະມົນຕີ ຊີ້ນຳກອງປະຊຸມປຶກສາຫາລືວຽກງານຄຸ້ມຄອງໄພພິບັດ



ວັນທີ 6 ຕຸລາ 2025 ນີ້, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ ເພື່ອປຶກສາຫາລືການແກ້ໄຂຜົນກະທົບໄພນ້ຳຖ້ວມ ທີ່ເກີດຂຶ້ນຈາກພາຍຸ ໃນປີ 2025 ເປັນຕົ້ນ ພາຍຸວຸທິບ, ວິພາ ແລະ ບົວລອຍ ແລະ ແຜນການກະກຽມຄວາມພ້ອມຮັບມືກັບລົມພະຍຸແມັດໂມ ທີ່ຈະພັດຜ່ານເຂົ້າມາ ສປປ ລາວ ໃນໄວໆນີ້ ໂດຍການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ມີສະຫາຍ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ, ຮອງປະທານຜູ້ປະຈຳການ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ພ້ອມດ້ວຍບັນດາ ຮອງລັດຖະມົນຕີ, ຜູ້ຕາງໜ້າບັນດາກະຊວງ-ອົງການ ທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ຄະນະກໍາມະການໄພພິບັດຂັ້ນສູນກາງເຂົ້າຮ່ວມ.
ໃນກອງປະຊຸມ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບຜົນການເກັບກຳຂໍ້ມູນ ຜົນກະທົບ ແລະ ຜົນເສຍຫາຍ ຈາກພາຍຸ ທີ່ເຂົ້າມາ ສປປ ລາວ ໃນປີ 2025 ເປັນຕົ້ນ ພາຍຸວຸທິບ, ວິພາ ແລະ ບົວລອຍ ຈາກຜູ້ຕາງໜ້າຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ສະເພາະຜົນກະທົບຈາກພາຍຸບົວລອຍ ທີ່ພັດຜ່ານເຂົ້າມາ ສປປ ລາວ ໃນລະຫວ່າງວັນທີ 29 ກັນຍາ ຫາ ວັນທີ 4 ຕຸລາ 2025 ເຮັດໃຫ້ເກີດມີຝົນຕົກຫຼາຍ ແລະ ນໍ້າຖ້ວມ ຢູ່ 10 ແຂວງຄື: ໄຊຍະບູລີ, ຫົວພັນ, ຊຽງຂວາງ, ບໍລິຄຳໄຊ, ໄຊສົມບູນ, ວຽງຈັນ, ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຈຳປາສັກ, ແລະ ອັດຕະປື, ເຊິ່ງໄດ້ສົ່ງຜົນກະທົບຕໍ່ 34 ເມືອງ, 131 ບ້ານ, 632 ຄົວເຮືອນ, 3.118 ຄອບຄົວ 17.202 ຄົນ, ຍິງ 7.020 ຄົນ, ມີຜູ້ເສຍຊີວິດ 4 ຄົນ (ຢູ່ແຂວງບໍລິຄໍາໄຊ, ໄຊສົມບູນ, ສະຫວັນນະເຂດ ແລະ ຫົວພັນ ແຂວງລະ 1 ຄົນ), ສູນຫາຍ 4 ຄົນ (ຊຽງຂວາງ 2 ຄົນ, ຫົວພັນ 1 ຄົນ ແລະ ນະຄອນຫຼວງວຽງຈັນ 0/1 ຄົນ). ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ, ພ້ອມທັງ ລາຍງານບາງວຽກງານ ທີ່ຕິດພັນກັບຂະແໜງການຂອງຕົນ, ເຊິ່ງຜູ້ຕາງໜ້າກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບການຕິດຕາມກວດກາຄວາມປອດໄພຂອງບັນດາເຂື່ອນໄຟຟ້າ ແລະ ການບໍລິຫານຈັດການນໍ້າໃນເຂື່ອນ ເຫັນວ່າ ປັດຈຸບັນ ບັນດາເຂື່ອນໄຟຟ້າ ໃນທົ່ວປະເທດ ແມ່ນຮັບປະກັນຄວາມປອດໄພດີ, ລວມທັງການບໍລິຫານຈັດການນໍ້າໃນເຂື່ອນ ແລະ ໄດ້ເອົາໃຈໃສ່ກະກຽມແຜນຮັບມື ຕໍ່ພາຍຸທີ່ຈະເຂົ້າມາໃນຕໍ່ໜ້າ ເປັນຢ່າງດີ.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ເນັ້ນໜັກໃຫ້ພາກສ່ວນກ່ຽວຂ້ອງສືບຕໍ່ເອົາໃຈໃສ່ກອບກູ້, ຊ່ວຍເຫຼືອປະຊາຊົນຜູ້ປະສົບໄພຢ່າງທັນການ, ເອົາໃຈໃສ່ຟື້ນຟູພື້ນຖານໂຄງລ່າງ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ໂດຍສະເພາະຂົວ, ເສັ້ນທາງຄົມມະນາຄົມ ໃຫ້ສາມາດນໍາໃຊ້ໄດ້, ສືບຕໍ່ເອົາໃຈໃສ່ຕິດຕາມສະພາບອາກາດ ທີ່ອາດຈະເກີດມີພາຍຸຫົວໃໝ່ ໃຫ້ມີລະບົບການແຈ້ງເຕືອນໄພລ່ວງໜ້າ ເຖິງປະຊາຊົນບັນດາເຜົ່າ ໃນພື້ນທີ່ ທີ່ມີຄວາມສ່ຽງ ຢ່າງວ່ອງໄວທັນການ ເພື່ອການກະກຽມຄວາມພ້ອມຮັບມືໄພພິບັດ ທີ່ອາດເກີດຂຶ້ນ, ພ້ອມທັງ ໃຫ້ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ເປັນເຈົ້າການກະກຽມກໍາລັງ, ອຸປະກອນຕ່າງໆ ເພື່ອເຂົ້າຊ່ວຍເຫຼືອປະຊາຊົນ ໃນກໍລະນີຫາກເກີດໄພພິບັດ ແລະ ປະສົບໄພຕົວຈິງ ວ່ອງໄວທັນການ, ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍ່ຄືກອງເລຂາຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ສືບຕໍ່ປັບປຸງບົດລາຍງານ ການປະເມີນຜົນເສຍຫາຍ ແລະ ຄວາມຕ້ອງການໃນການແກ້ໄຂສຸກເສີນ ແລະ ການຟື້ນຟູໄລຍະຍາວ ເພື່ອນໍາສະເໜີລັດຖະບານ ມີທິດຊີ້ນໍາ, ປະສານສົມທົບຢ່າງໃກ້ຊິດກັບ ຄະນະກໍາມະການຄຸ້ມຄອງໄພພິບັດບັນດາແຂວງ ໃນການເກັບຂໍ້ມູນຜົນກະທົບ ແລະ ຄວາມຕ້ອງການ ໃນການຟື້ນຟູແຕ່ລະໄລຍະ, ລວມທັງ ການກະກຽມຄວາມພ້ອມດ້ານຕ່າງໆ ຕໍ່ການປ້ອງກັນ ແລະ ຮັບມືກັບສະພາບໄພພິບັດ ທີ່ອາດຈະເກີດຂຶ້ນ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

ກ່ຽວກັບ mps