Home / ທິດສະດີຊີ້ນຳ / ກົງຈັກການຈັດຕັ້ງ / ກອງວາລະສານປ້ອງກັນຊາດ ອວຍພອນອາດິດຫົວໜ້າກອງວາລະສານປ້ອງກັນຊາດ

ກອງວາລະສານປ້ອງກັນຊາດ ອວຍພອນອາດິດຫົວໜ້າກອງວາລະສານປ້ອງກັນຊາດ


ວັນທີ 28 ພະຈິກ 2025 ນີ້, ສະຫາຍ ພັນໂທ ບຸນໄມ ແສງອາລຸນ ຫົວໜ້າກອງວາລະສານປ້ອງກັນຊາດ ພ້ອມຄະນະ ໄດ້ນຳກະຕ່າຂອງຂວັນອວຍພອນ ສະຫາຍ ພັນໂທ ບຸນມາ ອິນຕາວັນ ອາດີດຫົວໜ້າກອງວາລະສານປ້ອງກັນຊາດ ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ.
ໂອກາດນີ້, ສະຫາຍ ພັນໂທ ບຸນໄມ ແສງອາລຸນ ໄດ້ກ່າວອວຍພອນໄຊອັນປະເສີດມາຍັງ ສະຫາຍ ພັນໂທ ບຸນມາ ອິນຕາວັນ ອາດີດຫົວໜ້າກອງວາລະສານປ້ອງກັນຊາດ ທີ່ໄດ້ປະກອບສ່ວນໜ້າທີ່ປ້ອງກັນຊາດອັນສູງສົ່ງທີ່ມີກຽດສະຫງ່າ ເຫັນໄດ້ເຖິງມູນເຊື້ອ ຜົນງານຫຼາຍດ້ານໃນການນຳພາ-ຊີ້ນຳ ສ້າງສາພັດທະນາກົມກອງໃນໄລຍະຜ່ານມາ ໃຫ້ມີຜົນສໍາເລັດໃນໜ້າທີ່ການເມືອງທີ່ພັກ-ລັດ ມອບໝາຍໃຫ້ເປັນຢ່າງດີ, ຈົ່ງມີສຸຂະພາບແຂງແຮງ, ສືບຕໍ່ສຶກສາອົບຮົມ ແລະ ເປັນແວ່ນແຍງໃຫ້ ພະນັກງານ-ນັກຮົບ ຮຸ້ນສືບທອດ ໄດ້ນໍາເອົາຜົນງານມູນເຊື້ອອັນດີງາມມາເປັນບົດຮຽນທີ່ລໍ້າຄ່າ ເພື່ອນໍາມາຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານຂອງຕົນ.
ໂດຍ: ໄຊຍະເສນ ແກ້ວມະນີວົງ

ກ່ຽວກັບ mps