Home / ທິດສະດີຊີ້ນຳ / ກອງບັນຊາການທະຫານຊາຍແດນ ປະກາດການແຕ່ງຕັ້ງໜ້າທີ່ຂັ້ນພະແນກ ແລະ ສ້າງຕັ້ງໜ່ວຍພັກ

ກອງບັນຊາການທະຫານຊາຍແດນ ປະກາດການແຕ່ງຕັ້ງໜ້າທີ່ຂັ້ນພະແນກ ແລະ ສ້າງຕັ້ງໜ່ວຍພັກ

ວັນທີ 11 ມີນາ 2025 ນີ້, ກອງບັນຊາການທະຫານຊາຍເເດນ ໄດ້ຈັດພິທີ ປະກາດການແຕ່ງຕັ້ງຂັ້ນພະເເນກ ເເລະ ສ້າງຕັ້ງໜ່ວຍພັກ ທີ່ຂຶ້ນກັບ ກອງບັນຊາການທະຫານຊາຍເເດນ, ໂດຍການເປັນປະທານຮ່ວມຂອງ ສະຫາຍ ພົນຈັດຕະວາ ສີ ທະວີໄຊ ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການທະຫານຊາຍແດນ ແລະ ສະຫາຍ ພັນເອກ ອຸ່ນຄໍາ ສີແຫວນວົງສັກ ຮອງເລຂາຄະນະພັກ, ຜູ້ບັນຊາການ ກອງບັນຊາການທະຫານຊາຍແດນ, ມີບັນດາຄະນະພັກ-ຄະນະບັນຊາ ໂຮງຮຽນທະຫານຊາຍແດນ 712, ບັນດາພະນັກງານຫຼັກແຫຼ່ງ ຕະຫຼອດຮອດບັນດາພະນັກງານ-ນັກຮົບ ທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳພູວິກ ດາລາເພັດ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານຊາຍເເດນ ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງຂັ້ນພະແນກການ ແລະ ພະນັກງານຊ່ວຍວຽກ ຂຶ້ນກັບບັນດາຫ້ອງ ກອງບັນຊາການທະຫານຊາຍແດນ ໃນນີ້, ຫ້ອງເສນາທິການ ແບ່ງເປັນ 7 ພະແນກຄື: ພະແນກສູ້ຮົບຊາຍແດນ, ພະແນກຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນ, ພະແນກອົບຮົມ ແລະ ໂຮງຮຽນ, ພະແນກກໍາລັງພົນ, ພະແນກສື່ສານ ແລະ ພະແນກບໍລິຫານ-ສັງລວມ; ຫ້ອງການເມືອງ ແບ່ງເປັນ 11 ພະແນກຄື: ພະແນກຈັດຕັ້ງພັກ, ພະແນກພະນັກງານ, ພະແນກໂຄສະນາອົບຮົມ, ພະແນກນະໂຍບາຍ, ພະແນກກໍ່ສ້າງຮາກຖານ, ພະແນກປ້ອງກັນພາຍໃນ, ພະແນກກວດກາ, ພະແນກຊາວໜຸ່ມ, ພະແນກສະຫະພັນແມ່ຍິງ, ພະແນກປະກັນສັງຄົມ ແລະ ພະແນກບໍລິຫານ-ສັງລວມ; ຫ້ອງສືບຂ່າວຊາຍເເດນ ແບ່ງເປັນ 4 ພະແນກຄື: ພະແນກສືບຂ່າວຊາຍແດນ, ພະແນກສະກັດກັ້ນ ແລະ ຕ້ານນັກສືບຂ່າວສອດແນມ, ພະແນກສະກັດກັ້ນ, ຕ້ານຢາເສບຕິດ ແລະ ອາຊະຍາກໍາ ແລະ ພະແນກບໍລິຫານ-ສັງລວມ; ຫ້ອງການ ກອງບັນຊາການ ແບ່ງອອກເປັນ 4 ພະແນກຄື: ພະແນກແຜນການ-ສັງລວມ, ພະແນກພົວພັນຮ່ວມມື ແລະ ພິທີການ, ພະແນກສົນທິສັນຍາ ແລະ ກົດໝາຍ ແລະ ພະແນກວິທະຍາສາດ-ປະຫວັດສາດ. ພ້ອມນີ້, ຍັງໄດ້ໄດ້ຜ່ານມະຕິຕົກລົງ ຂອງຄະນະພັກ ກອງບັນຊາການທະຫານຊາຍແດນ ວ່າດ້ວຍການສ້າງຕັ້ງໜ່ວຍພັກ ທີ່ຂຶ້ນກັບ ຄະນະພັກ ກອງບັນຊາການທະຫານຊາຍແດນ ຄື: ໜ່ວຍພັກ ຫ້ອງການເມືອງ ເເຕ່ງຕັ້ງ ສະຫາຍ ພັນເອກ ດາວໄກ ເລີດລີວັນ ເປັນເລຂາໜ່ວຍພັກ ແລະ ສະຫາຍ ພັນໂທ ຄໍາພູວິກ ດາລາເພັດ ເປັນຮອງເລຂາໜ່ວຍພັກ; ໜ່ວຍພັກ ຫ້ອງເສນາທິການ ເເຕ່ງຕັ້ງ ສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ ເປັນເລຂາໜ່ວຍພັກ ແລະ ສະຫາຍ ພັນໂທ ສັນຕິສຸກ ພຸດທະວົງ ເປັນຮອງ ເລຂາໜ່ວຍພັກ; ໜ່ວຍພັກ ຫ້ອງພະລາທິການ ເເຕ່ງຕັ້ງ ສະຫາຍ ພັນໂທ ພຸດສະດີ ເລືອງວັນໄຊ ເປັນ ເລຂາໜ່ວຍພັກ ແລະ ສະຫາຍ ພັນໂທ ສຸລີວັນ ສຸກຈະເລີນ ເປັນຮອງເລຂາໜ່ວຍພັກ; ຄະໜ່ວຍພັກ ຫ້ອງເຕັກນິກ ເເຕ່ງຕັ້ງ ສະຫາຍ ພັນໂທ ຄໍາປານ ບົວລະບັດ ເປັນເລຂາໜ່ວຍພັກ ແລະ ສະຫາຍ ພັນໂທ ບຸນກວ້າງ ເທບທອງໃສ ເປັນຮອງ ເລຂາໜ່ວຍພັກ; ໜ່ວຍພັກ ຫ້ອງສືບຂ່າວ ເເຕ່ງຕັ້ງ ສະຫາຍ ພັນເອກ ສັກສິດ ພິຈິດ ເປັນເລຂາໜ່ວຍພັກ ແລະ ສະຫາຍ ພັນໂທ ອໍາມະນີ ສົມສົມບັດ ເປັນຮອງ ເລຂາໜ່ວຍພັກ ເເລະ ໜ່ວຍພັກ ຫ້ອງການບໍລິຫານ ເເຕ່ງຕັ້ງ ສະຫາຍ ພັນໂທ ສຸພະເວດ ສຸກເລືອງຄໍາ ເປັນເລຂາໜ່ວຍພັກ ແລະ ສະຫາຍ ພັນໂທ ພອນສະຫວັນ ອ້ວນຄູນຄໍາ ເປັນຮອງ ເລຂາໜ່ວຍພັກ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ສີ ທະວີໄຊ ໄດ້ໃຫ້ທິດຊິ້ນຳ, ພ້ອມທັງເນັ້ກໜັກຫຼາຍບັນຫາສຳຄັນ ເປັນຕົ້ນ ໃຫ້ຜູ້ທີໄດ້ຮັບການເເຕ່ງຕັ້ງໜ້າທີ່ໃໝ່ ຈົ່ງພ້ອມກັນເອົາໃຈໃສ່ຍົກສູງພາລະບົດບາດ, ໜ້າທີ່ການເມືອງ, ຄວາມຮັບຜິດຊອບຂອງຕົນ, ເເກ້ໄຂບັນຫາຂໍ້ຄົງຄ້າງ ເເລະ ສືບຕໍ່ນຳພາພະນັກງານ-ສະມາຊິກພັກ, ພພະນັກງາ-ນັກຮົບ ໃຫ້ມີການພັດທະນາຊອກຮູ້ຮໍ່າຮຽນ ເພື່ອນໍາເອົາຄວາມຮູ້ ຄວາມສາມາດ ມາພັດທະນາກົມກອງຂອງຕົນໃຫ້ເປັນກົມກອງທີ່ທັນສະໄໝ. ພ້ອມນີ້, ຍັງໄດ້ຮຽກຮ້ອງໃຫ້ພ້ອມກັນປັບປຸງແບບແຜນວິທີເຮັດວຽກ ປະຕິບັດຫຼັກການລວມສູນປະຊາທິປະໄຕ ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນ, ມີສະຕິຕື່ນຕົວປະຕິບັດກົດໝາຍຂອງລັດ, ລະບຽບວິໄນຂອງກອງທັບ ຢ່າງເຂັ້ມງວດ, ເປັນເຈົ້າການຈັດຕັ້ງຜັນຂະຫຍາຍທິດທາງແຜນການຄາດໝາຍສູ້ຊົນວຽກງານການນຳພາຂອງພັກ ກໍຄືວຽກງານຂອງກອງບັນຊາການທະຫານຊາຍເເດນໃຫ້ປະກົດຜົນເປັນຈິງ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພິມກອງທັບ

ກ່ຽວກັບ mps