Home / ທິດສະດີຊີ້ນຳ / ອົງການຈັດຕັ້ງມະຫາຊົນກອງທັບ ຢ້ຽມຢາມ ແລະ ມອບວັດຖຸປັດໄຈໃຫ້ພະນັກງານ-ນັກຮົບທີ່ປະຕິບັດໜ້າທີ່ຢູ່ແຂວງໄຊຍະບູລີ ແລະ ແຂວງບໍ່ແກ້ວ

ອົງການຈັດຕັ້ງມະຫາຊົນກອງທັບ ຢ້ຽມຢາມ ແລະ ມອບວັດຖຸປັດໄຈໃຫ້ພະນັກງານ-ນັກຮົບທີ່ປະຕິບັດໜ້າທີ່ຢູ່ແຂວງໄຊຍະບູລີ ແລະ ແຂວງບໍ່ແກ້ວ

ໃນວັນທີ 29 ພຶດສະພາ 2025 ນີ້, 3 ອົງການຈັດຕັ້ງມະຫາຊົນກອງທັບ ໂດຍການນຳພາ ຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະພັກ-ຄະນະຫ້ອງການ 3 ອົງການຈັດຕັ້ງມະຫາຊົນກອງທັບ (ຊາວໜຸ່ມ, ກໍາມະບານ ແລະ ສະຫະພັນແມ່ຍິງ) ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ໄດ້ເຄື່ອນໄຫວຢ້ຽມຍາມ ມອບວັດຖຸປັດໄຈ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ຢາປົວພະຍາດ ໃຫ້ພະນັກງານ-ນັກຮົບ ທີ່ປະຕິບັດໜ້າທີ່ຮັກສາຄວາມສະຫງົບ ຢູ່ເມືອງຄອບ ແຂວງໄຊຍະບູລີ ແລະ ເມືອງປາກທາ ແຂວງບໍ່ແກ້ວ.
ການເຄື່ອນໄຫວຢ້ຽມຢາມ ແລະ ມອບເຄື່ອງໃນຄັ້ງນີ້ ໄດ້ມອບຢູ່ 2 ຈຸດຄື: ຈຸດທີ 1 ຈຸດບັນຊາເມືອງຄອບ ແຂວງໄຊຍະບູລີ ຕາງໜ້າກ່າວຮັບໂດຍ ສະຫາຍ ສົມນຶກ ສິງຄຳ ເລຂາຄະນະບໍລິຫານງານພັກເມືອງຄອບ ພ້ອມດ້ວຍຄະນະທີ່ປະຈຳຢູ່ພາກສະໜາມ ແລະ ຈຸດທີ 2 ຈຸດບັນຊາເມືອງປາກທາ ເເຂວງບໍ່ເເກ້ວ.
ເຄື່ອງທີ່ນຳມາມອບ ຢູ່ທັງ 2 ຈຸດໃນຄັ້ງນີ້ ມີເຄື່ອງອຸປະໂພກ-ບໍລິໂພກ, ເຂົ້າສານ ແລະ ອາຫານແຫ້ງປະເພດຕ່າງໆ ເຊິ່ງເປັນການປະກອບສ່ວນຈາກ 3 ອົງການຈັດຕັ້ງມະຫາຊົນກອງທັບ ແລະ ອົງການຈັດຕັ້ງສັງຄົມພາກສ່ວນຕ່າງໆ ທີ່ໃຫ້ການຊ່ວຍເຫຼືອ ລວມມູນທັງໝົດ 247 ລ້ານກວ່າກີບ ພ້ອມນັ້ນ, ຍັງໄດ້ມອບເງິນຈຳນວນໜຶ່ງ ໃຫ້ແກ່ຄອບຄົວຜູ້ທີ່ເສຍຊີວິດ ແລະ ຜູ້ທີ່ໄດ້ຮັບບາດເຈັບຈາກການປະຕິບັດ ໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນໄລຍະຜ່ານມາ.
ການມອບວັດຖຸປັດໄຈ ແລະ ເຄື່ອງອຸປະໂພກ-ບໍລິໂພກໃນຄັ້ງນີ້, ເພື່ອເປັນການປະກອບສ່ວນຊຸກຍູ້ກໍາລັງກຳລັງໃຈຂອງພະນັກງານ-ນັກຮົບ ທີ່ກໍາລັງປະຕິບັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ເຂດຫຍຸ້ງຫຍາກ ທຸລະກັນດ້ານ ດ້ວຍຄວາມຫ້າວຫານ ສຸມເຫື່ອແຮງສະຕິປັນຍາ ກໍາລັງແຮງກາຍ, ກຳລັງໃຈ ເຮັດໜ້າທີ່ປັກປັກຮັກສາອຳນາດອະທິປະໄຕ ເຂດນໍ້າແດນດິນ ດ້ວຍນຳໃຈເສຍສະຫຼະອັນສູງສົ່ງ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ

ກ່ຽວກັບ mps