ວັນທີ 18 ກັນຍາ 2025 ນີ້, ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ນໍາໂດຍ ທ່ານ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເດີນທາງເຂົ້າຮ່ວມພິທີເປີດກອງປະຊຸມປືກສາຫາລືຄວາມໝັ້ນຄົງຊຽງຊານ ຄັ້ງທີ 12 ທີ່ ສປ ຈີນ ເປັນເຈົ້າພາບ ພາຍໃຕ້ຫົວຂໍ້ ພ້ອມກັນປົກປ້ອງກົດລະບຽບສາກົນ, ພ້ອມກັນຊຸກຍູ້ການພັດທະນາໂດຍສັນຕິ, ເຊິ່ງມີບັນດາລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍເຈົ້າໜ້າທີ່ຄວາມໝັ້ນຄົງ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມຫຼາຍກວ່າ 100 ປະເທດ.
ທ່ານ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ປະກອບຄຳເຫັນແລກປ່ຽນທັດສະນະ ຕໍ່ກອງປະຊຸມປືກສາຫາລືຄວາມໝັ້ນຄົງຊຽງຊານ ຄັ້ງທີ 12 ທີ່ ສປ ຈີນ ໃນຄັ້ງນີ້ວ່າ: ນີ້ເປັນຄັ້ງທຳອິດ ທີ່ໄດ້ເຂົ້າຮ່ວມກອງປະຊຸມທີ່ສຳຄັນນີ້ ໃນຖານະເປັນລັດຖະມົນຕີກະຊວງປ້ອງກັນປະເທດ, ກອງປະຊຸມຊຽງຊານໃນຄັ້ງນີ້ ບໍ່ພຽງແຕ່ເປັນເວທີປືກສາຫາລື ແລະ ແລກປ່ຽນທັດສະນະກ່ຽວກັບບັນຫາຄວາມໝັ້ນຄົງຂອງພາກພື້ນ ແລະ ສາກົນທີ່ພົ້ນເດັ່ນເທົ່ານັ້ນ. ແຕ່ຍັງເປັນເວທີສົ່ງເສີມຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງບັນດາຂະແໜງການປ້ອງກັນຊາດຕ່າງ. ໃນຂະນະດຽວກັນພາກພື້ນ ແລະ ສາກົນ ກຳລັງປະເຊີນໜ້າກັບບັນດາສິ່ງທ້າທາຍ ດ້ານຄວາມໝັ້ນຄົງທີ່ນັບມື້ນັບສັບສົນ ແລະ ບໍ່ມີພົມແດນ ໂດຍສະເພາະແມ່ນການປ່ຽນແປງຂອງດິນຟ້າອາກາດ, ອາດຊະຍາກຳທາງໄຊເບີ້, ການຂັດແຍ້ງເຂດດິນແດນ, ອາດຊະຍາກຳຂ້າມຊາດ ແລະ ບັນຫາອື່ນໆ. ສັງເກດເຫັນວ່າ ຫຼາຍຝ່າຍທີ່ມີບົດບາດສຳຄັນໃນການສົ່ງເສີມການຮ່ວມມື ເພື່ອຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ແລະ ຄວາມໝັ້ນຄົງເຊັ່ນ: ກອງປະຊຸມຊຽງຊານເປັນເວທີປືກສາຫາລືຊັງກຣີ-ລາ, ເວທີປືກສາຫາລືພາກພື້ນອາຊຽນ ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ. ໃນຂົງເຂດວຽກງານປ້ອງກັນປະເທດອາຊຽນ ກໍ່ມີກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ຫຼື ADMM-Plus ເຊິ່ງເປັນກົນໄກສຳຄັນຊຸກຍູ້ການຮ່ວມມືໃນວຽກງານປ້ອງກັນຊາດໃນພາກພື້ນ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈ ເປັນການເປີດໂອກາດໃຫ້ລັດຖະມົນຕີປ້ອງກັນປະເທດຂອງ 10 ປະເທດສະມາຊີກອາຊຽນ ແລະ 8 ປະເທດຄູ່ເຈລະຈາສາມາດພົບປະເຈລະຈາຢ່າງເປັນປະຈໍາ.
ທ່ານ ພົນໂທ ຄຳລຽງ ອຸທະໄກສອນ ຍັງໄດ້ກ່າວຕື່ມວ່າ: ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການສົ່ງເສີມການຮ່ວມມືດ້ານຄວາມໝັ້ນຄົງ ຕ້ອງການຄວາມຈິງໃຈ, ຄວາມເຄົາລົບເຊິ່ງກັນ ແລະ ກັນ, ຄວາມສະເໝີພາບ ແລະ ບໍ່ອາດປະຕິເສດໄດ້ວ່າປະເທດໃຫຍ່ເທົ່າໃດ ຈະຕ້ອງມີຄວາມຮັບຜິດຊອບຍິ່ງໃຫຍ່ເທົ່ານັ້ນ ແລະ ຫວັງຢ່າງຍິ່ງວ່າ ສປ ຈີນ ຈະສືບຕໍ່ເສີມຂະຫຍາຍບົດບາດທີ່ສ້າງສັນ ໃນການສົ່ງເສີມສັນຕິພາບສາກົນ, ປົກປັກຮັກສາສະຖຽນລະພາບ ແລະ ການພັດທະນາຂອງໂລກ. ໃນເວລາທີ່ມີການປ່ຽນແປງຂອງສະພາບການຂອງໂລກ, ຄວາມມຸ່ງໝັ້ນອັນໝັ້ນຄົງຂອງ ສປ ຈີນ ໃນການສົ່ງເສີມການເຈລະຈາ ແລະ ການຮ່ວມມືເພື່ອສ້າງຄວາມໄວ້ເນື້ອເຊື້ອໃຈເຊິ່ງກັນ ແລະ ກັນ ເປັນສິ່ງຈຳເປັນ ໃນການສ້າງອະນາຄົດທີ່ມີຄວາມໝັ້ນຄົງ, ສັນຕິພາບ ແລະ ຈະເລີນຮຸ່ງເຮືອງຂອງອາຊີ-ປາຊີຟີກ ແລະ ສາກົນ. ຕໍ່ກັບສະພາບການຂອງໂລກທີ່ບໍ່ແນ່ນອນ ແລະ ພູມມິລັດຖະສາດທາງການເມືອງທີ່ມີການປ່ຽງແປງຢ່າງບໍ່ຢຸດຢັ້ງ ພວກເຮົາຕ້ອງການໃຫ້ມີການແລກປ່ຽນ ແລະ ປືກສາຫາລືໃຫ້ເປັນປະຈຳ ເພື່ອຊ່ວຍຄຸ້ມຄອງຄວາມເຄັ່ງຕືງ, ສະກັດກັ້ນບໍ່ໃຫ້ເກີດສະຖານະການມີຄວາມຮ້າຍແຮງຫຼາຍກວ່າເກົ່າ. ສະນັ້ນ ພວກເຮົາຄວນເຮັດວຽກຮ່ວມກັນ ເພື່ອການພັດທະນາ ແລະ ສ້າງຄວາມຈະເລີນຮຸ່ງເຮືອງຮ່ວມກັນ. ມັນເປັນໜ້າທີ່ຂອງພວກເຮົາໃນຖານະເປັນຜູ້ນຳທາງການທະຫານ ທີ່ຈະຕ້ອງຮັບປະກັນໃຫ້ປະເທດຊາດ ແລະ ພາກພື້ນຂອງພວກເຮົາ ສາມັກຄີ ແລະ ມີຄວາມເຂັ້ມແຂງ, ສັນຕິພາບ ແລະ ຄວາມໝັ້ນຄົງ, ຮຽກຮ້ອງໃຫ້ມີຄວາມຮັບຜິດຊອບຄວາມມຸ່ງໝັ້ນ ແລະ ນ້ຳໃຈແຫ່ງຄວາມສາມັກຄີຮ່ວມກັນ. ສະນັ້ນເຊື່ອໝັ້ນວ່າ ພວກເຮົາຈະສາມັກຄີ ສາມາດສ້າງອະນາຄົດທີ່ດີ, ມີສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລໄດ້.
ກອງປະຊຸມຊຽງຊານ ຄັ້ງທີ 12 ຄັ້ງນີ້ ມີຈຸດປະສົງຄວາມພະຍາຍາມໃນການສ້າງເວທີປືກສາຫາລືລັກສະນະສ້າງສັນໂດຍສັນຕິພາບ, ໂອບເອື້ອອາລີ, ຫຼາຍຂົ້ວ, ຊຸກຍູ້ໃຫ້ທຸກຝ່າຍທີ່ເຂົ້າຮ່ວມໄດ້ຮັດແໜ້ນຄວາມສາມັກຄີຄວາມຮັບຮູ້ເປັນເອກະພາບກັນ, ເພີ່ມທະວີຄວາມເຊື້ອໝັ້ນກັນ, ເປັນການປະກອບສ່ວນສະຕິປັນຍາເພື່ອຮັບມືກັບຄວາມໝັ້ນຄົງ ແລະ ຄວາມທ້າທາຍໃນການພັດທະນາຂອງໂລກ, ກອງປະຊຸມຊຽງຊານ ຄັ້ງທີ 12 ນີ້ ຈະໄດ້ປິດລົງຢ່າງເປັນທາງການໃນວັນທີ 19 ກັນຍາ 2025 ນີ້.
ໄລຍະດຽວກັນນີ້ ທ່ານ ພົນໂທ ຄຳລຽງ ອຸທະໄກສອນ ພ້ອມດ້ວຍຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ໄດ້ພົບປະສອງຝ່າຍກັບເລຂາທິການໃຫຍ່ອາຊຽນ. ຈາກນັ້ນ ກໍ່ໄດ້ພົບປະສອງຝ່າຍກັບລັດຖະມົນຕີກະຊວງປ້ອງກັນປະເທດ ສສ ຫວຽດນາມ ແລະ ພົບປະສອງຝ່າຍກັບລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍ ຕື່ມອີກ.
ພາບ-ຂ່າວ: ທອງມາ (ໂທລະພາບກອງທັບ)
Home / ທິດສະດີຊີ້ນຳ / ການເຄື່ອນໄຫວຊີ້ນຳ / ຄະນະຜູ້ແທນການທະຫານຂັ້ນສູງກອງທັບ ປະຊາຊົນລາວ ເຂົ້າຮ່ວມພິທີເປີດກອງປະຊຸມປືກສາຫາລື ຄວາມໝັ້ນຄົງຊຽງຊານ ຄັ້ງທີ 12