Home / ທິດສະດີຊີ້ນຳ / ມອບ-ຮັບ ລົດເມ ລະຫວ່າງສານປະຊາຊົນສູງສຸດ ແລະ ສານທະຫານຂັ້ນສູງ

ມອບ-ຮັບ ລົດເມ ລະຫວ່າງສານປະຊາຊົນສູງສຸດ ແລະ ສານທະຫານຂັ້ນສູງ

ພິທີ ມອບ-ຮັບ ລົດເມ ລະຫວ່າງສານປະຊາຊົນສູງສຸດ ແລະ ສານທະຫານຂັ້ນສູງ ໄດ້ຈັດຂຶ້ນໃນວັນທີ 14 ກຸມພາ 2025 ນີ້, ໂດຍການກ່າວມອບ ຂອງສະຫາຍ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ແລະ ກ່າວຮັບ ສະຫາຍ ພັນເອກ ສິງທອງ ຄໍາປະເສີດ ຮອງປະທານປະຊາຊົນສູງສຸດ, ປະທານສານທະຫານຂັ້ນສູງ, ມີຜູ້ຕາງໜ້າຈາກຫ້ອງການ, ຫ້ອງການບໍລິຫານ ກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍພະນັກງານ ສານປະຊາຊົນສູງສຸດ ແລະ ສານທະຫານຂັ້ນສູງເຂົ້າຮ່ວມເປັນສັກຂີພະຍານ.
ສະຫາຍ ຄູນ ຜາສຸກ ໄດ້ກ່າວວ່າ: ການມອບລົດໃນຄັ້ງນີ້, ເປັນການຊ່ວຍເຫຼືອໃຫ້ສານທະຫານຂັ້ນສູງ ທີ່ຂາດເຂີນທາງດ້ານພາຫະນະ. ສໍາລັບ ລົດທີ່ນໍາມາມອບໃນຄັ້ງນີ້ ເປັນປະເພດລົດເມ ມີ 22 ບ່ອນນັ່ງ ຍີ່ຫໍ້ JMMC ຈໍານວນ 1 ຄັນ ເພື່ອປະກອບສ່ວນເຂົ້າໃນວຽກງານລວມຕ່າງໆ ຂອງກົມກອງໃຫ້ທ່ວງທັນ ແລະ ມີຄວາມສະດວກສະບາຍຂຶ້ນກວ່າເກົ່າ.
ໂອກາດດັ່ງກ່າວ, ສະຫາຍ ພັນເອກ ສິງທອງ ຄໍາປະເສີດ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ສະຫາຍ ຄູນ ຜາສຸກ ພ້ອມຄະນະ ທີ່ໄດ້ນໍາເອົາລົດມາມອບໃນຄັ້ງນີ້ ພ້ອມທັງໃຫ້ຄໍາໝັ້ນສັນຍາວ່: ຈະຄຸ້ມຄອງປົກປັກຮັກສາບົວລະບັດຜັດເຊັດ ແລະ ນໍາໃຊ້ລົດດັ່ງກ່າວເຂົ້າໃນວຽກງານລວມຕ່າງໆ ຂອງກົມກອງ ໃຫ້ມີຄຸນນະພາບ ແລະ ຍາວນານ. ຈາກນັ້ນ, ໄດ້ລົງນາມບົດບັນທຶກການມອບ-ຮັບ ລົດ ລະຫວ່າງ ສານປະຊາຊົນສູງສຸດ ແລະ ສານທະຫານຂັ້ນສູງ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພິມກອງທັບ

ກ່ຽວກັບ mps