ໃນວັນທີ 24 ກໍລະກົດ 2025 ນີ້, ກົມອຸດສາຫະກຳປ້ອງກັນຊາດ, ໂຮງງານມິດຕະພາບ ລາວ-ຫວຽດນາມ ແລະ ກອງວາລະສານປ້ອງກັນຊາດ ໄດ້ສ້າງຂະບວນການ ແຂ່ງຂັນກິລາບານເຕະ ມິດຕະພາບ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ1955-20 ກໍລະກົດ 2025) ແລະ ເພື່ອຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ Vl ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ຢູ່ທີ່ສະໜາມກິລາ ຫຼັກ 9, ໂດຍມີ ສະຫາຍ ພັນເອກ ໃຈສະຫວັນ ອິນພະຄໍາ ຮອງຫົວໜ້າກົມອຸດສາຫະກຳປ້ອງກັນຊາດ, ສະຫາຍ ພັນເອກ ບຸນໄທ ກອງປັນຍາ ຫົວໜ້າອໍານວຍການ ໂຮງງານມິດຕະພາບລາວ-ຫວຽດນາມ, ສະຫາຍ ພັນໂທ ບຸນໄມ ແສງອາລຸນ ຫົວໜ້າກອງວາລະສານປ້ອງກັນຊາດ ພ້ອມດ້ວຍພະນັກງານ, ນັກກິລາ 3 ພາກສ່ວນເຂົ້າຮ່ວມ. …
ອ່ານເພີ່ມ >>ຫ້ອງການສະຫະພັນແມ່ຍິງກອງທັບ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ
ໃນວັນທີ 11 ກໍລະກົດ 2025, ຢູ່ທີ່ ສະໂມສອນກົມໃຫຍ່ການເມືອງກອງທັບ, ຫ້ອງການສະຫະພັນແມ່ຍິງກອງທັບ ໄດ້ຈັດຕັ້ງພິທີ ສະເຫຼີມສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955-20 ກໍລະກົດ 2025), ໂດຍການປະທານ ຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ ກະຊວງປ້ອງກັນປະເທດ, ມີສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ, ມີບັນດາປ້າ ວີລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ອະດີດກອງກຳລັງໄພເພດຍິງ, ອະດີດຄະນະນໍາຫ້ອງການສະຫະພັນແມ່ຍິງກອງທັບ, ພະນັກງານປະຕິບັດ ອາວຸໂສບຳນານ, ຄະນະພັກ-ຄະນະບັນຊາ ຕາງໜ້າກົມ, ຫ້ອງການ, ກອງ, ຄອບຄົວການນໍາຂັ້ນສູງ, ນັກທຸລະກິດຍິງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ ໄດ້ຮັບຊົມການສະແດງສິລະປະ ຈາກກອງສິລະປະກອນກອງທັບ …
ອ່ານເພີ່ມ >>ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ເຄື່ອນໄຫວຊຸກຍູ້ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຢູ່ກອງວາລະສານປ້ອງກັນຊາດ
ວັນທີ 8 ກໍລະກົດ 2025 ນີ້, ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ນໍາໂດຍສະຫາຍ ພັນເອກ ບຸນຄໍາ ສຸນັນທາ ຮອງຫົວໜ້າຫ້ອງການເມືອງ ພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ຕີລາຄາປະເມີນຜົນການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ຂອງໜ່ວຍພັກ ກອງວາລະສານປ້ອງກັນຊາດ, ມີສະຫາຍ ພັນໂທ ບຸນໄມ ແສງອາລຸນ ເລຂາໜ່ວຍພັກ, ຫົວໜ້າກອງວາລະສານປ້ອງກັນຊາດ ພ້ອມດ້ວຍຄະນະ ເຂົ້າຮ່ວມ. ສະຫາຍ ພັນໂທ ບຸນໄມ ແສງອາລຸນ ໄດ້ຜ່ານບົດລາຍງານຕີລາຄາປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນໄລຍະ 1 ປິຜ່ານມາ ແລະ ທິດທາງແຜນການ ປະຈຳປີ 2026 ເຊິ່ງຄະນະໜ່ວຍພັກ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ, ສະມາຊິກພັກ ມີແນວຄິດການເມືອງໜັກແໜ້ນ, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງ, …
ອ່ານເພີ່ມ >>ມອບ-ຮັບ ບັນດາໂຄງການກໍ່ສ້າງ 2 ກຸ່ມບ້ານ ແຂວງຫົວພັນ ແລະ ແຂວງຜົ້ງສາລີ
ພິທີ ມອບ-ຮັບ ບັນດາໂຄງການພັດທະນາ ກຸ່ມບ້ານຜາແດງ ເມືອງກວັນ ແຂວງຫົວພັນ ແລະ ກຸ່ມບ້ານນໍ້າຮາງ ເມືອງສໍາພັນ ແຂວງຜົ້ງສາລີ ຂອງໂຄງການຮ່ວມມືພັດທະນາກຸ່ມບ້ານບໍລິເວນຊາຍແດນ ລາວ-ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 8 ກໍລະກົດ 2025 ນີ້, ຢູ່ເມືອງຊໍາເໜືອ ແຂວງຫົວພັນ, ຝ່າຍລາວ ນໍາໂດຍ ສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຮອງຫົວໜ້າຄະນະຊີ້ນໍາ ໂຄງການຮ່ວມມືພັດທະນາກຸ່ມບ້ານບໍລິເວນຊາຍແດນ ລາວ-ຫວຽດນາມ, ຝ່າຍຫວຽດນາມ ນໍາໂດຍ ສະຫາຍ ພົນເອກ ຫງວຽນ ເຕິນ ເກືອງ ກໍາມະການສູນກາງພັກ, ຄະນະກຳມະການປະຈຳການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ, ມີສະຫາຍ ປອ ຄໍາແພງ ໄຊສົມແພງ ກໍາມະການສູນກາງພັກ, ເລຂາພັກແຂວງ, …
ອ່ານເພີ່ມ >>ກົມໃຫຍ່ການເມືອງກອງທັບ ເປີດບັ້ນອົມຮົມການເມືອງ-ແນວຄິດ ປະຈໍາປີ 2025
ວັນທີ 23 ມິຖຸນາ 2025 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ເປີດບັ້ນອົມຮົມການເມືອງ-ແນວຄິດ ປະຈໍາປີ 2025, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງຈາກກົມ, ຫ້ອງການ, ກອງ, ຄະນະຮັບຜິດຊອບ ແລະ ຄູ-ອາຈານຖືກເຊີນ ເຂົ້າຮ່ວມ. ສະຫາຍ ພັນເອກ ບຸນຄໍາ ສຸນັນທາ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການອະນຸມັດໃຫ້ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ເປີດອົບຮົມວຽກງານການເມືອງ-ແນວຄິດ ທົ່ວກົມໃຫຍ່ການເມືອງກອງທັບ ປະຈຳປີ 2025 ແລະ ຜ່ານບົດລາຍງານການກະກຽມເປີດບັ້ນອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບ ທົ່ວກົມໃຫຍ່ການເມືອງກອງທັບ ປະຈຳປີ 2025, ເຊິ່ງການຈັດຕັ້ງອົບຮົມເອກະສານວຽກງານພັກ-ວຽກງານການເມືອງໃຫ້ພະນັກງານ-ນັກຮົບທົ່ວກົມໃຫຍ່ການເມືອງກອງທັບ ລວມທັງໝົດມີ 4 ບົດດັ່ງນີ້: ບົດທີ 1: ວຽກງານພັກ-ວຽກງານການເມືອງໃນກອງທັບປະຊາຊົນລາວ, …
ອ່ານເພີ່ມ >>ນາຍົກລັດຖະມົນຕີ ພົບປະໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ການນຳ ແລະ ພະນັກງານຫຼັກແຫຼ່ງ ແຂວງບໍລິຄຳໄຊ
ໃນວັນທີ 20 ມິຖຸນາ 2025 ນີ້, ຢູ່ທີ່ຫ້ອງວ່າການປົກຄອງ ແຂວງບໍລິຄຳໄຊ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ພົບປະໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ການນຳ ແລະ ພະນັກງານຫຼັກແຫຼ່ງ ຂອງແຂວງບໍລິຄຳໄຊ; ມີທ່ານ ສອນທະນູ ທຳມະວົງ ເຈົ້າແຂວງ ແຂວງບໍລິຄຳໄຊ ພ້ອມດ້ວຍຄະນະນຳຂອງແຂວງ, ບັນດາຫົວໜ້າພະແນກການ, ເຈົ້າເມືອງ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໃນໂອກາດນີ້, ເຈົ້າແຂວງ ແຂວງບໍລິຄຳໄຊ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ທີ່ພົ້ນເດັ່ນ ໄລຍະ 6 ເດືອນຕົ້ນປີ 2025 ເຫັນວ່າ: ທົ່ວແຂວງ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດ ຂະຫຍາຍຕົວ 5%, ລາຍຮັບສະເລ່ຍໃສ່ຫົວຄົນໄດ້ 1.950 …
ອ່ານເພີ່ມ >>ຄະນະກວດກາ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ຊຸກຍູ້ວຽກງານການກໍ່ສ້າງກອງ 3 ປອດ ຢູ່ກອງວາລະສານປ້ອງກັນຊາດ
ໃນວັນທີ 19 ມິຖຸນາ 2025 ນີ້, ຄະນະກວດກາ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ນໍາພາໂດຍ ສະຫາຍ ພັນໂທ ວິໄລສິນ ນິນທະສອນ ຮອງປະທານກວດກາ ກົມໃຫຍ່ການເມືອງກອງທັບ, ຫົວໜ້າພະແນກກວດກາ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ເຄື່ອນໄຫວຊຸກຍູ້ວຽກງານກໍ່ສ້າງກອງ 3 ປອດ (ປອດໃສ ປອດໄພ ປອດຄະດີ) ຢູ່ກອງວາລະສານປ້ອງກັນຊາດ ໂດຍມີ ສະຫາຍ ພັນໂທ ບຸນໄມ ແສງອາລຸນ ຫົວໜ້າກອງວາລະສານປ້ອງກັນຊາດ ພ້ອມດ້ວຍຄະນະ ເຂົ້າຮ່ວມ. ສະຫາຍ ພັນໂທ ບຸນໄມ ແສງອາລຸນ ໄດ້ຜ່ານບົດລາຍງານການກໍ່ສ້າງກອງ 3 ປອດ ໃນໄລຍະ 1 ປີຜ່ານມາ, ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ ສະມາຊິກພັກ-ນັກຮົບເຂົ້າໃຈແຈ້ງຕໍ່ມະຕິ, ຄຳສັ່ງ, ຂໍ້ກຳນົດ, ກົດລະບຽບ ຂອງກອງທັບ, …
ອ່ານເພີ່ມ >>ພະແນກຊາວໜຸ່ມ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ຊຸກຍູ້ວຽກງານ 4 ບຸກ ຢູ່ກອງວາລະສານປ້ອງກັນຊາດ
ວັນທີ 17 ມິຖຸນາ 2025 ນີ້, ພະແນກຊາວໜຸ່ມ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ເຄື່ອນໄຫວຊຸກຍູ້ວຽກງານ 4 ບຸກ ຢູ່ກອງວາລະສານປ້ອງກັນຊາດ , ໂດຍການເປັນ ປະທານ ຂອງສະຫາຍ ພັນຕີ ສົມສັກ ສົມທະວົງ ຮອງຫົວໜ້າກອງວາລະສານປ້ອງກັນຊາດ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ, ມີສະຫາຍ ພັນໂທ ຈັນນະຄອນ ອາດສະໝຸດ ຫົວໜ້າພະແນກຊາວໜຸ່ມ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ, ມີຄະນະໜ່ວຍຊາວໜຸ່ມ ແລະ ຫົວໜ້າຈຸຊາວໜຸ່ມ ເຂົ້າຮ່ວມ. ສະຫາຍ ພັນຕີ ຊາຍສະນິດ ຄັດຕະມອນ ເລຂາໜ່ວຍຊາວໜຸ່ມ ກອງວາລະສານປ້ອງກັນຊາດ ໄດ້ຜ່ານບົດລາຍງານທັງສອງພາກ ໂດຍຍົກໃຫ້ເຫັນຜົນສໍາເລັດໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງໜ່ວຍຊາວໜຸ່ມ ໄດ້ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ໂດຍພາຍໃຕ້ການຊີ້ນໍາ ຂອງຄະນະພັກ-ຄະນະບັນຊາ, ຖືເອົາລະບອບສ່ອງແສງລາຍງານເປັນປົກກະຕິ, ຈັດຕັ້ງເຂົ້າຮ່ວມເຊື່ອມຊຶມບັນດາເອກະສານມະຕິຕ່າງໆ, ຮັບຟັງປາຖະກະຖາມູນເຊື້ອວັນປະຫວັດສາດສໍາຄັນຕ່າງໆ ເຮັດໃຫ້ສະມາຊິກຊາວໜຸ່ມໃນໜ່ວຍມີຄຸນທາດການເມືອງໜັກແໜ້ນ, …
ອ່ານເພີ່ມ >>ສະຫະພັນແມ່ຍິງ ກອງບັນຊາການທະຫານແຂວງບໍລິຄໍາໄຊ ເຊື່ອມຊຶມເອກະສານ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງກອງທັບ ຄັ້ງທີ IX
ວັນທີ 12 ມິຖຸນາ 2025 ນີ້, ຢູ່ທີ່ສະໂມສອນ ກອງບັນຊາການທະຫານແຂວງບໍລິຄໍາໄຊ ໄດ້ເຊື່ອມຊຶມເອກະສານ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ IX, ໂດຍການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ, ມີສະຫາຍ ພັນເອກ ຈັນນີ ສີສຸກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍລິຄໍາໄຊ, ມີຄະນະພັກ-ຄະນະບັນຊາ, ສະຫະພັນແມ່ຍິງ ອົງການ 5 ຫ້ອງ, ຫົວໜ່ວຍກົມກອງ ອ້ອມຂ້າງກອງບັນຊາການທະຫານແຂວງ ເຂົ້າຮ່ວມ. ສະຫາຍ ພັນໂທ ນາງ ຄໍາຜາຍ ຈັນທະປັນຍາ ຫົວໜ້າພະແນກສະຫະພັນແມ່ຍິງ ກອງບັນຊາການທະຫານແຂວງບໍລິຄໍາໄຊ ໄດ້ຜ່ານບົດລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະບັດໜ້າທີ່ວຽກງານ ຂອງສະຫະພັນແມ່ຍິງ ກອງບັນຊາການທະຫານແຂວງບໍລິຄໍາໄຊ ໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້. ຈາກນັ້ນ, …
ອ່ານເພີ່ມ >>ປະກາດການຮັບຮອງເອົາ ຄະນະບໍລິຫານງານພັກ ກົມໃຫຍ່ການເມືອງກອງທັບ ສະໄໝທີ VI
ພິທີ ປະກາດການຮັບຮອງເອົາ ຄະນະບໍລິຫານງານພັກ ກົມໃຫຍ່ການເມືອງກອງທັບ ສະໄໝທີ VI ໄດ້ຈັດຂຶ້ຶນໃນວັນທີ 16 ມິຖຸນາ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະພັກ ກະຊວງປ້ອງກັນປະເທດ, ຄະນະພັກ ກົມໃຫຍ່ການເມືອງກອງທັບ, ຄະນະພັກ-ຄະນະບັນຊາ ກົມ, ຫ້ອງການ, ກອງ ແລະ ພະນັກງານຫຼັກແຫຼ່ງ ທົ່ວອົງການກົມໃຫຍ່ການເມືອງກອງທັບ ເຂົ້າຮ່ວມ. ສະຫາຍ ພັນໂທ ສາກົນໄຊ ກົມມະເມືອງ ຮອງຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານມະຕິຕົກລົງ ຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການຮັບຮອງເອົາ ຄະນະບໍລິຫານງານພັກ ກົມໃຫຍ່ການເມືອງກອງທັບ ສະໄໝທີ VI ໃນນີ້, ຄະນະພັກ ກະຊວງປ້ອງກັນປະເທດ ຕົກລົງ: ຮັບຮອງເອົາຄະນະບໍລິຫານງານພັກ ກົມໃຫຍ່ການເມືອງກອງທັບ …
ອ່ານເພີ່ມ >>