ໃນຕອນບ່າຍ ຂອງວັນທີ 3 ເມສາ 2025 ນີ້, ຢູ່ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ສສ ຫວຽດນາມ ໄດ້ເຂົ້າວາງພວງມາລາໄວ້ອາໄລ ເຖິງດວງວິນຍານ ຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 2 ເມສາ 2025.
ສະຫາຍ ໂຕ ເລິມ ໄດ້ສະແດງຄວາມເສຍໃຈ ຕໍ່ຄອບຄົວສີພັນດອນ ແລະ ຄະນະຈັດຕັ້ງພິທີຊາປະນະກິດຕາມລຳດັບ ແລະ ໃນໂອກາດອັນໂສກເສົ້າເສຍດາຍນີ້, ສະຫາຍ ສະຫາຍ ໂຕ ເລິມ ໄດ້ຕາງໜ້າໃຫ້ແກ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ເຊັນປຶ້ມໄວ້ອາໄລ ເພື່ອສະແດງຄວາມໂສກເສົ້າ ແລະ ອາໄລອາວອນ ຕໍ່ການຈາກໄປ ຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ.
ໃນໂອກາດດຽວກັນນີ້, ການນຳກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ແລະ ການນຳກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ກໍໄດ້ຮ່ວມວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ເພື່ອສະແດງຄວາມໂສກເສົ້າ ແລະ ອາໄລອາວອນ ຕໍ່ການຈາກໄປ ຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ເຊັ່ນດຽວກັນ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພິມກອງທັບ
Home / ທິດສະດີຊີ້ນຳ / ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເຂົ້າວາງພວງມາລາໄວ້ອາໄລ ຕໍ່ການຈາກໄປ ຂອງສະຫາຍ ພົນເອກ ຄຳໄຕ ສີພັນດອນ