ວັນທີ 3 ມີນາ 2025 ນີ້, ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ພົບປະໂອ້ລົມພະນັກງານຫຼັກແຫຼ່ງກອງບັນຊາການທະຫານແຂວງຫຼວງພະບາງ, ມີສະຫາຍ ພົນຈັດຕະວາ ວິລ່ຽມ ວົງທິສານ ຫົວໜ້າການທະຫານກອງບັນຊາການທະຫານແຂວງຫຼວງພະບາງ ພ້ອມຄະນະ, ມີຄະນະພັກ-ຄະນະບັນຊາອົງການ 6 ຫ້ອງ ພ້ອມດ້ວຍພະນັກງານຫຼັກແຫຼ່ງກົມກອງອ້ອມຂ້າງ ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ສີວິໄຊ ເພັງສັນຕິສຸກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ລາຍງານຫຍໍ້ສະພາບຈຸດພິເສດພູມສາດ ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ລວມໄປເຖິງການຈັດຕັ້ງຜັນຂະຫຍາຍມະຕິ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ.
ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານ ຂອງຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ສ້າງໄດ້ໃນໄລຍະຜ່ານມາ, ພ້ອມທັງຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ເພີ່ມທະວີສຶກສາອົບຮົມການເມືອງ-ນໍາພາແນວຄິດ ຕິດພັນກັບການຈັດຕັ້ງດໍາເນີນຊີວິດການເມືອງ ເປີດກວ້າງການຕໍານິສົ່ງຂ່າວ ກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອແນໃສ່ເຮັດໃຫ້ພະນັກງານສະມາຊິກພັກ-ນັກຮົບ ມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ອຸ່ນອຽນທຸ່ນທ່ຽງ ແລະ ກໍາແໜ້ນແນວທາງແຜນນະໂຍບາຍຂອງພັກ, ຂໍ້ກໍານົດ, ກົດລະບຽບຂອງກອງທັບ, ຍົກສູງສະຕິເຄົາລົບກົດໝາຍຂອງລັດ, ເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະບັນຊາທາງດ້ານວຽກງານວິຊາສະເພາະ ແລະ ຫ້າວຫັນເຮັດສໍາເລັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ ບົນພື້ນຖານໃຫ້ເສີມຂະຫຍາຍທາດແທ້, ມູນເຊື້ອອັນດີງາມຂອງກອງທັບ, ຍົກສູງນໍ້າໃຈເສຍສະຫຼະສ່ວນຕົວເພື່ອຜົນປະໂຫຍດສ່ວນລວມ, ເອົາໃຈໃສ່ກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນໍາ, ກໍ່ສ້າງພະນັກງານ 3 ຮຸ່ນສືບທອດປ່ຽນແທນ ໃຫ້ມີຄຸນນະພາບ, ຈັດຕັ້ງກໍາລັງຫັນລົງກໍ່ສ້າງຮາກຖານການເມືອງ ປະຕິບັດຕາມ 4 ເນື້ອໃນ 4 ຄາດໝາຍ, ກໍາແໜ້ນສະພາບຮອບດ້ານ ໂດຍສະເພາະແມ່ນສະພາບການເຄື່ອນໄຫວ ຂອງກຸ່ມຄົນບໍ່ຫວັງດີ ແລະ ພ້ອມກັນແກ້ໄຂບັນຫາກໍ່ຄວາມບໍ່ສະຫງົບໃຫ້ທັນກັບສະພາບການ, ເອົາໃຈໃສ່ຈັດຕັ້ງກໍາລັງປ້ອງກັນບັນດາໂຄງການລົງທຶນ ຂອງສາກົນ ປ້ອງກັນ, ແຂກພາຍໃນ ແລະ ຕ່າງປະເທດທີ່ເຂົ້າມາທ່ອງທ່ຽວຢູ່ແຂວງຫຼວງພະບາງ ໃຫ້ມີຄວາມເຂັ້ມງວດ ເພື່ອສາມາດຮັບປະກັນຄວາມສະຫງົບປອດໄພ ແລະ ເປັນລະບຽບຮ້ອຍ, ຫ້າມເດັດຂາດບໍ່ໃຫ້ມີເຫດການທີ່ຮ້າຍແຮງ ແລະ ບັນຫາທີ່ບໍ່ເພິ່ງປາດຖະໜາເກີດຂຶ້ນຢ່າງເດັດຂາດ. ພ້ອມທັງ ເອົາໃຈໃສ່ສ້າງພະລາທິການກັບທີ່ ປະຕິບັດຕາມທິດ 4 ປູກ 4 ລ້ຽງ ບົນພື້ນຖານ ເຊີດຊູນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຂຸດຄົ້ນເງື່ອນໄຂທ່າແຮງບົ່ມຊ້ອນ ແລະ ຄວາມສາມາດຕົວຈິງຂອງກົມກອງຕັ້ງທັບ, ບຸກທະລຸຕາມທິດນໍາມະຕິ 4 ຂອງກົມການເມືອງສູນກາງພັກວາງອອກ ວ່າດ້ວຍການສ້າງເສດຖະກິດເອກະລາດ ໃຫ້ປະກົດຜົນເປັນຈິງ. ພ້ອມກັນນີ້, ເອົາໃຈໃສ່ຄຸ້ມຄອງ, ປົກປັກຮັກສາ ແລະ ບົວລະບັດຜັດເຊັດພາຫະນະເຕັກນິກ, ອາວຸດ-ກະສຸນ ໃຫ້ເປັນປົກກະຕິ ແລະ ຮັບປະກັນໃຫ້ແກ່ການກຽມພ້ອມສູ້ຮົບ, ສືບຕໍ່ຮັດແໜ້ນຄວາມສາມັກຄີກັບປະເທດເພື່ອນມິດຍຸດທະສາດ ໂດຍສະເພາະແມ່ນບັນດາປະເທດທີ່ມີຊາຍຕິດຈອດຂອງແຂວງ ບົນພື້ນຖານໃຫ້ສອດຄ່ອງຕາມແນວທາງນະໂຍບາຍການຕ່າງ ປະເທດຂອງພັກ.
ແຫຼ່ງທີມາຂອງຂໍ້ມູນ: ໜັງສືພິມກອງທັບ
Home / ທິດສະດີຊີ້ນຳ / ຫົວໜ້າກົມໃຫຍ່ການເມືອງກອງທັບ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ກອງບັນຊາການທະຫານແຂວງຫຼວງພະບາງ