Home / ທິດສະດີຊີ້ນຳ / ຫົວໜ້າກົມໃຫຍ່ເຕັກນິກກອງທັບ ເຄື່ອນໄຫວຊຸກຍູ້ວຽກງານເສນາເຕັກນິກ

ຫົວໜ້າກົມໃຫຍ່ເຕັກນິກກອງທັບ ເຄື່ອນໄຫວຊຸກຍູ້ວຽກງານເສນາເຕັກນິກ


ວັນທີ 21 ພະຈິກ 2025 ນີ້, ສະຫາຍ ພົນຕີ ຈອມເພັດ ໄຊຍະສຸກ ຫົວໜ້າກົມໃຫຍ່ເຕັກນິກກອງທັບ ໄດ້ເຄື່ອນໄຫວຊຸກຍູ້ວຽກງານເສນາເຕັກນິກ, ມີສະຫາຍ ພົນຈັດຕະວາ ຈັນສະໝອນ ລັດສະໄໝ ຫົວໜ້າກົມເສນາເຕັກນິກ, ມີບັນດາພະແນກການຕະຫຼອດຮອດພະນັກງານ-ນັກຮົບເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ຈັນສະໝອນ ລັດສະໄໝ ໄດ້ລາຍງານໂດຍຫຍໍ້ໃນການຈັດຕັ້ງເຄື່ອນໄຫວວຽກງານເສນາເຕັກນິກໃນໄລຍະຜ່ານມາ, ໂດຍໃຫ້ຮູ້ວ່າ: ຜ່ານມາພະນັກງານຢູ່ໃນກົມເສນາເຕັກນິກໄດ້ຍົກສູງຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ວຽກງານທີ່ໄດ້ມອບໝາຍ, ຫ້າວຫັນເປັນເຈົ້າການປະຕິບັດວຽກງານ ແລະ ລະບຽບວິໄນ, ມີແບບແຜນ, ມີຄວາມເປັນເອກະພາບຕໍ່ແນວທາງຂອງພັກ-ລັດວາງອອກ, ມີຄວາມສາມັກຄີພາຍໃນ ແລະ ຕໍ່ກັບບັນດາກົມກອງອ້ອມຂ້າງໄດ້ດີ, ເປັນເຈົ້າການຄົ້ນຄວ້າເຊື່ອມຊຶມ, ກໍາແໜ້ນບັນດາມະຕິ-ຄໍາສັ່ງແນະນໍາວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂົ້າໃນການກຽມພ້ອມສູ້ຮົບ ແລະ ສູ້ຮົບ, ຈັດຕັ້ງຜັນຂະຫຍາຍມະຕິ-ຄໍາສັ່ງຢ່າງເຂັ້ມງວດ, ເປັນເຈົ້າການສ້າງ, ກໍານົດສິດປະຈໍາການແຕ່ລະວັນ, ແຕ່ລະເດືອນ ເປັນປົກກະຕິເຮັດໃຫ້ສະພາບຂອງກົມກອງມີຄວາມສະຫງົບປອດໄພດີ, ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານສາມະຊິກພັກເປັນຕົ້ນແມ່ນ ຍົກສູງສະຕິເປັນເຈົ້າການປົກປັກຮັກສາຄວາມສະຫງົບ ໃນຂົງເຂດຄວາມຮັບຜິດຊອບ, ຈໍາແນກໄດ້ມິດ ແລະ ສັດຕູ, ຕິດຕາມກວດກາການປະຕິບັດລະບຽບວິໄນ, ກວດກາການປະຈໍາການສາມຂັ້ນ ຢູ່ບັນກົມກອງທີ່ຂຶ້ນກັບກົມໃຫ່ຍເຕັກນິກ, ເຂົ້າຮ່ວມເປັນຄະນະປ້ອງກັນຂັ້ນກະຊວງ, ຂັ້ນກົມໃຫຍ່ ແລະ ໄດ້ລົງຊີ້ນໍາບັນດາກົມກອງຂຶ້ນກັບເຮັດໜ້າທີ່ປ້ອງກັນ ຫັນພາວະກຽມພ້ອມສູ້ຮົບຈາກປົກກະຕິຂຶ້ນສູ່ພາວະກຽມພ້ອມສູ້ຮົບເພີ່ມທະວີຕາມຄໍາສັ່ງຂອງກົມໃຫຍ່ເສນາທິການກອງທັບ ແລະ ສ່ອງແສງລາຍງານສູນບັນຊາສູ້ຮົບເປັນປົກກະຕິ.
ໂອກາດນີ້, ສະຫາຍ ພົນຕີ ຈອມເພັດ ໄຊຍະສຸກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບການຈັດຕັ້ງເຄື່ອນໄຫວວຽກງານໃນໄລຍະຜ່ານມາ ພ້ອມທັງຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ຕະຫຼອດຮອດພະນັກງານ-ນັກຮົບ ຕ້ອງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ໃຫ້ສູງກວ່າເກົ່າ , ປັບປຸງຄືນແບບແຜນວິທີນຳພາ, ແບບແຜນວິທີເຮັດວຽກທີ່ຫັດກຸມ, ຊີ້ນຳ-ນຳພາ ວຽກງານເສນາເຕັກນິກໃຫ້ເປັນລະບົບຄົບຊຸດ ແລະ ເຂົ້າສູ້ລວງເລິກທຸກຂົງເຂດວຽກງານ, ຍົກລະດັບຄວາມຮູ້ ຄວາມສາມາດ ຂອງພະນັກງານວິຊາການແຕ່ລະດ້ານໃຫ້ມີຄຸນນະພາບ, ເອົາໃຈໃສ່ບໍາລຸງກໍ່ສ້າງພະນັກງານເຕັກນິກ ໃຫ້ສາມາດເຮັດລ້ອນໜ້າທີ່ວຽກງານວິຊາສະເພາະຂອງຕົນ, ເພື່ອຮັບປະກັນໃຫ້ແກ່ກົມໃຫຍ່ເຕັກນິກກອງທັບເຮັດສຳເລັດໜ້າທີ່ທີ່ພັກ-ລັດໄດ້ມອບໝາຍໃຫ້.
ຂ່າວ: ຄຳສອນ ພົມໄຊຍາ, ພາບ: ພູສະນິດ ສິງເມືອງຄຳ
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ

ກ່ຽວກັບ mps