ວັນທີ 23 ມິຖຸນາ 2025 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ເປີດບັ້ນອົມຮົມການເມືອງ-ແນວຄິດ ປະຈໍາປີ 2025, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງຈາກກົມ, ຫ້ອງການ, ກອງ, ຄະນະຮັບຜິດຊອບ ແລະ ຄູ-ອາຈານຖືກເຊີນ ເຂົ້າຮ່ວມ. ສະຫາຍ ພັນເອກ ບຸນຄໍາ ສຸນັນທາ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການອະນຸມັດໃຫ້ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ເປີດອົບຮົມວຽກງານການເມືອງ-ແນວຄິດ ທົ່ວກົມໃຫຍ່ການເມືອງກອງທັບ ປະຈຳປີ 2025 ແລະ ຜ່ານບົດລາຍງານການກະກຽມເປີດບັ້ນອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບ ທົ່ວກົມໃຫຍ່ການເມືອງກອງທັບ ປະຈຳປີ 2025, ເຊິ່ງການຈັດຕັ້ງອົບຮົມເອກະສານວຽກງານພັກ-ວຽກງານການເມືອງໃຫ້ພະນັກງານ-ນັກຮົບທົ່ວກົມໃຫຍ່ການເມືອງກອງທັບ ລວມທັງໝົດມີ 4 ບົດດັ່ງນີ້: ບົດທີ 1: ວຽກງານພັກ-ວຽກງານການເມືອງໃນກອງທັບປະຊາຊົນລາວ, …
ອ່ານເພີ່ມ >>ນາຍົກລັດຖະມົນຕີ ພົບປະໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ການນຳ ແລະ ພະນັກງານຫຼັກແຫຼ່ງ ແຂວງບໍລິຄຳໄຊ
ໃນວັນທີ 20 ມິຖຸນາ 2025 ນີ້, ຢູ່ທີ່ຫ້ອງວ່າການປົກຄອງ ແຂວງບໍລິຄຳໄຊ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ພົບປະໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ການນຳ ແລະ ພະນັກງານຫຼັກແຫຼ່ງ ຂອງແຂວງບໍລິຄຳໄຊ; ມີທ່ານ ສອນທະນູ ທຳມະວົງ ເຈົ້າແຂວງ ແຂວງບໍລິຄຳໄຊ ພ້ອມດ້ວຍຄະນະນຳຂອງແຂວງ, ບັນດາຫົວໜ້າພະແນກການ, ເຈົ້າເມືອງ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໃນໂອກາດນີ້, ເຈົ້າແຂວງ ແຂວງບໍລິຄຳໄຊ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ທີ່ພົ້ນເດັ່ນ ໄລຍະ 6 ເດືອນຕົ້ນປີ 2025 ເຫັນວ່າ: ທົ່ວແຂວງ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດ ຂະຫຍາຍຕົວ 5%, ລາຍຮັບສະເລ່ຍໃສ່ຫົວຄົນໄດ້ 1.950 …
ອ່ານເພີ່ມ >>ຄະນະກວດກາ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ຊຸກຍູ້ວຽກງານການກໍ່ສ້າງກອງ 3 ປອດ ຢູ່ກອງວາລະສານປ້ອງກັນຊາດ
ໃນວັນທີ 19 ມິຖຸນາ 2025 ນີ້, ຄະນະກວດກາ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ນໍາພາໂດຍ ສະຫາຍ ພັນໂທ ວິໄລສິນ ນິນທະສອນ ຮອງປະທານກວດກາ ກົມໃຫຍ່ການເມືອງກອງທັບ, ຫົວໜ້າພະແນກກວດກາ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ເຄື່ອນໄຫວຊຸກຍູ້ວຽກງານກໍ່ສ້າງກອງ 3 ປອດ (ປອດໃສ ປອດໄພ ປອດຄະດີ) ຢູ່ກອງວາລະສານປ້ອງກັນຊາດ ໂດຍມີ ສະຫາຍ ພັນໂທ ບຸນໄມ ແສງອາລຸນ ຫົວໜ້າກອງວາລະສານປ້ອງກັນຊາດ ພ້ອມດ້ວຍຄະນະ ເຂົ້າຮ່ວມ. ສະຫາຍ ພັນໂທ ບຸນໄມ ແສງອາລຸນ ໄດ້ຜ່ານບົດລາຍງານການກໍ່ສ້າງກອງ 3 ປອດ ໃນໄລຍະ 1 ປີຜ່ານມາ, ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ ສະມາຊິກພັກ-ນັກຮົບເຂົ້າໃຈແຈ້ງຕໍ່ມະຕິ, ຄຳສັ່ງ, ຂໍ້ກຳນົດ, ກົດລະບຽບ ຂອງກອງທັບ, …
ອ່ານເພີ່ມ >>ລະບຽບວິໄນຂອງກອງທັບປະຊາຊົນລາວ
I. ລະບຽບວິໄນ 8 ຂໍ້ຂອງກອງທັບປະຊາຊົນລາວ 1. ປະຕິບັດຄຳສັ່ງຂອງຂັ້ນສູງຢ່າງເດັດຂາດໃນຍາມທຳມະດາກໍຄືຍາມສູ້ຮົບ. 2. ບໍ່ເອົາຂອງສ່ວນລວມມາເປັນຂອງສ່ວນຕົວ ໂດຍບໍ່ໄດ້ຮັບອະນຸຍາດ ຈາກຂັ້ນເທິງຢ່າງເປັນທາງການ, ຕ້ອງປົກປັກຮັກສາອາວຸດ ແລະ ເຄື່ອງໃຊ້ບໍ່ໃຫ້ເປ່ເພເສຍຫາຍ. 3. ຕ້ອງຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ອະນາໄມດີ, ບໍ່ເຮັດເປິເປື້ອນໃສ່ນຳ້ສ້າງ, ຫ້ວຍນ້ຳ ແລະ ບ່ອນຊຸມນຸມຊົນຕ່າງໆ ເວລາປະຈຳຢູ່ຫລືຍ້າຍຫນີ ຕ້ອງປັດກວາດມ້ຽນມັດໃຫ້ສະອາດຮຽບຮ້ອຍ. 4. ຄວນປະພຶດຕົວໃຫ້ຖືກຕ້ອງ, ເວົ້າຈາອ່ອນຫວານຕໍ່ທຸກຄົນ, ນັບຖືຜູ້ເຖົ້າ, ຮັກແພງເດັກນ້ອຍ, ຄ່ຽມຄົມຕໍ່ຜູ້ຍິງ. 5. ຕັ້ງແຕ່ໄຫມຫຍິບ ຫລືເຂັມດວງຂື້ນໄປບໍ່ໃຫ້ເອົາຂອງປະຊາຊົນໂດຍບໍ່ໄດ້ຮັບອະນຸຍາດ, ຊື້ຂາຍຕ້ອງທ່ຽງທຳ, ຢືມຕ້ອງສົ່ງ, ເປ່ເພເສຍຫາຍຕ້ອງໃຊ້ແທນ. 6. ຕ້ອງໂຄສະນາອົບຮົມປະຊາຊົນ, ສາມັກຄີຊ່ວຍເຫລືອປະຊາຊົນ ໃນທຸກວຽກງານ. 7. ຕ້ອງນັບຖືຮີດຄອງປະເພນີຂອງປະຊາຊົນ, ເຄົາລົບຄວາມເຊື່ອຖືຂອງປະຊາຊົນ, ປົກປັກຮັກສາວັດວາອາຮາມກໍຄືວັດຖຸບູຮານ ທີ່ເປັນປະຫວັດສາດ, ບໍ່ໄດ້ມ້າງເພຫລືເຮັດເປິເປື້ອນ ໃສ່ສະຖານທີ່ສາທາລະນະສ່ວນລວມ. 8. ຕ້ອງຮັກສາຄວາມລັບຂອງກອງທັບ ແລະ ຂອງລັດຢ່າງເດັດຂາດ. …
ອ່ານເພີ່ມ >>ມູນເຊື້ອກອງທັບ
I. ທາດແທ້ ແລະ ມູນເຊື້ອອັນສະຫງ່າງາມຂອງກອງທັບປະຊາຊົນລາວ II. ທາດແທ້ຂອງກອງທັບປະຊາຊົນລາວ ກອງທັບປະຊາຊົນລາວໂດຍແມ່ນພັກເປັນຜູ້ສ້າງຕັ້ງ ແລະ ສຶກສາອົບຮົມ, ເຝິກຝົນຫລໍ່ຫລອມ, ແມ່ນກອງທັບຂອງປະຊາຊົນ, ເກີດມາຈາກປະຊາຊົນ, ສູ້ຮົບເພື່ອສິດຜົນປະໂຫຍດຂອງປະຊາຊົນຜູ້ອອກແຮງ ງານບັນດາເຜົ່າ, ແມ່ນພາຫະນະອັນແຫລມຄົມ ຂອງພັກ, ຂອງຊົນຊັ້ນກຳມະກອນລາວໃນ ການຕໍ່ສູ້ປະຕິວັດ, ຍ້ອນແນວນັ້ນທາດແທ້ທາງການເມືອງຂອງກອງທັບປະຊາຊົນລາວແມ່ນທາດແທ້ຊົນຊັ້ນກຳມະກອນເຊິ່ງເປັນທາດແທ້ທີ່ປະຕິວັດກວ່າເພີ່ນຫມົດ. III. ມູນເຊື້ອອັນສະຫງ່າງາມຂອງກອງທັບປະຊາຊົນລາວ ມູນເຊື້ອອັນສະຫງ່າງາມຂອງກອງທັບເຮົາ ແມ່ນຄວາມສະຫລຽວສະ ຫລາດ, ສາມາດປະດິດສ້າງໃນການສູ້ຮົບ ແລະ ເຮັດວຽກທີ່ໄດ້ຮັບການ ທົດສອບຈາກພຶດຕິກຳແຫ່ງການຕໍ່ສູ້ປະຕິວັດອັນຍາວນານ, ມູນເຊື້ອດັ່ງ ກ່າວໄດ້ສະແດງອອກຄື: 1. ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກ ແລະ ຕໍ່ປະຊາຊົນຜູ້ ອອກແຮງງານບັນດາເຜົ່າຢ່າງຫນັກແຫນ້ນໃນທຸກກໍລະນີ. 2. ມີນ້ຳໃຈຕໍ່ສູ້ພິລະອາດຫານກ້າແກ່ນແຫນ້ນຫນຽວ ແລະ ພິກໄຫວ ປະດິດສ້າງດີຕະຫລອດມາ. 3. ມີນ້ຳໃຈດຸຫມັ່ນຂະຫຍັນພຽນໃນວຽກງານ ແລະ ການເພີ່ມພູນຜະ ລິດຜົນ, ຫາລ້ຽງກຸ້ມຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ. …
ອ່ານເພີ່ມ >>ພະແນກຊາວໜຸ່ມ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ຊຸກຍູ້ວຽກງານ 4 ບຸກ ຢູ່ກອງວາລະສານປ້ອງກັນຊາດ
ວັນທີ 17 ມິຖຸນາ 2025 ນີ້, ພະແນກຊາວໜຸ່ມ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ເຄື່ອນໄຫວຊຸກຍູ້ວຽກງານ 4 ບຸກ ຢູ່ກອງວາລະສານປ້ອງກັນຊາດ , ໂດຍການເປັນ ປະທານ ຂອງສະຫາຍ ພັນຕີ ສົມສັກ ສົມທະວົງ ຮອງຫົວໜ້າກອງວາລະສານປ້ອງກັນຊາດ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ, ມີສະຫາຍ ພັນໂທ ຈັນນະຄອນ ອາດສະໝຸດ ຫົວໜ້າພະແນກຊາວໜຸ່ມ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ, ມີຄະນະໜ່ວຍຊາວໜຸ່ມ ແລະ ຫົວໜ້າຈຸຊາວໜຸ່ມ ເຂົ້າຮ່ວມ. ສະຫາຍ ພັນຕີ ຊາຍສະນິດ ຄັດຕະມອນ ເລຂາໜ່ວຍຊາວໜຸ່ມ ກອງວາລະສານປ້ອງກັນຊາດ ໄດ້ຜ່ານບົດລາຍງານທັງສອງພາກ ໂດຍຍົກໃຫ້ເຫັນຜົນສໍາເລັດໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງໜ່ວຍຊາວໜຸ່ມ ໄດ້ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ໂດຍພາຍໃຕ້ການຊີ້ນໍາ ຂອງຄະນະພັກ-ຄະນະບັນຊາ, ຖືເອົາລະບອບສ່ອງແສງລາຍງານເປັນປົກກະຕິ, ຈັດຕັ້ງເຂົ້າຮ່ວມເຊື່ອມຊຶມບັນດາເອກະສານມະຕິຕ່າງໆ, ຮັບຟັງປາຖະກະຖາມູນເຊື້ອວັນປະຫວັດສາດສໍາຄັນຕ່າງໆ ເຮັດໃຫ້ສະມາຊິກຊາວໜຸ່ມໃນໜ່ວຍມີຄຸນທາດການເມືອງໜັກແໜ້ນ, …
ອ່ານເພີ່ມ >>ສະຫະພັນແມ່ຍິງ ກອງບັນຊາການທະຫານແຂວງບໍລິຄໍາໄຊ ເຊື່ອມຊຶມເອກະສານ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງກອງທັບ ຄັ້ງທີ IX
ວັນທີ 12 ມິຖຸນາ 2025 ນີ້, ຢູ່ທີ່ສະໂມສອນ ກອງບັນຊາການທະຫານແຂວງບໍລິຄໍາໄຊ ໄດ້ເຊື່ອມຊຶມເອກະສານ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ IX, ໂດຍການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ, ມີສະຫາຍ ພັນເອກ ຈັນນີ ສີສຸກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍລິຄໍາໄຊ, ມີຄະນະພັກ-ຄະນະບັນຊາ, ສະຫະພັນແມ່ຍິງ ອົງການ 5 ຫ້ອງ, ຫົວໜ່ວຍກົມກອງ ອ້ອມຂ້າງກອງບັນຊາການທະຫານແຂວງ ເຂົ້າຮ່ວມ. ສະຫາຍ ພັນໂທ ນາງ ຄໍາຜາຍ ຈັນທະປັນຍາ ຫົວໜ້າພະແນກສະຫະພັນແມ່ຍິງ ກອງບັນຊາການທະຫານແຂວງບໍລິຄໍາໄຊ ໄດ້ຜ່ານບົດລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະບັດໜ້າທີ່ວຽກງານ ຂອງສະຫະພັນແມ່ຍິງ ກອງບັນຊາການທະຫານແຂວງບໍລິຄໍາໄຊ ໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້. ຈາກນັ້ນ, …
ອ່ານເພີ່ມ >>ປະກາດການຮັບຮອງເອົາ ຄະນະບໍລິຫານງານພັກ ກົມໃຫຍ່ການເມືອງກອງທັບ ສະໄໝທີ VI
ພິທີ ປະກາດການຮັບຮອງເອົາ ຄະນະບໍລິຫານງານພັກ ກົມໃຫຍ່ການເມືອງກອງທັບ ສະໄໝທີ VI ໄດ້ຈັດຂຶ້ຶນໃນວັນທີ 16 ມິຖຸນາ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະພັກ ກະຊວງປ້ອງກັນປະເທດ, ຄະນະພັກ ກົມໃຫຍ່ການເມືອງກອງທັບ, ຄະນະພັກ-ຄະນະບັນຊາ ກົມ, ຫ້ອງການ, ກອງ ແລະ ພະນັກງານຫຼັກແຫຼ່ງ ທົ່ວອົງການກົມໃຫຍ່ການເມືອງກອງທັບ ເຂົ້າຮ່ວມ. ສະຫາຍ ພັນໂທ ສາກົນໄຊ ກົມມະເມືອງ ຮອງຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານມະຕິຕົກລົງ ຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການຮັບຮອງເອົາ ຄະນະບໍລິຫານງານພັກ ກົມໃຫຍ່ການເມືອງກອງທັບ ສະໄໝທີ VI ໃນນີ້, ຄະນະພັກ ກະຊວງປ້ອງກັນປະເທດ ຕົກລົງ: ຮັບຮອງເອົາຄະນະບໍລິຫານງານພັກ ກົມໃຫຍ່ການເມືອງກອງທັບ …
ອ່ານເພີ່ມ >>ກອງປະຊຸມຄົບຄະນະສະໄໝວິສາມັນ ຂອງສະພາວິທະຍາສາດການທະຫານກະຊວງປ້ອງກັນປະເທດ
ກອງປະຊຸມຄົບຄະນະສະໄໝວິສາມັນ ຂອງສະພາວິທະຍາສາດການທະຫານ ກະຊວງປ້ອງກັນປະເທດ ໄດ້ຈັດຂຶ້ນໃນວັນທີ 11 ມິຖຸນາ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ປະທານສະພາວິທະຍາສາດການທະຫານ, ມີບັນດາສະມາຊິກສະພາວິທະຍາສາດການທະຫານ, ກອງເລຂາສະພາວິທະຍາສາດການທະຫານ ກະຊວງປ້ອງກັນປະເທດ, ນັກວິທະຍາສາດ ພ້ອມດ້ວຍນັກຄົ້ນຄວ້າກອງທັບເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຮອງປະທານສະພາວິທະຍາສາດການທະຫານ ຜູ້ປະຈໍາການສະພາວິທະຍາສາດການທະຫານ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການປັບປຸງ, ແຕ່ງຕັ້ງສະພາວິທະຍາສາດການທະຫານ, ກອງເລຂາສະພາວິທະຍາສາດການທະຫານ ຂອງກອງທັບປະຊາຊົນລາວ ຈໍານວນ 17 ສະຫາຍ ແລະ ແຕ່ງຕັ້ງບັນດາສະຫາຍກອງເລຂາສະພາວິທະຍາສາດການທະຫານ ທີ່ເປັນເສນາທິການໃຫ້ແກ່ສະພາວິທະຍາສາດການທະຫານ ກະຊວງປ້ອງກັນປະເທດ ຈໍານວນ 8 ສະຫາຍ. ກອງປະຊຸມ ໄດ້ຄັດຈ້ອນເລືອກເຟັ້ນເອົາ 2 ຫົວຂໍ້ຄົ້ນຄວ້າວິທະຍາສາດຂຶ້ນມານໍາສະເໜີ ໃນນັ້ນມີ: …
ອ່ານເພີ່ມ >>ກະຊວງປ້ອງກັນປະເທດ ມອບການຍ້ອງຍໍ ໃຫ້ມູນນິທິ ແລະ ບໍລິສັດ ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນຊອກຄົ້ນ-ກອບກູ້ ສົບນັກບິນ ແລະ ຊາກຍົນ YAK-130
ວັນທີ 11 ມິຖຸນາ 2025 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດພິທີ ມອບຫຼຽນໄຊພິລະອາດຫານ, ໃບຍ້ອງຍໍ ໃຫ້ມູນນິທິ ແລະ ບໍລິສັດ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນຊອກຄົ້ນ-ກອບກູ້ ສົບນັກບິນ ແລະ ຊາກຍົນ YAK-130 ທີ່ເກີດອຸບັດຕິເຫດຕົກ ຢູ່ແຂວງຊຽງຂວາງ, ໂດຍການເປັນປະທານ ຂອງ ສະຫາຍ ພົນຕີ ປະສິດ ທ່ຽງທຳ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນຳ 4 ກົມໃຫຍ່, ຫ້ອງວ່າການ ກະຊວງປ້ອງກັນປະເທດ, ກອງບັນຊາການທະຫານອາກາດ, ບັນດາຜູ້ຕາງໜ້າ ບໍລິສັດ ແລະ ມູນິທິ ພ້ອມດ້ວຍກໍາລັງ ທີ່ເຂົ້າຊ່ວຍເຫຼືອການກອບກູ້ເຫດການຍົນ YAK-130 ຕົກຢູ່ແຂວງຊຽງຂວາງ ເຂົ້າຮ່ວມ. ສະຫາຍ ພັນເອກ ດວງມະນີ ສີວິໄຊ ຮອງຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບ ໄດ້ລາຍງານຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດການກອບກູ້ສົບນັກບິນ ແລະ …
ອ່ານເພີ່ມ >>