Home / ທິດສະດີຊີ້ນຳ / ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຢ້ຽມຢາມໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄໍາເຄົ້າ ຢູ່ບ້ານນໍ້າເກາະ ຂອງບໍລິສັດ ໄມ້ແປກຄໍາ

ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຢ້ຽມຢາມໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄໍາເຄົ້າ ຢູ່ບ້ານນໍ້າເກາະ ຂອງບໍລິສັດ ໄມ້ແປກຄໍາ

ວັນທີ 11 ມີນາ 2025 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄໍາເຄົ້າ ຢູ່ບ້ານນໍ້າເກາະ ຂອງບໍລິສັດ ໄມ້ແປກຄໍາ ໃນໂອກາດທີ່ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຊຽງຂວາງ ໃນລະຫວ່າງວັນທີ 11-13 ມີນາ 2025 ນີ້.
ໂອກາດນີ້, ທ່ານ ຫວາງ ເສິນ ເວ ປະທານບໍລິສັດ ໄມ້ແປກຄໍາ ໄດ້ລາຍງານການຈັດຕັ້ງປະຕິບັດໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄໍາເຄົ້າ ໃຫ້ຮູ້ວ່າ: ໃນທ້າຍປີ 2022 ແຂວງຊຽງຂວາງ ໄດ້ຮັບກຽດເປັນເຈົ້າພາບຈັດງານມະຫະກຳກິລາແຫ່ງຊາດ, ເພື່ອຮັບປະກັນຄວາມພ້ອມໃນການຮັບໃຊ້ງານມະຫະກຳກິລາດັ່ງກ່າວ, ທັງເປັນການປັບປຸງທິວທັດພາຍໃນຕົວເມືອງແປກ (ໂພນສະຫວັນ) ໃຫ້ມີຄວາມສວຍງາມ ອົງການປົກຄອງແຂວງຊຽງຂວາງ ມີແຜນການກໍ່ສ້າງ ແລະ ປັບປຸງເສັ້ນທາງພາຍໃນເທສະບານ. ໃນໂອກາດດັ່ງກ່າວ, ບໍລິສັດ ໄມ້ແປກຄໍາ ໄດ້ສະເໜີເປັນຜູ້ອອກທຶນຊ່ວຍເຫຼືອລ້າໃນໂຄງການກໍ່ສ້າງ ແລະ ປັບປຸງເສັ້ນທາງດັ່ງກ່າວ, ລວມມີທັງໝົດ 9 ເສັ້ນ, ຄວາມຍາວ 15,8 ກິໂລແມັດ, ມູນຄ່າລົງທຶນທັງໝົດ 2.080.000 ໂດລາສະຫະລັດ ພ້ອມທັງໄດ້ຊ່ວຍເຫຼືອລ້າເຄື່ອງມືອຸປະກອນການແພດຈໍານວນໜຶ່ງໃຫ້ແກ່ພະແນກສາທາລະນະສຸກແຂວງຊຽງຂວາງ ມູນຄ່າ 1.000.000 ໂດລາສະຫະລັດ ແລະ ບໍລິສັດ ໄດ້ສະເໜີໄປຍັງລັດຖະບານ ເພື່ອຂໍແລກປ່ຽນພັດທະນາໂຄງການຂຸດຄົ້ນ ແລະ ປຸງແຕ່ງຄໍາ ທີ່ຕັ້ງຢູ່ບ້ານນໍ້າເກາະ ເມືອງແປກ ເພື່ອດໍາເນີນການພັດທະນາ ແລະ ຂຸດຄົ້ນ. ໃນວັນທີ 25 ທັນວາ 2022 ບໍລິສັດ ໄດ້ສໍາເລັດການມອບອາກອນໃຫ້ແກ່ລັດຖະບານ ຈໍານວນ 2.500.000 ໂດລາສະຫະລັດ ແລະ ໃນວັນທີ 29 ທັນວາ 2022 ໄດ້ເຊັນສັນຍາຊຸດຄົ້ນ ແລະ ປຸງແຕ່ງແຮ່ຄໍາເຄົ້າ (ແບບທົດລອງ) ກັບ ລັດຖະບານ ໃນເນື້ອທີ່ 496 ເຮັກຕາ. ພ້ອມດຽວກັນນີ້, ບໍລິສັດ ຍັງໄດ້ໃຫ້ການຊ່ວຍເຫຼືອລ້າກໍ່ສ້າງອາຄານໂຮງຮຽນປະຖົມບ້ານນໍ້າເກາະ, ເສັ້ນທາງປູເບຕົງພາຍໃນບ້ານນໍ້າເກາະ, ກວ້າງ 6 ແມັດ, ຍາວ 630 ແມັດ; ຫ້ອງການບ້ານນໍ້າເກາະ 1 ຫຼັງ; ຂົວຂ້າມນໍ້າແບບປະຖົມປະຖານ 1 ແຫ່ງ ລວມມູນຄ່າຊ່ວຍເຫຼືອ 200.000 ໂດລາສະຫະລັດ. ບໍລິສັດ ໄມ້ແປກຄຳ ໄດ້ຮັບໃບອະນຸຍາດຂຸດຄົ້ນ ແລະ ໃບອະນຸຍາດສ້າງຕັ້ງໂຮງງານ ໃນວັນທີ 8 ມິຖຸນາ 2023, ໄດ້ຜະລິດເປັນຜະລິດຕະພັນຄໍາແທ່ງຈຳນວນ 2 ຄັ້ງ ແລະ ໄດ້ສົ່ງອອກຜະລິດຕະພັນຄໍາແທ່ງ ນໍ້າໜັກຈໍານວນ 44,95 ກິໂລກຣາມ ແລະ ໄດ້ຊຳລະອາກອນ ປະຈໍາປີ 2024 ໃຫ້ແກ່ລັດຖະບານ ຈໍານວນ 1.330.375 ໂດລາສະຫະລັດ, ປັດຈຸບັນ ບໍລິສັດ ໄດ້ລົງທຶນທັງໝົດ ຈໍານວນ 14 ກວ່າລ້ານໂດລາສະຫະລັດ. ໃນໄລຍະດໍາເນີນໂຄງການ ສາມາດແກ້ໄຂບັນຫາວຽກເຮັດງານທໍາ ຈໍານວນ 2.135 ຄົນ, ປັດຈຸບັນມີພະນັກງານຄົນລາວທີ່ເຮັດວຽກປະຈຳຢູ່ໂຄງການຈໍານວນ 40 ຄົນ. ນັບຕັ້ງແຕ່ບໍລິສັດເລີ່ມດຳເນີນພັດທະນາໂຄງການເປັນຕົ້ນມາ, ໄດ້ມີການເຊົ່ານໍາໃຊ້ເຄື່ອງກົນຈັກ ແລະ ຍານພະຫານະ ຂອງປະຊາຊົນໃນເຂດທ້ອງຖິ່ນ ລວມມູນຄ່າ 950.408 ໂດລາສະຫະລັດ. ໃນວັນທີ 6 ມີນາ 2025, ບໍລິສັດໄດ້ສໍາເລັດການເຊັນສັນຍາ ກັບ ລັດຖະບານ ວ່າດ້ວຍການຫັນປ່ຽນຈາກໂຄງການຂຸດຄົ້ນ ແລະ ປຸງແຕ່ງຄໍາ (ແບບທົດລອງ) ມາເປັນກົນໄກຂຸດຄົ້ນແບບປົກກະຕິ ພ້ອມດຽວກັນນີ້, ໃນວັນທີ 21 ມັງກອນ 2025 ບໍລິສັດ ໄດ້ມອບເງິນຊ່ວຍເຫຼືອລ້າໃຫ້ແກ່ລັດຖະບານ ຈໍານວນ 250.000 ໂດລາສະຫະລັດ, ມອບເງິນຊ່ວຍເຫຼືອລ້າໃຫ້ແກ່ອົງການປົກຄອງແຂວງຊຽງຂວາງ ຈໍານວນ 50.000 ໂດລາສະຫະລັດ. ໂຄງການໄດ້ວາງແຜນກໍ່ສ້າງໂຮງງານແຍກແຮ່ ແລະ ໂຮງຫຼອມໂລຫະໃຫ້ສໍາເລັດພາຍໃນເດືອນເມສາ 2025 ນີ້ ແລະ ຈະໄດ້ມີການສືບຕໍ່ສົ່ງອອກຜະລິດຕະພັນຄໍາ.
ບໍລິສັດໄດ້ເອົາໃຈໃສ່ໃນການປະກອບສ່ວນຊຸກຍູ້ໃນວຽກງານການພັດທະນາ. ໃນການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຊຽງຂວາງ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມຄະນະ ໃນຄັ້ງນີ້, ຍັງໄດ້ພົບປະໂອ້ລົມອໍານາດການປົກຄອງບ້ານ, ປະຊາຊົນ ແລະ ນັກຮຽນປະຖົມສົມບູນບ້ານນໍ້າເກາະ ແລະ ໄປຢ້ຽມຊົມແຫຼ່ງທ່ອງທ່ຽວປະຫວັດສາດພູກູດຈອມເຫຼັກ ອີກດ້ວຍ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພິມກອງທັບ

ກ່ຽວກັບ mps