
ໃນວັນທີ 21 ມັງກອນ 2026 ນີ້, ຄະນະນໍາກະຊວງປ້ອງກັນປະເທດ ນໍາພາໂດຍ ສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ພົບປະ ພະນັກງານປະຕິວັດອາວຸໂສບຳນານ ທີ່ບ້ານຈັດສັນ ພະນັກງານບໍານານ 194 ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບ 77 ປີ (20 ມັງກອນ 1949-20 ມັງກອນ 2026), ໂດຍມີພະນັກງານອາວຸໂສບຳນານ ອະດີດນາຍ ແລະ ພົນທະຫານ ໃຫ້ການຕ້ອນຮັບ.
ສະຫາຍ ພັນເອກ ສິງຄໍາ ພິມມະວົງສ໌ ປະທານສະຫະພັນນັກຮົບເກົ່າ ໜ່ວຍທີ 2 ໄດ້ລາຍງານໂດຍຫຍໍ້ ກ່ຽວກັບປະຫວັດຄວາມເປັນມາ, ທີ່ຕັ້ງ, ພາລະບົດບາດຂອງບ້ານຈັດສັນ ພະນັກງານບໍານານ 194 ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 20 ມັງກອນ ປີ 1994, ໂດຍການຊີ້ນຳ-ນຳພາຂອງກະຊວງປ້ອງກັນປະເທດ ເພື່ອເປັນຈຸດເຕົ້າໂຮມພະນັກງານປະຕິວັດອາວຸໂສບຳນານ ໃນຂອບເຂດທົ່ວປະເທດ.
ໂອກາດນີ້, ສະຫາຍ ພົນຕີ ວັນທອງ ບຸດຕະວົງ ໄດ້ມີຄໍາເຫັນໂອ້ລົມຫຼາຍບັນຫາທີ່ສໍາຄັນ ກ່ອນອື່ນ ສະຫາຍໄດ້ສະແດງຄວາມດີໃຈ ທີ່ໄດ້ຕາງໜ້າ ຄະນະນໍາກະຊວງປ້ອງກັນປະເທດ ເດີນທາງມາຢ້ຽມຢາມ ພະນັກງານອາວຸໂສບໍານານ ໃນໂອກາດຂໍ່ານັບຮັບຕ້ອນ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ເພື່ອຢ້ຽມຢາມຖາມຂ່າວຕໍ່ພະນັກງານອາວຸໂສບໍານານ ທີ່ໄດ້ເສຍສະຫຼະເຫື່ອແຮງ, ສະຕິປັນຍາ ປະກອບສ່ວນເຂົ້າໃນການຕໍ່ສູ້ກູ້ຊາດ ແລະ ສ້າງສາພັດທະນາປະເທດຊາດ, ສະແດງເຖິງຄວາມເປັນຫ່ວງເປັນໃຍຂອງຂັ້ນເທິງ ແລະ ສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອ ທີ່ບັນດາສະຫາຍ ລ້ວນແຕ່ມີຄຸນງາມຄວາມດີຕໍ່ປະເທດຊາດ. ພ້ອມນັ້ນ, ສະຫາຍ ຍັງໄດ້ເນັ້ນໜັກບາງບັນຫາທີ່ສໍາຄັນ ໂດຍສະເພາະແມ່ນ ຕ້ອງເອົາໃຈໃສ່ສືບຕໍ່ຮັກສາມູນເຊື້ອນໍ້າໃຈປະຕິວັດ ນໍາໄປໝູນໃຊ້ເຂົ້າໃນການສຶກສາອົບຮົມລູກຫຼານ, ເພີ່ມທະວີຄວາມສາມັກຄີປອງດອງເປັນປຶກແຜ່ນ, ຮັກສາຄຸ້ມຄອງສະຖານທີ່ໂຄງຮ່າງພື້ນຖານ ທີ່ກະຊວງປ້ອງກັນປະເທດຈັດສັນໃຫ້ນໍາໃຊ້ໄດ້ຍາວນານ, ສ່ວນຄະນະພັກ-ຄະນະບັນຊາ ກໍຕ້ອງເອົາໃຈໃສ່ຊີ້ນໍາ-ນໍາພາ ບ້ານຈັດສັນ ພະນັກງານບໍານານ 194 ຕາມພາລະບົດບາດໜ້າທີ່ຂອງຕົນ ຢ່າງຕັ້ງໜ້າ. ໂອກາດດຽວກັນນີ້, ຍັງໄດ້ມອບວັດຖຸປັດໄຈຈໍານວນໜຶ່ງ ໃຫ້ແກ່ບ້ານຈັດສັນ ພະນັກງານບໍານານ 194 ຕື່ມອີກ.
ແຫ່ງທີ່ມາຂອງຂ່າວ: ໜັງສືພິມກອງທັບ
Home / ທິດສະດີຊີ້ນຳ / ການເຄື່ອນໄຫວຊີ້ນຳ / ຄະນະນໍາກະຊວງປ້ອງກັນປະເທດ ຢ້ຽມຢາມ ບ້ານຈັດສັນ ພະນັກງານບໍານານ 194
mps.gov.la ວາລະສານປ້ອງກັນຊາດ