Home / ທິດສະດີຊີ້ນຳ / ລັດຖະມົນຕີກະຊວງປ້ອງກັນປະເທດ ເຄື່ອນໄຫວຢ້ຽມຍາມ ວິທະຍາຄານເຕັກນິກການທະຫານ

ລັດຖະມົນຕີກະຊວງປ້ອງກັນປະເທດ ເຄື່ອນໄຫວຢ້ຽມຍາມ ວິທະຍາຄານເຕັກນິກການທະຫານ

ວັນທີ 13 ກຸມພາ 2025 ນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມວິທະຍາຄານເຕັກນິກການທະຫານ (ວຕກ) ໂດຍການຕ້ອນຮັບ ຂອງສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ເລຂາຄະນະພັກ, ຫົວໜ້າການເມືອງ ວຕກ ພ້ອມດ້ວຍຄະນະພັກ-ຄະນະອຳນວຍການ, ບັນດາຫົວໜ້າຄະນະວິຊາ, ສູນເຝິກຫັດທົດລອງ ຕະຫຼອດຮອດຜູ້ຕາງໜ້າພະນັກງານ ຄູ-ອາຈານ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ປອ ຟອງສະໝຸດ ພົນທິລາດ ຮອງເລຂາຄະນະພັກ, ຫົວໜ້າການທະຫານ ວຕກ ໄດ້ລາຍງານກ່ຽວກັບສະພາບສະພາບການເຄື່ອນໄຫວວຽກງານ ຂອງ ວຕກ ໃນໄລຍະຜ່ານມາ, ເຊິ່ງມີທັງຂໍ້ສະ
ດວກ, ດ້ານຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບຫຼາຍປະການ ແຕ່ກໍສາມາດເຮັດສໍາເລັດໜ້າທີ່ການເມືອງຂອງກົມກອງໄດ້ເປັນຢ່າງດີ ໂດຍສະເພາະແມ່ນວຽກງານການຮຽນ-ການສອນ ໄດ້ເອົາໃຈໃສ່ຍົກສູງຄຸນນະພາບ ການຮຽນ-ການສອນ ໂດຍເລີ່ມຈາກການສົ່ງເສີມພັດທະນາຄວາມຮູ້ ຄວາມສາມາດ ຂອງພະນັກງານ ຄູ-ອາຈານ, ສ້າງໂຄງການຫຼັກສູດໃຫ້ແທດເໝາະກັບສະພາບຄວາມເປັນຈິງ ຕາມທິດຊີ້ນຳຂອງຂັ້ນເທິງ ເພື່ອສະໜອງເຫຼົ່າຮົບເຕັກນິກໃຫ້ແກ່ກອງທັບຢ່າງມີປະສິດຜົນ ໄປຄຽງຄູ່ກັບການປັບປຸງກໍ່ສ້າງກຳລັງໃຫ້ມີຄວາມເຂັ້ມແຂງໜັກແໜ້ນ.
ໃນໂອກາດນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດທີ່ ວຕກ ສ້າງໄດ້ໃນໄລຍະຜ່ານມາ, ພ້ອມທັງ ເນັ້ນໜັກໃຫ້ຄະນະພັກ-ຄະນະອໍານວຍການ ຕະຫຼອດຮອດພະນັກງານ ຄູ-ອາຈານ ທົ່ວ ວຕກ ຈົ່ງເອົາໃຈໃສ່ຊຸກຍູ້ຂະບວນການຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງກອງທັບ ໃຫ້ເປັນຂະບວນການຟົດຟື້ນ, ສຶກສາອົບຮົມການເມືອງ-ນໍາພາແນວຄິດ ເຮັດໃຫ້ພະນັກງານ-ນັກຮົບ, ນັກສຶກສາ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ຫັນເອົາການປະຕິບັດກຽມພ້ອມສູ້ຮົບຄືກັບສູ້ຮົບທຸກເວລາ, ເອົາໃຈໃສ່ນໍາພາ-ຊີ້ນໍາວຽກງານການຮຽນ-ການສອນ ຕາມໂຄງການຫຼັກສູດ ໂດຍເນັ້ນພາກປະຕິບັດຕົວຈິງເປັນຫຼັກ ໄປຄຽງຄູ່ກັບວຽກງານຮັບປະກັນດ້ານຕ່າງໆ ໂດຍສະເພາະແມ່ນປົກປັກຮັກສາພາຫະນະ, ອາວຸດຍຸດໂທປະກອນ ວັດຖຸຮັບໃຊ້ການຮຽນ-ການສອນ ແລະ ຍົກສູງການປະຕິບັດນະໂຍບາຍໃຫ້ແກ່ພະນັກງານ ຄູ-ອາຈານ ເພື່ອປຸກລະດົມນ້ຳໃຈເສຍສະຫຼະຕໍ່ການຮຽນ-ການສອນ ເປັນບ່ອນອີງໃຫ້ແກ່ການກໍ່ສ້າງບຸກຄະລາກອນທີ່ມີຄຸນນະພາບ ກໍຄືກໍ່ສ້າງນາຍທະຫານສືບທອດປ່ຽນແທນທີ່ມີຄຸນນະພາບໃຫ້ແກ່ກອງທັບ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພິມກອງທັບ

ກ່ຽວກັບ mps