Home / ພາລະກິດປົກປັກຮັກສາ - ສ້າງສາ / ວຽກງານປັບປຸງກໍ່ສ້າງກຳລັງ

ວຽກງານປັບປຸງກໍ່ສ້າງກຳລັງ

ປຶກສາຫາລືກ່ຽວກັບການຮັບເອົາຄູອາສາເຂົ້າເປັນທະຫານ ແລະ ກະກຽມເປີດຊຸດອົບຮົມວິຊາຄູຊັ້ນປະຖົມສຶກສາ ຊຸດທີ 4

ໃນວັນທີ 8 ຕຸລາ 2025 ນີ້, ກະຊວງປ້ອງກັນປະເທດ ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຄົ້ນຄວ້າເອກະພາບການຮັບເອົາຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ແລະ ການເກັບກໍາຂໍ້ມູນໂຮງຮຽນທີ່ຂາດຄູສອນ, ສະຖານທີ່ການເປີດອົບຮົມວິຊາຄູຊັ້ນປະຖົມສຶກສາໃຫ້ນາຍ ແລະ ພົນທະຫານ ຊ່ວຍສອນຢູ່ເຂດຫ່າງໄກສອກຫຼີກ ຊຸດທີ 4 ປະຈຳປີ 2025, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ປອ ນາງ ລາດາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາຫົວໜ້າ-ຮອງຫົວໜ້າກົມ, ຄະນະຮັບຜິດຊອບ ແລະ ພະນັກງານວິຊາການຈາກສອງກະຊວງເຂົ້າຮ່ວມ. ສະຫາຍ ພັນໂທ ສົມຈິດ ສອນສຸພັນ ຫົວໜ້າພະແນກລະດົມພົນ ກົມກຳລັງພົນ ກົມໃຫຍ່ເສນາທິການກອງທັບ ໄດ້ຕາງໜ້າຜ່ານບົດສະຫຼຸບການຮັບເອົາຄູອາສາເຂົ້າເປັນກຳລັງປ້ອງກັນຊາດ ເຊິ່ງໄດ້ຍົກໃຫ້ເຫັນຜົນສຳເລັດໃນເບື້ອງຕົ້ນ ລວມທັງດ້ານດີ, ດ້ານຄົງຄ້າງທີ່ຈະຕ້ອງຮີບຮ້ອນໃຫ້ແກ້ໄຂ. …

ອ່ານເພີ່ມ >>

ປິດຊຸດອົບຮົມ ທິດສະດີການເມືອງ ໄລຍະສັ້ນ ຄັ້ງທີ Il ໃຫ້ພະນັກງານ-ນັກຮົບ ບັນດາກອງສື່ມວນຊົນກອງທັບ

ໃນວັນທີ 22 ກັນຍາ 2025 ນີ້, ທີ່ ໂຮງລະຄອນ ກອງສິລະປະກອນກອງທັບ ໄດ້ຈັດພິທີ ປິດຊຸດອົບຮົມ ທິດສະດີການເມືອງ ໄລຍະສັ້ນ ຄັ້ງທີ Il ໃຫ້ພະນັກງານ-ນັກຮົບ ບັນດາກອງສື່ມວນຊົນກອງທັບ ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ, ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ກອງ, ຄະນະຮັບຜິດຊອບ, ຄູ-ອາຈານ ພ້ອມດ້ວຍພະນັກງານ-ນັກຮົບ ບັນດາກອງສື່ມວນຊົນກອງທັບເຂົ້າຮ່ວມ. ສະຫາຍ ພັນໂທ ພູວົງ ພົມມະລາດ ຫົວໜ້າພະແນກສື່ມວນຊົນ ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບຜົນສໍາເລັດການເຝິກອົບຮົມ ແລະ ຜ່ານຂໍ້ຕົກລົງ ຂອງກົມໂຄສະນາອົບຮົມ ວ່າດ້ວຍການມອບໃບຢັ້ງຢືນການເຝິກອົບຮົມທິດສະດີການເມືອງ ໄລຍະສັ້ນ. ຄະນະນໍາກົມໃຫຍ່ການເມືອງກອງທັບ, ກົມໂຄສະນາອົບຮົມ ກໍຄືຄະນະຮັບຜິດຊອບລວມທາງດ້ານເນື້ອໃນແຜນການ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາຢ່າງໃກ້ຊິດ ຕໍ່ການຈັດຕັ້ງປະຕິບັດແຜນການເຝິກອົບຮົມ …

ອ່ານເພີ່ມ >>

ຄະນະຜູ້ແທນການທະຫານຂັ້ນສູງກອງທັບ ປະຊາຊົນລາວ ເຂົ້າຮ່ວມພິທີເປີດກອງປະຊຸມປືກສາຫາລື ຄວາມໝັ້ນຄົງຊຽງຊານ ຄັ້ງທີ 12

ວັນທີ 18 ກັນຍາ 2025 ນີ້, ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ນໍາໂດຍ ທ່ານ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເດີນທາງເຂົ້າຮ່ວມພິທີເປີດກອງປະຊຸມປືກສາຫາລືຄວາມໝັ້ນຄົງຊຽງຊານ ຄັ້ງທີ 12 ທີ່ ສປ ຈີນ ເປັນເຈົ້າພາບ ພາຍໃຕ້ຫົວຂໍ້ ພ້ອມກັນປົກປ້ອງກົດລະບຽບສາກົນ, ພ້ອມກັນຊຸກຍູ້ການພັດທະນາໂດຍສັນຕິ, ເຊິ່ງມີບັນດາລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍເຈົ້າໜ້າທີ່ຄວາມໝັ້ນຄົງ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມຫຼາຍກວ່າ 100 ປະເທດ. ທ່ານ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ປະກອບຄຳເຫັນແລກປ່ຽນທັດສະນະ ຕໍ່ກອງປະຊຸມປືກສາຫາລືຄວາມໝັ້ນຄົງຊຽງຊານ ຄັ້ງທີ 12 ທີ່ ສປ ຈີນ ໃນຄັ້ງນີ້ວ່າ: ນີ້ເປັນຄັ້ງທຳອິດ ທີ່ໄດ້ເຂົ້າຮ່ວມກອງປະຊຸມທີ່ສຳຄັນນີ້ ໃນຖານະເປັນລັດຖະມົນຕີກະຊວງປ້ອງກັນປະເທດ, ກອງປະຊຸມຊຽງຊານໃນຄັ້ງນີ້ ບໍ່ພຽງແຕ່ເປັນເວທີປືກສາຫາລື ແລະ …

ອ່ານເພີ່ມ >>

ຄະນະກວດກາ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ເຄື່ອນໄຫວຊຸກຍູ້ຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ຢູ່ກອງວາລະສານປ້ອງກັນຊາດ

ໃນວັນທີ 9 ກັນຍາ 2025 ນີ້, ຄະນະກວດກາ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບນຳໂດຍ ສະຫາຍ ພັນເອກ ບຸນເພັງ ແກ້ວນາທີ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ເຄື່ອນໄຫວຊຸກຍູ້ຂະບວນການແຂ່ງຂັນ ພາຍໃຕ້ຄໍາຂວັນ: “ຮັກຊາດ ແລະ ພັດທະນາ” ຢູ່ກອງວາລະສານປ້ອງກັນຊາດ, ມີສະຫາຍ ພັນໂທ ບຸນໄມ ແສງອາລຸນ ຫົວໜ້າກອງວາລະສານປ້ອງກັນຊາດ ພ້ອມຄະນະເຂົ້າຮ່ວມ. ສະຫາຍ ພັນໂທ ບຸນໄມ ແສງອາລຸນ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາ ໄດ້ເຊື່ອມຊຶມກຳແໜ້ນຄໍາສັ່ງແນະນໍາ ຂອງຂັ້ນເທິງ, ມີແຜນການ, ຂໍ້ຕົກລົງມອບໝາຍໜ້າທີ່ ຈັດຕັ້ງປະຕິບັດບັນດາເນື້ອໃນຂໍ້ແຂ່ງຂັນ ປິ່ນອ້ອມ 4 …

ອ່ານເພີ່ມ >>

ເປີດການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025”

ໃນວັນທີ 15 ກັນຍາ 2025 ນີ້, ທີ່ວິທະຍາຄານ ນາຍທະຫານບົກ ກົມມະດໍາ ໄດ້ມີພິທີ ເປີດການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025” ຂຶ້ນຢ່າງເປັນທາງການ, ພາຍໃຕ້ຄໍາຂວັນ: “ຄຽງບ່າຄຽງໄຫຼ່ຕໍ່ສູ້ເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ” ໂດຍການເປັນປະທານຮ່ວມ ຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ຫົວໜ້າຄະນະຊີ້ນໍາຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025”, ສະຫາຍ ພັນເອກ ອີວານ ຕາຣາເຢັບ ຮັກສາການຮອງຜູ້ບັນຊາການທະຫານເຂດຕາເວັນອອກ ສ ຣັດເຊຍ, ຫົວໜ້າຄະນະຊີ້ນໍາຊ້ອມຮົບຮ່ວມ ຣັດເຊຍ-ລາວ “ລາໂຣສ-2025”, ມີຄະນະຮັບຜິດຊອບຊີ້ນຳຝ່າຍ ລາວ-ຣັດເຊຍ ພ້ອມດ້ວຍນາຍ ແລະ ພົນທະຫານກອງທັບປະຊາຊົນລາວ ແລະ ກອງທັບ ສ ຣັດເຊຍເຂົ້າຮ່ວມ. ໂອກາດນີ້, ສະຫາຍ ພັນເອກ …

ອ່ານເພີ່ມ >>

ບໍລິສັດ ສຸພັດທອນ ທີ່ປຶກສາ ແລະ ບໍລິການຄົບວົງຈອນ SCS ຈຳກັດ ມອບເງິນຊຸກຍູ້ການພິມ ໃຫ້ກອງວາລະສານປ້ອງກັນຊາດ

ໃນວັນທີ 15 ກໍລະກົດ 2025 ນີ້, ບໍລິສັດ ສຸພັດທອນ ທີ່ປຶກສາ ແລະ ບໍລິການຄົບວົງຈອນ SCS ຈຳກັດ, ມອບເງິນຊຸກຍູ້ໃຫ້ກອງວາລະສານປ້ອງກັນຊາດ ຈຳນວນ 10.000.000 ກີບ ເພື່ອນໍາໃຊ້ເຂົ້າໃນການພິມວາລະສານປ້ອງກັນຊາດ ໂດຍການກ່າວມອບຂອງ ທ່ານ ສົມເພັດ ສຸພັດທອນ ອຳນວຍການ ບໍລິສັດ ສຸພັດທອນ ທີ່ປຶກສາ ແລະ ບໍລິການຄົບວົງຈອນ SCS ຈຳກັດ ແລະ ກ່າວຮັບໂດຍສະຫາຍ ພັນໂທ ບຸນໄມ ແສງອາລຸນ ຫົວໜ້າກອງວາລະສານປ້ອງກັນຊາດ, ພ້ອມດ້ວຍຄະນະ. ໂອກາດນີ້, ສະຫາຍພັນໂທ ບຸນໄມ ແສງອາລຸນ ໄດ້ສະແດງຄວາມຂອບໃຈ ຕໍ່ອໍານວຍການບໍລິສັດ ສຸພັດທອນ ທີ່ປຶກສາ ແລະ ບໍລິການຄົບວົງຈອນ SCS ຈຳກັດ ທີ່ມອບວັດຖຸປັດໃຈ ຊຸກຍູ້ປະກອບສ່ວນໃຫ້ແກ່ …

ອ່ານເພີ່ມ >>

ມອບ-ຮັບ ບັນດາໂຄງການກໍ່ສ້າງ 2 ກຸ່ມບ້ານ ແຂວງຫົວພັນ ແລະ ແຂວງຜົ້ງສາລີ

ພິທີ ມອບ-ຮັບ ບັນດາໂຄງການພັດທະນາ ກຸ່ມບ້ານຜາແດງ ເມືອງກວັນ ແຂວງຫົວພັນ ແລະ ກຸ່ມບ້ານນໍ້າຮາງ ເມືອງສໍາພັນ ແຂວງຜົ້ງສາລີ ຂອງໂຄງການຮ່ວມມືພັດທະນາກຸ່ມບ້ານບໍລິເວນຊາຍແດນ ລາວ-ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 8 ກໍລະກົດ 2025 ນີ້, ຢູ່ເມືອງຊໍາເໜືອ ແຂວງຫົວພັນ, ຝ່າຍລາວ ນໍາໂດຍ ສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຮອງຫົວໜ້າຄະນະຊີ້ນໍາ ໂຄງການຮ່ວມມືພັດທະນາກຸ່ມບ້ານບໍລິເວນຊາຍແດນ ລາວ-ຫວຽດນາມ, ຝ່າຍຫວຽດນາມ ນໍາໂດຍ ສະຫາຍ ພົນເອກ ຫງວຽນ ເຕິນ ເກືອງ ກໍາມະການສູນກາງພັກ, ຄະນະກຳມະການປະຈຳການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ, ມີສະຫາຍ ປອ ຄໍາແພງ ໄຊສົມແພງ ກໍາມະການສູນກາງພັກ, ເລຂາພັກແຂວງ, …

ອ່ານເພີ່ມ >>

ງານແຂ່ງຂັນສິລະປະ – ວັນນະຄະດີສະໝັກຫຼິ້ນທົ່ວກອງທັບ ຄັ້ງທີ V

ງານແຂ່ງຂັນສິລະປະ – ວັນນະຄະດີສະໝັກຫຼິ້ນທົ່ວກອງທັບ ຄັ້ງທີ V ຮອບຊີງຊະນະເລີດໄດ້ສໍາເລັດລົງໃນຕອນແລງຂອງວັນທີ  14 ພະຈີກ 2018 ນີ້, ໂດຍເປັນປະທານເຂົ້າຮ່ວມຂອງ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕິກະຊວງປັອງກັນປະເທດ,  ຫົວໝ້າກົມໃຫ່ຍການເມືອງກອງທັບ, ມີບັນດາທ່ານຄະນະນຳກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ,  ບັນດາກົມໃຫ່ຍ,  ຫ້ອງວ່າການກະຊວງ, ບັນດາແຂກຖືກເຊີນ, ມີບັນດາສະຫາຍຫົວໜ້າຄະນະພັກ ແລະ ພະນັກງານນັກສະແດງທັງໝົດ 9 ຄະນະເຂົ້າຮ່ວມ. ໃນພິທີທ່ານ ພົນຈັດຕະວາ ສາຍສະໝອນ ສະຫຼັບແສງ ຄະນະກົມໃຫຍ່, ຫົວໜ້າກົມໂຄສະນາອົບຮົມກົມໃຫຍ່ການເມືອງກອງທັບຄະນະຮັບຜິດຊອບຈັດງານແຂ່ງຂັນ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດງານແຂ່ງຂັນສິລະປະ – ວັນນະຄະດີ ສະໝັກຫຼີ້ນທົ່ວກອງທັບ ຄັ້ງທີ V ຮອບຊິງຊະນະເລີດໃນຄັ້ງນີ້ ໄດ້ສໍາເລັດລົງດ້ວຍໝາກຜົນອັນຈົບງາມ, ມີບັນຍາກາດຟົດຟື້ນມ່ວນຊື່ນປຸກລະດົມຊຸກຍູ້ແນວຄິດຈິດໃຈ ຂອງພະນັກງານນັກຮົບໃນກອງທັບ ແລະ ປະຊາຊົນບັນດາເຜົ່າ ໃຫ້ມີຄວາມເອກອ້າງທະນົງໃຈຕໍ່ຜົນງານໄຊຊະນະ ແລະ ທາດແທ້ມູນເຊື້ອຂອງກອງທັບປະຊາຊົນລາວ, ສ່ອງແສງໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ …

ອ່ານເພີ່ມ >>

ສະຫຼຸບຖອດຖອນບົດຮຽນວຽກງານສື່ມວນຊົນກອງທັບປະຈຳປີ 2017

ສະຫຼຸບຖອດຖອນບົດຮຽນວຽກງານສື່ມວນຊົນກອງທັບປະຈຳປີ 2017 ວັນທີ 27 ທັນວາ 2017,  ກົມໂຄສະນາອົບຮົມກົມໃຫຍ່ການເມືອງກອງທັບໄດ້ຈັດກອງ ປະຊຸມສະຫລຸບຖອດຖອນບົດຮຽນວຽກງານສື່ມວນຊົນໃນກອງທັບປະຈຳປີ 2017 ແລະ ວາງທິດທາງແຜນການ ປີ 2018 ທີ່ຫ້ອງປະຊຸມກອງວາລະສານປ້ອງກັນຊາດ ໂດຍການເປັນປະທານຂອງ ທ່ານ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວຫນ້າກົມໃຫຍ່ການເມືອງກອງທັບ ເຊິ່ງມີບັນດາຫົວຫນ້າກົມ, ຫ້ອງການ, ບັນດາກອງ ແລະ ຄະນະບັນນາທິການ ສື່ມວນຊົນຂະແຫນງການຕ່າງໆພາຍໃນກອງທັບ ແລະ ແຂກຖືກເຊີນເຂົ້າຮ່ມວມ. ພັນເອກ ປອ ສີພອນ ແກ້ວສະໄໝ ຮອງກົມໂຄສະນາອົບຮົມກົມ ໃຫຍ່ການເມືອງກອງທັບໄດ້ຂຶ້ນ ຜ່ານບົດສະຫລຸບຕີລາຄາສະ ພາບການຈັດຕັ້ງປະຕິບັດວຽກ ງານວິຊາສະເພາະຂອງບັນດາ ອົງການສື່ມວນຊົນໃນກອງທັບ ປະຈຳປີ 2017 ຜ່ານມາ, ຍົກ ໃຫ້ເຫັນດ້ານດີທີ່ຕັ້ງຫນ້າ ແລະ ດ້ານອ່ອນຄົງຄ້າງທີ່ຈະໄດ້ສຸມ ໃສ່ແກ້ໄຂໃນຕໍ່ຫນ້າ ລວມທັງບົດ ຮຽນທີ່ຖອດຖອນໄດ້ ຈາກພຶດຕິກຳຕົວຈິງໃນຜ່ານມາ, …

ອ່ານເພີ່ມ >>

ຕັ້ງໜ້າປະຕິບັດມະຕິ 5 ສະໄໝທີ X ຂອງຄະນະບໍລິຫານງານສູນກາງພັກ

ວັນທີ 23-24 ພະຈິກ 2017, ກະຊວງປ້ອງກັນປະເທດຈັດ​ຕັ້ງເຊື່ອມຊຶມມະຕິ 5 ສະໄໝທີ X ຂອງຄະນະບໍລິຫານງານສູນກາງພັກ, ໂດຍການເປັນປະທານຂອງສະຫາຍ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາ ທິການສູນກາງພັກ, ຮອງລັດ ຖະມົນຕີກະຊວງປ້ອງກັນປະ ເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີພະນັກງານ-ສະມາຊິກພັກຫຼັກແຫຼ່ງຂັ້ນກະຊວງ ​ແລະ ກຳລັງຫຼວງ ເຂົ້າຮ່ວມຢ່າງພ້ອມພຽງ.ພົນໂທ ວິໄລ ຫຼ້າຄຳຟອງກ່າວ​ບາງ​ຕອນ​ວ່າ: ການເປີດກອງປະຊຸມໃນຄັ້ງນີແມ່ນສຸດທີ່ມີຄວາມໝາຍຄວາມສຳຄັນ, ຄວາມຈຳເປັນ ພາວະວິໄສ ເພື່ອເຮັດໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ສະມາຊິກພັກ ແລະ ນັກຮົບທຸກຄົນໄດ້ເຂົ້າຮ່ວມຄົ້ນຄວ້າເຊື່ອມຊຶມ, ກຳແໜ້ນ ແລະ ເອກະພາບຕໍບັນດາເນື້ອໃນຈິດໃຈ ເປັນ ເຈົ້າການຜັນຂະຫຍາຍຈັດຕັ້ງປະຕິບັດວຽກງານອັນລະອຽດຂອງອົງຄະນະພັກແຕ່ລະຂັ້ນຍົກສູງ ຄວາມເປັນເຈົ້ການໃນການຈັດຕັ້ງນຳພາ-ບັນຊາຂອງພັກຕໍ່ອົງການ ແລະ ທັງເປັນການຍົກສູງຫຼັກໝັ້ນ ການເມືອງນຳພາແນວຄິດຂອງພະນັກງານ-ສະມາຊິກພັກຫຼັກ ແຫຼ່ງຂັ້ນກະຊວງ ລວມທັງກຳ ລັງຫຼວງ ແລະ ກຳລັງທ້ອງຖິ່ນ​ໃຫ້​ເກີດ​ຜົນ​ຕົວ​ຈິງ.ບັນດາ​ສະຫາຍ​ຈົ່ງ​ຍົກ​ສູງ​ຄວາມ​ຮັບຜິດຊອບ, ​ເອົາ​ໃຈ​ໃສ່ການຄົ້ນຄວ້າເຊື່ອມຊືມ ແລະ ກໍາໄດ້ບັນດາເນື້ອໃນຈິດໃຈຂອງມະຕິດັ່ງກ່າວ ເພື່ອນຳໄປຈັດຕັ້ງຜັນຂະຫຍາຍຢູ່ອົງ …

ອ່ານເພີ່ມ >>