ວັນທີ 9 ມິຖຸນາ 2025 ນີ້, ກະຊວງປ້ອງກັນປະເທດ ໄດ້ປະກາດການແຕ່ງຕັ້ງຮອງຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ແລະ ປະກາດການເລື່ອນຊັ້ນໃຫ້ນາຍທະຫານຂັ້ນສູງ, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະນຳກະຊວງປ້ອງກັນປະເທດ, ຄະນະນຳກົມໃຫຍ່, ຫ້ອງວ່າການ ກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາອົງການ, ກົມ, ກອງອ້ອມຂ້າງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ກໍາມະການຄະນະປະຈຳພັກ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຄະນະຫ້ອງວ່າການ ກະຊວງປ້ອງກັນປະເທດ ໃນນີ້, ຕົກລົງແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ຄໍາແຫວນ ຫຼ້າບົວມະຫາໄຊ ເປັນຮອງຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ແລະ ສະຫາຍ ພັນເອກ ສຸລິໄຊ ພິຈິດ …
ອ່ານເພີ່ມ >>ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IXໄຂຂຶ້ນຢ່າງເປັນທາງການ
ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 9 ມິຖຸນາ 2025 ຢູ່ທີ່ຫໍສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໂດຍມີທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ມີບັນດາທ່ານການນໍາຂັ້ນສູງ ແລະ ອະດີດການນໍາຂັ້ນສູງ ຂອງພັກ-ລັດ, ບັນດາທ່ານສະມາຊິກລັດຖະບານ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ບັນດາທູຕານຸທູດ, ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ, ບັນດາຜູ້ຊົງຄຸນວຸດທິ, ສະຖາບັນການສຶກສາ, ຫົວໜ່ວຍທຸລະກິດ ແລະ ບັນດາທ່ານສະມາຊິກສະພາແຫ່ງຊາດ ໃນຖານະທີ່ເປັນຕົວແທນ ແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດເຂົ້າຮ່ວມ. ທ່ານ …
ອ່ານເພີ່ມ >>ສານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ 5 ມິຖຸນາ 2025
ພີ່ນ້ອງຮ່ວມຊາດ ທີ່ຮັກແພງ ທັງຫຼາຍ ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ໝູນວຽນມາຄົບຮອບອີກວາລະໜຶ່ງ ເຊິ່ງປີນີ້ ວັນສິ່ງແວດລ້ອມໂລກ ແມ່ນຄົບຮອບ 52 ປີ ແລະ ວັນສິ່ງແວດລ້ອມແຫ່ງຊາດ ແມ່ນຄົບຮອບ 26 ປີ. ຈຸດປະສົງຂອງການສະເຫຼີມສະຫຼອງວັນດັ່ງກ່າວ ເພື່ອເປັນການປູກຈິດສຳນຶກໃຫ້ທົ່ວໂລກ ແລະ ຄົນລາວທຸກຄົນ ເຫັນຄວາມສຳຄັນ ຂອງສິ່ງແວດລ້ອມ ແລະ ຮ່ວມກັນແກ້ໄຂບັນຫາໂລກຮ້ອນຂຶ້ນ ອັນເນື່ອງມາຈາກການປ່ຽນແປງດິນຟ້າອາກາດ ແລະ ຮ່ວມແຮງຮ່ວມໃຈກັນ ຫຼຸດຜ່ອນການນຳໃຊ້ປລາສຕິກ ແລະ ແກ້ໄຂບັນຫາຕ່າງໆ ທີ່ຕິດພັນກັບສິ່ງແວດລ້ອມ ທີ່ເປັນໄພຂົ່ມຂູ່ຕໍ່ການດຳລົງຊິວິດຂອງມະນຸດ, ຊີວະນານາພັນ. ສໍາລັບປີນີ້ ສາທາລະນະລັດ ເກົາຫຼີ ຈະເປັນເຈົ້າພາບຈັດງານສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ພາຍໃຕ້ຄຳຂວັນທີ່ວ່າ “ການຫຼຸດຜ່ອນມົນລະພິດປລາຕິກໃນທົ່ວໂລກ”. ສໍາລັບ ສປປ ລາວ ພວກເຮົາ ກໍໄດ້ຮ່ວມກັບປະເທດຕ່າງໆ ໃນທົ່ວໂລກ ສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ …
ອ່ານເພີ່ມ >>ໜ່ວຍງານກໍ່ສ້າງຮາກຖານການເມືອງ ກົມໃຫຍ່ການເມືອງກອງທັບ ເຄື່ອນໄຫວຕິດຕາມຢ້ຽມຢາມ ແລະ ຊຸກຍູ້ໃຫ້ກຳລັງໃຈພະນັກງານ-ນັກຮົບ
ວັນທີ 6 ມິຖຸນາ 2025 ນີ້, ໜ່ວຍງານກໍ່ສ້າງຮາກຖານການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ເຄື່ອນໄຫວຕິດຕາມຢ້ຽມຢາມ ແລະ ຊຸກຍູ້ໃຫ້ກຳລັງໃຈພະນັກງານ-ນັກຮົບ ຢູ່ບັນດາປ້ອມທະຫານຊາຍແດນ ເມືອງຄອບ ແຂວງໄຊຍະບູລີ ເຊິ່ງນຳພາໂດຍ ສະຫາຍ ພັນເອກ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະ. ການເຄື່ອນໄຫວໃນຄັ້ງນີ້ ເພື່ອຕິດຕາມ, ຢ້ຽມຢາມ ແລະ ຊຸກຍູ້ໃຫ້ກຳລັງໃຈພະນັກງານ-ນັກຮົບ ໃຫ້ມີແນວຄິດອຸ່ນອຽນທຸ່ນທ່ຽງ, ຫ້າວຫັນ ແລະ ມີຄວາມອົດທົນຜ່ານຜ່າທຸກຄວາມຫຍຸ້ງຍາກ, ປະຕິບັດໜ້າທີ່ວຽກງານໃຫ້ມີຜົນສໍາເລັດຕາມການມອບໝາຍ. ໂອກາດນີ້, ສະຫາຍ ພັນເອກ ແສງອາລຸນ ແກ້ວສະຫວ່າງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພະນັກງານ-ນັກຮົບທຸກສະຫາຍ ທີ່ໄດ້ເອົາໃຈໃສ່ເຄື່ອນໄຫວເຮັດໜ້າທີ່ຂອງຕົນ ຕາມການມອບໝາຍ ເຮັດໃຫ້ສະພາບຂອບເຂດທີ່ຕົນຮັບຜິດຊອບມີຄວາມສະຫງົບ, ເຖິງແມ່ນວ່າຈະມີອຸປະສັກຫຍຸ້ງຍາກປານໃດກໍຕາມ ແຕ່ທຸກສະຫາຍ ຍັງມີແນວຄິດອຸ່ນອຽນທຸ່ນທ່ຽງ ຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ໂດຍສະເພາະແມ່ນ ການປ້ອງກັນສາລະເວຕາມຊາຍແດນທີ່ຕົນຮັບຜຜິດຊອບ. ເພື່ອເປັນການສືບຕໍ່ເຮັດໃຫ້ສະພາບມີຄວາມສະຫງົບ ສະຫາຍ ໄດ້ເນັ້ນໜັກໃຫ້ຜູ້ບັນຊາຢູ່ແຕ່ລະປ້ອມ ຕ້ອງໄດ້ເອົາໃຈໃສ່ຕິດຕາມເກັບກຳສະພາບການເຄື່ອນໄຫວ …
ອ່ານເພີ່ມ >>ສະບັບພິເສດ ເດືອນ ກຸມພາ 2025
ສະບັບພິເສດ ເດືອນ ກຸມພາ 2025
ອ່ານເພີ່ມ >>ກະຊວງປ້ອງກັນປະເທດ ຈັດພິທີປູກຕົ້ນໄມ້
ໃນວັນທີ 1 ມິຖຸນາ 2025 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດພິທີປູກຕົ້ນໄມ້ປະຈຳປີ 2025 ຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ ຄົບຮອບ 101 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ, ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ , ມີບັນດາການນໍາຂັ້ນສູງ, ລັດຖະມົນຕີ, ຮອງລັດຖະມົນຕີ, ມີຄະນະອຳນວຍການວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ຄະນະຊ່ຽວຊານຕ່າງປະເທດ, ແຂກຖືກເຊີນ,ພະນັກງານ-ນັກຮົບ, ນັກສຶກສາ ແລະ ນ້ອງນ້ອຍເຍົາວະຊົນເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ ໄດ້ກ່າວເປີດພິທີປູກຕົ້ນໄມ້ ປະຈຳປີ …
ອ່ານເພີ່ມ >>ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດພິທີປູກຕົ້ນໄມ້
ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ (ວັນທີ 1 ມິຖຸນາ 1980-1 ມິຖຸນາ 2025) ໃນວັນທີ 30 ພຶດສະພາ 2025 ນີ້, ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ຈັດພິທີປູກຕົ້ນໄມ້ ໂດຍມີ ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະອຳນວຍການ ໂຮງຮຽນວັດທະນາທຳຊົນເຜົ່າກອງທັບ, ແຂກຖືກເຊີນ ພ້ອມດ້ວຍພະນັກງານ-ນັກຮົບ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ. ໃນພິທີ ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ມີຄຳເຫັນ ເຊິ່ງຍົກໃຫ້ເຫັນຄວາມໝາຍ ຄວາມສຳຄັນ ຂອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ຄຸນປະໂຫຍດຢ່າງຫຼວງຫຼາຍຂອງປ່າໄມ້ ທີ່ຕິດພັນກັບຊີວິດການເປັນຢູ່ ຂອງປະຊາຊົນລາວບັນດາເຜົ່າ, ພັກ ແລະ ລັດຖະບານ ຈຶ່ງໄດ້ກຳນົດເອົາວັນທີ 1 ມິຖຸນາ …
ອ່ານເພີ່ມ >>ອົງການຈັດຕັ້ງມະຫາຊົນກອງທັບ ຢ້ຽມຢາມ ແລະ ມອບວັດຖຸປັດໄຈໃຫ້ພະນັກງານ-ນັກຮົບທີ່ປະຕິບັດໜ້າທີ່ຢູ່ແຂວງໄຊຍະບູລີ ແລະ ແຂວງບໍ່ແກ້ວ
ໃນວັນທີ 29 ພຶດສະພາ 2025 ນີ້, 3 ອົງການຈັດຕັ້ງມະຫາຊົນກອງທັບ ໂດຍການນຳພາ ຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະພັກ-ຄະນະຫ້ອງການ 3 ອົງການຈັດຕັ້ງມະຫາຊົນກອງທັບ (ຊາວໜຸ່ມ, ກໍາມະບານ ແລະ ສະຫະພັນແມ່ຍິງ) ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ໄດ້ເຄື່ອນໄຫວຢ້ຽມຍາມ ມອບວັດຖຸປັດໄຈ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ຢາປົວພະຍາດ ໃຫ້ພະນັກງານ-ນັກຮົບ ທີ່ປະຕິບັດໜ້າທີ່ຮັກສາຄວາມສະຫງົບ ຢູ່ເມືອງຄອບ ແຂວງໄຊຍະບູລີ ແລະ ເມືອງປາກທາ ແຂວງບໍ່ແກ້ວ. ການເຄື່ອນໄຫວຢ້ຽມຢາມ ແລະ ມອບເຄື່ອງໃນຄັ້ງນີ້ ໄດ້ມອບຢູ່ 2 ຈຸດຄື: ຈຸດທີ 1 ຈຸດບັນຊາເມືອງຄອບ ແຂວງໄຊຍະບູລີ ຕາງໜ້າກ່າວຮັບໂດຍ ສະຫາຍ ສົມນຶກ ສິງຄຳ ເລຂາຄະນະບໍລິຫານງານພັກເມືອງຄອບ …
ອ່ານເພີ່ມ >>ມອບ-ຮັບ ໂຄງການສ້ອມແປງ ແລະ ປັບປຸງສະໝາມບິນ ທົ່ງໄຫຫີນ-ຊຽງຂວາງ ໄລຍະທີ 1
ພິທີ ມອບ-ຮັບ ໂຄງການສ້ອມແປງ ແລະ ປັບປຸງສະໝາມບິນ ທົ່ງໄຫຫີນ-ຊຽງຂວາງ ໄລຍະທີ 1 ໄດ້ຈັດຂຶ້ນໃນວັນທີ 2 ມິຖຸນາ 2025 ນີ້, ຢູ່ທີ່ເມືອງແປກ ແຂວງຊຽງຂວາງ, ກ່າວມອບໂດຍທ່ານ ຊົງ ເຕົາ ຮອງປະທານ ບໍລິສັດ AVIC INTL ສປ ຈີນ ແລະ ກ່າວຮັບໂດຍ ສະຫາຍ ພົນຕີ ຄໍາເຫຼັກ ແສງພະຈັນ ຜູ້ບັນຊາການທະຫານອາກາດ, ໂດຍການເປັນປະທານຂອງສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຜູ້ຕາງໜ້າຈາກ 4 ກົມໃຫຍ່ ແລະ ຫ້ອງວ່າການ ກະຊວງປ້ອງກັນປະເທດ, ກອງບັນຊາການທະຫານແຂວງຊຽງຂວາງ, ແຂວງຫົວພັນ, ບັນດາບໍລິສັດ ສາຍການບິນ ແລະ ກຸ່ມບໍລິສັດ ຜູ້ຮັບເໝົາ ພ້ອມດ້ວຍພະນັກງານ-ນັກຮົບ …
ອ່ານເພີ່ມ >>ສານຂອງພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວເນື່ອງໃນໂອກາດ ວັນເດັກສາກົນ 1 ມິຖຸນາ 2025
ບັນດາທ່ານ ທີ່ນັບຖື, ຫຼານນ້ອຍເຍົາວະຊົນ ແລະ ອະນຸຊົນລາວບັນດາເຜົ່າ ທີ່ຮັກແພງທັງຫຼາຍ, ເນື່ອງໃນໂອກາດວັນເດັກສາກົນ ວັນທີ 1 ມິຖຸນາ 2025 ໄດ້ໝູນວຽນມາ ຄົບຮອບອີກວາລະໜຶ່ງ ຊຶ່ງປຽບດັ່ງປາງບຸນໃຫຍ່ຂອງເດັກໃນທົ່ວໂລກ ທີ່ບັນດາປະເທດໄດ້ພ້ອມກັນສະເຫຼີມສະຫຼອງວັນດັ່ງກ່າວ ໃຫ້ກັບເດັກໃນປະເທດຂອງຕົນຢ່າງເປັນຂະບວນຟົດຟື້ນດ້ວຍຫຼາຍຮູບການ. ການສະເຫຼີມສະຫຼອງວັນເດັກ ກໍເພື່ອສົ່ງເສີມສິດ ແລະ ສະພາບແວດລ້ອມທີ່ດີໃຫ້ແກ່ເດັກ. ສຳລັບ ສປປ ລາວ, ພວກເຮົາ ຍັງໄດ້ກຳນົດວັນທີ 1 ມິຖຸນາ ເປັນວັນປູກຕົ້ນໄມ້ແຫ່ງຊາດ ນັບແຕ່ປີ 1980 ເປັນຕົ້ນມາ ເພື່ອສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນ ແລະ ຄວາມເອົາໃຈໃສ່ຂອງພັກ-ລັດ ໃນການສົ່ງເສີມການພັດທະນາແບບຍືນຍົງ ຜ່ານການປົກປ້ອງສິ່ງແວດລ້ອມ ແລະ ການລົງທຶນໃນອະນາຄົດຂອງຊາດ ຄືເດັກທຸກຄົນ; ພ້ອມທັງເປັນການສອນໃຫ້ເດັກເຂົ້າໃຈຄວາມສຳຄັນຂອງສິ່ງແວດລ້ອມ ແລະ ຄວາມຮັບຜິດຊອບຕໍ່ສັງຄົມ. ໃນນາມຕາງໜ້າການນໍາພັກ-ລັດ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງພອນໄຊອັນປະເສີດ, ຄວາມຮັກແພງ, ຄວາມເປັນຫ່ວງເປັນໃຍ ແລະ …
ອ່ານເພີ່ມ >>