Home / ທິດສະດີຊີ້ນຳ / ສະເຫຼີມສະຫຼອງວັນສ້າງຕັ້ງ ກົມກວດກາກອງທັບ ຄົບຮອບ 40 ປີ

ສະເຫຼີມສະຫຼອງວັນສ້າງຕັ້ງ ກົມກວດກາກອງທັບ ຄົບຮອບ 40 ປີ

ພິທີ ສະເຫຼີມສະຫຼອງວັນສ້າງຕັ້ງ ກົມກວດກາກອງທັບ ຄົບຮອບ 40 ປີ (25 ພຶດສະພາ 1985-25 ພຶດສະພາ 2025) ໄດ້ຈັດຂຶ້ນໃນວັນທີ 23 ພຶດສະພາ 2025 ນີ້, ຢູ່ທີ່ ສະໂມສອນກົມໃຫຍ່ການເມືອງກອງທັບ ໂດຍການເປັນປະທານ ຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ກໍາມະການຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາຄະນະນຳກະຊວງປ້ອງກັນປະເທດ, ຄະນະນຳບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ພະນັກງານປະຕິວັດອາວຸໂສບໍານານ, ຄະນະກົມກວດກາ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ແລະ ແຂກຮັບເຊີນເຂົ້າຮ່ວມ.
ສະຫາຍ ພັນເອກ ແພງສີ ເສັງວິໄຊ ກໍາມະການຄະນະພັກກົມໃຫຍ່ການເມືອງກອງທັບ, ເລຂາໜ່ວຍພັກ, ຫົວໜ້າກົມກວດກາ ກະຊວງປ້ອງກັນປະເທດ ໄດ້ຫວນຄືນມູນເຊື້ອການກຳເນີດ ຂອງອົງການກວດກາກອງທັບ ແມ່ນໝາກຜົນແຫ່ງການສົມທົບ ລະຫວ່າງຂະບວນການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ຂອງທົ່ວປວງຊົນລາວ ຕັ້ງແຕ່ກຳເນີດຂຶ້ນຄະນະກວດກາກອງທັບ ໄດ້ສືບທອດພາລະກິດອັນມີກຽດສະຫງ່າ ຂອງອົງຄະນະພັກກະຊວງປ້ອງກັນປະເທດ ຮັບເອົາພາລະກຳປະຫວັດສາດອັນແສນຫຍຸ້ງຍາກ, ສັບສົນ ແຕ່ມີກຽດສະຫງ່າໃນຂະບວນກໍ່ສ້າງຖັນແຖວກອງທັບປະຊາຊົນລາວໄລຍະໃໝ່, ວຽກງານກວດກາກອງທັບປະຊາຊົນລາວ ມີບົດບາດ ແລະ ໜ້າທີ່ສໍາຄັນໃນການຮັບປະກັນຄວາມເປັນລະບຽບຮຽບຮ້ອຍໃນກອງທັບ, ຮັບປະກັນຄວາມຍຸຕິທຳ ສະນັ້ນ, ວຽກງານກວດກາກອງທັບ ໃນຖານະເປັນຄະນະກຳມະການກວດກາພັກ-ລັດໃນກອງທັບ ເຊິ່ງມີບົດບາດສໍາຄັນ ແລະ ເຮັດໜ້າທີ່ຕິດຕາມ, ກວດກາ, ການປະຕິບັດກົດໝາຍ, ເພີ່ມຄວາມສັກສິດຂອງກົດໝາຍ “ເໝືອນໄມ້ຫຼາວັດແທກ” ທັງແມ່ນສັນຍະລັກ ຂອງວຽກງານກວດກາໃນກອງທັບປະຊາຊົນລາວ, ຄວາມຮັບຜິດຊອບລວມຂອງທຸກກົມກອງ, ທຸກຂະແໜງການຕ້ອງເດັດດ່ຽວປະຕິບັດມາດຕະການຍຸດທະສາດຕິດແໜ້ນກັບຮາກຖານ ສົມທົບທິດນໍາ 4 ດ້ານຢ່າງແໜ້ນແຟ້ນຄື: ດ້ານການເມືອງ, ດ້ານເສດຖະກິດ-ຊີວິດການເປັນຢູ່, ດ້ານວັດທະນະທໍາ-ສັງຄົມ ແລະ ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ຍ້ອນມີຜົນງານດີເດັ່ນໃນການເຄື່ອນໄຫວປະຕິບັດໜ້າທີ່ການເມືອງໃນໄລຍະຜ່ານມາ, ກົມກວດກາ ກະຊວງປ້ອງກັນປະເທດ ໄດ້ຮັບການຍ້ອງຍໍປະເພດຕ່າງໆ ຈາກຂັ້ນເທິງຄື: ຫຼຽນໄຊອິດສະຫຼະ ຊັ້ນ II ຈໍານວນ 1 ໜ່ວຍ; ຫຼຽນໄຊພິລະອາດຫານ ຊັ້ນ II ຈໍານວນ 1 ໜ່ວຍ; ຫຼຽນໄຊແຮງງານ ຊັ້ນ II ຈໍານວນ 1 ໜ່ວຍ; ໄດ້ຮັບໃບຢັ້ງຢືນກົມກອງເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ 5 ປີຊ້ອນ. ໃບຍ້ອງຍໍຈາກກະຊວງປ້ອງກັນປະເທດ ຈໍານວນ 1 ໃບ; ໃບຍ້ອງຍໍຈາກກົມໃຫຍ່ການເມືອງກອງທັບ ຈໍານວນ 1 ໃບ; ໄດ້ຮັບໃບຢັ້ງຢືນກອງສາມປອດ 5 ໃບ.
ຕະຫຼອດໄລະຍະ 40 ປີຜ່ານມາ, ວຽກງານກວດກາກອງທັບ ໄດ້ປະກອບສ່ວນສໍາຄັນເຂົ້າໃນການປົກປັກຮັກສາຄວາມຜ່ອງໃສຂອງພັກ ແລະ ຄວາມສັກສິດແຫ່ງການນໍາພາຂອງພັກ ເຮັດໃຫ້ພະນັກງານ, ສະມາຊິກພັກທຸກຄົນ ຍົກສູງໄດ້ບົດບາດ ແລະ ເປັນແບບຢ່າງໃນຂະບວນການປະຕິວັດຂອງມະຫາຊົນ, ພະນັກງານໄດ້ມີຄວາມເຊື່ອມຊຶມ ແລະ ເຂົ້າໃຈຕໍ່ແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ, ມີສະຕິຕໍ່ການຈັດຕັ້ງ, ປະຕິບັດລະບຽບກົດໝາຍ, ປົກປັກຮັກສາວັດຖຸຊັບສົມບັດເງິນຄໍາຂອງລັດ ຂອງກອງທັບ ແລະ ປົກປ້ອງພະນັກງານສະມາຊິກພັກ ທີ່ເຄື່ອນໄຫວຢູ່ໃນຖັນແຖວກຳລັງປະກອບອາວຸດ, ຕ້ານທຸກກົນອຸບາຍ ແລະ ການມ້າງເພທຳລາຍ ຂອງສັດຕູໃນຫຼາຍດ້ານ, ຕ້ານທຸກປະກົດການຫຍໍ້ທໍ້, ສໍ້ລາດບັງຫຼວງໄດ້ບາດກ້າວສໍາຄັນໜຶ່ງ, ວຽກງານກວດກາດໍາເນີນໄປຮອດໃສ ກໍສາມາດຈຳກັດໄດ້ປະກົດການຫຍໍ້ທໍ້ຕ່າງໆ. ມາຮອດປັດຈຸບັນ ວຽກງານກວດກາໄດ້ກາຍເປັນຄວາມຮັບຜິດຊອບການເມືອງ ຂອງຄະນະພັກ-ຄະນະບັນຊາຂັ້ນຕ່າງໆ “ບ່ອນໃດມີການນໍາພາ ບ່ອນນັ້ນຕ້ອງມີການກວດກາ, ຖ້າບໍ່ມີການກວດກາ ກໍໝາຍຄວາມວ່າ ບ່ອນນັ້ນບໍ່ມີການນໍາພາ” ທັງສອງດ້ານນີ້ ມີການພົວພັນກັນຢ່າງສັດຈະວິພາກ ບໍ່ສາມາດຕັດແຍກອອກຈາກກັນໄດ້ ສົມທົບຢ່າງກົມກຽວກັບການກໍ່ສ້າງ ແລະ ປັບປຸງແນວຄິດການເມືອງ, ຄຸນສົມບັດສິນທໍາປະຕິວັດເຂົ້າໃນຂະບວນວິວັດທະນາການສ້າງກອງທັບໃຫ້ມີແບບແຜນທັນສະໄໝ, ເຂັ້ມແຂງຮອບດ້ານໃນທົ່ວກອງທັບ, ໝູນໃຊ້ກາລະໂອກາດເພື່ອປັບປຸງກໍ່ສ້າງ ແລະ ຂະຫຍາຍກໍາລັງພະນັກງານກວດກາໃນກອງທັບຢ່າງຕໍ່ເນື່ອງ ແຕ່ສູນກາງລົງຮອດທ້ອງຖິ່ນ, ຮັບປະກັນສະຖຽນລະພາບທາງການເມືອງ ແລະ ຄວາມໝັ້ນຄົງແຫ່ງຊາດ; ຜົນງານທີ່ສ້າງມາໄດ້ເບື້ອງຕົ້ນນັ້ນ ແມ່ນສໍາຄັນ ແລະ ມີຄວາມໝາຍປະຫວັດສາດທີ່ເປັນມູນເຊື້ອ ເຊິ່ງກອງທັບປະຊາຊົນລາວ ມີຄວາມຊື່ນຊົມຍິນດີ ແລະ ພາກພູມໃຈ.
ຈາກຜົນງານດັ່ງກ່າວ, ກະຊວງປ້ອງກັນປະເທດ ຕົກລົງປະດັບຫຼຽນໄຊພິລະອາດຫານ ຊັ້ນ II ໃຫ້ແກ່ກົມກວດກາ ກະຊວງປ້ອງກັນປະເທດ ແລະ ມອບມອບຫຼຽນໄຊພິລະອາດຫານ ຊັ້ນ III ໃຫ້ແກ່ 6 ພະແນກການ ຂຶ້ນກັບກົມກວດກາ ກະຊວງປ້ອງກັນປະເທດ ຕື່ມອີກ.
ໂອກາດນີ້, ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ມີຄຳເຫັນໂອ້ລົມ ເຊິ່ງໄດ້ສະແດງຄວາມຍ້ອງຍໍຊົມຊົມຕໍ່ຜົນສຳເລັດທີ່ກົມກວດກາ ສ້າງໄດ້ໃນໄລຍະຜ່ານມາ, ພ້ອມທັງ ເນັ້ນໜັກຫຼາຍບັນຫາສຳຄັນ ເປັນຕົ້ນ ໃຫ້ສືບຕໍ່ເອົາໃຈໃສ່ກໍ່ສ້າງພະນັກງານ-ວິຊາການ ວຽກງານກວດກາ ໃຫ້ມີຄວາມຮູ້ ຄວາມສາມາດທີ່ແນ່ນອນ ແລະ ເປັນມືອາຊີບ ດ້ວຍການຍາດແຍ່ງເອົາທຶນໃຫ້ໄປຮຽນກໍ່ສ້າງ-ບຳລຸງ ຫຼື ໄປຢ້ຽມຢາມ ທັດສະນະສຶກສາ, ແລກປ່ຽນຖອດຖອນບົດຮຽນຢູ່ພາຍໃນ ແລະ ຕ່າງປະເທດ ໃນນີ້, ການກໍ່ສ້າງຕ້ອງ ມີເປົ້າໝາຍຈຸດສຸມ, ສ້າງໃຫ້ໄດ້ພະນັກງານສືບທອດປ່ຽນແທນ, ພະນັກງານ 3 ຮຸ່ນຢ່າງຕໍ່ເນື່ອງ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະ ແບບແຜນການດໍາລົງຊີວິດທີ່ຖືກຕ້ອງ, ພ້ອມທັງ ເອົາໃຈໃສ່ນໍາພາກົມກອງໃຫ້ມີຄວາມເຂັ້ມແຂງໜັກແໜ້ນ, ກົມກອງມີຄວາມສະຫງົບ, ສ້າງ ແລະ ຮັກສາໄດ້ກົມກອງ-ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ກົມກອງປອດໃສ ປອດໄພ ປອດຄະດີ ຄຽງຄູ່ກັນນີ້, ຕ້ອງເຊີດຊູຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປະຢັດມັດທະຍັດ, ຂຸດຄົ້ນທ່າແຮງບົ່ມຊ້ອນສ້າງລາຍໄດ້ຂອງກົມກອງ, ສ້າງເສດຖະກິດໃຫ້ຄອບຄົວ ໃຫ້ສົມກັບຄອບຄົວວັດທະນະທຳ, ເຮັດໃຫ້ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ຂອງພະນັກງານ-ນັກຮົບ ນັບມື້ດີຂຶ້ນ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ

ກ່ຽວກັບ mps