Home / ທິດສະດີຊີ້ນຳ / ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກົມໃຫຍ່ເສນາທິການກອງທັບ ສະໄໝທີ VII ຮອບທີ 2

ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກົມໃຫຍ່ເສນາທິການກອງທັບ ສະໄໝທີ VII ຮອບທີ 2

ວັນທີ 24 ກຸມພາ 2025 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກົມໃຫຍ່ເສນາທິການກອງທັບ ສະໄໝທີ VII ຮອບທີ 2 ໂດຍການເປັນປະທານຮ່ວມ ຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ເລຂາຄະນະພັກອົງການກົມໃຫຍ່, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກອົງການກົມໃຫຍ່, ຄະນະພັກກົມ, ຫ້ອງການ ແລະ ຄະນະພັກ-ຄະນະບັນຊາ ຕະຫຼອດຮອດສະມາຊິກພັກພາຍໃນກົມ ເຂົ້າຮ່ວມ.
ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ຜ່ານບົດລາຍການເມືອງທັງສອງພາກ ຂອງຄະນະບໍລິຫານງານພັກ ກົມໃຫຍ່ເສນາທິການກອງທັບ ສະໄໝທີ VI ເຊິ່ງໄລະຍະຜ່ານມາ, ຄະນະພັກໄດ້ສຸມໃສ່ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກ ກະຊວງປ້ອງກັນປະເທດ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງຄະນະບໍລິຫານງານພັກ ກົມໃຫຍ່ເສນາທິການກອງທັບ ໄດ້ຮັບຜົນສໍາເລັດໃນຫຼາຍດ້ານ ເປັນຕົ້ນວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ການສ້າງທ່າສະໜາມ 3 ຂັ້ນ ໄດ້ຊີ້ນໍາກໍາລັງຫຼວງ-ກໍາລັງທ້ອງຖິ່ນ ຈັດຕັ້ງກໍາລັງລົງກໍ່ສ້າງຮາກຖານການເມືອງ, ປັບປຸງອໍານາດການປົກຄອງ ຕິດພັນແໜ້ນກັບການພັດທະນາ ໂດຍສຸມໃສ່ 4 ກຸ່ມວຽກໃຫຍ່ ຄື: ກຸ່ມວຽກການເມືອງ-ການປົກຄອງ, ກຸ່ມວຽກເສດຖະກິດ, ກຸ່ມວຽກ ປກຊ-ປກສ ແລະ ກຸ່ມວຽກວັດທະນາທໍາ-ສັງຄົມ ຢ່າງແຂງແຮງ, ໄດ້ຖືເອົາວຽກງານການເມືອງ-ແນວຄິດເປັນກົກ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ, ເອົາໃຈໃສ່ນໍາພາ-ຊີ້ນໍາ ສຶກສາອົບຮົມໃຫ້ພະນັກງານ ສະມາຊິກພັກ-ນັກຮົບ ເຊື່ອມຊຶມ, ກໍາແໜ້ນເຂົ້າໃຈຢ່າງເລິກເຊິ່ງ, ໄດ້ເອົາໃຈໃສ່ນໍາພາບັນດາກົມກອງຈັດຕັ້ງກໍາລັງລົງກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບວຽກກງານ 3 ສ້າງ, ວຽກງານພັກ ໄດ້ປັບປຸງ-ກໍ່ສ້າງພັກ ແລະ ຂະຫຍາຍພັກເຂັ້ມແຂງ, ໜັກແໜ້ນ ທາງດ້ານການເມືອງ-ແນວຄິດ, ດ້ານການຈັດຕັ້ງ ແລະ ແບບ ແຜນນໍາພາທີ່ດີ, ໄດ້ຈັດຕັ້ງດໍາເນີນຊີວິດການເມືອງພາຍໃນພັກເປັນປະຈໍາ ເພື່ອຍົກສູງຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຄວາມຮູ້ ຄວາມສາມາດ ແລະ ມີແບບແຜນນໍາພາທີ່ດີ, ປັດຈຸບັນ ຄະນະພັກອົງການ ກົມໃຫຍ່ເສນາທິການກອງທັບ ມີ 22 ຄະນະພັກຮາກຖານ, ມີ 31 ໜ່ວຍພັກ, ມີ 140 ໜ່ວຍພັກ ຂຶ້ນກັບຄະນະພັກຮາກຖານ, ມີສະມາຊິກພັກທັງໝົດ 4.785 ສະຫາຍ, ໄລຍະ 5 ປີຜ່ານມາ ກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະເພດແຂງ ຈໍານວນ 550 ໜ່ວຍພັກ, ໜ່ວຍພັກກາງ ຈໍານວນ 102 ໜ່ວຍພັກ, ກົມກອງ ປອດໃສ ປອດໄພ ປອດຄະດີ ປະເພດ I ຈຳນວນ 31 ກົມກອງ, ປະເພດ II ຈຳນວນ 22 ກົມກອງ, ວຽກງານພະນັກງານ ໄດ້ສຸມໃສ່ກໍ່ສ້າງພະນັກງານ 3 ຮຸ່ນ ຍົກສູງລະດັບການຮຽນທີ່ມີຄຸນນະພາບ ທັງພາຍໃນ ແລະ ຕ່າງປະເທດ, ການຄຸ້ມຄອງ, ສັບຊ້ອນ-ມອບໝາຍໜ້າທີ່ ຂອງພະນັກງານຂັ້ນນໍາພາ-ບັນຊາສົມຄູ່ກັບຄວາມຮູ້, ຄວາມສາມາດ ແລະ ວິຊາສະເພາະ, ຂົງເຂດວຽກງານນະໂຍບາຍໄດ້ປະຕິບັດຕໍ່ຜູ້ທີ່ມີຜົນງານດີເດັ່ນໂດຍການສະເໜີເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ ຂັ້ນນາຍຮ້ອຍເຖິງຂັ້ນນາຍພົນ, ຍົກຂັ້ນເງິນເດືອນໃຫ້ພະນັກງານປະຈໍາການ, ປະຕິບັດນະໂຍບາຍຮັບອຸດໜູນບໍານານເມື່ອຮອດອາຍຸກະສຽນ ແລະ ວຽກງານອື່ນໆ.
ໂອກາດນີ້, ຜູ້ແທນກອງປະຊຸມໄດ້ປະກອບຄຳຄິດເຫັນໃສ່ບົດລາຍງານການເມືອງທັງສອງພາກ ຢ່າງກົງໄປກົງມາ ແລະ ໄດ້ປ່ອນບັດທາບທາມເອົາຜູ້ຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກົມໃຫຍ່ເສນາທິການກອງທັບ ສະໄໝທີ VII ຮອບທີ 2 ຕື່ມອີກ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພິມກອງທັບ

ກ່ຽວກັບ mps