Home / ທິດສະດີຊີ້ນຳ / ມອບ-ຮັບ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ນະຄອນຫຼວງວຽງຈັນ ກັບຄືນປະເທດ

ມອບ-ຮັບ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ນະຄອນຫຼວງວຽງຈັນ ກັບຄືນປະເທດ

ວັນທີ 24 ພຶດສະພາ 2025 ນີ້, ຢູ່ທີ່ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຈັດພິທີ ມອບ-ຮັບ ແລະ ຈັດສົ່ງອັດຖິທະຫານອາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນສະໄໝສົງຄາມຢູ່ດິນແດນນະຄອນຫຼວງວຽງຈັນກັບ ຄືນສູ່ປະເທດຈຳນວນ 1 ຮ່າງອັດຖິ, ຝ່າຍລາວ ນໍາໂດຍ ສະຫາຍ ປອ ຊົງເລົ່າ ຢົງນູ ຮອງເລຂາພັກນະຄອນຫຼວງວຽງຈັນ, ຫົວໜ້າຄະນະປະຕິບັດງານພິເສດນະຄອນຫຼວງວຽງຈັນ, ມີສະຫາຍ ພົນຈັດຕະວາ ໂສພາວັນ ທຳມະເທວາ ຮອງຫົວໜ້າຄະນະປະຕິບັດງານພິເສດນະຄອນຫຼວງວຽງຈັນ, ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ຝ່າຍຫວຽດນາມ ນຳໂດຍ ສະຫາຍ ເຢືອງ ເຕີດ ຖັງ ຮອງປະທານຄະນະກໍາມະການປະຊາຊົນ, ຫົວໜ້າຄະນະປະຕິບັດງານພິເສດ ແຂວງຮ່າຕິງ ສສ ຫວຽດນາມ, ມີຄະນະປະຕິບັດງານພິເສດທັງສອງຝ່າຍ, ບັນດາພະແນກການ, ກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ, ກອງບັນຊາການທະຫານເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ພາກສ່ວນຕ່າງໆ ໄດ້ເຂົ້າວາງພວງມະລາ ຈໍານວນ 9 ຄະນະ ປະກອບມີ: ຄະນະປະຕິບັດງານພິເສດນະຄອນຫຼວງວຽງຈັນ, ຄະນະປະຕິບັດງານພິເສດແຂວງຮ່າຕິງ, ຫ້ອງການທີ່ປຶກສາທູດປ້ອງກັນຊາດຫວຽດນາມ ປະຈໍາ ສປປ ລາວ, ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ, ສະຫະພັນນັກຮົບເກົ່ານະຄອນຫຼວງວຽງຈັນ, ພະແນກແຮງງານ ແລະສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ, ຄະນະປົກຄອງເມືອງໄຊທານີ ແລະ ຄະນະອົງການຈັດຕັ້ງມາຫາຊົນ ເພື່ອເປັນການສະແດງເຖິງຄວາມກະຕັນຍູຮູ້ບຸນຄຸນຕໍ່ຜົນງານຄຸນງາມຄວາມດີ ຂອງບັນດາສະຫາຍນັກຮົບວີລະຊົນ, ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດ ໃນໄລຍະຕໍ່ສູ້ກູ້ຊາດຕ້ານຈັດກະພັກຮຸກຮານ ຕີສັດຕູໂຕດຽວກັນ ເພື່ອພາລະກິດອັນສູງສົ່ງ ເພື່ອຄວາມສົມບູນພູນສຸກ, ຄວາມເປັນເອກະລາດ, ຄວາມຢູ່ເຢັນເປັນສຸກ ຂອງປະຊາຊົນລາວ ກໍຄືການປະຕິບັດໜ້າທີ່ດ້ວຍນໍ້າໃຈສາກົນກຳມະຊີບອັນສູງສົ່ງ ຂອງບັນດາສະຫາຍນັກຮົບວີລະຊົນ, ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ປະຕິບັດໜ້າທີ່ຢູ່ລາວໃນປາງສົງຄາມ.
ໂດຍປະຕິບັດຕາມສັນຍາ ຂອງ 2 ລັດຖະບານ ແຫ່ງ ສປປ ລາວ ແລະ ບົດບັນທຶກຊ່ວຍຈໍາ ຄັ້ງທີ xxv ລະຫວ່າງ 2 ຄະນະປະຕິບັດງານພິເສດ ລາວ-ຫວຽດນາມ ກ່ຽວກັບການຊອກຫາ ແລະ ຂຸດຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍຊີວິດໃນປາສົງຄາມຢູ່ລາວ ເວົ້າລວມ, ເວົ້າສະເພາະຢູ່ນະຄອນຫຼວງວຽງຈັນ ໂດຍໄດ້ປະສານງານກັນແໜ້ນ ລະຫວ່າງ ຄະນະປະຕິບັດງານພິເສດ ຂອງກອງບັນຊາການທະຫານນະຄອນຫຼວງວຽງຈັນ ກັບຄະນະປະຕິບັດງານພິເສດແຂວງຮ່າຕິງ ເຊິ່ງເລີ່ມແຕ່ປີ 2000-2024 ສາມາດຂຸດຄົ້ນໄດ້ 131 ຮ່າງອັດຖິ ເຊິ່ງໄດ້ ມອບ-ຮັບ ຈັດສົ່ງແລ້ວ, ສະເພາະປີ 2025 ນີ້ ໜ່ວຍງານຊອກຄົ້ນ ແລະ ຂຸດຄົ້ນໄດ້ລົງມືປະຕິບັດສາມາດຂຸດຄົ້ນໄດ້ຕົວຈິງ 1 ຮ່າງອັດຖິ ຢູ່ໃນຂອບເຂດ ບ້ານນາໂງມ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
ສະຫາຍ ປອ ຊົງເລົ່າ ຢົງນູ ແລະ ສະຫາຍ ເຢືອງ ເຕີດ ຖັງ ໄດ້ລົງນາມສັນຍາ ມອບ-ຮັບ ເຊິ່ງກັນ ແລະ ກັນ ພ້ອມດຽວກັນນີ້, ໄດ້ຈັດສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດຢ່າງສົມກຽດ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ

ກ່ຽວກັບ mps