Home / ທິດສະດີຊີ້ນຳ / ເປີດຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ທົ່ວກົມໃຫຍ່ການເມືອງກອງທັບ ປະຈໍາປີ 2025

ເປີດຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ທົ່ວກົມໃຫຍ່ການເມືອງກອງທັບ ປະຈໍາປີ 2025

ວັນທີ 7 ພຶດສະພາ 2025 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ຈັດພິທີເປີດຂະບວນການແຂ່ງຂັນ ພາຍໃຕ້ຄໍາຂວັນ “ຮັກຊາດ ແລະ ພັດທະນາ” ປະຈໍາປີ 2025, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາບັນດາກົມ, ຫ້ອງການ, ກອງ, ພ້ອມດ້ວຍພະນັກງານ-ນັກຮົບ ທົ່ວກົມໃຫຍ່ການເມືອງກອງທັບເຂົ້າຮ່ວມ.
ໃນພິທີ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການເປີດຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ ” ປະຈໍາປີ 2025 ຈາກນັ້ນ, ສະຫາຍ ພັນເອກ ບຸນຄໍາ ສຸນັນທາ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບຂະບວນການແຂ່ງຂັນທົ່ວກົມໃຫຍ່ການເມືອງກອງທັບ ພາຍໃຕ້ຄໍາຂວັນ “ຮັກຊາດ ແລະ ພັດທະນາ ” ປະຈໍາປີ 2024 ແລະ ວາງທິດທາງແຜນການ ປີ 2025 ເພື່ອເປັນການປຸກລະດົມຂະບວນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີ IX, ການປະຕິບັດ 2 ວາລະແຫ່ງຊາດຂອງລັດຖະບານ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ມະຕິ VI ຂອງອົງຄະນະພັກກົມໃຫຍ່ການເມືອງກອງທັບ ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານເຂົ້າສູ່ວຽກງານຕົວຈິງຂອງແຕ່ລະກົມກອງ ເພື່ອສ້າງຜົນງານຂໍ່ານັບຮັບຕ້ອນ ບັນດາວັນປະຫວັດສາດທີ່ສໍາຄັນຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ໂດຍສະເພາະແມ່ນຂໍ່ານັບຮັບຕ້ອນ ວັນປະຫວັດສາດ ໃນປີ 2025, ເຮັດໃຫ້ທົ່ວກົມໃຫຍ່ການເມືອງກອງທັບ ມີບັນຍາກາດຟົດຟື້ນຢ່າງຕໍ່ເນື່ອງ ທັງເປັນການເສີມຂະຫຍາຍທາດແທ້ມູນເຊື້ອ ອັນດີງາມ ຂອງກອງທັບເຮົາໃຫ້ໜັກແໜ້ນ ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ, ຂະບວນການແຂ່ງຂັນ ຍັງເປັນການຊຸກຍູ້ວຽກງານປັບປຸງກໍ່ສ້າງກອງທັບ ໂດຍເລັ່ງໃສ່ສ້າງຈຸດສຸມກົມກອງຕົວແບບໃນການສ້າງກອງປອດໃສ, ປອດໄພ, ປອດຄະດີ, ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ການສ້າງນັກຮົບ ແລະ ກອງວັດທະນະທຳ ໃຫ້ບັນລຸຕາມທິດຊີ້ນໍາຂອງຂັ້ນເທິງ.
ຜ່ານການຈັດຕັ້ງເປີດຂະບວນການແຂ່ງຂັນ ພາຍໃຕ້ຄໍາຂວັນ “ຮັກຊາດ ແລະ ພັດທະນາ” ໃນປີ 2024 ຢູ່ກົມໃຫຍ່ການເມືອງກອງທັບ ສາມາດສ້າງກອງປອດໃສ ປອດໄພ ປອດຄະດີ, ສ້າງນັກຮົບວັດທະນະທໍາ ແລະ ກອງວັດທະນະທໍາ ມີ 42 ກົມກອງ, ໄດ້ຮັບໃບຢັ້ງຢືນເປັນກອງ 3 ປອດ ປະເພດ I ມີ 28 ກົມກອງ, ປະເພດ II ມີ 14 ກົມກອງ, ໄດ້ຈັດຕັ້ງກໍາລັງປະຈໍາການກຽມພ້ອມສູ້ຮົບ, ປ້ອງກັນເວນຍາມສະຖານທີ່ຄ້າຍຄູ ແລະ ສາງຄັງຕ່າງໆໃນໄລຍະການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບຄົບຮອບ 75 ປີ ໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ, ສະມາຊິກພັກ, ນັກຮົບປະຕິບັດລະບອບດໍາເນີນຊີວິດການເມືອງ, ຊຸກຍູ້ອົງການຈັດຕັ້ງມະຫາຊົນຊາວໜຸ່ມ ແລະ ສະຫະພັນແມ່ຍິງ ເປັນເຈົ້າການເຄື່ອນໄຫວສ້າງຂະບວນການຈັດກິດຈະກຳກິລາ ແລະ ພົບປະສາມັກຄີແລກປ່ຽນບົດຮຽນຢູ່ພາຍໃນກົມກອງ ແລະ ກັບກົມກອງເພື່ອນ ເຄື່ອນໄຫວຈັດຕັ້ງປະຕິບັດຂະບວນການຕ່າງໆຕາມຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ ແລະ ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກເຫັນວ່າຂະບວນການຢູ່ຫຼາຍກົມກອງປະຕິບັດໄດ້ດີ ແລະ ມີບັນຍາກາດຟົດຟື້ນຢ່າງກວ້າງຂວາງ.
ຈາກນັ້ນ, ຕາງໜ້າບັນດາກົມ, ຫ້ອງການ, ກອງ ກໍໄດ້ຂຶ້ນຮັບເອົາເນື້ອໃນຂໍ້ແຂ່ງຂັນ ເພື່ອພ້ອມກັນປະຕິບັດຂໍ້ແຂ່ງຂັນດັ່ງກ່າວໃຫ້ເກີດດອກອອກຜົນໃນຕໍ່ໜ້າ.
ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ໄດ້ມີຄໍາເຫັນໂອ້ລົມ ແລະ ກ່າວເປີດຂະບວນການແຂ່ງຂັນ ພາຍໃຕ້ຄໍາຂວັນ “ຮັກຊາດ ແລະ ພັດທະນາ” ທົ່ວກົມໃຫຍ່ການເມືອງກອງທັບ ປະຈໍາປີ 2025 ພ້ອມທັງ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ຂັ້ນ ນໍາເອົາເນື້ອໃນຈິດໃຈດັ່ງກ່າວນໍາໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍສູ່ໜ້າວຽກຕົວຈິງໃນກົມກອງຂອງຕົນ ເພື່ອໃຫ້ມີຜົນສໍາເລັດ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ

ກ່ຽວກັບ mps