ວັນທີ 4 ພະຈິກ 2025 ນີ້, ກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ໄດ້ຈັດຕັ້ງກອງປະຊຸມສະຫຼຸບຖອດຖອນບົດຮຽນ ແລະ ມອບການຍ້ອງຍໍຜົນງານໃນບັ້ນຊ້ອມຮົບຮ່ວມລາວ-ຣັດເຊຍ “ລາໂຣສ-2025” ແລະ ການຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ລາວ-ຫວຽດນາມ-ກຳປູເຈຍ ປີ 2025 ໂດຍການເປັນປະທານຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ຫົວໜ້າຄະນະຊີ້ນໍາຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025” ແລະ ບັ້ນຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ລາວ-ຫວຽດນາມ-ກຳປູເຈຍ ປີ 2025, ມີບັນດາສະຫາຍຄະນະຊີ້ນໍາຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025”, ຄະນະຊີ້ນໍາ ການຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ, ບັນດາອະນຸກຳມະການຮັບປະກັນ, ນາຍ ແລະ ພົນທະຫານ ຈາກບັ້ນຊ້ອມຮົບຮ່ວມ ລາວ-ຣັດເຊຍ ແລະ ກອບກູ້ໄພພິບັດຮ່ວມ 3 …
ອ່ານເພີ່ມ >>ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນ ຕຸລາ 2025
ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນ ຕຸລາ 2025 ໄດ້ໄຂຂຶ້ນໃນ ວັນທີ 3 ແລະ ອັດລົງໃນຕອນເຊົ້າ ວັນທີ 4 ພະຈິກ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການສະຫຼຸບວຽກງານ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2025. ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນ ຄື: ວາລະທີ 1: ການສະຫຼຸບວຽກງານພົ້ນເດັ່ນປະຈໍາເດືອນຕຸລາ ແລະ ທິດທາງແຜນການ …
ອ່ານເພີ່ມ >>ທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ຄັ້ງທີ 12 (ADMM-PLUS)
ໃນວັນທີ 1 ພະຈິກ 2025 ນີ້, ທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ, ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ຄັ້ງທີ 12 (ADMM-ບວກ) ທີ່ນະຄອນຫຼວງກົວລາລໍາເປີ, ມາເລເຊຍ, ໂດຍການເປັນປະທານຂອງ ທ່ານ ດາໂຕະ ເຊຣີ ໂມຮາມັດ ຄາເລັດ ບິນ ນໍດິນ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ມາເລເຊຍ. ກອງປະຊຸມດັ່ງກ່າວ ໄດ້ດໍາເນີນພາຍໃຕ້ຫົວຂໍ້: “ ທົບທວນຄືນ ການສ້າງຕັ້ງກອງປະຊຸມ ADMM-ບວກ ຄົບຮອບ 15 ປີ ແລະ ທິດທາງໃນຕໍ່ໜ້າ “ ແລະ ມີບັນດາລັດຖະມົນຕີປ້ອງກັນປະເທດຈາກ 11 ປະເທດສະມາຊິກອາຊຽນ ແລະ ອີກ 8 …
ອ່ານເພີ່ມ >>ກອງປະຊຸມກວດກາຄືນການ ຈັດຕັ້ງສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ
ກອງປະຊຸມກວດກາຄືນ ການຈັດຕັ້ງສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຂອງອະນຸກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຮັກສາສຸຂະພາບ ໄດ້ຈັດຂຶ້ນໃນວັນທີ 28 ຕຸລາ 2025 ນີ້, ທີ່ກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈຳການຄະນະກຳມະການ ປກຊ-ປກສ ສູນກາງ, ຮອງນາຍົກລັດຖະມົນຕີ, ມີສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະອະນຸກຳມະການ ປກຊ-ປກສ ແລະ ຮັກສາສຸຂະພາບ, ມີບັນດາສະຫາຍຄະນະນຳກະຊວງ, ອົງການ, ນະຄອນຫຼວງວຽງຈັນ, ບັນດາກົມກອງ ທີ່ກ່ຽວຂ້ອງ ແລະ ບັນດາສະຫາຍເລຂາຊ່ວຍວຽກ ຄະນະອະນຸກຳມະການ ປກຊ-ປກສ ແລະ ຮັກສາສຸຂະພາບ ເຂົ້າຮ່ວມ. ສະຫາຍ …
ອ່ານເພີ່ມ >>ກອງປະຊຸມເຜີຍແຜ່ແຜນການ, ຂໍ້ຕົກລົງ ແລະ ມອບໝາຍໜ້າທີ່ວຽກງານຮອບດ້ານໃຫ້ແກ່ການຮ່ວມມືກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກ ເພື່ອມະນຸດສະທຳ ລາວ-ຣັດເຊຍ ສົກ 2025-2026
ໃນວັນທີ 22 ຕຸລາ 2025 ນີ້, ທີ່ ສະໂມສອນ ກົມໃຫຍ່ເສນາທິການກອງທັບ ໄດ້ເປີດກອງປະຊຸມເຜີຍແຜ່ແຜນການ, ຂໍ້ຕົກລົງ ແລະ ມອບໝາຍໜ້າທີ່ວຽກງານຮອບດ້ານໃຫ້ແກ່ການຮ່ວມມືກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກ ເພື່ອມະນຸດສະທຳ ລາວ-ຣັດເຊຍ ສົກ 2025-2026 ໂດຍການເປັນປະທານ ຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາຄະນະນຳ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນເອກ ເຂັມພອນ ແກ້ວວິໄຊ ຮອງຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດໃຫ້ກົມໃຫຍ່ເສນາທິການກອງທັບ ຮ່ວມມືກັບ ກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ກວດກູ້ ແລະ ທຳລາຍລະເບີດທີ່ຕົກຄ້າງຢູ່ເມືອງວຽງໄຊ ແຂວງຫົວພັນ ສົກ …
ອ່ານເພີ່ມ >>ກະຊວງປ້ອງກັນປະເທດ ປາຖະກະຖາ ວັນປະກາດເອກະລາດ ຄົບຮອບ 80.
ໃນວັນທີ 22 ຕຸລາ 2025 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດພິທີ ປາຖະກະຖາ ວັນປະກາດເອກະລາດ 12 ຕຸລາ ຄົບຮອບ 80 ປີ (12 ຕຸລາ 1945-12 ຕຸລາ 2025) ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະນຳ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ວິທະຍາຄານ, ໂຮງຮຽນ, ໂຮງໝໍສູນກາງ 103 ກອງທັບ, ກົມ, ຫ້ອງການ, ກອງ ຕະຫຼອດຮອດພະນັກງານ-ນັກຮົບເຂົ້າຮ່ວມ. ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ຍົກໃຫ້ເຫັນສະພາບການນຳພາຕໍ່ສູ້ກູ້ຊາດຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່ ຂອງພັກແຄວ້ນລາວ, ພັກປະຊາຊົນປະຕິວັດລາວ …
ອ່ານເພີ່ມ >>ຄະນະຮັບຜິດຊອບວຽກງານການເມືອງ ເຄື່ອນໄຫວຊຸກຍູ້ຄະນະຮັບຜິດຊອບສວນສະໜາມ, ພະນັກງານ-ນັກຮົບ ກ້ອນທຸງໄຊ ແລະ ແກວົງ
ໃນວັນທີ 21 ຕຸລາ 2025, ຄະນະຮັບຜິດຊອບວຽກງານການເມືອງ ໄດ້ເຄື່ອນໄຫວຊຸກຍູ້ ຄະນະຮັບຜິດຊອບສວນສະໜາມ, ພະນັກງານ-ນັກຮົບ ກ້ອນທຸງໄຊ ແລະ ແກວົງ ຢູ່ກອງພັນໃຫຍ່ 279, ນໍາໂດຍ ສະຫາຍ ພັນເອກ ວັນເຮືອງ ສີວິໄລ ຫົວໜ້າກອງບັນນາທິການ ໜັງສືພິມກອງທັບ, ຄະນະຮັບຜິດຊອບວຽກງານການເມືອງ ພ້ອມດ້ວຍຄະນະ, ໂດຍມີ ສະຫາຍ ພັນເອກ ເມກສະຫວັນ ແກ້ວດວງດີ ຫົວໜ້າການເມືອງ ກອງພັນໃຫຍ່ 279 ພ້ອມດ້ວຍຄະນະ ເຂົ້າຮ່ວມ. ສະຫາຍ ພັນເອກ ວັນເຮືອງ ສີວິໄລ ໄດ້ຜ່ານຄໍາສັ່ງແນະນໍາ ຂອງກົມໃຫຍ່ການເມືອງກອງທັບ ກ່ຽວກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນໄລຍະສັ້ນ ຂອງບັນດາກ້ອນກຳລັງຫັດແອບ ເຂົ້າຮ່ວມສວນສະໜາມ ສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ຈຸດປະສົງຄາດໝາຍ ເພື່ອເປັນການທົບທວນມູນເຊື້ອ 50 …
ອ່ານເພີ່ມ >>ສະແດງທົດລອງ ຄັ້ງທີ 3 ການເດີນສວນສະໜາມສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ
ວັນທີ 20 ຕຸລາ 2025 ນີ້,ຢູ່ວິທະຍາຄານນາຍທະຫານບົກ ກົມມະດຳ ໄດ້ມີພິທີສະແດງທົດລອງ ຄັ້ງທີ 3 ການເດີນຂະບວນສວນສະໜາມສະເຫຼີມສະຫຼອງວັນສະຖາ ປະນາ ສປປ ລາວ ຄົບຮອບ 50 ປີ,ໂດຍມີ ພົທ ຄຳລຽງ ອຸ ທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນ ດາຄະນະນຳກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະ ເທດ,ພ້ອມດ້ວຍຄະນະນຳແຕ່ລະກ້ອນກໍາລັງເຫຼົ່າຮົບ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດໜ້າວຽກ ການກະກຽມດ້ານເນື້ອໃນ, ກໍາລັງພົນເຂົ້າຮ່ວມ, ເຄື່ອງອຸປະກອນການປະກອບ, ວິທີການ, ວາລະດໍາເນີນການຈັດຕັ້ງງານໂຮມຊຸມນຸມ ແລະ ການຈັດຕັ້ງຫັດແອບສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃຫ້ເປັນເອກະພາບ, ມີເນື້ອໃນ, ມີຄວາມໝາຍເລິກເຊິ່ງ ແລະ ສົມກຽດ. ກົມໃຫຍ່ເສນາທິການກອງ ທັບ ໃນນາມຄະນະຊີ້ນໍາກ້ອນສວນສະໜາມ ໄດ້ປະສານສົມທົບກັບບັນດາອົງການກະຊວງ …
ອ່ານເພີ່ມ >>ເປີດບໍລິການຂົນສົ່ງ ຢູນີເທວ ໂລຈິສຕິກ ຢ່າງເປັນທາງການ
ໃນວັນທີ 15 ຕຸລາ 2025 ນີ້, ເພື່ອສະເຫຼີມສະຫຼອງວັນຄົບຮອບ 16 ປີ ແຫ່ງການກໍ່ຕັ້ງ ບໍລິສັດ ສະຕາໂທລະຄົມ (Unitel) ເຊິ່ງເປັນໜຶ່ງໃນບໍລິສັດສະມາຊິກຂອງ ບໍລິສັດຫຸ້ນສ່ວນລົງທຶນສາກົນ Viettel (Viettel Global) ປະຈໍາ ສປປ ລາວ ໄດ້ຈັດພິທີ ເປີດບໍລິການຂົນສົ່ງ ຢູນີເທວ ໂລຈິສຕິກ ຢ່າງເປັນທາງການ ຢູ່ ນະຄອນຫຼວງວຽງຈັນ ສປປ ລາວ, ໂດຍການເປັນປະທານຮ່ວມ ຂອງສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ພົນເອກ ຟານ ວັນ ຢ່າງ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ, ມີ ລັດຖະມົນຕີກະຊວງເຕັກໂນໂລຊີ …
ອ່ານເພີ່ມ >>ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ
ໃນວັນທີ 14 ຕຸລາ 2025 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 14-15 ຕຸລາ 2025 ນີ້. ໂອກາດນີ້, ສະຫາຍ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຂອງສະຫາຍ ພົນເອກ ຟານວັນຢາງ ພ້ອມດ້ວຍຄະນະໃນຄັ້ງນີ້ …
ອ່ານເພີ່ມ >>
mps.gov.la ວາລະສານປ້ອງກັນຊາດ