Home / ທິດສະດີຊີ້ນຳ / ການເຄື່ອນໄຫວຊີ້ນຳ / ກອງປະຊຸມທາບທາມຮ່າງກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ

ກອງປະຊຸມທາບທາມຮ່າງກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ


ວັນທີ 12 ທັນວາ 2025 ນີ້, ກະຊວງປ້ອງກັນປະເທດໄດ້ເປີດກອງປະຊຸມ ທາບທາມ ຮ່າງກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ), ໂດຍການເປັນປະທານຂອງສະຫາຍ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາຄະນະນໍາ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ຫ້ອງວ່າການປະທານປະເທດ, ຫ້ອງວ່າການສູນກາງພັກ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຫ້ອງການຄະນະກໍາມະການ ປກຊ-ປກສ ສູນກາງ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງການເງິນ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພົນຕີ ແສງມະນີວອນ ຄຳມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຜ່ານເນື້ອໃນຮ່າງກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໂດຍປະກອບມີ VIII ພາກ 7 ໝວດ 55 ມາດຕາ. ຈາກນັ້ນ, ຜູ້ແທນກອງປະຊຸມກໍໄດ້ຜັດປ່ຽນກັນຂຶ້ນປະກອບຄໍາຄິດຄໍາເຫັນໃສ່ຮ່າງກົດໝາຍສະບັບດັ່ງກ່າວ ທັງນີ້, ກໍເພື່ອເຮັດໃຫ້ນາຍທະຫານມີຄວາມເຂົ້າໃຈຕໍ່ຂໍ້ກຳນົດ, ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ຕິດຕາມ, ກວດກາກ່ຽວກັບວຽກງານນາຍທະຫານ ເພື່ອເຮັດໃຫ້ນາຍທະຫານມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ມີຄວາມເຕີບໃຫຍ່ ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ເປັນກຳລັງຫຼັກແຫຼ່ງໃນການກຽມພ້ອມສູ້ຮົບແນໃສ່ເຮັດໃຫ້ປະເທດຊາດມີສະຖຽນລະພາບ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ຮັບປະກັນໃນການປົກປັກຮັກສາເອກະລາດ, ອຳນາດອະທິປະໄຕ, ຄວາມໝັ້ນຄົງຂອງຊາດ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ການປະກອບຄໍາເຫັນຕໍ່ກອງປະຊຸມ ໃນຄັ້ງນີ້ ຄະນະຮັບຜິດຊອບຈະໄດ້ນໍາເອົາທຸກຄໍາເຫັນໄປຄົ້ນຄວ້ານໍາຄະນະຮັບຜິດຊອບປັບປຸງກົດໝາຍ ແລະ ຄັດຈ້ອນເອົາບັນດາຂໍ້ມູນ, ຄຳເຫັນ ຂອງກອງປະຊຸມປະກອບໃສ່ຮ່າງກົດໝາຍ ໃຫ້ມີເນື້ອໃນຖືກຕ້ອງ, ຄົບຖ້ວນ ແລະ ສອດຄ່ອງກັບນິຕິກຳ

ກ່ຽວກັບ mps