Home / ທິດສະດີຊີ້ນຳ / ຄະນະນຳກະຊວງປ້ອງກັນປະເທດ ເຂົ້າວາງພວງມາລາໄວ້ອາໄລ ຕໍ່ການຈາກໄປ ຂອງສະຫາຍ ພົນເອກ ຄຳໄຕ ສີພັນດອນ

ຄະນະນຳກະຊວງປ້ອງກັນປະເທດ ເຂົ້າວາງພວງມາລາໄວ້ອາໄລ ຕໍ່ການຈາກໄປ ຂອງສະຫາຍ ພົນເອກ ຄຳໄຕ ສີພັນດອນ

ໃນຕອນເຊົ້າວັນທີ 4 ເມສາ 2025 ນີ້, ຢູ່ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ຄະນະນຳກະຊວງປ້ອງກັນປະເທດ ນຳໂດຍ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາໄວ້ອາໄລ ເຖິງດວງວິນຍານ ຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ.
ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ຕາງໜ້າການນຳກະຊວງປ້ອງກັນປະເທດ ໄດ້ເຊັນປຶ້ມໄວ້ອາໄລ ເພື່ອສະແດງຄວາມໂສກເສົ້າ ແລະ ອາໄລອາວອນ ຕໍ່ການຈາກໄປ ຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ, ນັກປະຕິວັດຜູ້ອາວຸໂສ ຜູ້ທີ່ມີຜົນງານ ເເລະ ຄຸນງາມຄວາມດີ ຕໍ່ປະເທດຊາດ ເເລະ ກອງທັບປະຊາຊົນລາວ. ການຈາກໄປ ຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ເເມ່ນການສູນເສຍໜຶ່ງໃນບັນດາຜູ້ນໍາຂອງພັກ, ຂອງກອງທັບ ທີ່ກຳຄັນທຸງແຫ່ງຄວາມສາມັກຄີເປັນເອກະພາບຢູ່ພາຍໃນພັກ ແລະ ໃນຖັນແຖວປະຕິວັດ ທັງເປັນສັນຍະລັກແຫ່ງຄວາມສາມັກຄີ, ເປັນປຶກແຜ່ນ ຂອງທົ່ວປວງຊົນລາວທັງຊາດ, ມີຄວາມເຄົາລົບ ແລະ ປະຕິບັດຢ່າງເຂັ້ມງວດ ຕໍ່ບັນດາຫຼັກການແຫ່ງການຈັດຕັ້ງເຄື່ອນໄຫວຂອງພັກ, ມີຈິດໃຈເອື້ອເຝື້ອເພື່ອແຜ່ຕໍ່ໝູ່ສະຫາຍ ແລະ ຕໍ່ມະຫາຊົນ; ເດັດດ່ຽວຕ້ານທຸກປະກົດການທີ່ຝືນກັບຫຼັກການ ແລະ ລະບຽບວິໄນ ເພື່ອປົກປ້ອງຄວາມປອດໃສຂອງພັກ ແລະ ກໍ່ສ້າງເພື່ອນສະຫາຍໃຫ້ມີການປະພຶດປະຕິບັດທີ່ເປັນແບບຢ່າງ ຈຶ່ງເຮັດໃຫ້ເພິ່ນໄດ້ຮັບຄວາມເຄົາລົບນັບຖື ແລະ ເຊື່ອໝັ້ນຈາກການຈັດຕັ້ງ ແລະ ເພື່ອນສະຫາຍຢູ່ອ້ອມຂ້າງຕະຫຼອດມາ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພິມກອງທັບ

ກ່ຽວກັບ mps