Home / ທິດສະດີຊີ້ນຳ (page 3)

ທິດສະດີຊີ້ນຳ

ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI ຮອບທີ 1 ຢູ່ກົມໃຫຍ່ການເມືອງກອງທັບ

ກອງປະຊຸມທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ສະໄໝທີ VI ຮອບທີ 1 ຢູ່ກົມໃຫຍ່ການເມືອງກອງທັບ ໄດ້ຈັດຂຶ້ນໃນວັນທີ 27 ພຶດສະພາ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ກໍາມະການຄະນະປະຈໍາພັກກົມໃຫຍ່, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຫົວໜ້າໜ່ວຍງານທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI, ມີຄະນະບໍລິຫານງານພັກກົມໃຫຍ່ການເມືອງກອງທັບ, ຄະນະໜ່ວຍງານທາບທາມຈາກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກບັນດາກົມ, ຫ້ອງການ, ກອງ ທີ່ຂຶ້ນກັບກົມໃຫຍ່ການເມືອງກອງທັບ ເຂົ້າຮ່ວມ. ສະຫາຍ ພັນໂທ ວັນທອງ ທໍາມະຕານ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານມາດຖານເງື່ອນໄຂຜູ້ທີ່ຈະສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI ຕ້ອງເປັນຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ, ຢຶດໝັ້ນອຸດົມການສັງຄົມນິຍົມ, ມີຄຸນສົມບັດສິນທໍາປະຕິວັດ, ມີທັດສະນະການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີ ຕໍ່ປະເທດຊາດ, ຕໍ່ປະຊາຊົນ, ເປັນແບບຢ່າງໃນການປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດຢ່າງເຂັ້ມງວດ, ມີຄວາມຮູ້ …

ອ່ານເພີ່ມ >>

ມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ຫ້ອງການສະຫະພັນແມ່ຍິງກອງທັບ ນຳໄປມອບຕໍ່ໃຫ້ພະນັກງານ-ນັກຮົບ ກອງບັນຊາການທະຫານແຂວງບໍ່ແກ້ວ

ວັນທີ 26 ພຶດສະພາ 2025 ນີ້, ທ່ານ ປອ ນາງ ສີລິວັນ ປັດທຳມະວົງ ຕາງໜ້າໃຫ້ຄະນະພະອາຈານໃຫຍ່ວັດຕ່າງໆ ໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດຈຳນວນໜຶ່ງ ໃຫ້ແກ່ຫ້ອງການສະຫະພັນແມ່ຍິງກອງທັບ ເພື່ອນຳໄປມອບຕໍ່ໃຫ້ພະນັກງານ-ນັກຮົບ ກອງບັນຊາການທະຫານແຂວງບໍ່ແກ້ວ, ຕາງໜ້າກ່າວຮັບໂດຍ ສະຫາຍ ພັນເອກ ນາງ ຫຼ້າ ຄຸນນະວົງສາ ຮອງຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ໂດຍມີ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະ ທັງສອງພາກສ່ວນເຂົ້າຮ່ວມເປັນສັກຂີພະຍານ. ການມອບເຄື່ອງອຸປະໂພກ-ບໍລິໂພກໃນຄັ້ງນີ້ ແມ່ນການປະກອບສ່ວນຊຸກຍູ້ໃຫ້ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທີ່ເຮັດໜ້າທີ່ຢູ່ເຂດທຸລະກັນດານຫ່າງໄກສອກຫຼີກ ເພື່ອເປັນການກະຕຸກຊຸກຍູ້ແນວຄິດຈິດໃຈພະນັກງານ-ນັກຮົບ ທີ່ກໍາລັງປະຕິບັດໜ້າທີ່ ປະຈໍາການຢູ່ບັນດາປ້ອມຕ່າງໆ ແລະ ກໍາລັງສໍາຮອງຢູ່ກົມກອງ. ໂອກາດນີ້, ສະຫາຍ ພັນເອກ ນາງ ຫຼ້າ ຄຸນນະວົງສາ ໄດ້ສະແດງຄວາມຂອບໃຈ ມາຍັງບັນດາທ່ານ ທີ່ໄດ້ນໍາເອົາເອົາວັດຖຸປັດໄຈມາມອບໃນຄັ້ງນີ້, ເຊິ່ງຍາມໃດ …

ອ່ານເພີ່ມ >>

ຄະນະປະຕິບັດງານພິເສດແຂວງສະຫວັນນະເຂດ ສົ່ງ-ມອບ ອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ກັບຄືນປະເທດ

ພິທີ ສົ່ງ-ມອບ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ພື້ນທີ່ ແຂວງສະຫວັນນະເຂດ ປະຈໍາສົກ 2024-2025 ຈໍານວນ12 ອັດຖິ ເພື່ອກັບຄືນສູ່ປະເທດຢ່າງສົມກຽດ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 21 ຫາວັນທີ 22 ພຶດສະພາ 2025 ນີ້ ຢູ່ທີ່ຂົວສະເອິດໜ້າດ່ານສາກົນແດນສະຫວັນ-ລາວບາວ ເມືອງເຊໂປນ ແຂວງສະຫວັນນະເຂດ. ໂດຍຝ່າຍຄະນະປະຕິບັດງານພິເສດແຂວງສະຫວັນນະເຂດ ນໍາໂດຍສະຫາຍ ນາງ ຫຼິງທອງ ແສງຕາວັນ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງ, ປະທານຄະນະປະຕິບັດງານພິເສດແຂວງ ສະຫວັນນະເຂດ, ມີສະຫາຍ ພົນຈັດຕະວາ ວັນລະວົງ ນັນທະວົງ ຫົວໜ້າກອງເລຂາຄະນະປະຕິບັດງານພິເສດ ລັດຖະບານແຫ່ງ ສປປ ລາວ, ຝ່າຍ ສສ ຫວຽດນາມ ນໍາໂດຍ ສະຫາຍ ຫງຽນ ເຈີ່ນຮຸຍ ກໍາມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ຫົວໜ້າຄະນະປະຕິບັດງານພິເສດແຂວງກວາງຈິ, ມີ …

ອ່ານເພີ່ມ >>

ຄະນະນໍາກະຊວງປ້ອງກັນປະເທດ ເຂົ້າຮ່ວມເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປຢ່າງບໍ່ມີວັນຫວນກັບ ຂອງສະຫາຍ ເຈີນ ດຶກ ເລືອງ

ໃນວັນທີ 24 ພຶດສະພາ 2025 ນີ້, ຢູ່ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ຄະນະນໍາກະຊວງປ້ອງກັນປະເທດ ນໍາພາໂດຍ ສະຫາຍ ພົນໂທ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມວາງພວງມາລາ ຕໍ່ການຈາກໄປ ຂອງ ສະຫາຍ ເຈີນ ດຶກ ເລືອງ ອະດີດກໍາມະການກົມການເມືອງ ສູນກາງພັກກອມມູນິດຫວຽດນາມ, ອະດີດປະທານປະເທດ ສສ ຫວຽດນາມ. ສະຫາຍ ພົນໂທ ວົງຄໍາ ພົມມະກອນ ໄດ້ເຊັນປຶຶ້ມໄວ້ອາໄລ ເຊິ່ງມີເນື້ອໃນດັ່ງນີ້: ຕາງໜ້າຄະນະນໍາກະຊວງປ້ອງກັນປະເທດ ຂໍສະແດງຄວາມໂສກເສົ້າສະຫຼົດໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ການຈາກໄປຢ່າງບໍ່ມີວັນຫວນກັບ ຂອງສະຫາຍ ເຈິນ ດຶກ ເລືອງ …

ອ່ານເພີ່ມ >>

ມອບ-ຮັບ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ນະຄອນຫຼວງວຽງຈັນ ກັບຄືນປະເທດ

ວັນທີ 24 ພຶດສະພາ 2025 ນີ້, ຢູ່ທີ່ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຈັດພິທີ ມອບ-ຮັບ ແລະ ຈັດສົ່ງອັດຖິທະຫານອາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນສະໄໝສົງຄາມຢູ່ດິນແດນນະຄອນຫຼວງວຽງຈັນກັບ ຄືນສູ່ປະເທດຈຳນວນ 1 ຮ່າງອັດຖິ, ຝ່າຍລາວ ນໍາໂດຍ ສະຫາຍ ປອ ຊົງເລົ່າ ຢົງນູ ຮອງເລຂາພັກນະຄອນຫຼວງວຽງຈັນ, ຫົວໜ້າຄະນະປະຕິບັດງານພິເສດນະຄອນຫຼວງວຽງຈັນ, ມີສະຫາຍ ພົນຈັດຕະວາ ໂສພາວັນ ທຳມະເທວາ ຮອງຫົວໜ້າຄະນະປະຕິບັດງານພິເສດນະຄອນຫຼວງວຽງຈັນ, ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ຝ່າຍຫວຽດນາມ ນຳໂດຍ ສະຫາຍ ເຢືອງ ເຕີດ ຖັງ ຮອງປະທານຄະນະກໍາມະການປະຊາຊົນ, ຫົວໜ້າຄະນະປະຕິບັດງານພິເສດ ແຂວງຮ່າຕິງ ສສ ຫວຽດນາມ, ມີຄະນະປະຕິບັດງານພິເສດທັງສອງຝ່າຍ, ບັນດາພະແນກການ, ກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ, ກອງບັນຊາການທະຫານເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ ພາກສ່ວນຕ່າງໆ ໄດ້ເຂົ້າວາງພວງມະລາ …

ອ່ານເພີ່ມ >>

ຄະນະຊາວໜຸ່ມຫຼາຍພາກສ່ວນ ມອບວັດຖຸປັດໄຈໃຫ້ຫ້ອງການຊາວໜຸ່ມກອງທັບ

ໃນວັນທີ 23 ພຶດສະພາ 2025 ນີ້, ຄະນະຊາວໜຸ່ມຫຼາຍພາກສ່ວນ ໄດ້ມອບວັດຖຸປັດໄຈໃຫ້ຫ້ອງການຊາວໜຸ່ມກອງທັບ ເພື່ອປະກອບສ່ວນຊຸກຍູ້ໃຫ້ກຳລັງໃຈພະນັກງານ-ນັກຮົບ ທີ່ກຳລັງປະຕິບັດໜ້າທີ່ ຢູ່ແຂວງບໍ່ແກ້ວ. ໃນນີ້, ຄະນະບໍລິຫານງານຊາວໜຸ່ມ ທະນາຄານ ແຫ່ງ ສປປ ລາວ ໄດ້ມອບເງິນສົດ ຈຳນວນ 44.328.000 ກີບ ກ່າວມອບໂດຍ ສະຫາຍ ຈິນດາໄມ ວິໄລຫົງສ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ທະນາຄານ ແຫ່ງ ສປປ ລາວ; ຄະນະບໍລິຫານງານຊາວໜຸ່ມ ກະຊວງສາທາລະນະສຸກ ມອບເງິນສົດຈຳນວນ 15.000.000 ກີບ ກ່າວມອບໂດຍ ສະຫາຍ ດຣ ນາງ ໄພຄຳ ແກ້ວບຸນໄຊ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງສາທາລະນະສຸກ ແລະ ຄະນະບໍລິຫານງານຊາວໜຸ່ມ ກະຊວງການເງິນ ມອບເງິນສົດຈຳນວນ 20.000.000 ກີບ ກ່າວມອບໂດຍ ສະຫາຍ …

ອ່ານເພີ່ມ >>

ສະເຫຼີມສະຫຼອງວັນສ້າງຕັ້ງ ກົມກວດກາກອງທັບ ຄົບຮອບ 40 ປີ

ພິທີ ສະເຫຼີມສະຫຼອງວັນສ້າງຕັ້ງ ກົມກວດກາກອງທັບ ຄົບຮອບ 40 ປີ (25 ພຶດສະພາ 1985-25 ພຶດສະພາ 2025) ໄດ້ຈັດຂຶ້ນໃນວັນທີ 23 ພຶດສະພາ 2025 ນີ້, ຢູ່ທີ່ ສະໂມສອນກົມໃຫຍ່ການເມືອງກອງທັບ ໂດຍການເປັນປະທານ ຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ກໍາມະການຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາຄະນະນຳກະຊວງປ້ອງກັນປະເທດ, ຄະນະນຳບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ພະນັກງານປະຕິວັດອາວຸໂສບໍານານ, ຄະນະກົມກວດກາ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ແລະ ແຂກຮັບເຊີນເຂົ້າຮ່ວມ. ສະຫາຍ ພັນເອກ ແພງສີ ເສັງວິໄຊ ກໍາມະການຄະນະພັກກົມໃຫຍ່ການເມືອງກອງທັບ, ເລຂາໜ່ວຍພັກ, ຫົວໜ້າກົມກວດກາ ກະຊວງປ້ອງກັນປະເທດ ໄດ້ຫວນຄືນມູນເຊື້ອການກຳເນີດ ຂອງອົງການກວດກາກອງທັບ ແມ່ນໝາກຜົນແຫ່ງການສົມທົບ ລະຫວ່າງຂະບວນການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ຂອງທົ່ວປວງຊົນລາວ ຕັ້ງແຕ່ກຳເນີດຂຶ້ນຄະນະກວດກາກອງທັບ …

ອ່ານເພີ່ມ >>

ເປີດຊຸດອົບຮົມທິດສະດີການເມືອງ ໄລຍະສັ້ນ ໃຫ້ພະນັກງານ-ນັກຮົບ ບັນດາກົມກອງສື່ມວນຊົນກອງທັບ

ພິທີ ເປີດຊຸດອົບຮົມທິດສະດີການເມືອງ ໄລຍະສັ້ນ ໃຫ້ພະນັກງານ-ນັກຮົບ ບັນດາກົມກອງສື່ມວນຊົນກອງທັບ ໄດ້ຈັດຂຶ້ນໃນວັນທີ 12 ພຶດສະພາ 2025, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ແກ້ວສຸວັນ ຜາງພິລາວົງ ກຳມະການຄະນະພັກກົມໃຫຍ່ການເມືອງກອງທັບ, ຫົວໜ້າກົມໂຄສະນາອົບຮົມ, ມີບັນດາຄະນະພັກ-ຄະນະບັນຊາ ກົມ, ຫ້ອງການ, ກອງ, ຄະນະຊີ້ນໍາລວມ, ຄະນະຮັບຜິດຊອບເຝິກອົບຮົມ, ຄູ-ອາຈານ ພ້ອມດ້ວຍນັກເຝິກອົບຮົມ ຈາກ 8 ກົມກອງສື່ມວນຊົນກອງທັບ ເຂົ້າຮ່ວມ. ສະຫາຍ ພັນເອກ ປອ ທິມສາວ ດວງຈໍາປາ ຮອງຫົວໜ້າກົມໂຄສະນາອົບຮົມ ໄດ້ຜ່ານບົດລາຍງານ ແຜນການກະກຽມຄວາມພ້ອມ ໃນການຈັດຕັ້ງເປີດຊຸດເຝິກອົບຮົມ. ຈຸດປະສົງ ເພື່ອອົບຮົມຍົກລະດັບທິດສະດີການເມືອງ, ຫຼັກການແບບແຜນວິທີເຮັດວຽກໃຫ້ພະນັກງານ-ນັກຮົບ, ນັກຂ່າວ ຢູ່ບັນດາກົມກອງສື່ມວນຊົນ ໃຫ້ມີປະສິດທິພາບສູງຂຶ້ນ, ສືບຕໍ່ນໍາເອົາບັນດາແນວທາງແຜນນະໂຍບາຍຂອງພັກ-ລັດ ສຶກສາອົບຮົມໃຫ້ພະນັກງານ-ນັກຮົບ ຢູ່ກົມກອງສື່ມວນຊົນກອງທັບ ມີຄຸນສົມບັດສິນທຳປະຕິວັດ, ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ອຸດົມການຂອງພັກ, ຕໍ່ການປະຕິວັດ …

ອ່ານເພີ່ມ >>

ຄະນະນໍາສະຫະພັນແມ່ຍິງກອງທັບ ຢ້ຽມຢາມ ແລະ ໃຫ້ກໍາລັງໃຈ ຜູ້ທີ່ໄດ້ຮັບບາດເຈັບຈາກການປະຕິບັດໜ້າທີ່

ໃນວັນທີ 8 ພຶດສະພາ 2025 ນີ້, ຄະນະນໍາສະຫະພັນແມ່ຍິງກອງທັບ ນຳພາໂດຍ ສະຫາຍ ພັນເອກ ນາງ ຫຼ້າ ຄຸນນະວົງສາ ຮອງຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຢາມ ແລະ ໃຫ້ກໍາລັງໃຈ ພະນັກງານ-ນັກຮົບ ທີ່ໄດ້ຮັບບາດເຈັບຈາກການປະຕິບັດໜ້າທີ່ ທີ່ກຳລັງປິ່ນປົວຢູ່ໂຮງໝໍສູນກາງ 103 ກອງທັບ. ສະຫາຍ ພັນເອກ ນາງ ຫຼ້າ ຄຸນນະວົງສາ ໄດ້ຕາງໜ້າໃຫ້ຄະນະນໍາສະຫະພັນແມ່ຍິງກອງທັບ ກໍຄື ສະມາຊິກສະຫະພັນແມ່ຍິງໃນທົ່ວກອງທັບ ສະແດງຄວາມເປັນຫ່ວງເປັນໃຍ ຕໍ່ພະນັກງານ-ນັກຮົບ ທີ່ໄດ້ຮັບບາດເຈັບຈາກການປະຕິບັດໜ້າທີ່ ແລະ ສະແດງຄວາມຊົມເຊີຍ ຕໍ່ຄວາມສາມາດ, ນ້ຳໃຈເດັດດ່ຽວໜຽວແໜ້ນ, ນໍ້າໃຈເສຍສະຫຼະອັນສູງສົ່ງ ເພື່ອປະເທດຊາດ, ເພື່ອປະຊາຊົນ ພ້ອມທັງ,ຝາກຄວາມຢື້ຢາມຖາມຂ່າວ ແລະ ອວຍພອນໄຊ ເຖິງພະນັກງານ-ນັກຮົບທຸກສະຫາຍ ທີ່ພວມປະຕິບັດໜ້າທີ່ປົກປັກຮັກສາ ເຂດນໍ້າແດນດິນຂອງຊາດ ຈົ່ງພ້ອມກັນອົດທົນຜ່ານຜ່າ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ ທີ່ໄດ້ຮັບມອບ. ໂອກາດນີ້, …

ອ່ານເພີ່ມ >>

ຄະນະນໍາຫ້ອງການຊາວໜຸ່ມກອງທັບ ຢ້ຽມຢາມ ແລະ ໃຫ້ກໍາລັງໃຈ ຜູ້ບາດເຈັບຈາກການປະຕິບັດໜ້າທີ່

ໃນວັນທີ 9 ພຶດສະພາ 2025 ນີ້, ຄະນະນໍາຫ້ອງການຊາວໜຸ່ມກອງທັບ ນໍາພາໂດຍ ສະຫາຍ ພັນເອກ ສຸດໃຈ ມະຫາວົງ ເລຂາທິການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຢາມ ແລະ ໃຫ້ກໍາລັງໃຈ ພະນັກງານ-ນັກຮົບ ຜູ້ບາດເຈັບຈາກການປະຕິບັດໜ້າທີ່ ທີ່ກຳລັງປິ່ນປົວ ຢູ່ໂຮງໝໍສູນກາງ 103 ກອງທັບ. ສະຫາຍ ພັນເອກ ຫົງທອງ ສີຊານົນ ໄດ້ຕາງໜ້າຫ້ອງການຊາວໜຸ່ມກອງທັບ ສະແດງຄວາມເປັນຫ່ວງເປັນໃຍ ຕໍ່ພະນັກງານ-ນັກຮົບ ທີ່ບາດເຈັບຈາກການປະຕິບັດໜ້າທີ່ ພ້ອມທັງ, ສະແດງຄວາມຊົມເຊີຍ ຕໍ່ບັນດາສະຫາຍ ທີ່ມີຄວາມອົງອາດກ້າຫານ, ມີນໍ້າໃຈເດັດດ່ຽວໜຽວແໜ້ນ, ມີຄວາມເສຍສະຫຼະອັນສູງສົ່ງໃນການປະຕິບັດໜ້າທີ່ ເພື່ອຮັກສາຄວາມສະຫງົບປອດໄພ ຕາມໜ້າທີ່ຄວາມຮັບຜິດຊອບ ທີ່ກົມກອງ ກໍຄືການຈັດຕັ້ງຂັ້ນເທິງມອບໝາຍໃຫ້ເປັນຢ່າງດີ ພ້ອມນັ້ນ, ຍັງໄດ້ສະແດງຄວາມຢື້ຢາມຖາມຂ່າວແລະ ອວຍພອນໄຊ ໄປຍັງພະນັກງານ-ນັກຮົບທຸກສະຫາຍ …

ອ່ານເພີ່ມ >>