Home / mps (page 24)

mps

ລາຍງານຄວາມພ້ອມການດຳເນີນກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນຄັ້ງທີ 18 ແລະ ອາຊຽນ-ບວກ ຄັ້ງທີ 11

ວັນທີ 16 ພະຈິກ 2024 ນີ້, ຢູ່ທີ່ຫໍປະຊຸມແຫ່ງຊາດ, ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມລາຍງານຄວາມພ້ອມ ແລະ ກວດກາສະຖານທີ່ຈັດກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນຄັ້ງທີ 18 ແລະ ອາຊຽນ-ບວກ ຄັ້ງທີ 11 ທີ່ຈະຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 19-22 ພະຈິກ 2024 ນີ້, ໂດຍການເປັນປະທານຂອງສະຫາຍ ພົນໂທ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພົນຕີ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບຫົວໜ້າເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນຂອງ ສປປ ລາວ, ພ້ອມຄະນະຮັບຜິດຊອບ, ອະນຸກຳມະການຈາກພາກສ່ວນຕ່າງໆ ແລະ ພະນັກງານວິຊາການເຂົ້າຮ່ວມ. ສະຫາຍ ພັນເອກ ເຟືອງໄຊ ມີລາກົງ ຮອງຫົວໜ້າກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ, ຫົວໜ້າຫນ່ວຍງານວິຊາ ເຈົ້າຫນ້າທີ່ອາວຸໂສ ທັງເປັນຫົວໜ້າກອງເລຂາກອງປະຊຸມປ້ອງກັນປະເທດອາຊຽນ ໄດ້ລາຍງານຄວາມພ້ອມດ້ານຕ່າງາໆ ເປັນຕົ້ນແມ່ນ ເນື້ອໃນ, ພິທີການ, …

ອ່ານເພີ່ມ >>

ກົມໃຫຍ່ການເມືອງກອງທັບ ປາຖະກະຖາ ວັນກຳລັງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ

ວັນທີ 8 ພະຈິກ 2024 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ປາຖະກະຖາມູນເຊື້ອວັນກໍາລັງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຄົບຮອບ 75 ປີ (30 ຕຸລາ 1949-30 ຕຸລາ 2024) ໂດຍການເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ພົນຕີ ວົງສອນ ອິນປານພີມ ກໍາມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ, ກົມ, ກອງ, ຫ້ອງການ, ສູນເສຍອົງຄະ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພົນຕີ ວົງສອນ ອິນປານພີມ ໄດ້ກ່າວຫວນຄືນມູນເຊື່ອອັນພິລະອາດຫານ ຂອງກໍາລັງອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ໄດ້ປະຕິບັດໜ້າທີ່ຢູ່ ສປປ ລາວ ທີ່ໄດ້ສູ້ຮົບຄຽງບາຄຽງໄຫຼ່ກັບກອງທັບປະຊາຊົນລາວ ໃນບັ້ນຮົບຢູ່ພາກໃຕ້ ແລະ ພາກກາງຂອງລາວ, ເຊິ່ງໄດ້ພ້ອມກັນປະຕິບັດບັ້ນຮົບໃຫຍ່ຢູ່ເສັ້ນທາງເລກ …

ອ່ານເພີ່ມ >>

ທາບທາມບຸກຄະລາກອນສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກອງພົນທີ 1 ສະໄໝທີ VI ຮອບທີ3

ໃນວັນທີ 5 ພະຈິກ 2024 ນີ້, ກອງພົນທີ1 ໄດ້ທາບທາມບຸກຄະລາກອນສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກ ກອງພົນທີ 1ສະໄໝທີ VII ຮອບທີ3. ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຈັນທາ ບຸນນະວົງ ຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ, ມີ ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ຫົວໜ້າການເມືອງ ກອງພົນທີ 1, ສະຫາຍ ພົນຈັດຕະວາ ອຸ່ນຈັນ ແດງວັນສົມ ຫົວໜ້າການທະຫານ ກອງພົນທີ 1, ມີວິຊາການຈາກກົມຈັດຕັ້ງພັກ, ຄະນະພັກກອງພົນ, ອົງການ, ກົມກອງຮາກຖານ ແລະ ຜູ້ແທນກອງປະຊຸມເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ໄດ້ຜ່ານບົດລາຍງານການເມືອງທັງ 2 ພາກ ເຊິ່ງຍົກໃຫ້ເຫັນຜົນງານການຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ …

ອ່ານເພີ່ມ >>

ໂທລະເລກສະແດງຄວາມເສົ້າສະຫຼົດໃຈ

ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະພາແຫ່ງຊາດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສູນກາງແນວລາວສ້າງຊາດ ໄດ້ສົ່ງໂທລະເລກ ສະແດງຄວາມເສົ້າສະຫຼົດໃຈ ຕໍ່ການມໍລະນະກໍາຂອງ ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໃນວັນທີ 19 ກໍລະກົດ 2024, ໂດຍໂທລະເລກມີເນື້ອໃນດັ່ງນີ້: ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະພາແຫ່ງຊາດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສູນກາງແນວລາວສ້າງຊາດ, ປະຊາຊົນລາວບັນດາເຜົ່າທຸກຖ້ວນໜ້າ ຂໍສະແດງຄວາມເສົ້າສະຫຼົດໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງ ເມື່ອໄດ້ຮັບຂ່າວວ່າ ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ …

ອ່ານເພີ່ມ >>

ໜ່ວຍຊາວໜຸ່ມ ກອງວາລະສານປ້ອງກັນຊາດ ສະຫຼຸບວຽກງານປະຈຳປີ 2023 ແລະ ວາງທິດທາງແຜນການ ປີ 2024.

ໜ່ວຍຊາວໜຸ່ມກອງວາລະສານປ້ອງກັນຊາດໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຊາວໜຸ່ມປະຈໍາປີ 2023 ແລະ ວາງທິດທາງແຜນການວຽກງານປີ 2024 ຂຶ້ນ ໃນວັນທີ 22 ກຸມພາ 2024 ໂດຍການເຂົ້າຮ່ວມຂອງສະຫາຍ ພັ.ທ ຄຳແສນ ສຸວັນນະຜ່ອງໃສ ຮອງຫົວໜ້າກອງວາລະສານປ້ອງຊາດ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ, ມີສະຫາຍ ຮ.ອ ຊາຍຊະນິດ ຄັດຕະມອນ ເລຂາໜ່ວຍຊາວໜຸ່ມ ພ້ອມດ້ວຍຄະນະ, ຕະຫຼອດຮອດສະມາຊິກຊາວໜຸ່ມ ເຂົ້າຮ່ວມ. ສະຫາຍ ຮ.ອ ຊາຍຊະນິດ ຄັດຕະມອນ ເລຂາໜ່ວຍຊາວໜຸ່ມກອງວາລະສານປ້ອງກັນຊາດ ຂຶ້ນຜ່ານບົດສະຫຼຸບ ແລະ ທິດທາງໃນຕໍ່ໜ້າເຊິ່ງສະຫາຍໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວທີ່ຍາດມາໄດ້ໃນໄລຍະ 1 ປີຜ່ານມາ ເປັນຕົ້ນແມ່ນ ເຂົ້າຮ່ວມກອງປະຊຸມເຜີຍແຜ່ເຊື່ອຊຶມ ແລະ ຜັນຂະຫຍາຍຜົນສໍາເລັດກອງປະຊຸມກາງສະໄໝຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI, ເຂົ້າຮ່ວມຮັບຟັງປາຖະກະຖາ ວັນຊາດທີ 2 ທັນວາ ຄົບຮອບ 48 ປີ, ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານຄົບຮອບ …

ອ່ານເພີ່ມ >>

ສາຍພົວພັນມິດ ຕະພາບທີ່ເປັນມູນເຊື້ອ, ຄວາມ ສາມັກຄີພິເສດ ແລະ ການຮ່ວມ ມືຮອບດ້ານ ລາວ-ຫວຽດນາມ-ຫວຽດນາມ-ລາວ ຈົ່ງຂຽວສົດງົດງາມ ແລະ ໝັ້ນ ຄົງທະນົງແກ່ນຕະຫຼອດໄປ

ສະຫາຍ ຫງວຽນ ຟູ ຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມແລະ ສະຫາຍບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ

ອ່ານເພີ່ມ >>