Home / ທິດສະດີຊີ້ນຳ (page 4)

ທິດສະດີຊີ້ນຳ

ໂຮມຊຸມນຸມສະເຫຼີມສະຫຼອງ 50 ປີ ແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ ຢູ່ກະຊວງປ້ອງກັນປະເທດ

ພິທີ ໂຮມຊຸມນຸມສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ (30 ເມສາ 1975-30 ເມສາ 2025) ໄດ້ຈັດຂຶ້ນໃນວັນທີ 9 ພຶດສະພາ 2025 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດ ໂດຍການເປັນປະທານ ຂອງສະຫາຍ ຫງວຽນ ມິງເຕິມ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ມີສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະນຳ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ກົມ, ກອງ ຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ ກ່ອນຈະເຂົ້າສູ່ພິທີທາງການ ໄດ້ຮັບຊົມຮູບເງົາ ແລະ ການສະແດງສີລະປະ ຈາກກອງສິລະປະກອນກອງທັບ ເຊິ່ງມີເນື້ອໃນສ່ອງແສງເຖິງມູນເຊື້ອການເຕີບໃຫຍ່ ແລະ …

ອ່ານເພີ່ມ >>

ບັນດາພັນລະຍາ ຄອບຄົວການນຳ ຢ້ຽມຢາມ ພະນັກງານ-ນັກຮົບທີ່ບາດເຈັບ ແລະ ເຈັບປ່ວຍ ຢູ່ໂຮງໝໍສູນກາງ 103 ກອງທັບ

ວັນທີ 6 ພຶດສະພາ 2025 ນີ້, ບັນດາພັນລະຍາ ຂອງຄອບຄົວຂອງການນໍາ ນໍາພາໂດຍ ທ່ານ ນາງ ນາລີ ສີສຸລິດ ໄດ້ເຂົ້າຢ້ຽມຢາມ ພະນັກງານນັກຮົບ ທີ່ບາດເຈັບ ແລະ ເຈັບປ່ວຍ ທີ່ກໍາລັງຮັບການປິ່ນປົວເບິ່ງແຍງສຸຂະພາບ ຢູ່ໂຮງໝໍສູນກາງ 103 ກອງທັບ. ທ່ານ ນາງ ນາລີ ສີສຸລິດ ຕາງໜ້າຄະນະຄອບຄົວການນໍາ ສະແດງຄວມເປັນຫ່ວງເປັນໄຍ ຕໍ່ບັນດາພະນັກງານ-ນັກຮົບ ໃນຖັນແຖວຂອງກອງທັບ ປະຊາຊົນລາວ ທີ່ມີຄວາມຕັ້ງໜ້າປະຕິບັດໜ້າທີ່ວຽກງານຂອງຕົນຢ່າງມີຄວາມຂະຫຍັນ ຂັນແຂງ ເພື່ອປະເທດຊາດ ແລະ ຝາກຄວາມຢື້ຢາມຖາມຂ່າວ ເຖິງພະນັກງານ-ນັກຮົບ ທຸກສະຫາຍທີ່ພວມປະຕິດບັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຈົ່ງມີສະຕິສູງຕໍ່ໜ້າທີ່ ທີ່ໄດ້ຮັບມອບຢ່າງສົມກຽດ ແລະ ອວຍພອນໃຫ້ທຸກສະຫາຍທີ່ເປັນກຳລັງແຮງຂອງຊາດ ຈົ່ງມີສຸຂະພາບແຂງແຮງ ເຮັດສໍາເລັດໜ້າທີ່ ທີ່ໄດ້ມອບໝາຍ. ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ

ອ່ານເພີ່ມ >>

ມອບ-ສົ່ງ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ກັບຄືນປະເທດ ຢ່າງສົມກຽດ

ວັນທີ 7 ພຶດສະພາ 2025 ນີ້, ຄະນະປະຕິບັດງານພິເສດແຂວງຈໍາປາສັກ ໄດ້ຈັດພິທີ ມອບ-ສົ່ງ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ສົກປີ 2024-2025 ກັບຄືນປະເທດ. ເຊິ່ງພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ທີ່ສະໂມສອນ ກອງບັນຊາການທະຫານແຂວງຈໍາປາສັກ, ຝ່າຍລາວ ນຳໂດຍ ສະຫາຍ ພົນຈັດຕະວາ ວັນລະວົງ ນັນທະວົງ ຫົວໜ້າກົມນະໂຍບາຍ ກົມໃຫຍ່ການເມືອງກອງທັບ, ຫົວໜ້າກອງເລຂາຄະນະປະຕິບັດງານພິເສດ ແຫ່ງ ສ ປປ ລາວ, ມີສະຫາຍ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈໍາປາສັກ, ຫົວໜ້າຄະນະປະຕິບັດງານພິເສດ ແຂວງຈໍາປາສັກ, ຝ່າຍຫວຽດນາມ ມີສະຫາຍ ນາງ ອີ ງັອກ ຮອງເຈົ້າແຂວງ, ຫົວໜ້າຄະນະສະເພາະກິດແຂວງກອນຕູມ, ສະຫາຍ ນາງ ຕະເຟືອງຢູງ ກົງສູນໃຫຍ່ຫວຽດນາມ ປະຈຳພາກໃຕ້ລາວ, ມີຄະນະສະເພາະກິດທັງສອງຝ່າຍເຂົ້າຮ່ວມ. ສະຫາຍ …

ອ່ານເພີ່ມ >>

ເປີດຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ທົ່ວກົມໃຫຍ່ການເມືອງກອງທັບ ປະຈໍາປີ 2025

ວັນທີ 7 ພຶດສະພາ 2025 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ຈັດພິທີເປີດຂະບວນການແຂ່ງຂັນ ພາຍໃຕ້ຄໍາຂວັນ “ຮັກຊາດ ແລະ ພັດທະນາ” ປະຈໍາປີ 2025, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາບັນດາກົມ, ຫ້ອງການ, ກອງ, ພ້ອມດ້ວຍພະນັກງານ-ນັກຮົບ ທົ່ວກົມໃຫຍ່ການເມືອງກອງທັບເຂົ້າຮ່ວມ. ໃນພິທີ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການເປີດຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ ” ປະຈໍາປີ 2025 ຈາກນັ້ນ, ສະຫາຍ ພັນເອກ ບຸນຄໍາ ສຸນັນທາ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບຂະບວນການແຂ່ງຂັນທົ່ວກົມໃຫຍ່ການເມືອງກອງທັບ ພາຍໃຕ້ຄໍາຂວັນ “ຮັກຊາດ ແລະ ພັດທະນາ ” ປະຈໍາປີ 2024 ແລະ ວາງທິດທາງແຜນການ …

ອ່ານເພີ່ມ >>

ມອບ-ຮັບ ໜ້າທີ່ ຫົວໜ້າກົມການເງິນ ລະຫວ່າງ ຜູ້ເກົ່າ ກັບ ຜູ້ໃໝ່

ພິທີ ມອບ-ຮັບ ໜ້າທີ່ ລະຫວ່າງ ສະຫາຍ ພັນເອກ ລໍາເງິນ ສຸຂະວົງ ຫົວໜ້າກົມການເງິນ ກົມໃຫຍ່ພະລາທິການກອງທັບ ຜູ້ເກົ່າ ກັບ ສະຫາຍ ພົນຈັດຕະວາ ບຸນຜອງ ບຸດທະວົງ ຫົວໜ້າກົມການເງິນ ກົມໃຫຍ່ພະລາທິການກອງທັບ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ນີ້, ໂດຍມີ ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະພັກອົງການກົມໃຫຍ່, ຄະນະກົມ, ຫ້ອງການ ແລະ ພະນັກງານຫຼັກແຫຼ່ງພາຍໃນກົມການເງິນ ເຂົ້າຮ່ວມ. ສະຫາຍ ພັນເອກ ລໍາເງິນ ສຸຂະວົງ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານດ້ານຕ່າງໆ ໃນໄລຍະຜ່ານມາ, ເຊິ່ງຄະນະພັກ-ຄະນະກົມ ໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ, ສະມາຊິກພັກ ແລະ ນັກຮົບ ເຊື່ອມຊຶມ, ກໍາແໜ້ນຕໍ່ແນວທາງປ່ຽນແປງໃໝ່ຂອງພັກ, ປະຕິບັດ …

ອ່ານເພີ່ມ >>

ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 50 ປີ

ວັນທີ 30 ເມສາ 2025 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະ, ບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນ ພັກ-ລັດຂັ້ນສູງ ຂອງ ສປປ ລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 50 ປີ (30 ເມສາ 1975-30 ເມສາ 2025) ທີ່ຈັດ ຂຶ້ນຢ່າງເປັນທາງການທີ່ ນະຄອນໂຮ່ຈີມິນ ສສ ຫວຽດນາມ, ໃນພິທີ ມີສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະຫາຍ ເລືອງເກື່ອງ ປະທານປະເທດ ແຫ່ງ ສສ ຫວຽດນາມ, ສະຫາຍ ຟ້າມມິງຈິງ ນາຍົກລັດຖະມົນຕີ …

ອ່ານເພີ່ມ >>

ເປີດນໍາໃຊ້ ທ່າເຮືອເລກ 3 ທ່າເຮືອສາກົນ ລາວ-ຫວຽດນາມ ຢ່າງເປັນທາງການ

ໃນຕອນບ່າຍ ຂອງວັນທີ 28 ເມສາ 2025 ນີ້, ໄດ້ມີພິທີເປີດການນໍາໃຊ້ ທ່າເຮືອ ເລກ 3, ທ່າເຮືອສາກົນ ລາວ-ຫວຽດນາມ ຫວຸ້ງອາງ ຢ່າງເປັນທາງການ ເຊິ່ງຕັ້ງຢູ່ ເມືອງກິແອັງ ແຂວງຮາຕິງ ສສ ຫວຽດນາມ, ເປັນກຽດຢ່າງສູງເຂົ້າຮ່ວມພິທີ ທີ່ມີຄວາມໝາຍຄວາມສໍາຄັນທາງດ້ານປະຫວັດສາດຄັ້ງນີ້ ຝ່າຍ ສປປ ລາວ ໂດຍແມ່ນ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ແລະ ຝ່າຍ ສສ ຫວຽດນາມ ໂດຍແມ່ນ ສະຫາຍ ເລືອງເກືອງ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສສ ຫວຽດນາມ, ມີການນໍາພັກ, ລັດ ຂັ້ນສູງ, ຄະນະນໍາກະຊວງປ້ອງກັນປະເທດ …

ອ່ານເພີ່ມ >>

ຮອງຫົວໜ້າກົມໃຫຍ່ການເມືອງກອງທັບພົບປະໂອ້ລົມ ກ້ອນກຳລັງສວນສະໜາມກອງທັບປະຊາຊົນລາວ

ວັນທີ 29 ເມສາ 2025 ນີ້, ຢູ່ທີ່ ນະຄອນໂຮ່ຈິມິນ ສສ ຫວຽດນາມ, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ພ້ອມຄະນະ ໄດ້ພົບປະໂອ້ລົມ ນາຍ ແລະ ພົນທະຫານ ທີ່ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ ສສ ຫວຽດນາມ ຄົບຮອບ 50 ປີ ຄື ວັນທີ (30 ເມສາ 1975-30 ເມສາ 2025). ສະຫາຍ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ໄດ້ສະເເດງຄວາມຍ້ອງຍໍຊົມເຊີຍ ຕໍ່ຫົວໜ້າຄະນະຊີ້ນໍາກ້ອນກຳລັງສວນສະໜາມກອງທັບປະຊາຊົນລາວ ຕະຫຼອດຮອດພະນັກງານ-ນັກຮົບທຸກສະຫາຍ, ທີ່ໄດ້ເອົາໃຈໃສ່ຈັດຕັ້ງຫັດເເອບສວນສະໜາມ ເຖິງວ່າສະພາບອາກາດຈະຮ້ອນອົບເອົ້າ ແລະ ພົບຄວາມຫຍຸ້ງຍາກພຽງໃດກໍ່ຕາມ ແຕ່ລະສະຫາຍກໍ່ມີຄວາມ ອົດທົນ, ສູ້ຊົນ ແລະ ພ້ອມກັນເຮັດສຳເລັດໜ້າທີ່ ໃນການເຂົ້າຮ່ວມສວນສະໜາມໃນພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ …

ອ່ານເພີ່ມ >>

ຫ້ອງການຊາວໜຸ່ມກອງທັບ ປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ

ວັນທີ 2 ພຶດສະພາ 2025 ນີ້, ຫ້ອງການຊາວໜຸ່ມກອງທັບ ໄດ້ຈັດຕັ້ງປາຖະກະຖາ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (14 ເມສາ 1955-14 ເມສາ 2025) ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ມອນໄຊ ລາວມົວຊົງ ກຳມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນກະຊວງປ້ອງກັນປະເທດ, ມີສະຫາຍ ພັນເອກ ສຸດໃຈ ມະຫາວົງ ເລຂາທິການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ,ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ມີຄະນະພັກ-ຄະນະບັນຊາ ກົມ, ຫ້ອງການ, ກອງ ພ້ອມດ້ວຍ ພະນັກງານ-ສະມາຊິກຊາວໜຸ່ມ ຈາກບັນດາກົມກອງອ້ອມຂ້າງກະຊວງປ້ອງກັນປະເທດ ເຂົ້າຮ່ວມ. ສະຫາຍ ມອນໄຊ ລາວມົວຊົງ ໄດ້ຫວນຄືນມູນເຊື້ອປະຫວັດການກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວ …

ອ່ານເພີ່ມ >>

ໂຮມຊຸມນຸມໃຫຍ່ສະຫຼອງວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ

ພິທີ ໂຮມຊຸມນຸມໃຫຍ່ ສະເຫຼີມສະຫຼອງວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ໄດ້ຈັດຂຶ້ນໃນວັນທີ 22 ເມສາ 2025 ນີ້, ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ພ້ອມດ້ວຍການນຳພັກ, ລັດ, ນັກປະຕິວັດອາວຸໂສ, ບັນດາກະຊວງ, ອົງການ, ແຂວງ, ນະຄອນຫຼວງວຽງຈັນ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມ. ໃນໂອກາດນີ້, ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຍົກໃຫ້ເຫັນມູນເຊື້ອການເຕີບໃຫຍ່ ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຕະຫຼອດໄລຍະ 70 ປີຜ່ານມາ ເຊິ່ງເປັນມູນເຊື້ອທີ່ອາດຫານກ້າແກ່ນ ແລະ ສະຫງ່າລາສີ ເຊິ່ງຍາມໃດ ກໍຕິດພັນກັບມູນເຊື້ອຂອງຊາດ, ຂອງພັກ, ຂອງກໍາລັງປະກອບອາວຸດ, ຂອງທຸກຂະແໜງການ ແລະ ທ້ອງຖິ່ນ …

ອ່ານເພີ່ມ >>