ໃນວັນທີ 1 ມິຖຸນາ 2025 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດພິທີປູກຕົ້ນໄມ້ປະຈຳປີ 2025 ຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ ຄົບຮອບ 101 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ, ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ , ມີບັນດາການນໍາຂັ້ນສູງ, ລັດຖະມົນຕີ, ຮອງລັດຖະມົນຕີ, ມີຄະນະອຳນວຍການວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ຄະນະຊ່ຽວຊານຕ່າງປະເທດ, ແຂກຖືກເຊີນ,ພະນັກງານ-ນັກຮົບ, ນັກສຶກສາ ແລະ ນ້ອງນ້ອຍເຍົາວະຊົນເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ ໄດ້ກ່າວເປີດພິທີປູກຕົ້ນໄມ້ ປະຈຳປີ 2025 ຂອງກະຊວງປ້ອງກັນປະເທດວ່າ: ຍ້ອນເຫັນໄດ້ຄວາມສໍາຄັນ ແລະ ຄຸນປະໂຫຍດຢ່າງຫຼວງຫຼາຍ ຂອງປ່າໄມ້ ທີ່ຕິດພັນກັບຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ພັກ ແລະ ລັດຖະບານ ຈິ່ງໄດ້ກຳນົດເອົາວັນທີ 1 ມິຖຸນາ ຂອງທຸກໆ ປີ ເຊິ່ງກົງກັບວັນເດັກນ້ອຍສາກົນ ເປັນວັນປູກຕົ້ນໄມ້ແຫ່ງຊາດ ໂດຍທຸກໆ ປີ ພະນັກງານ, ທະຫານ, ຕຳຫຼວດ, ນັກຮຽນຮູ້ປັນຍາຊົນ ແລະ ຊັ້ນຄົນຕ່າງໆ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໃນ ຂອບເຂດທົ່ວປະເທດ ໄດ້ພາກັນຈັດກິດຈະກຳຢ່າງເປັນຂະບວນຟົດຟື້ນ ເພື່ອປູກໄມ້ໃຫ້ ເປັນປ່າ ແນໃສ່ເຮັດໃຫ້ເນື້ອທີ່ປ່າປົກຫຸ້ມທົ່ວປະເທດໃຫ້ໄດ້ 70% ຕາມທິດທາງ ແລະ ຄາດໝາຍຂອງລັດຖະບານ. ຕະຫຼອດໄລຍະທີ່ຜ່ານມາ, ພັກ ແລະ ລັດຖະບານ ເຫັນໄດ້ເຖິງຄວາມສໍາ ຂອງວຽກງານຄຸ້ມຄອງປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍສະເພາະແມ່ນການປົກປັກຮັກສາປ່າໄມ້ ເຊິ່ງສະແດງອອກໃນການກຳນົດເອົາຫຼາຍເຂດໃນທົ່ວປະເທດເປັນປ່າປ້ອງກັນ ແລະ ປ່າສະຫງວນແຫ່ງຊາດ, ອອກກົດໝາຍ, ລະບຽບການ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງໃນການຄຸ້ມຄອງ ແລະ ການຈັດຕັ້ງປະຕິບັດຕົວຈິງ ເຊັ່ນ: ກົດໝາຍ ວ່າດ້ວຍປ່າໄມ້, ກົດໝາຍ ວ່າດ້ວຍສິ່ງແວດລ້ອມ, ກົດໝາຍ ວ່າດ້ວຍນໍ້າ-ຊັບພະຍາກອນນໍ້າ ແລະ ອື່ນໆ ເຫຼົ່ານີ້ເປັນຕົ້ນ. ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ຈົ່ງພ້ອມກັນເປັນເຈົ້າການໃນການໂຄສະນາປູກຈິດສໍານຶກໃຫ້ແກ່ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ເຂົ້າມາມີສ່ວນຮ່ວມໃນການປົກປັກຮັກສາຊັບພະຍາກອນທຳມະຊາດໃຫ້ມີຄວາມອຸດົມສົມບູນ ເປັນຕົ້ນແມ່ນປ່າໄມ້ ໃຫ້ຄົງຢູ່ຄູ່ກັບ ສປປ ລາວ ກໍຄືປະຊາຊົນລາວ ແລະ ລູກຫຼານລາວຕະຫຼອດໄປ.
ເຊິ່ງຕົ້ນໄມ້ທີ່ນຳມາປູກໃນຄັ້ງນີ້, ປະກອບມີ: ຕົ້ນໄມ້ດູ່ໃຫຍ່ 20 ຕົ້ນ, ຕົ້ນໝາກພ້າວ 200 ເບ້ຍ, ເບ້ຍໄມ້ແຕ້ 500 ເບ້ຍ, ປູນຂາວ ແລະ ຝຸ່ນ 300 ຖົງ ຕື່ມອີກ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ