ວັນທີ 13 ກຸມພາ 2025 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ປະກາດການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃຫ້ນາຍທະຫານຢູ່ກົມໃຫຍ່ການເມືອງກອງທັບ, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ກອງ ຕະຫຼອດຮອດພະນັກງານຜູ້ທີ່ໄດ້ຮັບການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃໝ່ເຂົ້າຮ່ວມ.
ສະຫາຍ ພັນເອກ ສຸວັນນີ ດວງປະເສີດ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ແລະ ຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃຫ້ນາຍທະຫານຢູ່ກົມໃຫຍ່ການເມືອງກອງທັບ ໃນນີ້, ກະຊວງປ້ອງກັນປະເທດຕົກລົງ ເລື່ອນຊັ້ນ, ເລື່ອນທຽບຊັ້ນຮ້ອຍເອກ ຂຶ້ນ ພັນຕີ 47 ສະຫາຍ, ເລື່ອນຊັ້ນ, ເລື່ອນທຽບຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ 56 ສະຫາຍ, ເລື່ອນຊັ້ນ, ເລື່ອນທຽບຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ 26 ສະຫາຍ ແລະ ເລື່ອນຊັ້ນ, ເລື່ອນທຽບຊັ້ນ ວາທີ ຂຶ້ນ ຮ້ອຍຕີ 6 ສະຫາຍ.
ໂອກາດນີ້, ສະຫາຍ ພົນຕີ ວົງສອນ ອີນປານພິມ ໄດ້ມີຄໍາເຫັນໂອ້ລົມຫຼາຍບັນຫາສໍາຄັນຕໍ່ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ ພ້ອມທັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ເນັ້ນໜັກໃຫ້ຄົ້ນຄວ້າເຊື່ອມຊຶມບັນດາມະຕິ, ຄຳສັ່ງ ຂອງຄະນະພັກກະຊວງປ້ອງກັນປະເທດ, ປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ, ເປັນເຈົ້າການເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວິຊາສະເພາະຂອງຕົນ, ເປັນແບບຢ່າງໃນການປະຕິບັດໜ້າທີ່ວຽກງານ, ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດ ສິນທໍາປະຕິວັດ ພ້ອມກັນນັ້ນ, ກໍຕ້ອງເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່ການເມືອງຂອງກົມກອງຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພິມກອງທັບ