
ວັນທີ 3 ທັນວາ 2025 ນີ້, ສະຫາຍ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫ່ຍການເມືອງກອງທັບ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງສະຫາຍ ພົນຈັດຕະວາ ຫງວຽນ ເຕີນ ເດ້ ຮອງຫົວໜ້າຄະນະຕິດຕໍ່ປະສານງານທົ່ວປະເທດຫວຽດນາມ ພ້ອມ ຄະນະອະດີດທະຫານອາສາສະໝັກ ເເລະ ຊ່ຽວຊານຫວຽດ ນາມຊ່ວຍເຫຼືອການປະຕິວັດລາວ. ເນື່ອງໃນໂອກາດທີ່ມາຢ້ຽມຢາມ ແລະ ເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ນະຄອນຫຼວງວຽງຈັນ.
ໂອກາດດັ່ງກ່າວ, ສະ ຫາຍ ພົນຈັດຕະວາ ຫງວຽນ ເຕີນ ເດ້ ໄດ້ສະແດງຄວາມ ຂອບໃຈຕໍ່ສະຫາຍຫົວໜ້າກົມໃຫ່ຍການເມືອງກອງທັບ ພ້ອມດ້ວຍຄະນະ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງ ຍົກໃຫ້ ເຫັນປະຫວັດມູນເຊື້ອແຫ່ງການພົວພັນອັນດີງາມ ຂອງສອງຊາດ ຫວຽດນາມ – ລາວ ທີ່ມີມາແຕ່ຍາວນານໃນໄລຍະຜ່ານມາ. ທັງເປັນການສືບຕໍ່ປະກອບສ່ວນເຂົ້າໃນການສ້າງສາຍພົວພັນ ແລະ ການຮ່ວມມືລະຫວ່າງ ຫວຽດນາມແລະ ສປປ ລາວ ໃຫ້ ນັບມື້ຂະຫຍາຍຕົວ ແລະ ກວ້າງຂວາງຂຶ້ນ.
ໂອກາດນີ້ ສະຫາຍ ພົນໂທວົງສອນ ອິນປານພິມ ໄດ້ສະແດງຄວາມຍິນດີ ຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຂອງຄະນະອະດິດທະຫານອະສາສະໝັກ ເເລະ ຊ່ຽວຊານຫວຽດນາມຊ່ວຍເຫຼືອການປະຕິວັດລາວ ເຊິ່ງຈະເປັນການ ປະກອບສ່ວນເສີມສ້າງສາຍພົວພັນຄວາມສາມັກຄີມິດຕະພາບ ຂອງ ສອງຊາດ, ສອງກອງທັບ ລາວ-ຫວຽດນາມ ທີ່ມີມາແຕ່ດົນນານໃຫ້ນັບມື້ ແໜ້ນແຟ້ນຍິ່ງໆ ຂຶ້ນ. ພ້ອມທັງອວຍພອນໄຊໃຫ້ ບັນດາຄະນະຈົ່ງມີແຕ່ຄວາມສຸກ,ສຸຂະພາບແຂງແຮງ, ທັງສ່ວນຕົວ ແລະ ຄອບຄົວ ແລະ ປະ ສົບຜົນສຳເລັດໃນການຢ້ຽມຢາມຢູ່ ສປປ ລາວ ໃນຄັ້ງນີ້ອີກດ້ວຍ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ
Home / ທິດສະດີຊີ້ນຳ / ການເຄື່ອນໄຫວຊີ້ນຳ / ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຕ້ອນຮັບ ຄະນະອະດີດທະຫານອະສາສະໝັກ ເເລະ ຊ່ຽວຊານຫວຽດນາມ.
mps.gov.la ວາລະສານປ້ອງກັນຊາດ