ພິທີ ປະກາດການເລື່ອນຊັ້ນໃຫ້ນາຍທະຫານ ພັນໂທ ຂຶ້ນ ພັນເອກ ໄດ້ຈັດຂຶ້ນ ໃນວັນທີ 14 ກຸມພາ 2025 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດ,ໂດຍການເປັນປະທານ ຂອງສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຜູ້ຕາງໜ້າຄະນະພັກ-ຄະນະບັນຊາບັນດາອົງການ, ກົມ, ຫ້ອງການ ອ້ອມຂ້າງກະຊວງປ້ອງກັນປະເທດ ພ້ອມດ້ວຍນາຍທະຫານທີ່ໄດ້ຮັບຊັ້ນໃໝ່ເຂົ້າຮ່ວມ.
ສະຫາຍ ພັນເອກ ວົງເພັດ ວົງສາຫວັນ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານດໍາລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານ ຈາກຊັ້ນພັນໂທ ຂຶ້ນ ພັນເອກ ຈໍານວນ 30 ສະຫາຍ.
ໂອກາດນີ້, ສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ບັນດາສະຫາຍທີ່ໄດ້ຮັບຊັ້ນໃໝ່ ພ້ອມທັງ ເນັ້ນໜັກໃຫ້ພ້ອມກັນສືບຕໍ່ຄົ້ນຄວ້າ, ເຊື່ອມຊຶມແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດໃຫ້ເລິກເຊິ່ງ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ມີຄວາມສາມັກຄີພາຍໃນ ຢ່າງແໜ້ນແຟ້ນ, ປະຕິບັດຕາມຫຼັກການລວມສູນປະຊາມິປະໄຕ,ເຮັດວຽກເປັນ ໝູ່ຄະນະ,ຕັ້ງໜ້າປະກອບສ່ວນປັບປຸງກໍ່ສ້າງ ກົມກອງໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ຕິດພັນກັບການກໍ່ສ້າງກົມກອງໃຫ້ມີຄວາມປອດໃສ ປອດໄພ ປອດຄະດີ, ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມຮູ້ ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດ ແລະ ປະຕິບັດແນວທາງການຕ່າງປະເທດ ເພື່ອແລກປ່ຽນຄວາມຮູ້, ປະສົບການຮ່ວມກັນກັບບັນດາປະເທດເພື່ອນມິດ ແລະ ສາກົນ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພິມກອງທັບ