ກອງປະຊຸມຄົບຄະນະສະພາວິທະຍາສາດການທະຫານ ກະຊວງປ້ອງກັນປະເທດ ໄດ້ຈັດຂຶ້ນໃນວັນທີ 11 ກຸມພາ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີ ບັນດາສະມາຊິກສະພາວິທະຍາສາດການທະຫານ, ກອງເລຂາສະພາວິທະຍາສາດການທະຫານ ກະຊວງປ້ອງກັນປະເທດ ແລະ ນັກວິທະຍາສາດ, ນັກຄົ້ນຄວ້າກອງທັບ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຮອງປະທານຜູ້ປະຈໍາການສະພາວິທະຍາສາດການທະຫານ ໄດ້ຜ່ານບົດສະຫຼຸບ ການເຄື່ອນໄຫວວຽກງານຮອບດ້ານ 6 ເດືອນທ້າຍປີ 2024 ຂອງສະພາວິທະຍາສາດການທະຫານ ໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນໃນໄລຍະຜ່ານມາ, ສະພາວິທະຍາສາດການທະຫານ ມີພາລະບົດບາດເປັນເສນາທິການໃຫ້ ລັດຖະມົນຕີກະຊວງປ້ອງກັນປະເທດ ໃນການສ້າງ, ປັບປຸງ, ແກ້ໄຂ ແລະ ດັດແກ້ບັນດາຂໍ້ກໍານົດ, ກົດລະບຽບ ກ່ຽວກັບການເຄື່ອນໄຫວວິທະຍາສາດການທະຫານ-ເຕັກໂນໂລຊີປ້ອງກັນຊາດ ພາຍໃນກອງທັບ, ກໍານົດທິດທາງແຜນຍຸດທະສາດໃນການພັດທະນາ, ກໍ່ສ້າງຖັນແຖວພະນັກງານ,ຄົ້ນຄວ້າ ແລະ ຄຸ້ມຄອງຫົວຂໍ້ຄົ້ນຄວ້າວິທະຍາສາດການທະຫານ, ເຕັກໂນໂລຊີປ້ອງກັນຊາດ ແລະ ນະວັດຕະກໍາໃໝ່ທາງດ້ານການທະຫານ, ກໍານົດແຜນຈຸດສຸມໃນການພັດທະນາບັນດາຂະແໜງການວິທະຍາສາດການທະຫານ, ເຕັກໂນໂລຊີປ້ອງກັນຊາດ ແລະ ວິທະຍາສາດການແພດ-ການຢາ ພາຍໃນກອງທັບ, ກໍານົດແຜນຍຸດທະສາດພັດທະນາວິທະຍາສາດການທະຫານ-ເຕັກໂນໂລຊີປ້ອງກັນຊາດ, ຕີລາຄາປະເມີນຜົນວຽກງານຄຸ້ມຄອງ, ຜົນໄດ້ຮັບຂອງການເຄື່ອນໄຫວວິທະຍາສາດການທະຫານ-ເຕັກໂນໂລຊີປ້ອງກັນຊາດ ແລະ ນະວັດຕະກໍາໃໝ່ທາງດ້ານການທະຫານຂອງບັນດາອົງການ, ວິສາຫະກິດ, ກົມກອງ, ການຈັດຕັ້ງພາຍໃນກອງທັບ ບົນພື້ນຖານ ປະຕິບັດຕາມຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ແລະ ຜ່ານແຈ້ງການ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການ ອະນຸມັດໃຫ້ດໍາເນີນໂຄງການຄົ້ນຄວ້າວິທະຍາສາດການທະຫານ-ເຕັກໂນໂລຊີປ້ອງກັນຊາດ ໃນ 4 ຫົວຂໍ້ຄົ້ນຄວ້າເປັນຈຸດສຸມຄື: ຫົວຂໍ້ ກໍ່ສ້າງເຫງົ້າພະລັງແຮງງານປ້ອງກັນຊາດ ຢູ່ ສ ປປ ລາວ ໃຫ້ເຂັ້ມແຂງ ທັນສະໄໝ, ແນວຄິດ ໄກສອນ ພົມວິຫານ ໃນຂົງເຂດວຽກງານປ້ອງກັນຊາດ, ຄົ້ນຄວ້າອອກແບບລົດສູ້ຮົບ ແບບພິເສດ, 3 ບາດຄ້ອນຍຸດທະສາດ ແລະ ໃນ 6 ເດືອນທ້າຍປີ 2024 ຄະນະຄົ້ນຄວ້າໂຮງໝໍສູນກາງ 103 ກອງທັບ, ວິທະຍາຄານນາຍທະຫານບົກກົມມະດໍາ ແລະ ໂຮງງານຕັດຫຍິບ ເລກ 1 ກອງທັບ ໄດ້ຄົ້ນຄວ້າປະດິດສ້າງສໍາເລັດ ຊົບກະສຸນ (ຕຸດແຊ) ກອງທັບປະຊາຊົນລາວ ເຊິ່ງເປັນນະວັດຕະກໍາໃໝ່ ທີ່ເຮັດໄດ້ 3 ໜ້າທີ່ການ ຄື: ເປັນຊົບກະສຸນ (ຕຸດແຊ), ເປັນທັງຊຸດເປ້ເຈ່ຍຄົນເຈັບອອກຈາກພາກສະໜາມ ໂດຍມືທັງສອງເບື້ອງຂອງຜູ້ຊ່ວຍມີອິດສະລະເຕັມທີ່ ສາມາດຈັບປືນສູ້ຮົບກັບສັດຕູໄດ້, ເປັນທັງເສື້ອເກາະກັນກະສຸນ ເຊິ່ງໄດ້ເອົາໄປວາງສະແດງນະວັດຕະກໍາໃໝ່ທາງດ້ານການທະຫານ ຢູ່ ສສ ຫວຽດນາມ.
ກອງປະຊຸມໄດ້ຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ດໍາເນີນ ໂຄງການຄົ້ນຄວ້າວິທະຍາສາດການທະຫານ-ເຕັກໂນໂລຊີປ້ອງກັນຊາດ (4 ຫົວຂໍ້), ປຶກສາຫາລືກ່ຽວກັບການເປີດກອງປະຊຸມປະຈຳປີ ຄັ້ງທໍາອິດ ຂອງສະພາວິທະຍາສາດການທະຫານ ກະຊວງປ້ອງກັນປະເທດ ແລະ ປ້ອງກັນໂຄງຮ່າງຄົ້ນຄ້ວາ: “ ຄົ້ນຄວ້າອອກແບບ, ຜະລິດ ແລະ ປະກອບຊຸດຢາ-ອຸປະກອນເສນາຮັກ ໃຫ້ບັນດາຄ້າຍເສນາຮັກແຕ່ລະຂັ້ນ ໃນສະພາບການໃໝ່” ພ້ອມດຽວກັນນີ້ຜູ້ແທນກອງປະຊຸມຍັງໄດ້ປະກອບຄໍາເຫັນໃສ່ບົດສະຫຼຸບຢ່າງມີສີສັນ ແລະ ເປັນລັກສະນະວິທະຍາສາດ ເຮັດໃຫ້ບົດສະຫຼຸບມີເນື້ອໃນ ແລະ ຄົບຖ້ວມສົມບູນ. ສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ໄດ້ເນັ້ນໜັກໃຫ້ບັນດາສະມາຊິກສະພາວິທະຍາສາດການທະຫານ, ກອງເລຂາສະພາວິທະຍາສາດການທະຫານ ກະຊວງປ້ອງກັນປະເທດ ແລະ ບັນດານັກວິທະຍາສາດ, ນັກຄົ້ນຄວ້າ ປະຕິບັດສິດ ແລະ ໜ້າທີ່ຂອງຕົນທີ່ໄດ້ຮັບມອບໝາຍຈາກຂັ້ນເທິງ, ອອກແຮງຊຸກຍູ້ຈັດຕັ້ງປະຕິບັດວຽກງານ, ຊຸກຍູ້ບັນດາໂຄງການຄົ້ນຄວ້າວິທະຍາສາດການທະຫານ-ເຕັກໂນໂລຊີປ້ອງກັນຊາດ ແລະ ການຫັນເປັນດີຈີຕອນ ເພື່ອຊຸກຍູ້ສ້າງກອງທັບ ປະຊາຊົນລາວ ເປັນກອງທັບທັນສະໄໝ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພິມກອງທັບ