Home / ທິດສະດີຊີ້ນຳ / ການເຕີບໃຫຍ່ຂະຫຍາຍຕົວ ຂອງກອງທັບປະຊາຊົນລາວ ພາຍໃຕ້ຮົ່ມທຸງສີແດງຂອງພັກ

ການເຕີບໃຫຍ່ຂະຫຍາຍຕົວ ຂອງກອງທັບປະຊາຊົນລາວ ພາຍໃຕ້ຮົ່ມທຸງສີແດງຂອງພັກ

ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຕາງໜ້າໃຫ້ຄະນະນໍາກະຊວງປ້ອງກັນປະເທດ ສະແດງຄວາມຄິດເຫັນ ກ່ຽວກັບຄວາມໝາຍສໍາຄັນຂອງວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ແລະ ບາງຜົນງານທີ່ພົ້ນເດັ່ນ ຂອງຄະນະພັກກະຊວງປ້ອງກັນປະເທດ ໃນການນໍາພາຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຜ່ານມາ ວ່າ: ພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 22 ມີນາ ປີ 1955 ມາຮອດວັນທີ 22 ມີນາ ປີ 2025 ມີອາຍຸຄົບຮອບ 70 ປີ.
ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ມີຄວາມໝາຍສໍາຄັນອັນຍິ່ງໃຫຍ່ ໃນພາລະກິດປະຕິວັດຂອງປະເທດເຮົາ ເຊິ່ງເປັນວັນທີ ທົ່ວພັກ-ລັດ, ທົ່ວກອງທັບ ແລະ ທົ່ວປວງຊົນລາວບັນດາເຜົ່າ ລ້ວນແຕ່ມີຄວາມປິຕິຊົມຊື່ນ ແລະ ເອກອ້າງທະນົງໃຈ ທີ່ມີພັກປະຊາຊົນປະຕິວັດລາວ ເປັນກອງນໍາໜ້າ ແລະ ແມ່ນການຈັດຕັ້ງການເມືອງສູງສຸດຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ, ແມ່ນພັກທີ່ເຕີບໃຫຍ່ຈາກຂະບວນການ ຂອງມະຫາຊົນ, ມາຈາກປະຊາຊົນ ແລະ ເພື່ອຜົນປະໂຫຍດອັນແທ້ຈິງ ຂອງປະຊາຊົນລາວ ບັນດາເຜົ່າ, ຄວາມໝາຍຄວາມສໍາຄັນດັ່ງກ່າວນັ້ນ, ໄດ້ສະແດງອອກໃນຂະບວນວິວັດແຫ່ງ ການເຕີບໃຫຍ່ຂະຫຍາຍຕົວ ແລະ ສູ້ຮົບມີໄຊຂອງພວກເຮົາ. ໃນຕະຫຼອດໄລຍະ 70 ປີຜ່ານມານີ້, ເວລາໃດພັກ ກໍເຊີດຊູບົດບາດ, ຄວາມສາມາດນໍາພາ ຂອງຕົນ ແລະ ມີໄຫວພິກ, ສະຫຼາດສ່ອງໃສ ສາມາດນໍາພາປະເທດຊາດ ຜ່ານວິກິດ ແລະ ຄວາມ ຫຍຸ້ງຍາກນານາປະການ ບໍ່ວ່າໃນໄລຍະຕໍ່ສູ້ປົດປ່ອນຊາດ ກໍຄືໄລຍະປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດໃນປັດຈຸບັນ, ແມ່ນວ່າສະພາບການຈະດຸເດືອດຂ້ຽວຂາດ, ຫຍຸ້ງຍາກ ສັບສົນ, ລະອິດລະອ້ຽວປານໃດກໍຕາມ ແຕ່ພັກປະຊາຊົນປະຕິວັດລາວ ກໍສາມາດນໍາພາປະເທດຊາດຜ່ານໄປໄດ້ຢ່າງມີໄຊ. ວັນສ້າງຕັ້ງພັກ ໄດ້ເຮັດໃຫ້ປວງຊົນລາວທັງຊາດ ມີຄວາມເອກອ້າງທະນົງໃຈ ຕໍ່ຜົນງານໄຊຊະນະອັນໃຫຍ່ຫຼວງ ທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວ ບັນດາເຜົ່າຍາດມາໄດ້ ໃນການຕໍ່ສູ້ຕ້ານກັບຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ເປັນເວລາ 60 ກວ່າປີ ສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ປະເທດຊາດ ໃນປີ 1975; ພາຍຫຼັງໄດ້ຮັບການປົກປ່ອຍ, ພັກໄດ້ນໍາພາປະເທດຊາດ ເດີນຕາມເສັ້ນທາງສັງຄົມນິຍົມ ເຊິ່ງແມ່ນຈຸດໝາຍ ແລະ ຄວາມມຸ່ງມາດປາດຖະໜາຂອງພັກ ກໍຄືປວງຊົນລາວບັນດາເຜົ່າໄດ້ຂີດໝາຍເອົາໄວ້. ຕໍ່ກໍາລັງປະກອບອາວຸດ ເວົ້າລວມ, ເວົ້າສະເພາະ ກອງທັບປະຊາຊົນລາວ ແມ່ນພັກປະຊາຊົນປະຕິວັດລາວ ເປັນຜູ້ກໍ່ຕັ້ງ, ສຶກສາອົບຮົມ ແລະ ກໍ່ສ້າງປັບປຸງໃຫ້ເຕີບໃຫຍ່ເຂັ້ມແຂງ, ເວລາໃດພັກກໍໃຫ້ຄວາມສໍາຄັນ, ຄວາມເອົາໃຈໃສ່ໃນການນໍາພາ ເດັດຂາດ, ໂດຍກົງຮອບດ້ານ ຕໍ່ກອງທັບ, ສ້າງກອງທັບ ເປັນກອງທັບປະຕິວັດທີ່ໄວ້ໃຈໄດ້ຂອງພັກ, ເປັນທີ່ເພິ່ງອັນໜັກແໜ້ນຂອງປະຊາຊົນ, ເປັນກຳແພງເພັດທີ່ແຂງແກ່ນ ປົກປັກຮັກສາປະເທດຊາດໄວ້ໃຫ້ໝັ້ນຄົງ. ຕະຫຼອດໄລຍະ 76 ປີ ແຫ່ງການສ້າງຕັ້ງ ເຕີບໃຫຍ່ຂະຫຍາຍຕົວ ຂອງກອງທັບປະຊາຊົນ ລາວ ພາຍໃຕ້ຮົ່ມທຸງສີແດງຂອງພັກ ແລະ ການນໍາພາປີຊາສາມາດ ສະຫຼາດສອງໃສຂອງພັກ ກອງທັບ ໄດ້ເຮັດລ້ອນໜ້າທີ່ອັນໜັກໜ່ວງ ແລະ ມີກຽດສະຫງ່າຂອງຕົນ ທີ່ພັກ ແລະ ປະຊາຊົນ ມອບໝາຍໃຫ້ນັ້ນຄື: ເປັນກຳລັງຫຼັກແຫຼ່ງແກ່ນສານ ໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບທົ່ວປວງຊົນລາວຮອບດ້ານ, ສາມາດຕີເອົາຊະນະສັດຕູທຸກໂຕ ໃນທຸກໄລຍະຂອງການ ປະຕິວັດ; ສ້າງເງື່ອນໄຂເອື້ອອໍານວຍໃຫ້ແກ່ການສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າ, ພ້ອມທັງໄດ້ປະກອບສ່ວນຕົວຈິງ ເຂົ້າໃນການພັດທະນາຊົນນະບົດແກ້ໄຂຄວາມທຸກຍາກຂອງປະຊາຊົນ. ກະຊວງປ້ອງກັນປະເທດ ເຊິ່ງເປັນສູນກາງນໍາພາ-ບັນຊາ ກໍາລັງປະກອບອາວຸດ ກໍຄືກຳລັງໃນກອງທັບ, ຊຸມປີຜ່ານມາ ຄະນະພັກກະຊວງປ້ອງກັນປະເທດ ໄດ້ສຸມໃສ່ນໍາພາ-ບັນຊາ ບັນດາກົມກອງ ກໍາລັງຫຼວງ-ກໍາລັງທ້ອງຖິ່ນ ໃນທົ່ວປະເທດ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຕ່າງໆ ຂອງສູນກາງພັກ, ເວົ້າສະເພາະແມ່ນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໄດ້ມີຜົນສໍາເລັດ ອັນສໍາຄັນພົ້ນເດັ່ນຫຼາຍດ້ານເປັນຕົ້ນ: ດ້ານປ້ອງກັນຊາດ: ໄດ້ຮັບປະກັນເຮັດໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານ ການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ໄດ້ນໍາພາບັນດາກົມ ກອງເຄື່ອນໄຫວ ເຮັດໃຫ້ສະພາບຂອບເຂດທົ່ວປະເທດມີຄວາມສະຫງົບ, ບໍລິເວນຊາຍແດນ ແຕ່ ເໜືອຮອດໃຕ້ ກໍຄືເຂດໃຈກາງຂອງປະເທດ ໄດ້ມີຄວາມສະຫງົບຢ່າງໜັກແໜ້ນ ສະແດງອອກໃນການປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45 ແລະ ກອງປະຊຸມປິ່ນອ້ອມ ທີ່ ສປປ ລາວ ເປັນເຈົ້າພາບໄດ້ມີຄວາມປອດໄພ 100%, ໄດ້ຫັນເອົາກໍາລັງລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານຕາມທາງກວ້າງ ແລະ ທາງເລິກ, ລວມມີ 19 ກອງປະຕິບັດງານ ກໍ່ສ້າງຮາກຖານ, ຢູ່ 15 ແຂວງ, ມີ 26 ເມືອງ, 28 ຈຸດສຸມ, 142 ບ້ານ. ດ້ານການປັບປຸງກໍ່ສ້າງກໍາລັງ: ໄດ້ສຸມໃສ່ນໍາພາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ເຮັດໃຫ້ພະນັກງານ-ນັກຮົບ ໃນທົ່ວກອງທັບ ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີ ຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມເດັດດ່ຽວໜຽວແໜ້ນ, ອົດທົນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ, ຈັດຕັ້ງເຜີຍແຜ່ເຊື່ອມຊຶມບັນດາມະຕິກອງປະຊຸມໃຫຍ່ຕ່າງໆ ໂດຍສະເພາະແມ່ນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ຈັດຕັ້ງປາຖະກະຖາມູນເຊື້ອວັນສໍາຄັນຕ່າງໆ ຂອງພັກ, ຂອງຊາດ ແລະ ຂອງກອງທັບ. ພ້ອມກັນນີ້, ຍັງໄດ້ສຸມໃສ່ປັບປຸງກົງຈັກການຈັດຕັ້ງ ນັບແຕ່ຂັ້ນກະຊວງ ລົງຮອດກົມກອງຮາກຖານ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ. ວຽກງານກໍ່ສ້າງພັກ: ໄດ້ເອົາໃຈໃສ່ດໍາເນີນຢ່າງຕັ້ງໜ້າ ເປັນຕົ້ນແມ່ນ: ການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ທັງໝົດ 1.385 ໜ່ວຍພັກ ເທົ່າກັບ 76,94% ຂອງຈຳນວນໜ່ວຍພັກທັງໝົດ, ມີສະມາຊິກພັກແຂງ ກວມ 88,89% ຂອງຈໍານວນສະມາຊິກທັງໝົດ, ໄດ້ສຸມໃສ່ຊີ້ນໍາ ໃນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ພັກ 3 ຂັ້ນ ໃນທົ່ວກອງທັບສໍາເລັດ 97%.
ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີນີ້, ສະຫາຍ ພົນຕີ ວົງສອນ ອິນປານພິມ ຕາງໜ້າໃຫ້ຄະນະນໍາກະຊວງປ້ອງກັນປະເທດ ນາຍ ແລະ ພົນທະຫານໃນທົ່ວກອງທັບ ສະແດງຄວາມຮູ້ບຸນຄຸນ ມາຍັງພັກປະຊາຊົນປະຕິວັດລາວ ທີ່ໄດ້ກໍ່ຕັ້ງ, ສຶກສາອົບຮົມ ແລະ ນໍາພາ-ຊີ້ນໍາ ກອງທັບໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ເຮັດສຳເລັດໜ້າທີ່ອັນມີກຽດຂອງຕົນ ທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ໃນແຕ່ລະໄລຍະ ພ້ອມທັງ, ອວຍພອນໄຊອັນປະເສີດ ໃຫ້ບັນດາທ່ານ ການນໍາ ພັກ-ລັດ, ພະນັກງານປະຕິວັດອາວຸໂສບຳນານ, ພະນັກງານຕະຫຼອດເຖິງປະຊາຊົນລາວ ບັນດາເຜົ່າໃນທົ່ວປະເທດ, ນາຍ ແລະ ພົນທະຫານໃນທົ່ວກອງທັບປະຊາຊົນລາວ ຈົ່ງມີສຸຂະພາບແຂງແຮງ, ມີພະນະໄມສົມບູນ, ມີຄວາມຜາສຸກ ພ້ອມກັນອອກແຮງແຂ່ງຂັນສ້າງຜົນງານ ເພື່ອຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດຂອງພັກ, ຂອງຊາດ ໃນປີ 2025 ໃຫ້ເປັນຂະບວນຟົດຟື້ນກວ້າງຂວາງ ແລະ ພ້ອມກັນເຮັດສຳເລັດທຸກໜ້າທີ່ວຽກງານ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພິມກອງທັບ

ກ່ຽວກັບ mps