Home / ທິດສະດີຊີ້ນຳ

ທິດສະດີຊີ້ນຳ

ກະຊວງປ້ອງກັນປະເທດ ປາຖະກະຖາ ວັນປະກາດເອກະລາດ ຄົບຮອບ 80.​

ໃນວັນທີ 22 ຕຸລາ 2025 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດພິທີ ປາຖະກະຖາ ວັນປະກາດເອກະລາດ 12 ຕຸລາ ຄົບຮອບ 80 ປີ (12 ຕຸລາ 1945-12 ຕຸລາ 2025) ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະນຳ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ວິທະຍາຄານ, ໂຮງຮຽນ, ໂຮງໝໍສູນກາງ 103 ກອງທັບ, ກົມ, ຫ້ອງການ, ກອງ ຕະຫຼອດຮອດພະນັກງານ-ນັກຮົບເຂົ້າຮ່ວມ. ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ຍົກໃຫ້ເຫັນສະພາບການນຳພາຕໍ່ສູ້ກູ້ຊາດຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່ ຂອງພັກແຄວ້ນລາວ, ພັກປະຊາຊົນປະຕິວັດລາວ …

ອ່ານເພີ່ມ >>

ຄະນະຮັບຜິດຊອບວຽກງານການເມືອງ ເຄື່ອນໄຫວຊຸກຍູ້ຄະນະຮັບຜິດຊອບສວນສະໜາມ, ພະນັກງານ-ນັກຮົບ ກ້ອນທຸງໄຊ ແລະ ແກວົງ

ໃນວັນທີ 21 ຕຸລາ 2025, ຄະນະຮັບຜິດຊອບວຽກງານການເມືອງ ໄດ້ເຄື່ອນໄຫວຊຸກຍູ້ ຄະນະຮັບຜິດຊອບສວນສະໜາມ, ພະນັກງານ-ນັກຮົບ ກ້ອນທຸງໄຊ ແລະ ແກວົງ ຢູ່ກອງພັນໃຫຍ່ 279, ນໍາໂດຍ ສະຫາຍ ພັນເອກ ວັນເຮືອງ ສີວິໄລ ຫົວໜ້າກອງບັນນາທິການ ໜັງສືພິມກອງທັບ, ຄະນະຮັບຜິດຊອບວຽກງານການເມືອງ ພ້ອມດ້ວຍຄະນະ, ໂດຍມີ ສະຫາຍ ພັນເອກ ເມກສະຫວັນ ແກ້ວດວງດີ ຫົວໜ້າການເມືອງ ກອງພັນໃຫຍ່ 279 ພ້ອມດ້ວຍຄະນະ ເຂົ້າຮ່ວມ. ສະຫາຍ ພັນເອກ ວັນເຮືອງ ສີວິໄລ ໄດ້ຜ່ານຄໍາສັ່ງແນະນໍາ ຂອງກົມໃຫຍ່ການເມືອງກອງທັບ ກ່ຽວກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນໄລຍະສັ້ນ ຂອງບັນດາກ້ອນກຳລັງຫັດແອບ ເຂົ້າຮ່ວມສວນສະໜາມ ສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ຈຸດປະສົງຄາດໝາຍ ເພື່ອເປັນການທົບທວນມູນເຊື້ອ 50 …

ອ່ານເພີ່ມ >>

ສະແດງທົດລອງ ຄັ້ງທີ 3 ການເດີນສວນສະໜາມສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ

ວັນທີ 20 ຕຸລາ 2025 ນີ້,ຢູ່ວິທະຍາຄານນາຍທະຫານບົກ ກົມມະດຳ ໄດ້ມີພິທີສະແດງທົດລອງ ຄັ້ງທີ 3 ການເດີນຂະບວນສວນສະໜາມສະເຫຼີມສະຫຼອງວັນສະຖາ ປະນາ ສປປ ລາວ ຄົບຮອບ 50 ປີ,ໂດຍມີ ພົທ ຄຳລຽງ ອຸ ທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນ ດາຄະນະນຳກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະ ເທດ,ພ້ອມດ້ວຍຄະນະນຳແຕ່ລະກ້ອນກໍາລັງເຫຼົ່າຮົບ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດໜ້າວຽກ ການກະກຽມດ້ານເນື້ອໃນ, ກໍາລັງພົນເຂົ້າຮ່ວມ, ເຄື່ອງອຸປະກອນການປະກອບ, ວິທີການ, ວາລະດໍາເນີນການຈັດຕັ້ງງານໂຮມຊຸມນຸມ ແລະ ການຈັດຕັ້ງຫັດແອບສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃຫ້ເປັນເອກະພາບ, ມີເນື້ອໃນ, ມີຄວາມໝາຍເລິກເຊິ່ງ ແລະ ສົມກຽດ. ກົມໃຫຍ່ເສນາທິການກອງ ທັບ ໃນນາມຄະນະຊີ້ນໍາກ້ອນສວນສະໜາມ ໄດ້ປະສານສົມທົບກັບບັນດາອົງການກະຊວງ …

ອ່ານເພີ່ມ >>

ເປີດບໍລິການຂົນສົ່ງ ຢູນີເທວ ໂລຈິສຕິກ ຢ່າງເປັນທາງການ

ໃນວັນທີ 15 ຕຸລາ 2025 ນີ້, ເພື່ອສະເຫຼີມສະຫຼອງວັນຄົບຮອບ 16 ປີ ແຫ່ງການກໍ່ຕັ້ງ ບໍລິສັດ ສະຕາໂທລະຄົມ (Unitel) ເຊິ່ງເປັນໜຶ່ງໃນບໍລິສັດສະມາຊິກຂອງ ບໍລິສັດຫຸ້ນສ່ວນລົງທຶນສາກົນ Viettel (Viettel Global) ປະຈໍາ ສປປ ລາວ ໄດ້ຈັດພິທີ ເປີດບໍລິການຂົນສົ່ງ ຢູນີເທວ ໂລຈິສຕິກ ຢ່າງເປັນທາງການ ຢູ່ ນະຄອນຫຼວງວຽງຈັນ ສປປ ລາວ, ໂດຍການເປັນປະທານຮ່ວມ ຂອງສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ພົນເອກ ຟານ ວັນ ຢ່າງ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ, ມີ ລັດຖະມົນຕີກະຊວງເຕັກໂນໂລຊີ …

ອ່ານເພີ່ມ >>

ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ

ໃນວັນທີ 14 ຕຸລາ 2025 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 14-15 ຕຸລາ 2025 ນີ້. ໂອກາດນີ້, ສະຫາຍ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຂອງສະຫາຍ ພົນເອກ ຟານວັນຢາງ ພ້ອມດ້ວຍຄະນະໃນຄັ້ງນີ້ …

ອ່ານເພີ່ມ >>

ກົມໃຫຍ່ການເມືອງກອງທັບ ສະຫຼຸບຖອດຖອນບົດຮຽນ ວຽກງານປ້ອງກັນພາຍໃນ ຄັ້ງທີ VI

ໃນວັນທີ 13 ຕຸລາ 2025 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນພາຍໃນ ຄັ້ງທີ VI ໄລຍະ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ (2026-2030), ໂດຍການເປັນປະທານ ຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ເລຂາຄະນະພັກກົມໃຫຍ່, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະກົມໃຫຍ່, ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງຈາກກົມ, ຫ້ອງການ ແລະ ກອງ ທົ່ວອົງການກົມໃຫຍ່ການເມືອງກອງທັບເຂົ້າຮ່ວມ. ສະຫາຍ ພັນເອກ ອຳພອນ ສຸກວິໄຊ ກໍາມະການຄະນະພັກກົມໃຫຍ່, ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປ້ອງກັນພາຍໃນ ໄລຍະ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ …

ອ່ານເພີ່ມ >>

ປຶກສາຫາລືກ່ຽວກັບການຮັບເອົາຄູອາສາເຂົ້າເປັນທະຫານ ແລະ ກະກຽມເປີດຊຸດອົບຮົມວິຊາຄູຊັ້ນປະຖົມສຶກສາ ຊຸດທີ 4

ໃນວັນທີ 8 ຕຸລາ 2025 ນີ້, ກະຊວງປ້ອງກັນປະເທດ ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຄົ້ນຄວ້າເອກະພາບການຮັບເອົາຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ແລະ ການເກັບກໍາຂໍ້ມູນໂຮງຮຽນທີ່ຂາດຄູສອນ, ສະຖານທີ່ການເປີດອົບຮົມວິຊາຄູຊັ້ນປະຖົມສຶກສາໃຫ້ນາຍ ແລະ ພົນທະຫານ ຊ່ວຍສອນຢູ່ເຂດຫ່າງໄກສອກຫຼີກ ຊຸດທີ 4 ປະຈຳປີ 2025, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ປອ ນາງ ລາດາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາຫົວໜ້າ-ຮອງຫົວໜ້າກົມ, ຄະນະຮັບຜິດຊອບ ແລະ ພະນັກງານວິຊາການຈາກສອງກະຊວງເຂົ້າຮ່ວມ. ສະຫາຍ ພັນໂທ ສົມຈິດ ສອນສຸພັນ ຫົວໜ້າພະແນກລະດົມພົນ ກົມກຳລັງພົນ ກົມໃຫຍ່ເສນາທິການກອງທັບ ໄດ້ຕາງໜ້າຜ່ານບົດສະຫຼຸບການຮັບເອົາຄູອາສາເຂົ້າເປັນກຳລັງປ້ອງກັນຊາດ ເຊິ່ງໄດ້ຍົກໃຫ້ເຫັນຜົນສຳເລັດໃນເບື້ອງຕົ້ນ ລວມທັງດ້ານດີ, ດ້ານຄົງຄ້າງທີ່ຈະຕ້ອງຮີບຮ້ອນໃຫ້ແກ້ໄຂ. …

ອ່ານເພີ່ມ >>

ຮອງນາຍົກລັດຖະມົນຕີ ຊີ້ນຳກອງປະຊຸມປຶກສາຫາລືວຽກງານຄຸ້ມຄອງໄພພິບັດ

ວັນທີ 6 ຕຸລາ 2025 ນີ້, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ ເພື່ອປຶກສາຫາລືການແກ້ໄຂຜົນກະທົບໄພນ້ຳຖ້ວມ ທີ່ເກີດຂຶ້ນຈາກພາຍຸ ໃນປີ 2025 ເປັນຕົ້ນ ພາຍຸວຸທິບ, ວິພາ ແລະ ບົວລອຍ ແລະ ແຜນການກະກຽມຄວາມພ້ອມຮັບມືກັບລົມພະຍຸແມັດໂມ ທີ່ຈະພັດຜ່ານເຂົ້າມາ ສປປ ລາວ ໃນໄວໆນີ້ ໂດຍການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ມີສະຫາຍ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ, ຮອງປະທານຜູ້ປະຈຳການ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ພ້ອມດ້ວຍບັນດາ ຮອງລັດຖະມົນຕີ, ຜູ້ຕາງໜ້າບັນດາກະຊວງ-ອົງການ ທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ຄະນະກໍາມະການໄພພິບັດຂັ້ນສູນກາງເຂົ້າຮ່ວມ. ໃນກອງປະຊຸມ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບຜົນການເກັບກຳຂໍ້ມູນ ຜົນກະທົບ ແລະ ຜົນເສຍຫາຍ …

ອ່ານເພີ່ມ >>

ກົມໃຫຍ່ການເມືອງກອງທັບ ສະຫຼຸບວຽກງານຮອບດ້ານ ປະຈຳໄຕມາດ III ປີ 2025

ວັນທີ 3 ຕຸລາ 2025 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ສະຫຼຸບວຽກງານຮອບດ້ານປະຈຳໄຕມາດ III ແລະ ວາງທິດທາງແຜນການ ປະຈຳໄຕມາດ IV ປີ 2025, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະກົມໃຫຍ່, ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງຈາກກົມ, ຫ້ອງການ ແລະ ກອງ ທົ່ວອົງການກົມໃຫຍ່ການເມືອງກອງທັບເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ວັນໄຊ ຄຳພາວົງ ກຳມະການຄະນະພັກກົມໃຫຍ່, ຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບວຽກງານຮອບດ້ານ ປະຈຳໄຕມາດ III ແລະ ວາງທິດທາງແຜນການ ປະຈຳໄຕມາດ IV ປີ 2025 ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບໃນທົ່ວກອງທັບ, …

ອ່ານເພີ່ມ >>

ອະດີດຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ພົບປະໂອ້ລົມ ຄະນະພັກ-ຄະນະບັນຊາ ກົມໂຄສະນາອົບຮົມ ແລະ ບັນດາກົມກອງສື່ມວນຊົນກອງທັບ

ວັນທີ 2 ຕຸລາ 2025 ນີ້, ສະຫາຍ ພົນຕີ ສອນທອງ ພົມລາວົງ ອະດີດກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ອະດີດຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ພົບປະໂອ້ລົມ ຄະນະພັກ-ຄະນະບັນຊາ ກົມໂຄສະນາອົບຮົມ ແລະ ບັນດາກົມກອງສື່ມວນຊົນກອງທັບ, ມີ ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ມີ ຄະນະພັກ-ຄະນະບັນຊາ ບັນດາກົມກອງສື່ມວນຊົນ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ. ໃນການພົບປະໂອ້ລົມໃນຄັ້ງນີ້, ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ຍົກໃຫ້ເຫັນຄວາມສໍາຄັນ ຂອງວຽກງານໂຄສະນາແນວຄິດ-ວັດທະນະທໍາໃນກອງທັບ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດການເຄື່ອນໄຫວວຽກງານໂຄສະນາ ໃນໄລຍະຜ່ານມາ, ບັນຫາສໍາຄັນພື້ນຖານການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VI …

ອ່ານເພີ່ມ >>