






ໃນວັນທີ 26 ກັນຍາ 2025 ນີ້, ຢູ່ທີ່ໂຮງແຮມ ອໍາມະລິ (Amali) ນະຄອນຫຼວງວຽງຈັນ ໄດ້ມີພິທີມອບລາງວັນໃຫ້ແກ່ບໍລິສັດ ສະຕາ ໂທລະຄົມ (Unitel) ຜູ້ໃຫ້ບໍລິການໂທລະຄົມມະນາຄົມຊັ້ນນໍາ ຂອງ ສປປ ລາວ, ໄດ້ປະກາດຜົນສໍາເລັດອັນສໍາຄັນ ໂດຍການຊະນະລາງວັນ “Best Mobile Network Award” ຈາກ Ookla Speedtest® ສໍາລັບເຄິ່ງປີ 2025 ໂດຍໄດ້ຄະແນນ Speedtest Connectivity Score ສູງສຸດທີ່ເປັນອັນດັບ 1 ໃນປະເທດ.
ລາງວັນ Speedtest Award ຂອງ Ookla ຖືເປັນລາງວັນຊັ້ນນໍາລະດັບໂລກ ທີ່ມອບໃຫ້ຜູ້ໃຫ້ບໍລິການເຄືອຂ່າຍ ໂດຍອີງໃສ່ ຂໍ້ມູນການນໍາໃຊ້ຕົວຈິງຫຼາຍກວ່າ 11 ລ້ານເທື່ອຕໍ່ມື້, ຈາກຜູ້ໃຊ້ຫຼາຍກວ່າ 600 ລ້ານຄົນທົ່ວໂລກ. ການຄັດເລືອກໃນຄັ້ງນີ້ ໃຊ້ວິທີການປະເມີນແບບໃໝ່ທີ່ລວມ 3 ດ້ານຫຼັກຄື: Speed Score: ຄວາມໄວໃນການດາວໂຫຼດ, ອັບໂຫຼດ ແລະ ຄວາມຊັກຊ້າ (50%), Web Browsing Score: ປະສົບການການທ່ອງເວັບ ແລະ ຄວາມໄວໃນການໂຫຼດໜ້າເວັບ (25%), Video Streaming Score: ຄຸນນະພາບການສະຕີມວິດີໂອ, ຄວາມຕໍ່ເນື່ອງ ແລະ ຄວາມຄົມຊັດ(25%).
ຜົນການປະເມີນສະທ້ອນໃຫ້ເຫັນວ່າ Unitel ບໍ່ພຽງແຕ່ເປັນເຄືອຂ່າຍທີ່ໄວທີ່ສຸດ, ແຕ່ຍັງມອບປະສົບການການນໍາໃຊ້ທີ່ດີເລີດ, ຄອບຄຸມທັງຄວາມໄວ, ຄວາມສະຖຽນ ແລະ ຄຸນນະພາບໃນຊີວິດປະຈຳວັນຂອງຜູ້ໃຊ້ງານ.
ໂອກາດນີ້, ໄດ້ມີການມອບຂັນລາງວັນ ແລະ ໃບປະກາດກຽດຕິຄຸນ ຈາກ Ookla, ໂດຍການກ່າວມອບ ຂອງ ທ່ານ ນາງ ຊູສິລາ ຈອນສຕັນ ຫົວໜ້າຝ່າຍ APAC – ບໍລິສັດ Ookla ແລະ ຮັບລາງວັນໂດຍ ທ່ານ ຟານ ຊວນ ເລືອງ ຮອງຜູ້ອຳນວຍການໃຫຍ່ເຕັກນິກ ສະຕາ ໂທລະຄົມ.
ດ້ວຍຜົນງານດັ່ງກ່າວ, Unitel ໄດ້ຢືນຢັນຄວາມເປັນຜູ້ນໍາດ້ານເຄືອຂ່າຍໃນ ສປປ ລາວ ພ້ອມທັງສືບຕໍ່ເດີນໜ້າ ສ້າງສັງຄົມດິຈິຕອນທີ່ຄອບຄຸມ ແລະ ຍືນຍົງສໍາລັບທຸກຄົນ.
mps.gov.la ວາລະສານປ້ອງກັນຊາດ