ໃນວັນທີ 8 ຕຸລາ 2025 ນີ້, ກະຊວງປ້ອງກັນປະເທດ ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຄົ້ນຄວ້າເອກະພາບການຮັບເອົາຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ແລະ ການເກັບກໍາຂໍ້ມູນໂຮງຮຽນທີ່ຂາດຄູສອນ, ສະຖານທີ່ການເປີດອົບຮົມວິຊາຄູຊັ້ນປະຖົມສຶກສາໃຫ້ນາຍ ແລະ ພົນທະຫານ ຊ່ວຍສອນຢູ່ເຂດຫ່າງໄກສອກຫຼີກ ຊຸດທີ 4 ປະຈຳປີ 2025, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ປອ ນາງ ລາດາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາຫົວໜ້າ-ຮອງຫົວໜ້າກົມ, ຄະນະຮັບຜິດຊອບ ແລະ ພະນັກງານວິຊາການຈາກສອງກະຊວງເຂົ້າຮ່ວມ. ສະຫາຍ ພັນໂທ ສົມຈິດ ສອນສຸພັນ ຫົວໜ້າພະແນກລະດົມພົນ ກົມກຳລັງພົນ ກົມໃຫຍ່ເສນາທິການກອງທັບ ໄດ້ຕາງໜ້າຜ່ານບົດສະຫຼຸບການຮັບເອົາຄູອາສາເຂົ້າເປັນກຳລັງປ້ອງກັນຊາດ ເຊິ່ງໄດ້ຍົກໃຫ້ເຫັນຜົນສຳເລັດໃນເບື້ອງຕົ້ນ ລວມທັງດ້ານດີ, ດ້ານຄົງຄ້າງທີ່ຈະຕ້ອງຮີບຮ້ອນໃຫ້ແກ້ໄຂ. …
ອ່ານເພີ່ມ >>ກົມໃຫຍ່ການເມືອງກອງທັບ ສະຫຼຸບວຽກງານຮອບດ້ານ ປະຈຳໄຕມາດ III ປີ 2025
ວັນທີ 3 ຕຸລາ 2025 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ສະຫຼຸບວຽກງານຮອບດ້ານປະຈຳໄຕມາດ III ແລະ ວາງທິດທາງແຜນການ ປະຈຳໄຕມາດ IV ປີ 2025, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະກົມໃຫຍ່, ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງຈາກກົມ, ຫ້ອງການ ແລະ ກອງ ທົ່ວອົງການກົມໃຫຍ່ການເມືອງກອງທັບເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ວັນໄຊ ຄຳພາວົງ ກຳມະການຄະນະພັກກົມໃຫຍ່, ຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບວຽກງານຮອບດ້ານ ປະຈຳໄຕມາດ III ແລະ ວາງທິດທາງແຜນການ ປະຈຳໄຕມາດ IV ປີ 2025 ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບໃນທົ່ວກອງທັບ, …
ອ່ານເພີ່ມ >>ອະດີດຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ພົບປະໂອ້ລົມ ຄະນະພັກ-ຄະນະບັນຊາ ກົມໂຄສະນາອົບຮົມ ແລະ ບັນດາກົມກອງສື່ມວນຊົນກອງທັບ
ວັນທີ 2 ຕຸລາ 2025 ນີ້, ສະຫາຍ ພົນຕີ ສອນທອງ ພົມລາວົງ ອະດີດກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ອະດີດຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ພົບປະໂອ້ລົມ ຄະນະພັກ-ຄະນະບັນຊາ ກົມໂຄສະນາອົບຮົມ ແລະ ບັນດາກົມກອງສື່ມວນຊົນກອງທັບ, ມີ ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ມີ ຄະນະພັກ-ຄະນະບັນຊາ ບັນດາກົມກອງສື່ມວນຊົນ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ. ໃນການພົບປະໂອ້ລົມໃນຄັ້ງນີ້, ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ຍົກໃຫ້ເຫັນຄວາມສໍາຄັນ ຂອງວຽກງານໂຄສະນາແນວຄິດ-ວັດທະນະທໍາໃນກອງທັບ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດການເຄື່ອນໄຫວວຽກງານໂຄສະນາ ໃນໄລຍະຜ່ານມາ, ບັນຫາສໍາຄັນພື້ນຖານການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VI …
ອ່ານເພີ່ມ >>ໜ່ວຍພັກ ກອງວາລະສານປ້ອງກັນຊາດ ຕີລາຄາການນໍາພາເຄື່ອນໄຫວວຽກງານ ປະຈໍາເດືອນກັນຍາ 2025
ໃນວັນທີ 2 ຕຸລາ 2025 ນີ້, ໜ່ວຍພັກ ກອງວາລະສານປ້ອງກັນຊາດ ໄດ້ຕີລາຄາການນໍາພາເຄື່ອນໄຫວວຽກງານ ປະຈໍາເດືອນກັນຍາ 2025 ໂດຍການເປັນປະທານ ຂອງສະຫາຍ ພັນໂທ ບຸນໄມ ແສງອາລຸນ ເລຂາໜ່ວຍພັກ, ຫົວໜ້າກອງວາລະສານປ້ອງກັນຊາດ ພ້ອມດ້ວຍຄະນະ, ມີຫົວໜ້າຈຸ, ຮອງຈຸ ຕະຫຼອດຮອດສະມາຊິກພັກ ເຂົ້າຮ່ວມ. ສະຫາຍ ພັນໂທ ບຸນໄມ ແສງອາລຸນ ໄດ້ຕີລາຄາການນໍາພາເຄື່ອນໄຫວວຽກງານໃນໄລຍະ 1 ເດືອນຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນສະພາບພາຍໃນປະເທດ ໂດຍລວມມີຄວາມສະຫງົບໂດຍພື້ນຖານ ແຕ່ຍັງມີສິ່ງທ້າທາຍທົດສອບຫຼາຍປະການ ທີ່ສົ່ງຜົນກະທົບຕໍ່ແຜນພັດທະນາເສດຖະກິດ-ສັງຄົມ ແລະ ຊິວິດການເປັນຢູ່ ຂອງພະນັກງານ-ສະມາຊິກພັກ. ພ້ອມນັ້ນ, ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພະນັກງານ-ສະມາຊິກພັກ ສ້າງໄດ້ໃນຕະຫຼອດໄລຍະຜ່ານມາ ພ້ອມທັງ ເນັ້ນໜັກໃຫ້ພະນັກງານ-ສະມາຊິກພັກ ມີການເມືອງ-ແນວຄິດໜັກແໜ້ນ, ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີສະຕິຕໍ່ການຈັດຕັ້ງ, ຍົກສູງຄວາມຮັບຜິດຊອບຕໍ່ວຽກງານວິຊາສະເພາະທີ່ເປັນວຽກງານຈຸດສຸມຂອງກອງ ເຮັດສໍາເລັດໜ້າທີ່ການເມືອງທີ່ການຈັດຕັ້ງມອບໝາຍໃຫ້. ຈາກນັ້ນ, …
ອ່ານເພີ່ມ >>ມອບ-ໂອນ ໂຮງຮຽນທະຫານຊາຍແດນ 712 ໄປຂຶ້ນກັບ ກອງບັນຊາການທະຫານຊາຍແດນ
ໃນວັນທີ 29 ກັນຍາ 2025 ນີ້, ທີ່ ສະໂມສອນ ໂຮງຮຽນທະຫານຊາຍແດນ 712 ໄດ້ຈັດພິທີ ມອບ-ໂອນ ໂຮງຮຽນທະຫານຊາຍແດນ 712 ໄປຂຶ້ນກັບ ກອງບັນຊາການທະຫານຊາຍແດນ, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານຊາຍແດນ, ຜູ້ຕາງໜ້າຈາກບັນດາກົມ, ຫ້ອງການ, ກົມກອງອ້ອມຂ້າງ ແລະ ຄະນະອຳນວຍການໂຮງຮຽນທະຫານຊາຍແດນເຂົ້າຮ່ວມ. ສະຫາຍ ພັນເອກ ບຸນເພັງ ເທບພະພອນ ຮອງຫົວໜ້າກົມກໍາລັງພົນ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການໂອນທີ່ຕັ້ງ, ພາລະບົດບາດ ໂຮງຮຽນທະຫານຊາຍແດນ 712 ໄປຂຶ້ນກັບ ກອງບັນຊາການທະຫານຊາຍແດນ, ໂດຍອີງຕາມ ແຜນຍຸດທະສາດປັບປຸງກໍ່ສ້າງກຳລັງກອງທັບ ດ້ານການຈັດຕັ້ງ ແລະ ການປະກອບຈຳນວນພົນ ແຕ່ປີ 2021-2025 …
ອ່ານເພີ່ມ >>ປະກາດການແຕ່ງຕັ້ງໜ້າທີ່ຂັ້ນພະແນກການ ກອງວາລະສານປ້ອງກັນຊາດ
ວັນທີ 3 ກັນຍາ 2025 ນີ້, ກອງວາລະສານປ້ອງກັນຊາດ ໄດ້ຈັດພິທີ ປະກາດການແຕ່ງຕັ້ງໜ້າທີ່ຂັ້ນພະແນກການ ໂດຍການເປັນປະທານ ຂອງສະຫາຍ ພັນເອກ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມໂຄສະນາອົມຮົມ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນນາທິການ, ພະແນກການ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ. ສະຫາຍ ພັນໂທ ສຸກສາຄອນ ຈັນຍາຫານ ຮອງຫົວໜ້າພະແນກພະນັກງານ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງໜ້າທີ່ຂັ້ນພະແນກການ ຂຶ້ນກັບກອງວາລະສານປ້ອງກັນຊາດ, ອີງຕາມ ກົດໝາຍນາຍທະຫານ ກອງທັບປະຊາຊົນລາວ ໃນພາກທີ II ໝວດທີ 4 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ ໃນນັ້ນ, ກົມໃຫຍ່ການເມືອງກອງທັບ ຕົກລົງ ແຕ່ງຕັ້ງ ສະຫາຍ ພັນຕີ ນາງ ພູວັນ ຈັນປະສິດ …
ອ່ານເພີ່ມ >>ກະຊວງປ້ອງກັນປະເທດ ສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ
ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຈັດພິທີ ສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2 ກັນຍາ 1945-2 ກັນຍາ 2025) ໃນວັນທີ 28 ສິງຫາ 2025 ນີ້, ໂດຍມີສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ມີບັນດາສະຫາຍການນໍາກະຊວງປ້ອງກັນປະເທດ, ຄະນະນໍາບັນດາກົມໃຫຍ່, ຫ້ອງວ່າການ ກະຊວງປ້ອງກັນປະເທດ, …
ອ່ານເພີ່ມ >>ຄູທະຫານ 114 ສະຫາຍ ພ້ອມແລ້ວທີ່ຈະໄປຊ່ວຍສອນ ຢູ່ເຂດຫ່າງໄກສອກຫຼີກ
ພິທີ ປິດຊຸດອົບຮົມວິຊາຄູຊັ້ນປະຖົມສຶກສາໃຫ້ແກ່ພະນັກງານ-ນັກຮົບເພື່ອໄປຊ່ວຍສອນຢູ່ເຂດຫ່າງໄກສອກຫຼີກ ຊຸດທີ III, ທີ່ວິທະຍາໄລເຕັກນິກວິຊາຊີບ-ແບບປະສົມແຂວງຊຽງຂວາງ ໄດ້ຈັດຂຶ້ນໃນວັນທີ 26 ສິງຫາ 2025 ນີ້, ໂດຍການເປັນປະທານຮ່ວມ ຂອງສະຫາຍ ພົນໂທ ສຈ ປອ ວົງຄຳ ພົມມະກອນ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ສະຫາຍ ປອ ສຳລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີສະຫາຍ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງ ແຂວງຊຽງຂວາງ, ມີຄະນະອຳນວຍການວິທະຍາໄລເຕັກນິກວິຊາຊີບ-ແບບປະສົມແຂວງຊຽງຂວາງ, ວິທະຍາໄລຄູຄັງໄຂ, ຄະນະພັກ-ຄະນະບັນຊາ ກອງບັນຊາທະຫານ 3 ແຂວງພາກເໜືອ, ແຂກຖືກເຊີນ, ພະນັກງານວິຊາການ ຈາກກະຊວງປ້ອງກັນປະເທດ ແລະ ກະຊວງສຶກສາທິການ ແລະ ກິລາ ຕະຫຼອດຮອດນັກເຝິກອົບຮົມເຂົ້າຮ່ວມ. ສະຫາຍ ພັນເອກ ພົງສຸລິຍາ ເພັງຄູນ …
ອ່ານເພີ່ມ >>ປະກາດການຮັບຮອງເອົາສະຖານທີ່ຮ່ອງຮອຍປະຫວັດສາດ ເສັ້ນທາງສາຍພູຫຼວງ-ເສັ້ນທາງໂຮ່ຈີມິນ ເບື້ອງດິນລາວ ເປັນມໍຣະດົກແຫ່ງຊາດ ລະດັບຊາດ ທາງດ້ານປະຫວັດສາດ ຂອງ ສປປ ລາວ
ໃນວັນທີ 22 ສິງຫາ 2025 ນີ້, ທີ່ກະຊວງປ້ອງກັນປະເທດ ໄດ້ມີພິທີ ປະກາດການຮັບຮອງເອົາສະຖານທີ່ຮ່ອງຮອຍປະຫວັດສາດ ເສັ້ນທາງສາຍພູຫຼວງ-ເສັ້ນທາງໂຮ່ຈີມິນ ເບື້ອງດິນລາວ ເປັນມໍຣະດົກແຫ່ງຊາດ ລະດັບຊາດ ທາງດ້ານປະຫວັດສາດ ຂອງ ສປປ ລາວ ໂດຍມີ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ນາງ ຫວໍ ທິແອັງ ຊວນ ກໍາມະການສູນກາງພັກ ກອມມູນິດຫວຽດນາມ, ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ, ມີ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ເຂົ້າຂ້ອງທັງສອງຝ່າຍເຂົ້າຮ່ວມ. ສະຫາຍ ພົນຕີ …
ອ່ານເພີ່ມ >>ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກ ກະຊວງປ້ອງກັນປະເທດ ອັດລົງດ້ວຍຜົນສໍາເລັດອັນຈົບງາມ
ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກ ກະຊວງປ້ອງກັນປະເທດ ໄດ້ໄຂຂຶ້ນໃນວັນທີ 7 ສິງຫາ ແລະ ອັດລົງໃນວັນທີ 8 ສິງຫາ 2025 ນີ້, ທີ່ ກະຊວງປ້ອງກັນປະເທດ ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ປະທານຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ມີບັນດາຄະນະເລຂາທິການສູນກາງພັກ, ກໍາມະການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ຄະນະພັກກະຊວງປ້ອງກັນປະເທດ, ຄະນະພັກນະຄອນຫຼວງວຽງຈັນ, ຄະນະພັກກະຊວງປ້ອງກັນຄວາມສະຫງົບ, ຄະນະພັກສະຫະພັນນັກຮົບເກົ່າແຫ່ງຊາດລາວ, ພະນັກງານປະຕິວັດອາວຸໂສ, ວີລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ ແລະ ບັນດາຜູ້ແທນສົມບູນ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດໃນທົ່ວກອງທັບເຂົ້າຮ່ວມ. ສະຫາຍ …
ອ່ານເພີ່ມ >>