Home / ພາລະກິດປົກປັກຮັກສາ - ສ້າງສາ / ວຽກງານການພົວພັນ – ຮ່ວມມືສາກົນ

ວຽກງານການພົວພັນ – ຮ່ວມມືສາກົນ

ຄະນະຜູ້ແທນການທະຫານຂັ້ນສູງກອງທັບ ປະຊາຊົນລາວ ເຂົ້າຮ່ວມພິທີເປີດກອງປະຊຸມປືກສາຫາລື ຄວາມໝັ້ນຄົງຊຽງຊານ ຄັ້ງທີ 12

ວັນທີ 18 ກັນຍາ 2025 ນີ້, ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ນໍາໂດຍ ທ່ານ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເດີນທາງເຂົ້າຮ່ວມພິທີເປີດກອງປະຊຸມປືກສາຫາລືຄວາມໝັ້ນຄົງຊຽງຊານ ຄັ້ງທີ 12 ທີ່ ສປ ຈີນ ເປັນເຈົ້າພາບ ພາຍໃຕ້ຫົວຂໍ້ ພ້ອມກັນປົກປ້ອງກົດລະບຽບສາກົນ, ພ້ອມກັນຊຸກຍູ້ການພັດທະນາໂດຍສັນຕິ, ເຊິ່ງມີບັນດາລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍເຈົ້າໜ້າທີ່ຄວາມໝັ້ນຄົງ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມຫຼາຍກວ່າ 100 ປະເທດ. ທ່ານ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ປະກອບຄຳເຫັນແລກປ່ຽນທັດສະນະ ຕໍ່ກອງປະຊຸມປືກສາຫາລືຄວາມໝັ້ນຄົງຊຽງຊານ ຄັ້ງທີ 12 ທີ່ ສປ ຈີນ ໃນຄັ້ງນີ້ວ່າ: ນີ້ເປັນຄັ້ງທຳອິດ ທີ່ໄດ້ເຂົ້າຮ່ວມກອງປະຊຸມທີ່ສຳຄັນນີ້ ໃນຖານະເປັນລັດຖະມົນຕີກະຊວງປ້ອງກັນປະເທດ, ກອງປະຊຸມຊຽງຊານໃນຄັ້ງນີ້ ບໍ່ພຽງແຕ່ເປັນເວທີປືກສາຫາລື ແລະ …

ອ່ານເພີ່ມ >>

ກະຊວງປ້ອງກັນປະເທດ ສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ

ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຈັດພິທີ ສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2 ກັນຍາ 1945-2 ກັນຍາ 2025) ໃນວັນທີ 28 ສິງຫາ 2025 ນີ້, ໂດຍມີສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ມີບັນດາສະຫາຍການນໍາກະຊວງປ້ອງກັນປະເທດ, ຄະນະນໍາບັນດາກົມໃຫຍ່, ຫ້ອງວ່າການ ກະຊວງປ້ອງກັນປະເທດ, …

ອ່ານເພີ່ມ >>

ປະກາດການຮັບຮອງເອົາສະຖານທີ່ຮ່ອງຮອຍປະຫວັດສາດ ເສັ້ນທາງສາຍພູຫຼວງ-ເສັ້ນທາງໂຮ່ຈີມິນ ເບື້ອງດິນລາວ ເປັນມໍຣະດົກແຫ່ງຊາດ ລະດັບຊາດ ທາງດ້ານປະຫວັດສາດ ຂອງ ສປປ ລາວ

ໃນວັນທີ 22 ສິງຫາ 2025 ນີ້, ທີ່ກະຊວງປ້ອງກັນປະເທດ ໄດ້ມີພິທີ ປະກາດການຮັບຮອງເອົາສະຖານທີ່ຮ່ອງຮອຍປະຫວັດສາດ ເສັ້ນທາງສາຍພູຫຼວງ-ເສັ້ນທາງໂຮ່ຈີມິນ ເບື້ອງດິນລາວ ເປັນມໍຣະດົກແຫ່ງຊາດ ລະດັບຊາດ ທາງດ້ານປະຫວັດສາດ ຂອງ ສປປ ລາວ ໂດຍມີ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ນາງ ຫວໍ ທິແອັງ ຊວນ ກໍາມະການສູນກາງພັກ ກອມມູນິດຫວຽດນາມ, ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ, ມີ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ເຂົ້າຂ້ອງທັງສອງຝ່າຍເຂົ້າຮ່ວມ. ສະຫາຍ ພົນຕີ …

ອ່ານເພີ່ມ >>

ມອບ-ຮັບ ບັນດາໂຄງການກໍ່ສ້າງ 2 ກຸ່ມບ້ານ ແຂວງຫົວພັນ ແລະ ແຂວງຜົ້ງສາລີ

ພິທີ ມອບ-ຮັບ ບັນດາໂຄງການພັດທະນາ ກຸ່ມບ້ານຜາແດງ ເມືອງກວັນ ແຂວງຫົວພັນ ແລະ ກຸ່ມບ້ານນໍ້າຮາງ ເມືອງສໍາພັນ ແຂວງຜົ້ງສາລີ ຂອງໂຄງການຮ່ວມມືພັດທະນາກຸ່ມບ້ານບໍລິເວນຊາຍແດນ ລາວ-ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 8 ກໍລະກົດ 2025 ນີ້, ຢູ່ເມືອງຊໍາເໜືອ ແຂວງຫົວພັນ, ຝ່າຍລາວ ນໍາໂດຍ ສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຮອງຫົວໜ້າຄະນະຊີ້ນໍາ ໂຄງການຮ່ວມມືພັດທະນາກຸ່ມບ້ານບໍລິເວນຊາຍແດນ ລາວ-ຫວຽດນາມ, ຝ່າຍຫວຽດນາມ ນໍາໂດຍ ສະຫາຍ ພົນເອກ ຫງວຽນ ເຕິນ ເກືອງ ກໍາມະການສູນກາງພັກ, ຄະນະກຳມະການປະຈຳການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ, ມີສະຫາຍ ປອ ຄໍາແພງ ໄຊສົມແພງ ກໍາມະການສູນກາງພັກ, ເລຂາພັກແຂວງ, …

ອ່ານເພີ່ມ >>

ປີສາມັກຄີມິດຕະພາບ 2017, ກາຍເປັນມໍລະດົກລວມອັນລ້ຳຄ່າຂອງສອງຊາດລາວ-ຫວຽດນາມ-ຫວຽດນາມລາວ

ໃນບັນຍາກາດແຫ່ງປີສາມັກຄີມິດຕະພາບ 2017, ຊາຊົນສອງຊາດໄດ້ພ້ອມກັນສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດສອງປະເທດ ຄົບຮອບ 55 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບຄົບຮອບ 40 ປີ ຢ່າງເປັນຂະບວນຟົດຟື້ນ, ໃນວັນທີ 20 ທັນວາ 2017, ທີ່ທຳນຽບປະທານປະເທດ ສສ ຫວຽດນາມ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ເຈິ່ນ ດ້າຍ ກວາງ ປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ຮ່ວມກັນຖະແຫລງຂ່າວປິດປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2017, ​ເນື້ອ​ໃນ​ບາງ​ຕອນ​ສຳຄັນ ສະຫາຍ ບຸນຍັງ ວໍລະຈິດ ໄດ້ກ່າວວ່າ: ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນເປັນຢ່າງຍິ່ງທີ່ໄດ້ນຳພາຄະນະຜູ້ແທນຂັ້ນສູງພັກ ແລະ ລັດ ແຫ່ງ ສປປ ລາວ ມາຢ້ຽມຢາມສັນຖະວະໄມຕີສາທາ …

ອ່ານເພີ່ມ >>

ຖະແຫລງການຮ່ວມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາຊົນຈີນ

ໂດຍຕອບສະໜອງ ຕາມການເຊື້ອເຊີນ ຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະ​ນະກຳມະ​ການ ສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ໄດ້ຢ້ຽມຢາມ ທາງລັດຖະກິດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແຕ່ວັນທີ 13-14 ພະຈິກ 2017. ໃນໄລຍະຢ້ຽມຢາມຄັ້ງນີ້, ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະ​ນະກຳ​ມະ​ການ ສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ ໄດ້ພົບປະກັບ ສະຫາຍ ບຸນຍັງ ວໍລະຈິດ …

ອ່ານເພີ່ມ >>

ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 11ຈັດຂຶ້ນປະເທດຟີລິບພາຍໃຕ້ຄຳຂັວນ “ຮ່ວມມືເພື່ອການປ່ຽນແປງ, ຜູກພັນສາກົນ”.

ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 11ຈັດ​ຂຶ້ນປະເທດຟີລິບພາຍໃຕ້ຄຳຂັວນ “ຮ່ວມມືເພື່ອການປ່ຽນແປງ, ຜູກພັນສາກົນ”. ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 11 (11th ADMM), ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ຄັ້ງທີ 4 (4th ADMM-Plus) ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງຢູ່ທີ່ເມືອງຄລາກ, ແຂວງ ປາມຝັງງາ, ປະເທດຟີລິບປິນ. (ວັນທີ 22-25 ຕຸລາ 2017) ເນື້ອໃນສຳຄັນຂອງກອງປະຊຸມ ADMM ຄັ້ງທີ 11 ນີ້ ແມ່ນໄດ້ຮັບຮອງເອົາ 10 ເອກະສານແນວຄວາມຄິດວ່າດ້ວຍ ການຮ່ວມມືລະຫວ່າງບັນດາປະ ເທດອາຊຽນ ແລະ ອາຊຽນ-ບວກ ເຊິ່ງລວມມີ: 1. ແຜນວຽກ 3 ປີ ຂອງກອງປະຊຸມ ADMM; …

ອ່ານເພີ່ມ >>

ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປ ຈີນ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ

ໃນວັນທີ 13 ກັນຍາ 2017, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບຜູ້ແທນທະຫານຂັ້ນສູງ ສປ ຈີນ ເຊິ່ງນໍາໂດຍທ່ານ ພົນເອກ ສາງວ້ານສວນ ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ ພິທີຕ້ອນຮັບໄດ້ຈັດຂຶ້ນຢ່າງສົມກຽດທີ່ກະຊວງປ້ອງກັນປະເທດ, ຫຼັງຈາກນັ້ນກໍ່ໄດ້ມີການພົບປະສອງຝ່າຍ ລາວ-ຈີນ ແລະ ໄດ້ແຈ້ງສະພາບການພົ່ນເດັ່ນທາງດ້ານການເມືອງເສດຖະກິດ-ສັງຄົມຂອງສອງປະເທດ ໂດຍສະເພາະແມ່ນດ້ານວຽກງານປ້ອງກັນຊາດທີ່ຕ່າງຝ່ານມີຄວາມສົນໃຈ ແລະ ໄດ້ທົບທວນຄືນການຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດ ລາວ-ຈີນ, ຈີນ-ລາວ ໃນໄລຍະຜ່ານມາ ແລະ ທິດທາງຮ່ວມມືໃນຕໍ່ໜ້າ, ທັງນີ້ ຍັງແນ່ໃສ່ເພີ່ມທະວີການຮ່ວມມືດ້ານການທະຫານຢ່່າງຮອບດ້ານລະຫວ່າງສອງກະຊວງປ້ອງກັນປະເທດ ລາວ-ຈີນ ໃຫ້ມີຄວາມເຂັ້ມແຂງ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ສອງຝ່າຍຍັງໄດ້ລົງນາມແຜນການຮ່ວມມືນໍາກັນໃນການແລກປ່ຽນຄະນະຜູ້ແທນການທະຫານຂັ້ນສູງ, ການກໍ່ສ້າງບຸກຄະລາກອນ, ປັບປຸງກົນໄກຄົບຖ້ວນວຽກງານການຮ່ວມມືປ້ອງກັນຊາຍແດນ, ວຽກງານການເມືອງ ແລະ ສປ ຈີນ ເຫັນດີຈະສືບຕໍ່ໃຫ້ການຊ່ວຍເຫຼືອທາງດ້ານອຸປະກອນເຕັກນິກ …

ອ່ານເພີ່ມ >>

ພິທີໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງ 2 ວັນປະຫວັດສາດ ລາວ-ຫວຽດນາມ 2017

ບາງຕອນສຳຄັນ: ຂ​ອງສະຫາຍ ບຸນ​ຍັງ ວໍລະ​ຈິດ ​ເລຂາ​ທິການ​ໃຫຍ່​ຄະນະບໍລິ​ຫານ​ງານ​ສູນ​ກາງ​ພັກ, ປະທານ​ປະ​ເທດ ​ແຫ່ງ ສປປ ລາວ ກ່າວ​ໃນ​ພິທີ​ໂຮມ​ຊຸມນຸມ​ໃຫຍ່ສະ​ເຫຼີ​ມສະຫຼອງ 2 ວັນປະຫວັດສາດ ລາວ-ຫວຽດນາມ ( ວັນ​ເຊັນ​ສົນທິສັນຍາມິດຕະພາບ ​ແລະ ການຮ່ວມມື ຄົບຮອບ 40 ປີ ​ແລະ ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ ຄົບຮອບ 55 ປີ ) ນະຄອນຫຼວງ​ວຽງ​ຈັນ, ວັນ​ທີ 18 ກໍລະກົດ 2017 ທີ່ນະຄອນຫຼວງວຽງຈັນ. ມື້ນີ້ ເປັນມື້ທີ່ມີຄວາມໝາຍສຳຄັນຍິ່ງທາງດ້ານປະຫວັດສາດຂອງສອງຊາດ ລາວ-ຫວຽດນາມ ທີ່ພວກເຮົາໄດ້ພ້ອມກັນຈັດພິທີໂຮມຊຸມນຸມໃຫຍ່ຂຶ້ນຢູ່ນະຄອນຫຼວງວຽງຈັນ ເພື່ອສະເຫຼີມສະຫຼອງສອງວັນປະຫວັດສາດ ລາວ-ຫວຽດນາມ ຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 40 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 55 ປີ. …

ອ່ານເພີ່ມ >>

ພິທີພົບປະລະຫວ່າງຄູອາຈານ ສສ ຫວຽດນາມ ກັບນັກສຶກສານາຍທະຫານລາວ ທີ່ ວປກ       ເນື່ອງໃນໂອກາດຈັດຕັ້ງສະເຫຼີມສະຫຼອງວັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານຂອງສອງປະເທດລາວ-ຫວຽດນາມ ຄົບຮອບ 40 ປີ (18.7.1977-18.7.2017/ ວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 55 ປີ (5.9.1962-5.9.2017) ໃນວັນທີ 14 ກໍລະກົດ 2017 ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ຮ່ວມກັບຫ້ອງການທີ່ປຶກສາທູດປ້ອງກັນຊາດ ສສ ຫວຽດນາມປະຈໍາລາວ ໄດ້ຈັດພິທີພົບປະອະດີດນັກສຶກສານາຍທະຫານລາວທີ່ເຄີຍສຶກສາຮໍ່າຮຽນຢູ່ ສສ ຫວຽດນາມ ເຊິ່ງແມ່ນວິທະຍາຄານປ້ອງກັນຊາດໄກສອນພົມວິຫານເປັນ. ເຂົ້າຮ່ວມເປັນກຽດໂດຍ ທ່ານ ພົນຕີ ວິໄລ ຫຼ້າຄໍາຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ; ຝ່າຍຫວຽດນາມເປັນກຽດເຂົ້າຮ່ວມ ທ່ານ ເລຫ່ຽນເວິນ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ມີບັນດາເອກລັກຄະລັດຖະທູດ ສສ ຫວຽດນາມປະຈໍາ ສປປ ລາວ, ບັນດາພະນັກງານອະດີດນັກສຶກສາທີ່ຮຽນຈົບຈາກບັນດາວິທະຍາຄານ …

ອ່ານເພີ່ມ >>