ໃນວັນທີ 23 ພຶດສະພາ 2025 ນີ້, ຄະນະຊາວໜຸ່ມຫຼາຍພາກສ່ວນ ໄດ້ມອບວັດຖຸປັດໄຈໃຫ້ຫ້ອງການຊາວໜຸ່ມກອງທັບ ເພື່ອປະກອບສ່ວນຊຸກຍູ້ໃຫ້ກຳລັງໃຈພະນັກງານ-ນັກຮົບ ທີ່ກຳລັງປະຕິບັດໜ້າທີ່ ຢູ່ແຂວງບໍ່ແກ້ວ.
ໃນນີ້, ຄະນະບໍລິຫານງານຊາວໜຸ່ມ ທະນາຄານ ແຫ່ງ ສປປ ລາວ ໄດ້ມອບເງິນສົດ ຈຳນວນ 44.328.000 ກີບ ກ່າວມອບໂດຍ ສະຫາຍ ຈິນດາໄມ ວິໄລຫົງສ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ທະນາຄານ ແຫ່ງ ສປປ ລາວ; ຄະນະບໍລິຫານງານຊາວໜຸ່ມ ກະຊວງສາທາລະນະສຸກ ມອບເງິນສົດຈຳນວນ 15.000.000 ກີບ ກ່າວມອບໂດຍ ສະຫາຍ ດຣ ນາງ ໄພຄຳ ແກ້ວບຸນໄຊ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງສາທາລະນະສຸກ ແລະ ຄະນະບໍລິຫານງານຊາວໜຸ່ມ ກະຊວງການເງິນ ມອບເງິນສົດຈຳນວນ 20.000.000 ກີບ ກ່າວມອບໂດຍ ສະຫາຍ ສົມຈິດ ຄຳມຸງຄຸນ ຄະນະເລຂາທິການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງການເງິນ, ກ່າວຮັບໂດຍ ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບພ້ອມດ້ວຍຄະນະ.
ໃນໂອກາດນີ້, ສະຫາຍ ພັນເອກ ຫົງທອງ ສີຊານົນ ໄດ້ຕາງໜ້າຄະນະນຳຫ້ອງການຊາວໜຸ່ມກອງທັບ ກໍຄືພະນັກງານ-ນັກຮົບໃນຖັນແຖວກອງທັບ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ ຄະນະບໍລິຫານງານຊາວໜຸ່ມ ທະນາຄານ ແຫ່ງ ສປປ ລາວ, ຄະນະບໍລິຫານງານຊາວໜຸ່ມ ກະຊວງສາທາລະນະສຸກ ແລະ ຄະນະບໍລິຫານງານຊາວໜຸ່ມກະຊວງ ການເງິນ ທີ່ເຫັນໄດ້ເຖິງຄວາມໝາຍ ຄວາມສຳຄັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຈະນໍາເອົາປັດໄຈ ດັ່ງກ່າວ ໄປໝູນໃຊ້, ຊ່ວຍເຫຼືອບັນດາ ພະນັກງານ-ນັກຮົບຜູ້ທີ່ກຳລັງປະຕິບັດໜ້າທີ່ ໃຫ້ມີຄວາມຖືກຕ້ອງ ແລະ ເໝາະສົມ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ