ພິທີ ສະເຫຼີມສະຫຼອງວັນສ້າງຕັ້ງ ກອງບັນນາທິການວາລະສານປ້ອງກັນຊາດ ຄົບຮອບ 10 ປີ ( 3 ມີນາ 2015-3 ມີນາ 2025) ໄດ້ຈັດຂຶ້ນໃນວັນທີ 6 ມີນາ 2025 ນີ້, ໂດຍການເປັນປະທານ ຂອງ ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຜູ້ຕາງໜ້າ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນນາທິການ ກອງບັນນາທິການວາລະສານປ້ອງກັນຊາດ, ມີພະນັກງານປະຕິວັດອາວຸໂສບຳນານ, ແຂກຖືກເຊີນ ຕະຫຼອດຮອດພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ບຸນໄມ ແສງອາລຸນ ຫົວໜ້າກອງບັນນາທິການວາລະສານປ້ອງກັນຊາດ ໄດ້ຍົກໃຫ້ເຫັນມູນເຊື້ອປະຫວັດແຫ່ງການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວ ຂອງກອງບັນນາທິການວາລະສານປ້ອງກັນຊາດ ຕະຫຼອດໄລຍະ 10 ປີ ຜ່ານມາ, ສຳລັບກອງບັນນາທິການວາລະສານປ້ອງກັນຊາດ …
ອ່ານເພີ່ມ >>ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ
ໂດຍໄດ້ຮັບຄຳເຊີນ ສະຫາຍ ພົນເອກ ຫງວຽນເຕີນເກືອງ ກຳມະການສູນກາງພັກ, ຄະນະກຳມະການປະຈຳການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ. ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດກອງທັບປະຊາຊົນລາວ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ໄດ້ເດີນທາງມາຢ້ຽມຢາມຫວຽດນາມຢ່າງເປັນທາງການ ໃນລະຫວ່າງວັັນທີ 4-6 ມີນາ 2025 ນີ້. ຕອນເຊົ້າວັນທີ 5 ມີນາ, ຢູ່ທີ່ສຳນັກງານກະຊວງປ້ອງກັນປະເທດ, ສະຫາຍ ພົນເອກ ຫງວຽນເຕີນເກືອງ ໄດ້ເປັນປະທານພິທີຕ້ອນຮັບ ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ແລະ ຄະນະຜູ້ແທນສອງປະເທດໄດ້ດຳເນີນກອງປະຊຸມພົບປະສອງຝ່າຍຢ່າງເປັນທາງການ. ສະຫາຍ ພົນເອກ ຫງວຽນເຕີນເກືອງ ໄດ້ກ່າວຕ້ອນຮັບ ແລະ ສະແດງຄວາມຊົມເຊີຍຕໍ່ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ທີ່ໄດ້ຮັບການແຕ່ງຕັ້ງຈາກພັກ ແລະ ລັດ ໃຫ້ດໍາລົງຕໍາແໜ່ງເປັນຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ; ເຊື່ອໝັ້ນວ່າໃນຕຳແໜ່ງໃໝ່ຂອງຕົນ, ຈະປະກອບສ່ວນນຳພາກອງທັບປະຊາຊົນລາວໃຫ້ນັບມື້ນັບພັດທະນາ, …
ອ່ານເພີ່ມ >>ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລົງຕິດຕາມຄວາມຄືບໜ້າ ໂຄງການກໍ່ສ້າງສະໜາມບິນທົ່ງໄຫ
ວັນທີ 2 ມີນາ 2025 ນີ້, ສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ພົນຕີ ຄໍາເຫຼັກ ແສງພະຈັນ ຜູ້ບັນຊາການທະຫານອາກາດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປກວດກາ, ຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງສະໜາມບິນທົ່ງໄຫ ຢູ່ແຂວງຊຽງຂວາງ ໄລຍະ 1. ໂຄງການໄດ້ລິເລີ່ມກໍ່ສ້າງແຕ່ເດືອນ ມີນາ 2024 ມາຮອດປັດຈຸບັນໄດ້ສໍາເລັດ 63%. ເຊິ່ງມີບັນດາໜ້າວຽກຕົ້ນຕໍຄື: ປັງປຸງໜ້າດິນເສັ້ນບິນຂຶ້ນລົງ (ລັນເວເກົ່າ) ພວມປູອັດສະຟານຊັ້ນທີ 3, ຄາດກະໃຫ້ສໍາເລັດເດືອນ ມິຖຸນາ 2025 ສາມາດອະນຸຍາດໃຫ້ເຄື່ອງບິນຂຶ້ນລົງໄດ້; ຕໍ່ເຕີມຄວາມຍາວຂອງເສັ້ນບິນຂຶ້ນລົງ (ຕໍ່ລັນເວຕື່ມ) ມີຄວາມຍາວ 550 ແມັດ, ເກດສໍາເລັດ ພວມລົງອັດສະຟານຊັ້ນ 1 ແລະ ຊັ້ນ 2; ກໍ່ສ້າງເດີ່ນ (ເລນແທັກຊີເວ) …
ອ່ານເພີ່ມ >>ພະແນກສະຫະພັນແມ່ຍິງ ກມທ ສ້າງຂະບວນການຍ່າງເພື່ອສຸຂະພາບ
ວັນທີ 4 ມີນາ 2025 ນີ້, ພະແນກສະຫະພັນແມ່ຍິງ ກົມໃຫຍ່ການເມືອງກອງທັບ (ກມທ) ໄດ້ສ້າງຂະບວນການຍ່າງເພື່ອສຸຂະພາບ ແລະ ເຕັ້ນແອໂຣບິກ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນແມ່ຍິງສາກົນ ຄົບຮອບ 115 ປີ (8 ມີນາ 1910-8 ມີນາ 2025) ໂດຍການເປັນປະທານ ຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາຄະນະພັກ-ຄະນະບັນຊາ, ຜູ້ຕາງໜ້າກົມ, ຫ້ອງການ, ກອງ, ມີຄະນະຫ້ອງການສະຫະພັນແມ່ຍິງ ກອງທັບ, ສະຫະພັນແມ່ຍິງ ບັນດາກອງອ້ອມຂ້າງກະຊວງປ້ອງກັນປະເທດ ຕະຫຼອດຮອດ ສະມາຊິກສະຫະພັນແມ່ຍິງ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ໄດ້ກ່າວເປີດພິທີວ່າ: ການສ້າງຂະບວນການຍ່າງເພື່ອສຸຂະພາບໃນຄັ້ງນີ້ ຈັດຂຶ້ນເພື່ອລະນຶກເຖິງເຫດການສຳຄັນ ວັນທີ 8 ມີນາ ເຊິ່ງເປັນໄຊຊະນະ …
ອ່ານເພີ່ມ >>ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຫົວໜ້າກອງບັນຊາການເຫຼົ່າທັບເຄມີ ກອງທັບປະຊາຊົນຫວຽດນາມ
ວັນທີ 3 ມີນາ 2025 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດ, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງສະຫາຍ ພົນຈັດຕະວາ ຮ່າ ວັນ ກື ຫົວໜ້າກອງບັນຊາການເຫຼົ່າທັບເຄມີ ກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 3-7 ມີນາ 2025 ນີ້. ໂອກາດນີ້, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບດ້ວຍໄມຕີຈິດມິດຕະພາບອັນອົບອຸ່ນ ແລະ ສະໜິດສະໜົມ, ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງສະຫາຍ ພົນຈັດຕະວາ ຮ່າ ວັນ …
ອ່ານເພີ່ມ >>ຫົວໜ້າກົມໃຫຍ່ການເມືອງກອງທັບ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ກອງບັນຊາການທະຫານແຂວງຫຼວງພະບາງ
ວັນທີ 3 ມີນາ 2025 ນີ້, ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ພົບປະໂອ້ລົມພະນັກງານຫຼັກແຫຼ່ງກອງບັນຊາການທະຫານແຂວງຫຼວງພະບາງ, ມີສະຫາຍ ພົນຈັດຕະວາ ວິລ່ຽມ ວົງທິສານ ຫົວໜ້າການທະຫານກອງບັນຊາການທະຫານແຂວງຫຼວງພະບາງ ພ້ອມຄະນະ, ມີຄະນະພັກ-ຄະນະບັນຊາອົງການ 6 ຫ້ອງ ພ້ອມດ້ວຍພະນັກງານຫຼັກແຫຼ່ງກົມກອງອ້ອມຂ້າງ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ພົນຈັດຕະວາ ສີວິໄຊ ເພັງສັນຕິສຸກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ລາຍງານຫຍໍ້ສະພາບຈຸດພິເສດພູມສາດ ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ລວມໄປເຖິງການຈັດຕັ້ງຜັນຂະຫຍາຍມະຕິ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ. ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານ ຂອງຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ສ້າງໄດ້ໃນໄລຍະຜ່ານມາ, ພ້ອມທັງຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ …
ອ່ານເພີ່ມ >>ກອງປະຊຸມສະຫຼຸບວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ປະຈຳປີ 2024
ກອງປະຊຸມສະຫຼຸບ ວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ປະຈຳປີ 2024 ແລະ ວຽກງານປ້ອງກັນກອງປະຊຸມອາຊຽນ ຄັ້ງທີ 44-45 ໄດ້ຈັດຂຶ້ນໃນວັນທີ 28 ກຸມພາ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະນໍາ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ, ກົມ 213, ກອງພົນ, ກອງບັນຊາການທະຫານແຂວງ ແລະ ກອງພັນໃຫຍ່ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ສະຫຼຸບວຽກງານການເຄື່ອນໄຫວເຮັດໃຫ້ສະພາບມີຄວາມສະຫງົບ ແລະ ວຽກງານປ້ອງກັນກອງປະຊຸມອາຊຽນ ຄັ້ງທີ 44-45 ເຊິ່ງກົມກອງກໍາລັງຫຼວງ-ກໍາລັງທ້ອງຖິ່ນ ໄດ້ສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ …
ອ່ານເພີ່ມ >>ໂຮງຮຽນກໍ່ສ້າງນາຍສິບເລກ 1 ປິດການຮຽນ-ການສອນ ໃຫ້ນັກຮຽນບຳລຸງການທະຫານ ລະບົບ 6 ເດືອນ
ວັນທີ 28 ກຸມພາ 2025 ນີ້, ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ປິດການຮຽນໃຫ້ນັກຮຽນບໍາລຸງການທະຫານ ລະບົບ 6 ເດືອນ ຊຸດທີ 11 ຢູ່ທີ່ເດີ່ນຜາມໄຊໂຮງຮຽນ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບົວວັນ ພົມມະເພັງ ຫົວໜ້າການທະຫານໂຮງຮຽນ, ໂດຍມີ ສະຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ຫົວໜ້າການເມືອງໂຮງຮຽນ, ມີກົມໂຮງຮຽນ, ກົມພະນັກງານ, ມີຄະນະພັກ-ຄະນະບັນຊາ, ອົງການ 5 ຫ້ອງ, 4 ກອງພັນ ແລະ ນັກຮຽນບຳລຸງການທະຫານ ຊຸດທີ 11 ເຂົ້າຮ່ວມ. ສະຫາຍ ພັນເອກ ລຸນທອງ ແກ້ວໂພໄຊ ຫົວໜ້າຫ້ອງອົບຮົມໂຮງຮຽນກໍ່ສ້າງນາຍສິບ ເລກ 1 ໄດ້ສະຫຼຸບຕີລາຄາຄືນຜົນສຳເລັດການຈັດຕັ້ງປະຕິບັດໂຄງການ ອົບຮົມ-ຫັດແອບ ການຮຽນ-ການສອນຂອງນັກຮຽນບຳລຸງການທະຫານ …
ອ່ານເພີ່ມ >>ມອບໃບຢັ້ງຢືນໃຫ້ນັກເຝິກອົບຮົມວິຊາການຮັບປະກັນເຕັກນິກ, ການນໍາໃຊ້ ແລະ ບໍາລຸງຮັກສາລົດຕັງ T-72 b1MC ໄລຍະສັ້ນ 3 ເດືອນ
ພິທີ ມອບໃບຢັ້ງຢືນໃຫ້ນັກເຝິກອົບຮົມວິຊາການຮັບປະກັນເຕັກນິກ, ການນໍາໃຊ້ ແລະ ບຳລຸງຮັກສາລົດຕັງ T-72 b1MC ໄລຍະສັ້ນ 3 ເດືອນ ຂອງກົມລົດຕັງ-ຍານເກາະ ກົມໃຫຍ່ເສນາທິການກອງທັບ ໄດ້ຈັດຂຶ້ນໃນວັນທີ 27 ກຸມພາ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ພູວຽງ ສອນສົມໃຈ ຫົວໜ້າກົມລົດຕັງ-ຍານເກາະ, ມີຜູ້ຕາງໜ້າກົມເຕັກນິກເຫຼົ່າຮົບ, ກອງພັນໃຫຍ່ 661, ສູນເຝິກ 620, ອາຈານ ຈາກ ສ ຣັດເຊຍ, ພະແນກການ ຂອງກົມລົດຕັງ-ຍານເກາະ ພ້ອມດ້ວຍນັກເຝິກອົບຮົມເຂົ້າຮ່ວມ. ສະຫາຍ ພັນໂທ ກິນ້ອຍ ວາດສະໜາ ຫົວໜ້າພະແນກອົບຮົມ-ສູ້ຮົບ ກົມລົດຕັງ-ຍານເກາະ ໄດ້ຜ່ານບົດສະຫຼຸບການອົບຮົມວຽກງານອົບຮົມໃຫ້ວິຊາການຮັບປະກັນເຕັກນິກ, ນໍາໃຊ້ ແລະ ການບຳລຸງຮັກສາ ລົດຕັງ T-72 b1MC ແມ່ນໜ້າທີ່ໃຈກາງຂອງກົມລົດຕັງ-ຍານເກາະ ໃນການຈັດຕັ້ງປະຕິບັດສ້າງແຜນການອົບຮົມລະບົບບຳລຸງຮັກສາລົດຕັງ …
ອ່ານເພີ່ມ >>ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກົມໃຫຍ່ເສນາທິການກອງທັບ ສະໄໝທີ VII ຮອບທີ 2
ວັນທີ 24 ກຸມພາ 2025 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກົມໃຫຍ່ເສນາທິການກອງທັບ ສະໄໝທີ VII ຮອບທີ 2 ໂດຍການເປັນປະທານຮ່ວມ ຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ເລຂາຄະນະພັກອົງການກົມໃຫຍ່, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກອົງການກົມໃຫຍ່, ຄະນະພັກກົມ, ຫ້ອງການ ແລະ ຄະນະພັກ-ຄະນະບັນຊາ ຕະຫຼອດຮອດສະມາຊິກພັກພາຍໃນກົມ ເຂົ້າຮ່ວມ. ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ຜ່ານບົດລາຍການເມືອງທັງສອງພາກ ຂອງຄະນະບໍລິຫານງານພັກ ກົມໃຫຍ່ເສນາທິການກອງທັບ ສະໄໝທີ VI ເຊິ່ງໄລະຍະຜ່ານມາ, ຄະນະພັກໄດ້ສຸມໃສ່ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກ ກະຊວງປ້ອງກັນປະເທດ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 …
ອ່ານເພີ່ມ >>